Viettel ສຳເລັດຍຸດທະສາດ ເຄືອຂ່າຍໂທລະຄົມມະນາຄົມ 'Make in Vietnam'

09:09 | 27/03/2023

ຫວ່າງແລ້ວນີ້, Viettel ​ໄດ້​ວາງ​ລະບົບ​ທັງ​ໝົດ ​ທີ່​ປະກອບ​ດ້ວຍ​ເຄືອ​ຂ່າຍ​ຫຼັກ 4G/5G “Make in Vietnam” ທີ່​ຄົ້ນຄວ້າ ​ແລະ ຜະລິດ​ໂດຍ Viettel High Tech ​ເອງ​ເຂົ້າ​ໃນ​ເຄືອ​ຂ່າຍ ​ຢ່າງ​ເປັນ​ທາງ​ການ.

Viettel ເປີດນຳໃຊ້ລະບົບ 5G ຢ່າງເປັນທາງການຢູ່ແຂວງວິ້ງຟຸກ ແລະ ມອບເຄືອຂ່າຍ wifi ຟຣີ Viettel ເປີດນຳໃຊ້ລະບົບ 5G ຢ່າງເປັນທາງການຢູ່ແຂວງວິ້ງຟຸກ ແລະ ມອບເຄືອຂ່າຍ wifi ຟຣີ
ຫວຽດນາມ ເຂົ້າຮ່ວມລະບົບສະໜອງຂະແໜງການບິນອາວະກາດທົ່ວໂລກ ຫວຽດນາມ ເຂົ້າຮ່ວມລະບົບສະໜອງຂະແໜງການບິນອາວະກາດທົ່ວໂລກ

ໃນວັນທີ 24 ມີນາ, ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel (Viettel High Tech) ແລະບໍລິສັດໃຫຍ່ເຄືອຂ່າຍ Viettel (Viettel Network) ໄດ້ຜັນຂະຫຍາຍຢ່າງເປັນທາງການລະບົບ IMS ໃຫ້ເຄືອຂ່າຍ 4G/5G ໂດຍ VHT ຄົ້ນຄວ້າ, ຜະລິດ.

ລະບົບ IMS ແມ່ນໜຶ່ງໃນບັນດາພາກສ່ວນສໍາຄັນໃນເຄືອຂ່າຍຕົ້ນຕໍ, ສະໜອງການບໍລິການໂທລະສັບດ້ວຍຈຸດດີກວ່າຫຼາຍເທົ່າເມື່ອທຽບໃສ່ການບໍລິການໂທລະສັບໃນເຄືອຂ່າຍ 3G. ໃນນັ້ນ, ເວລາສ້າງການໂທລະສັບໄວກວ່າ 3 ເທື່ອ, ຄຸນນະພາບໃນການໂທລະສັບບັນລຸມາດຕະຖານ HD call.

Viettel ສຳເລັດຍຸດທະສາດ ເຄືອຂ່າຍໂທລະຄົມມະນາຄົມ 'Make in Vietnam'

ພາບປະກອບ. (Viettel High Tech)

ລະບົບ IMS ໂດຍ Viettel High Tech ຄົ້ນຄວ້າ, ພັດທະນາດ້ວຍຕົນເອງແຕ່ປີ 2018. ໃນວິວັດການຄົ້ນຄວ້າ, ບັນດາວິສະວະກອນ Viettel ໄດ້ພັດທະນາຜະລິດຕະພັນຖືກຕາມບັນດາມາດຕະຖານເຕັກນິກຂອງສະຫະພັນໂທລະຄົມມະນາຄົມສາກົນ 3GPP.

ເມື່ອນໍາລະບົບ IMS ນີ້ເຂົ້າເຄື່ອນໄຫວ, ນອກຈາກປະຢັດຄ່າໃຊ້ຈ່າຍເມື່ອທຽບໃສ່ເລື່ອງຊື້ລະບົບຈາກບັນດາຄູ່ຮ່ວມມືຕ່າງປະເທດແລ້ວ, Viettel ຍັງມີຄວາມສາມາດເປັນເຈົ້າຕົນເອງ, ບໍ່ຂຶ້ນກັບຝ່າຍທີ 3. ພ້ອມທັງ ຍົກລະດັບ, ປັບປຸງບັນດາການບໍລິການໃໝ່ຢ່າງມີໄຫວພິບຄ່ອງຕົວ, ຕອບສະໜອງຄວາມຕ້ອງການທີ່ຫຼາຍຮູບຫຼາຍແບບຂອງລູກຄ້າ.

