ກໍ່ສ້າງ ແລະ ພັດທະນາ ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ຢູ່ຫວຽດນາມ ແມ່ນຄວາມຈຳເປັນທາງດ້ານທິດສະດີ ແລະ ພຶດຕິກຳ
1- ການພັດທະນາເສດຖະກິດຕະຫຼາດ ແມ່ນຄວາມຈຳເປັນພາວະວິໄສ
ການມີໜ້າ (ຫຼືໄດ້ຮັບຮູ້) ຂອງເສດຖະກິດຕະຫຼາດຢູ່ບັນດາປະເທດໃນໂລກ ໄດ້ໃຫ້ເຫັນວ່າ ຮູບຖານນີ້ມີກຳລັງຊີວິດທີ່ແຮງກ້າ ແລະ ເປັນບາດກ້າວຂະຫຍາຍຕົວຕາມທຳມະຊາດທີ່ມີລັກສະນະກົດເກນ ຂອງປະຫວັດສາດແຫ່ງມະນຸດຊາດ.
ຈົນເຖິງກ່ອນໄລຍະແຫ່ງການປະຕິຮູບ ເປີດປະຕູຢູ່ປະເທດຈີນ ແລະ ໄລຍະແຫ່ງການປ່ຽນແປງໃໝ່ຢູ່ຫວຽດນາມ, ການຂະຫຍາຍຕົວຂອງເສດຖະກິດຕະຫຼາດໄດ້ຕິດແໜ້ນກັບການຂະຫຍາຍຕົວຂອງພື້ນຖານເສດຖະກິດທຶນນິຍົມ, ດັ່ງນັ້ນ, ບາງຄົນໃຫ້ທັດສະນະວ່າ ເສດຖະກິດຕະຫຼາດເປັນຜະລິດຕະພັນສະເພາະ ຂອງລັດທິທຶນນິຍົມ ແລະ ເສດຖະກິດຕະຫຼາດເປັນອັນໜຶ່ງອັນດຽວກັນກັບເສດຖະກິດທຶນນິຍົມ. ໃນພາກຕົວຈິງ, ການຂະຫຍາຍຕົວຂອງເສດຖະກິດຕະຫຼາດ ເປັນຜະລິດຕະພັນຂອງປະຫວັດສາດແຫ່ງການຂະຫຍາຍຕົວຂອງສັງຄົມມະນຸດ, ເປັນຜົນສຳເລັດຂອງຄວາມອະລິຍະທຳແຫ່ງມະນຸດ. ທ່ານກາກມາກ ໄດ້ຢັ້ງຢືນວ່າ ເສດຖະກິດຕະຫຼາດແມ່ນໄລຍະໜຶ່ງແຫ່ງການຂະຫຍາຍຕົວທີ່ຈຳເປັນ ຂອງປະຫວັດສາດ ຊຶ່ງບໍ່ວ່າພື້ນຖານເສດຖະກິດໃດໆກໍ່ຕ້ອງຜ່ານ ເພື່ອບັນລຸເຖິງການຂະຫຍາຍຕົວທີ່ສູງກວ່າ ແລະ ສັງຄົມນິຍົມ, ສັງຄົມກອມມູນິດ ແມ່ນໄລຍະຂະຫຍາຍຕົວທີ່ສູງກວ່າທຽບກັບລັດທິທຶນນິຍົມ ໂດຍຕາມວິວັດທະນາການແຫ່ງການຂະຫຍາຍຕົວຂອງສັງຄົມມະນຸດ. ສັງຄົມສັງຄົມນິຍົມ, ສັງຄົມກອມມູນິດ ພຽງແຕ່ປະກົດຕົວເມື່ອການຜະລິດໄດ້ຂະຫຍາຍຕົວເຖິງລະດັບສູງ, ແລະ ເພື່ອຫັນຂຶ້ນສູ່ລະດັບການຂະຫຍາຍຕົວນີ້ ພື້ນຖານເສດຖະກິດຕະຫຼາດຕ້ອງຂະຫຍາຍຕົວສຸດຂີດ, ກາຍເປັນສິ່ງແຜ່ຫຼາຍທົ່ວໄປໃນຊີວິດເສດຖະກິດ - ສັງຄົມ, ມີແຕ່ພັດທະນາເສດຖະກິດຕະຫຼາດຈຶ່ງສ້າງປະຖົມປັດໃຈ, ເງື່ອນໄຂ ເພື່ອບັນລຸເປົ້າໝາຍຂອງລັດທິສັງຄົມນິຍົມໄດ້.
