ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ

08:00 | 25/08/2024

ຍສໝ - ວຽກ​ງານ​ຂົນຂວາຍການ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ດຳເນີນໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເຫົ້າຢ່າງ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ຫຼາຍ​ຢ່າງ​ໃຫ້​ແກ່​ປະຊາຊົນ. ບັນດາກິດຈະການກໍ່ສ້າງຂົວ, ທາງ, ໂຮງຮຽນ ແລະ ພື້ນຖານໂຄງລ່າງ ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ອົງການ ActionAid ສືບຕໍ່ຮ່ວມມືໃນຂົງເຂດພັດທະນາ
CNCF ກໍ່ສ້າງຂົວແຫ່ງໃໝ່ໃຫ້ແກ່ປະຊາຊົນ ຢູ່ຕາແສງ ຊ້າຟ່ຽນ, ແຂວງ ເຫົ້າຢ່າງ

ຂົວເຊື່ອມຕໍ່ແຫ່ງຄວາມສຸກ

ຂົວ VESAF 36, ຂົວ VESAF 37, ຂົວ VESAF 39 ແມ່ນ 3 ຂົວໃນຈຳນວນຂົວທີ່ສ້າງຂຶ້ນດ້ວຍແຫູ່ງທຶນ ຈາກກອງທຶນການກຸສົນ VESAF ຂອງອົງການ NFP (Vietnam Education and Social Assistance Foundation - ອາເມລິກາ) ອຸປະຖຳໂດຍຜ່ານການຂົນຂວາຍຂອງສະຫະພັນບັນດາອົງການມິດຕະພາບແຂວງ ເຫົ້າຢ່າງ.

ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ

ພິທີເລີ່ມລົງມື​ກໍ່ສ້າງ​ຂົວ VESAF 36 ແລະ ຂົວ VESAF 37. ພາບ: TTXVN

ທ່ານ ຫງວຽນວັນຕ໋າມ ປະຊາຊົນຢູ່ຕາແສງ ວິແທງ (ເມືອງ ວິຖຸຍ), ບ່ອນທີ່ຂົວ VESAF 36 ຂ້າມຄອງ 12.000 ທີ່ຫາກໍ່ໄດ້ສ້າງຂຶ້ນ, ໃຫ້ຮູ້ວ່າ: ໃນເມື່ອກ່ອນ, ຂົວເກົ່າຖືກຊຸດໂຊມຢ່າງໜັກໜ່ວງ, ປະຊາຊົນຢູ່ທ້ອງຖິ່ນໄດ້ປ່ຽນໄມ້ແປ້ນພື້ນຂົວ 2-3 ເທື່ອ ເພື່ອສັນຈອນຊົ່ວຄາວ, ທຸກຄົນລ້ວນແຕ່ຫວັງວ່າຈະມີຂົວທີ່ກວ້າງຂວາງ ແລະ ແໜ້ນແກ່ນ ເພື່ອເຮັດໃຫ້ການເດີນທາງຫຼຸດຜ່ອນຄວາມສ່ຽງ.

“ເມື່ອໄດ້ຍິນວ່າຂົວ VESAF 36 ໄດ້ຮັບທຶນກໍ່ສ້າງ, ພວກຂ້າພະເຈົ້າຮູ້ສຶກຕື່ນເຕັ້ນຫຼາຍ. ທຸກໆຄົນທີ່ຜ່ານເສັ້ນທາງດັ່ງກ່າວລ້ວນແຕ່ລໍຖ້າ, ຫວັງວ່າກິດຈະການຈະສຳເລັດໃນໄວໆນີ້,” ທ່ານ ຫງວຽນວັນຕ໋າມ ກ່າວ.

ໂດຍມີຄວາມ​ປິ​ຕິ​ຊົມ​ຊື່ນ​ຍ້ອນ​ຂົວ​ແຫ່ງ​ໃໝ່​ໄດ້​ກໍ່ສ້າງ​ສຳ​ເລັດ, ທ່ານ ຫງວຽນ​ແທ່ງ​ເຫຼີ້ຍ, ​ຢູ່​ຕາ​ແສງ ວິແທງ ​ໃຫ້​ຮູ້​ວ່າ: ຂົວ​ແຫ່ງ​ໃໝ່​ຈະ​ຊ່ວຍ​ໃຫ້​ການ​ເດີນທາງ​ມີ​ຄວາມ​ປອດ​ໄພ ແລະ ​ເຮັດ​ໃຫ້ການພົວພັນການ​ຄ້າ​ສະດວກ​ສະບາຍ​ກວ່າ: “ປະຊາຊົນ​ຢູ່​ທີ່​ນີ້​ດີ​ໃຈ​ຫຼາຍ. ການ​ມີ​ຂົວ​ແຫ່ງ​ໃໝ່​ຈະ​ເຮັດ​ໃຫ້​ອຸ່ນອຽນໃຈກວ່າ, ​ລູກ​ຫຼານ​ໄປໂຮງຮຽນກໍ່ຈະ​ບໍ່​ມີຄວາມ​ອັນຕະລາຍ ​ຍ້ອນ​​ຂົວ​ຊົ່ວຄາວ ​ແລະ ​ຊຸດ​ໂຊມ​ຄືແຕ່​ກ່ອນ”.