ສໍາລັບຜະລິດຕະພັນຕ່າງໆ, ແນໃສ່ຮັບປະກັນຄວາມປອດໄພໃນເຄືອຂ່າຍ ແລະຂຸດຄົ້ນຈຸດດີຂອງບັນດານັກສະໜອງອຸປະກອນ (vendor) ຢ່າງສຸດຂີດ, Viettel ຍາມໃດກໍ່ນໍາໃຊ້ multi-vendor ເພື່ອຮັບປະກັນສະໜອງການບໍລິການໃຫ້ລູກຄ້າເປັນຢ່າງດີທີ່ສຸດ. ບັນດາຜະລິດຕະພັນຂອງ Viettel High Tech ກໍ່ກວມເອົາອັດຕາສ່ວນສູງກວ່າ 50% ເຄືອຂ່າຍ Viettel ຄືລະບົບ MSC, ລະບົບ EPC…

​ເຫດການດັ່ງກ່າວ​ນີ້ ​ເປັນ​ຂີດ​ໝາຍ​ການ​ສຳເລັດ​ຍຸດ​ທະ​ສາດ​ຂອງ Viettel ​ໃນ​ການ​ຜັນ​ຂະຫຍາຍ​ເຄືອ​ຂ່າຍ​ໂທລະ​ຄົມ​ທີ່​ເປັນ​ຫຼັກ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ.

Viettel ສຳເລັດຍຸດທະສາດ ເຄືອຂ່າຍໂທລະຄົມມະນາຄົມ 'Make in Vietnam'

ລະບົບ​ໂທລະ​ຄົມ​ຂອງ Viettel ​ໄດ້​ນຳ​ໃຊ້​ເຖິງ 170 ລ້ານ​ລູກ​ຄ້າ​ຢູ່ 11 ຕະຫຼາດ​ໃນ​ທົ່ວ​ໂລກ

ທ່ານ ຫງວຽນຫວູຮ່າ ຜູ້ອໍານວຍການໃຫຍ່ Viettel High Tech ໃຫ້ຮູ້ວ່າ: “Viettel ມີທ່າໄດ້ປຽບແຕກຕ່າງກັນເມື່ອທຽບໃສ່ບັນດາຄູ່ແຂ່ງໃຫຍ່ໃນໂລກ, ນັ້ນແມ່ນພວກຂ້າພະເຈົ້າເປັນບໍລິສັດເຄືອຂ່າຍ ທັງເປັນກົມກອງພັດທະນາຜະລິດຕະພັນອຸປະກອນໂທລະຄົມມະນາຄົມ. ເລື່ອງນໍາໃຊ້ບັນດາອຸປະກອນ “made in Vietnam” ກໍ່ປະກອບສ່ວນປະຢັດເງິນຕາຕ່າງປະເທດໃຫ້ປະເທດຊາດ, ເຮັດໃຫ້ຄ່າໃຊ້ຈ່າຍລົງທຶນ ແລະການເຄື່ອນໄຫວຂອງ Viettel ດີທີ່ສຸດ. ນີ້ກໍ່ແມ່ນປະຖົມປັດໃຈຢັ້ງຢືນວ່າ ຜະລິດຕະພັນ Viettel ພວມໄປພ້ອມກັບເຕັກໂນໂລຢີໂລກ, ກຽມພ້ອມຫັນ 5G ເປັນການຄ້າ”.

ທ່ານ ຫງວຽນວັນກວຽດ ຮອງຜູ້ອໍານວຍການໃຫຍ່ Viettel Network ເນັ້ນໜັກວ່າ: “ພວກຂ້າພະເຈົ້າຈະສືບຕໍ່ນໍາຜະລິດຕະພັນ “made in Vietnam” ຂອງ Viettel ໄປຍັງບັນດາຕະຫຼາດທີ່ Viettel ລົງທຶນ, ປັບປຸງຜະລິດຕະພັນໃຫ້ສົມບູນຢ່າງບໍ່ຢຸດຢັ້ງເພື່ອແນໃສ່ສາມາດສະໜອງໃຫ້ຕະຫຼາດສາກົນ. ນັ້ນກໍ່ແມ່ນວິທີເພື່ອໃຫ້ພວກຂ້າພະເຈົ້າສະແດງຄວາມຄາດຫວັງອັນແຮງກ້າ ແລະຄວາມເອກອ້າງທະນົງໃຈຂອງຊາວຫວຽດນາມ ເມື່ອສາມາດສ້າງບັນດາຜະລິດຕະພັນເຕັກໂນໂລຢີສູງເໝາະສົມກັບທຸກຄວາມຕ້ອງການຂອງລູກຄ້າ”.

ບໍພຽງແຕ່ຜັນຂະຫຍາຍຢູ່ຫວຽດນາມ ເທົ່ານັ້ນ, ໃນປີ 2023, Viettel ຍັງຈະຍູ້ແຮງບັນດາຜະລິດຕະພັນອຸປະກອນໂທລະຄົມມະນາຄົມໄປຍັງຕະຫຼາດຂອງ Viettel ຄື ກໍາປູເຈຍ, ລາວ, ໂມຊໍາບິກ, ເປຣູ... ອີກດ້ວຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.