ຄວນເອົາໃຈໃສ່ວ່າ, ໃນໂລກມີຫຼາຍຕົວແບບເສດຖະກິດຕະຫຼາດຄື ຕົວແບບ “ເສດຖະກິດຕະຫຼາດສັງຄົມ” ຢູ່ສາທາລະນະລັດ ສະຫະພາບ ເຢຍລະມັນ; “ເສດຖະກິດຕະຫຼາດຮ່ວມສົມທົບ” ຢູ່ຍີ່ປຸ່ນ; “ເສດຖະກິດຕະຫຼາດແຫ່ງລັດສະຫວັດດີການ” ຢູ່ບັນດາປະເທດເອີຣົບເໜືອ; ເສດຖະກິດຕະຫຼາດສັງຄົມນິຍົມ ຢູ່ປະເທດຈີນ... ຄວາມຈິງເຫຼົ່ານັ້ນໃຫ້ເຫັນວ່າ, ເສດຖະກິດຕະຫຼາດອາດຈະໄດ້ສ້າງຕັ້ງຂຶ້ນຢູ່ບັນດາປະເທດທີ່ມີລະບອບການເມືອງ - ສັງຄົມແຕກຕ່າງກັນ, ດ້ວຍຕົວແບບສະເພາະ ສອດຄ່ອງກັບບັນດາເງື່ອນໄຂ ແລະ ເປົ້າໝາຍລະອຽດ ຂອງແຕ່ລະປະເທດ. ແຕ່ຫາກ, ບັນດາຕົວແບບນັ້ນ ໄດ້ຮັບການກໍ່ສ້າງ ແລະ ເຄື່ອນໄຫວຕາມບັນດາກົດເກນອັນພື້ນຖານ ຂອງເສດຖະກິດຕະຫຼາດທີ່ທັນສະໄໝ ແລະ ເຊື່ອມໂຍງສາກົນ, ມີຄຸນລັກສະນະຂອງເສດຖະກິດຕະຫຼາດ (ຮັບຮູ້ລະບອບກຳມະສິດເອກະຊົນ, ທຸລະກິດເສລີ ແລະ ແຂ່ງຂັນເສລີ; ເສີມຂະຫຍາຍຄຸນປະໂຫຍດຂອງຕະຫຼາດ ແລະ ກົນໄກຕະຫຼາດ; ລັດກຳກັບຂັບເຄື່ອນເສດຖະກິດມະຫາພາກ...).
2- ການຄັດເລືອກຕົວແບບເສດຖະກິດຕະຫຼາດ ຢູ່ຫວຽດນາມ ໄດ້ສະແດງອອກພາຍໃຕ້ແຮງກົດດັນອັນຮຸນແຮງຂອງພຶດຕິກຳໃນໂລກ ແລະ ໃນປະເທດ
ໃນໂລກ, ການປະຕິວັດວິທະຍາສາດ - ເຕັກໂນໂລຊີພວມສະແດງອອກດ້ວຍຂະໜາດໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນ, ສ້າງບັນດານະວັດຕະກຳອັນໃຫຍ່ໂຕທີ່ສຸດ ໃຫ້ແກ່ມະນຸດຊາດ. ພາຍໃຕ້ຜົນກະທົບຂອງການປະຕິວັດວິທະຍາສາດ - ເຕັກໂນໂລຊີ, ຫຼາຍປະເທດໃນໂລກໄດ້ດຳເນີນການຈັດວາງເສດຖະກິດຄືນໃໝ່, ເປີດປະຕູເສດຖະກິດ ແລະ ພັດທະນາເສດຖະກິດຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ. ຍິ່ງກວ່ານັ້ນ, ຄວາມປະລາໄຊຂອງລະບົບເສດຖະກິດສັງຄົມນິຍົມຢູ່ ສະຫະພາບໂຊວຽດ ແລະ ເອີຣົບຕາເວັນອອກ ກໍ່ຄືບັນດາການປະຕິຮູບຕາມທິດຕະຫຼາດຢູ່ປະເທດຈີນ... ໄດ້ເປັນຂີດໝາຍສິ້ນສຸດສຳລັບຕົວແບບເສດຖະກິດແຜນການລວມສູນອາດຍາສິດ ເກື້ອກູນ, “ສີສັນເສດຖະກິດຕະຫຼາດ” ໄດ້ປົກຫູ້ມໄປທົ່ວແຜນທີ່ເສດຖະກິດໂລກ ແລະ ຄວາມແຕກຕ່າງທາງດ້ານລະດັບການພັດທະນາ ພຽງແຕ່ສະແດງອອກໃນສີເຂັ້ມຫຼືອ່ອນ ເທົ່ານັ້ນ. ສີເຂັ້ມທີ່ສູດແມ່ນເສດຖະກິດຕະຫຼາດ ຢູ່ບັນດາປະເທດໃນອົງການເພື່ອຄວາມຮ່ວມມືທາງເສດຖະກິດແລະການພັດທະນາ (OECD - ໂອອີຊີດີ).