ທ່ານ​ນາງ Jenny Kim-Oanh Tieu, ຜູ້​ປະ​ສານ​ງານ​ໂຄງ​ການ​ໃຫ້​ຮູ້​ວ່າ ກອງ​ທຶນ​ການ​ກຸ​ສົນ VESAF (ອາ​ເມ​ລິ​ກາ) ໄດ້​ເອົາໃຈໃສ່ພິເສດ, ກໍ່ສ້າງ​ຂົວ, ເຮືອນ​ແຫ່ງຄວາມຮັກແພງ, ເສັ້ນທາງ​ຄົມມະນາຄົມຊົນ​ນະ​ບົດ​ຫຼາຍ​ແຫ່ງ​ໃຫ້​ແຂວງ ເຫົ້າ​ຢ່າງ ດ້ວຍ​ຄວາມ​ປາດ​ຖະ​ໜາ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ເດີນ​ທາງ​ໄດ້​ສະ​ດວກ, ເດັກ​ນ້ອຍ​ໄປ​ຮຽນໄດ້​ງ່າຍ ​ແລະ ພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ.

ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ

ຕາມ​ການ​ສະຖິຕິ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເຫົ້າ​ຢ່າງ ​ແລ້ວ, ປະຈຸ​ບັນ​ ໃນ​ບໍລິເວນແຂວງ​ມີ 28 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ພວມ​ເຄື່ອນໄຫວໃນບັນດາ​ຂົງ​ເຂດ​ຂົວ, ຖະໜົນ, ​ໂຮງຮຽນ, ນ້ຳ​ສະອາດ, ສາທາລະນະສຸກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ທຶນ​ການສຶກສາ... ​ໃນ 6 ​ເດືອນ​ຕົ້ນ​ປີ 2024 ມີ 18 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ລາຍການ ​ແລະ ​ໂຄງການ​ເຄື່ອນໄຫວໃນບໍລິເວນ​ແຂວງ, ຍອດ​ມູນ​ຄ່າ​ການ​​ປ່ອຍເງິນ​ຂອງ​ບັນດາ​ລາຍການ ​ແລະ ​ໂຄງການ​ບັນລຸ​ກວ່າ 9,6 ຕື້​ດົ່ງ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເຫົ້າ​ຢ່າງ ​ໄດ້​ສົມທົບ​ກັບ​ບັນດາພະແນກ, ຂະແໜງການ ​ແລະ ບັນດາທ້ອງ​ຖິ່ນ ​​ຂົນຂວາຍ​ບັນດາ​ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ​ເພື່ອອຸປະຖຳໃຫ້ແກ່ແຂວງ ເຫົ້າຢ່າງ ​ໃນ​ຫຼາຍ​ຂົງ​ເຂດ, ດ້ວຍ​ຍອດ​ມູນ​ຄ່າ​ທີ່​ໝັ້ນ​ໝາຍ ​ກວ່າ 70 ຕື້​ດົ່ງ​ໃນ​ໄລຍະ 2024 – 2027.

ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ

ທ່ານ ຫງວຽນ​ວັນ​ເຍີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເຫົ້າ​ຢ່າງ. ພາບ: TTXVN