ຢູ່ໃນປະເທດ, ຕົວແບບເສດຖະກິດຕະຫຼາດ ແລະ ພາກສ່ວນເສດຖະກິດໜຶ່ງດຽວ ສະແດງໃຫ້ເຫັນວ່າບໍ່ມີປະສິດທິຜົນອີກແລ້ວ. ພື້ນຖານເສດຖະກິດຫວຽດນາມໃນເວລາກ່ອນການປ່ຽນແປງໃໝ່ (ຢູ່ພາກເໜືອແມ່ນແຕ່ປີ 1958, ໃນຂອບເຂດທົ່ວປະເທດແມ່ນແຕ່ປີ 1976) ແມ່ນພື້ນຖານເສດຖະກິດສັງຄົມນິຍົມ ຕາມຕົວແບບສະຫະພາບໂຊວຽດ, ດ້ວຍຄຸນລັກສະນະຄື ການຄອບງຳຂອງລະບອບກຳມະສິດສ່ວນລວມສັງຄົມນິຍົມ ກ່ຽວກັບອຸປະກອນການຜະລິດ, ສະແດງອອກພາຍໃຕ້ສອງຮູບການ - ກຳມະສິດທົ່ວປວງຊົນ ແລະ ກຳມະສິດລວມໝູ່. ສົມຄູ່ກັບສອງຮູບການກຳມະສິດນັ້ນແມ່ນ ເສດຖະກິດລັດວິສາຫະກິດ ແລະ ເສດຖະກິດລວມໝູ່, ແລະ ການເຄື່ອນໄຫວຜະລິດ ທຸລະກິດທັງໝົດ ຂອງບັນດາຫົວໜ່ວຍເສດຖະກິດ (ລັດ, ລວມໝູ່) ລ້ວນແຕ່ຕ້ອງປະຕິບັດຕາມການຊີ້ນຳເປັນເອກະພາບຂອງສູນກາງ. ໝາຍຄວາມວ່າ, ບັນດາຫົວໜ່ວຍເສດຖະກິດຢາກຜະລິດອີຫຍັງ, ຜະລິດເທົ່າໃດ, ຜະລິດດ້ວຍວິທີໃດ, ຈຳໜ່າຍຜະລິດຕະພັນຢູ່ບ່ອນໃດ, ດ້ວຍລາຄາທໍ່ໃດ..., ທັງໝົດລ້ວນແຕ່ຕ້ອງປະຕິບັດຕາມແຜນການໜຶ່ງທີ່ເປັນເອກະພາບຈາກສູນກາງ ໂດຍຜ່ານເລກຄາດໝາຍທີ່ບັງຄັບດ້ວຍກົດໝາຍ.
ຮອດທ້າຍຊຸມປີ 1970, ປະເທດຖືກຕົກໃນສະພາບວິກິດການເສດຖະກິດ - ສັງຄົມຢ່າງຮ້າຍແຮງ, ການຜະລິດຕົກຕ່ຳ, ການຈໍລະຈອນສິນຄ້າຖືກປຶກຕັນ, ຊີວິດຄວາມເປັນຢູ່ຂອງປະຊາຊົນພົບຄວາມຫຍຸ້ງຍາກທີ່ສຸດ. ໃນໄລຍະ 1976 - 1980, ຄວາມໄວໃນການເພີ່ມ ຈີດີພີ ສະເລ່ຍໃນແຕ່ລະປີໄດ້ພຽງ 1,4%; ການຜະລິດອຸດສະຫະກຳ - ກະສິກຳ ຖືກຢຸດສະງັກຊັກຊ້າ, ປະລິມານການຜະລິດເຂົ້າເປືອກປີ 1980 ໄດ້ພຽງ 11,647 ລ້ານໂຕນ (ເລກຄາດໝາຍແມ່ນ 21 ລ້ານໂຕນ), ຕ່ຳກວ່າປີ 1976, ຕ້ອງນຳເຂົ້າສະບຽງອາຫານ 1,57 ລ້ານໂຕນ...
ໃນສະພາບດັ່ງກ່າວນັ້ນ, ເພື່ອໃຫ້ປະເທດຫຼຸດຜົ້ນຈາກສະພາບວິກິດການເສດຖະກິດ - ສັງຄົມ, ຫວຽດນາມໄດ້ຜ່ານວິວັດການຊອກພາ, ທົດລອງຫຼາຍຄັ້ງຫຼາຍຫົນ, ດ້ວຍການກະທົບໄປມາຢ່າງລຽນຕິດ ລະຫວ່າງບັນດາປັດໄຈ ພຶດຕິກຳ - ຈິນຕະນາການ - ນະໂຍບາຍ.
ບາດກ້າວບຸກທະລຸທີໜຶ່ງ ໄດ້ຂີດໝາຍດ້ວຍກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ IV (ເດືອນສິງຫາ 1979) ດ້ວຍທັດສະນ “ເຮັດໃຫ້ການຜະລິດແຜ່ຂະຫຍາຍອອກ”. ອາດຈະຖືວ່າ ນີ້ເປັນການ “ບຸກທະລຸທຳອິດ” ໃນການປ່ຽນແປງແຜນນະໂຍບາຍ, ນະໂຍບາຍໃນຂົງເຂດເສດຖະກິດ, ທີ່ມີຄວາມໝາຍວ່າເປັນການຄອບງຳຈຳກັດຂໍ້ຂາດຕົກບົກພ່ອງ, ຄວາມຜິດພາດໃນການຄຸ້ມຄອງເສດຖະກິດ, ດັດສ້າງສັງຄົມນິຍົມ, ດັດປັບບັນດາແຜນນະໂຍບາຍ, ນະໂຍບາຍເສດຖະກິດ, ລົບລ້າງສິ່ງກີດຂວາງຕ່າງໆ ເພື່ອໃຫ້ກຳລັງການຜະລິດຂະຫຍາຍຕົວ, ສ້າງແຮງຊຸກດັນການຜະລິດ, ເອົາໃຈໃສ່ສົມທົບບັນດາຜົນປະໂຫຍດ, ເອົາໃຈໃສ່ເຖິງຜົນປະໂຫຍດແທດຈິງຂອງຜູ້ອອກແຮງງານ...
ບາດກ້າວບຸກທະລຸທີສອງ ໄດ້ຂີດໝາຍດ້ວຍກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ V (ເດືອນມິຖຸນາ 1985), ດ້ວຍແຜນນະໂຍບາຍ “ເດັດຂາດລົບລ້າງກົນໄກລວມສູນອາຍາສິດ ເກື້ອກູນ, ປະຕິບັດກົນໄກລາຄາໜຶ່ງ, ລົບລ້າງລະບອບສະໜອງວັດຖຸສິ່ງຂອງຕາມລາຄາຕ່ຳ, ຫັນການເຄື່ອນໄຫວຜະລິດ ທຸລະກິດທັງໝົດມາເປັນການໄລ່ລຽງທຸລະກິດສັງຄົມນິຍົມ, ຫັນທະນາຄານມາປະຕິບັດຫຼັກການທຸລະກິດ. ຈຸດສຳຄັນຂອງກອງກອງປະຊຸມຄັ້ງນີ້ແມ່ນ ຍອມຮັບການຜະລິດສິນຄ້າ ແລະ ບັນດາກົດເກນຂອງການຜະລິດສິນຄ້າ.
ບາດກ້າວບຸກທະລຸທີສາມ ໄດ້ຂີດໝາຍດ້ວຍຮ່າງລາຍງານການເມືອງທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ (ເດືອນສິງຫາ 1986) ແລະ ກອງປະຊຸມສູນກາງພັກຄັ້ງທີ 11 ສະໄໝທີ V (ເດືອນພະຈິກ 1986) ໄດ້ເປັນຮູບເປັນຮ່າງ ແລະ ຢືນຢັນສາມທັດສະນະເສດຖະກິດອັນພື້ນຖານ: ໜຶ່ງ, ໃນການຈັດວາງໂຄງປະກອບເສດຖະກິດ, ຕ້ອງເອົາກະສິກຳເປັນແນວຮົບແຖວໜ້າ; ສອງ, ໃນການດັດສ້າງສັງຄົມນິຍົມ, ຕ້ອງກຳນົດວ່າ ໂຄງປະກອບເສດຖະກິດຫຼາຍພາກສ່ວນເປັນຄຸນລັກສະນະໜຶ່ງຂອງສະໄໝຂ້າມຜ່ານ; ສາມ, ໃນເມື່ອເອົາແຜນການເປັນໃຈກາງ, ຕ້ອງພ້ອມກັນນັ້ນນຳໃຊ້ຢ່າງຖືກຕ້ອງບັນດາການພົວພັນສິນຄ້າເງິນຕາ, ເດັດຂາດລົບລ້າງກົນໄກລວມສູນອາດຍາສິດ, ເກື້ອກູນ; ນະໂຍບາຍລາຄາຕ້ອງໝູນໃຊ້ກົດເກນຄຸນຄ່າ, ກ້າວເຖິງປະຕິບັດກົນໄກລາຄາໜຶ່ງ.