ທ່ານ ຫງວຽນ​ວັນ​ເຍີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເຫົ້າ​ຢ່າງ ​ໃຫ້​ຮູ້​ວ່າ: ບັນດາ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ຈາກບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບ​ການກຳນົດທິດ​ພັດທະນາ​ຂອງ​ແຂວງ. ສະຫະພັນ​ໄດ້​ປະສານ​ສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ​ຢ່າງ​ເປັນ​ປະຈຳ ​ເພື່ອ​ສຳ​ຫຼວດບັນດາ​ລາຍການ ​ແລະ ​ໂຄງການ​ທີ່​ຕ້ອງການອຸປະຖຳ, ສະໜອງ​ຂໍ້​ມູນ​ໃຫ້​ຜູ້ອຸປະຖຳຢ່າງ​ທັນ​ທີ ​ເມື່ອ​ເຂົາເຈົ້າມີຄວາມຕ້ອງການ. ປະສານ​ສົມທົບ​ກັບ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ທັນ​ການ; ແນະນຳ ແລະ ໜູນຊ່ວຍບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ກ່ຽວກັບຂັ້ນຕອນເພື່ອຜັນຂະຫຍາຍບັນດາລາຍການ ແລະ ໂຄງການຕາມລະບຽບການ. ແຕ່ລະປີ, ສະຫະພັນລ້ວນແຕ່ກໍ່ສ້າງ ແລະ ອັບເດດລາຍຊື່ບັນດາລາຍການ, ໂຄງການທີ່ຕ້ອງການອຸປະຖຳ, ປະກາດລົງໃນເວັບໄຊ ແລະ ຂ່າວ “ມິດຕະພາບ ເຫົ້າຢ່າງ” ເພື່ອຮຽກຮ້ອງຂົນຂວາຍແຫຼ່ງອຸປະຖຳ.

“ຕ້ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ອົງການ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີຄວາມສົນໃຈ ​ແລະ ໜູນ​ຊ່ວຍ​ໃຫ້ທ້ອງ​ຖິ່ນ. ​ໃນ​ໄລຍະ​ຜ່ານ​ມາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ແລະ ບັນດາ​ຂະ​ແໜງ​ການ, ທ້ອງຖິ່ນ​ທີ່​ກ່ຽວຂ້ອງ ກໍ່ໄດ້​​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ​ໃນ​ບໍລິເວນການ ມີການເຄື່ອນໄຫວໃຫ້ດີທີ່ສຸດ”.

​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ​ຈະ​ເພີ່ມ​ທະວີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ພວມດຳ​ເນີນ​ງານ​ຢູ່​ແຂວງ. ຈາກນັ້ນ, ກໍ່ຈະສ້າງຕັ້ງ ແລະ ຂະຫຍາຍສາຍພົວພັນກັບອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດແຫ່ງໃໝ່. ພ້ອມ​ກັນ​ນັ້ນ, ກໍ່​ໃຫ້​ສົມທົບ​ກັນ​ກວດກາ​ຄືນ ​ແລະ ​ເພິ່ມເຕີມ​ບັນດາ​ລາຍການ ​ແລະ ​ໂຄງການ​ຂົນຂວາຍ​ການ​ຊ່ວຍ​ເຫຼືອບໍ່ຂຶ້ນກັບລັດຖະບານຕ່າງປະເທດ ​ເພື່ອ​ຂົນຂວາຍ​ບັນດາ​ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຜູ້​ອຸປະຖຳ, ບັນດາ​ວິ​ສາ​ຫະກິດ ​​ອຸປະຖຳໃຫ້ແກ່​ແຂວງ ​ແລະ ຜັນ​ຂະຫຍາຍ​ບັນດາລາຍການ, ​ໂຄງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດທີ່ໄດ້ຮັບອະນຸມັດຈາກຄະນະກຳມະການປະຊາຊົນແຂວງ​.

ກຸ່ມທີ 5: ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸປະມານ 80 ຕື້ດົ່ງໃນ 6 ເດືອນຕົ້ນປີ.

ກຸ່ມທີ 5: ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸປະມານ 80 ຕື້ດົ່ງໃນ 6 ເດືອນຕົ້ນປີ.

ຍສໝ - ຕອນບ່າຍວັນທີ 21 ມິຖຸນາ, ກຸ່ມທີ 5 ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບເບື້ອງຕົ້ນ ເພື່ອແບ່ງປັນປະສົບການໃນວຽກງານ​ການ​ທູດ​ປະຊາຊົນຢູ່ບັນດາແຂວງທາງພາກຕາເວັນຕົກສ່ຽງໃຕ້ ປີ 2024 ຢູ່ ແຂວງກຽນຢາງ.

ເຊີດຊູ 35 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາຂອງ ຫວຽດນາມ

ເຊີດຊູ 35 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາຂອງ ຫວຽດນາມ

ຍສໝ - ວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) - ອົງການປະຈໍາຄະນະກຳມະການວຽກງານຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (ຄະນະກໍາມະການ) ໄດ້ມອບໃບ​ຍ້ອງຍໍ​ໃຫ້ 35 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ມີຫຼາຍການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ​ເສດຖະກິດ, ການຮັບປະກັນຊີວິດ ສັງຄົມ​ຂອງ​ ຫວຽດນາມ ​ໃນ​ປີ 2023.

ມິງດຶກ

ເຫດການ
302 Found

Found

The document has moved here.