ດັ່ງນັ້ນ, ຄວາມຮຽກຮ້ອງຕ້ອງການຮີບດ່ວນຂອງພຶດຕິກຳ ແລະ ບັນດາບາດກ້າວບຸກທະລຸພາກສ່ວນ ກ່ຽວກັບຈິຕະນາການ ໄດ້ຊຸກຍູ້ໃຫ້ເກີດຄວາມຮັບຮູ້ໃໝ່ ກ່ຽວກັບກົດເກນແຫ່ງການພັດທະນາໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ ຢູ່ປະເທດເຮົາ. ເຖິງວ່າ ວິວັດການຊອກຫາ ທົດລອງ ແຕ່ຊຸມປີ 1970 ໄດ້ຜ່ານບາດກ້າວຂຶ້ນລົງຄົດລ້ຽວຕ່າງໆກໍ່ຕາມ, ແຕ່ກໍ່ໄດ້ສ້າງຮາກຖານໃຫ້ແກ່ການປ່ຽນແປງໃໝ່ຢ່າງຮອບດ້ານ ຊຶ່ງເລີ່ມຕົ້ນແຕ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ - ກອງປະຊຸມໃຫຍ່ທີ່ຂີດໝາຍ ບາດລ້ຽວໜຶ່ງ ໃນພາລະກິດການກໍ່ສ້າງສັງຄົມນິຍົມ, ສ້າງ ບາດກ້າວບຸກທະລຸໃຫຍ່ ແລະ ຮອບດ້ານ, ພາປະເທດຊາດເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາ, ຫັນປ່ຽນພື້ນຖານເສດຖະກິດແຜນການລວມສູນອາດຍາສິດ ເກື້ອກູນ ມາເປັນພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ.
ສະຫລຸບຄວາມ, ການຮັບຮູ້ ແລະ ຄັດເລືອກເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມຢູ່ຫວຽດນາມນັ້ນ ມັນບໍ່ແມ່ນການຕິດແປະແບບອັດຕະວິໄສ ລະຫວ່າງເສດຖະກິດຕະຫຼາດ ແລະ ລັດທິສັງຄົມນິຍົມແຕ່ຢ່າງໃດ, ຫາກແມ່ນການກຳແໜ້ນ ແລະ ໝູນໃຊ້ທ່າອຽງພາວະວິໄສ ຂອງການພັດທະນາເສດຖະກິດຕະຫຼາດ, ບົນພື້ນຖານຮັບຮູ້ລັກສະນະກົດເກນການພັດທະນາ ຂອງຍຸກສະໄໝ ແລະ ການສັງເຂບ, ພັກເຮົາໄດ້ຖອດຖອນບົດຮຽນແຫ່ງການພັດທະນາເສດຖະກິດຕະຫຼາດໃນໂລກ, ພິເສດແມ່ນ ຈາກພຶດຕິກຳແຫ່ງການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ ແລະ ບົດຮຽນຂອງຈີນ, ເພື່ອວາງແນວທາງພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ. ແນວທາງນີ້ສະແດງອອກເຖິງຈິນຕະນາການ, ທັດສະນະຂອງພັກກ່ຽວກັບຄວາມສອດຄ່ອງຂອງການພົວພັນການຜະລິດ ກັບລະດັບຂອງກຳລັງການຜະລິດ ໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ.
ຮັບຮູ້ກ່ຽວກັບລັກສະນະເປັນເອກະພາບ ລະຫວ່າງເສດຖະກິດຕະຫຼາດ ແລະ ກຳນົດທິດສັງຄົມນິຍົມ
ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ (ປີ 2001) ໄດ້ກຳນົດເປັນທາງການ ຕົວແບບເສດຖະກິດສັງລວມຂອງສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ ຢູ່ປະເທດຫວຽດນາມ ນັ້ນຄື “ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ”, ພ້ອມກັນນັ້ນ ກໍ່ຢືນຢັນຢ່າງຈະແຈ້ງເຖິງຄວາມຮັບຮູ້ວ່າ ຕ້ອງຫັນປ່ຽນໄປສູ່ເສດຖະກິດຕະຫຼາດ. ການຄັດເລືອກຕົວແບບເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ຢູ່ຫວຽດນາມ ແມ່ນຈຳເປັນແນ່ນອນ, ບໍ່ມີວິທີຄັດເລືອກອື່ນໃດໃນສະພາບທີ່ເສດຖະກິດຕະຫຼາດໄດ້ “ປົກຫຸ້ມ” ໄປທົ່ວແຜນທີ່ເສດຖະກິດໂລກ ແລະ ກໍ່ບໍ່ອາດຫັນຄືນສູ່ຕົວແບບເສດຖະກິດແຜນການລວມສູນ ອາດຍາສິດ ເກື້ອກູນ ຄືແຕ່ກ່ອນໄດ້.
ການຢືນຢັນຕົວແບບເສດຖະກິດສັງລວມຂອງຫວຽດນາມວ່າ ເປັນພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມນັ້ນ ເຮັດໃຫ້ການກຳນົດສາຍພົວພັນລະຫວ່າງ 2 ມາດຕະເກນ “ເສດຖະກິດຕະຫຼາດ” ແລະ “ກຳນົດທິດສັງຄົມນິຍົມ” ກາຍເປັນເນື້ອໃນແກ່ນສານຂອງການປ່ຽນແປງໃໝ່ຄວາມຮັບຮູ້ຢູ່ປະເທດເຮົາ ໃນ 30 ປີທີ່ຜ່ານມາ ແລະ ໃນຊຸມປີຕໍ່ໄປ. ແຕ່, ຍັງມີຄວາມເຫັນວ່າ ເສດຖະກິດຕະຫຼາດບໍ່ໄປນຳກັນກັບສັງຄົມນິຍົມ, ບັນດາມູນຫຼັກພື້ນຖານຂອງສັງຄົມນິຍົມວິທະຍາສາດ ໂດຍ ກ.ມາກ ແລະ ຟ.ອັງແກນ ກໍ່ສ້າງຂຶ້ນ ບໍ່ “ຍອມຮັບ” ເສດຖະກິດຕະຫຼາດ. ນີ້ເປັນໜຶ່ງໃນບັນດາບັນຫາທີ່ຕ້ອງທຳຄວາມກະຈ່າງແຈ້ງ.
ຕາມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ: “ພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ຢູ່ປະເທດເຮົາ ແມ່ນເສດຖະກິດສິນຄ້າຫຼາຍພາກສ່ວນ, ເຄື່ອນໄຫວຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ພາຍໃຕ້ການນຳພາຂອງພັກກອມມູນິດ; ທັງເຄື່ອນໄຫວຕາມບັນດາກົດເກນຂອງເສດຖະກິດຕະຫຼາດ, ທັງໄດ້ຮັບການນຳພາ, ແຊກຄຸມດ້ວຍບັນດາຫຼັກການ ແລະ ທາດແທ້ຂອງລັດທິສັງຄົມນິຍົມ”(1). ວິທີອະທິບາຍຄືແນວນັ້ນໄດ້ເຮັດໃຫ້ຫຼາຍຄົນເຂົ້າໃຈວ່າ, ຕົວແບບເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມປະຈຸບັນ ແມ່ນການ “ສົມທົບແບບກົນຈັກ” ລະຫວ່າງເສດຖະກິດຕະຫຼາດ ແລະ ການກຳນົດທິດສັງຄົມນິຍົມ, ຫຼື “ກຳນົດທິດສັງຄົມນິຍົມ” ເປັນພຽງ “ເສື້ອຄຸມຕົວ” ຂອງເສດຖະກິດຕະຫຼາດ. ຍິ່ງກວ່ານັ້ນ, ພື້ນຖານເສດຖະກິດທີ່ຖືກຜົນກະທົບພ້ອມບາດຂອງສອງປະເພດກົດເກນທີ່ສວນທາງກັນ ຈະບໍ່ສາມາດສ້າງກຳລັງຊຸກດັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມໄດ້, ຊ້ຳບໍ່ໜຳຍັງເປັນການກີດຂວາງຕໍ່ການພັດທະນາອີກດ້ວຍ.
ແຕ່ຕ້ອງຮັບຮູ້ວ່າ, ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ບໍ່ແມ່ນການເອົາສອງພາກສ່ວນທີ່ຕ່າງກັນມາຕິດເຂົ້າກັນເປັນໜຶ່ງ. “ກຳນົດທິດສັງຄົມນິຍົມບໍ່ແມ່ນ “ເສື້ອຄຸມຕົວ” ຂອງເສດຖະກິດຕະຫຼາດ ຫາກມັນນອນຢູ່ໃນເປົ້າໝາຍ ແລະ ເນື້ອໃນຂອງເສດຖະກິດຕະຫຼາດ. ນີ້ແມ່ນຕົວແບບເສດຖະກິດຕະຫຼາດແບບໃໝ່ ແນໃສ່ແກ້ໄຂຜ່ານຜ່າບັນດາຂໍ້ຈຳກັດ ແລະ ຄວາມຫຍໍ້ທໍ້ ຂອງເສດຖະກິດຕະຫຼາດທຶນນິຍົມ, ແຕ່ສືບທອດ ແລະ ເສີມຂະຫຍາຍບັນດາປັດໄຈທີ່ຕັ້ງໜ້າ ແລະ ສົມເຫດສົມຜົນຂອງມັນໄດ້. ບັນດາປັດໄຈກຳນົດທິດສັງຄົມນິຍົມມີລັກສະນະ “ໂດຍກຳເນີດພາຍໃນ” ຢູ່ໃນວິວັດການພັດທະນາເສດຖະກິດຕະຫຼາດທີ່ທັນສະໄໝ ແລະ ເຊື່ອມໂຍງສາກົນ, ສະແດງອອກໃນບັນດາຈຸດຕົ້ນຕໍດັ່ງນີ້: 1- ພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມຫວຽດນາມ ຕ້ອງມີການພົວພັນການຜະລິດທີ່ກ້າວໜ້າ, ສອດຄ່ອງກັບລະດັບຂະຫຍາຍຕົວຂອງກຳລັງການຜະລິດ; ພື້ນຖານເສດຖະກິດມີຫຼາຍຮູບແບບກຳມະສິດ, ຫຼາຍພາກສ່ວນເສດຖະກິດ, ໃນນັ້ນເສດຖະກິດແຫ່ງລັດຖືບົດບາດເປັນເຈົ້ານຳພາ; 2- ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນການພັດທະນາເສດຖະກິດ - ສັງຄົມ; 3- ຮັບປະກັນຄວາມກ້າວໜ້າ ແລະ ສະເໝີພາບທາງສັງຄົມ; ປະຕິບັດຄວາມເປັນເອກະພາບລະຫວ່າງ ພັດທະນາເສດຖະກິດ ແລະ ຄວາມກ້າວໜ້າ, ສະເໝີພາບທາງສັງຄົມ ໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍການພັດທະນາ; 4- ມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ; 5- ພັກກອມມູນິດຫວຽດນາມນຳພາການພັດທະນາເສດຖະກິດຕະຫຼາດ ເພື່ອຈຸດປະສົງ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳ, ສີວິໄລ”(2), ການນຳພາຂອງພັກກອມມູນິດຫວຽດນາມ ແມ່ນເງື່ອນໄຂຕັດສິນເບື້ອງຕົ້ນເພື່ອປະຕິບັດການກຳນົດທິດສັງຄົມນິຍົມໃນພື້ນຖານເສດຖະກິດຕະຫຼາດ.
ຈາກນີ້, ອາດຈະເວົ້າວ່າ: ເນື້ອໃນສຳຄັນທີ່ສຸດໃນການກຳນົດທິດສັງຄົມນິຍົມ ຂອງພື້ນຖານເສດຖະກິດຕະຫຼາດ ຢູ່ປະເທດເຮົາແມ່ນ ການພັດທະນາແບບຍືນຍົງ. ເປັນອັນຈະແຈ້ງວ່າ, ໃນເສັ້ນທາງການພັດທະນາຂອງຫວຽດນາມ, ຄວາມສຳນຶກກຳນົດທິດສັງຄົມນິຍົມ ພຽງແຕ່ມີຄວາມໝາຍພຶດຕິກຳເມື່ອມີ “ເນື້ອໃນ” ພັດທະນາແບບຍືນຍົງ ເພື່ອຄວາມກ້າວໜ້າທາງສັງຄົມ, ການຂະຫຍາຍຕົວໂດຍເສລີ ແລະ ຮອບດ້ານຂອງບຸກຄົນແຕ່ລະຄົນ. ດັ່ງນັ້ນ, ເສດຖະກິດຕະຫຼາດ ແລະ ກຳນົດທິດສັງຄົມນິຍົມ ບໍ່ຂັດແຍ້ງກັນ, ຫາກເປັນເອກະພາບກັນ.
ສືບຕໍ່ຮັບຮູ້ເປັນເອກະພາບກ່ຽວກັບ ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ໃນສະພາບການໃໝ່
ຄວາມຮັບຮູ້ໃໝ່ກ່ຽວກັບເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ໄດ້ຖືກກຳນົດຢູ່ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ນັ້ນແມ່ນ “ພື້ນຖານເສດຖະກິດທີ່ເຄື່ອນໄຫວຢ່າງຄົບຖ້ວນ, ຄົບຊຸດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ, ພ້ອມກັນນັ້ນ ກໍ່ຮັບປະກັນການກຳນົດທິດສັງຄົມນິຍົມ ທີ່ສອດຄ່ອງກັບແຕ່ລະໄລຍະແຫ່ງການພັດທະນາຂອງປະເທດຊາດ. ນັ້ນແມ່ນ ພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ ແລະ ເຊື່ອມໂຍງສາກົນ; ມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ໂດຍພັກກອມມູນິດຫວຽດນາມເປັນຜູ້ນຳພາ, ແນໃສ່ຈຸດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳ, ສີວິໄລ”(3). ດັ່ງນັ້ນ, ຕ້ອງໝູນໃຊ້ໃຫ້ສອດຄ່ອງກັບສະພາບແວດລ້ອມ ແລະ ລະດັບການພັດທະນາຂອງພື້ນຖານເສດຖະກິດຫວຽດນາມ, ແຕ່ຕ້ອງເຂົ້າເຖິງໄດ້ກັບ ບັນດາມາດຕະຖານອັນພື້ນຖານ ຂອງເສດຖະກິດຕະຫຼາດທີ່ທັນສະໄໝ ແລະ ການເຊື່ອມໂຍງສາກົນ.
ຈາກພຶດຕິກຳຂອງບັນດາປະເທດທີ່ມີເສດຖະກິດຕະຫຼາດຂະຫຍາຍຕົວ, ອາດຈະຮູ້ໄດ້ຄຸນລັກສະນະ, ເກນກຳນົດຂັ້ນພື້ນຖານຈຳນວນໜຶ່ງ ຂອງພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ ແລະ ເຊື່ອມໂຍງສາກົນ ດັ່ງຕໍ່ໄປນີ້:
ທີໜຶ່ງ, ນັ້ນແມ່ນພື້ນຖານເສດຖະກິດທີ່ມີກຳມະສິດປະສົມ, ໃນນັ້ນກຳມະສິດຫຸ້ນສ່ວນມີທ່າດີກວ່າໝູ່. ບໍລິສັດຫຸ້ນສ່ວນຂະໜາດກາງແລະຂະໜາດນ້ອຍມີທ່າດີຂາດຂັ້ນ ທຽບກັບບັນດາຮູບແບບວິສາຫະກິດ ແລະ ບໍລິສັດອື່ນ ຍ້ອນຜົນປະໂຫຍດ ແລະ ຈຸດພິເສດນິຕິທຳທີ່ກົດໝາຍໄດ້ກຳນົດ, ມັນກວມເອົາອັດຕາສ່ວນຫຼາຍຢູ່ໃນບັນດາຮູບແບບວິສາຫະກິດ, ບໍລິສັດທັງໝົດ.
ທີສອງ, ພື້ນຖານເສດຖະກິດຕະຫຼາດທັນສະໄໝແມ່ນ ພື້ນຖານເສດຖະກິດທີ່ໄດ້ “ຫັນເປັນຕະຫຼາດ” ໃນລະດັບສູງ. ການ “ຫັນເປັນຕະຫຼາດ” ບໍ່ພຽງແຕ່ມີຄວາມໝາຍວ່າ ກົນໄກຕະຫຼາດມີປະສິດທິຜົນກວ່າ ທຽບກັບບັນດາກົນໄກເສດຖະກິດອື່ນທີ່ເຄີຍຄົງຕົວຢູ່, ຫາກແມ່ນພື້ນຖານເສດຖະກິດຕະຫຼາດທີ່ສົມບູນແບບ ເພື່ອສ້າງໃຫ້ມີສະພາບແວດລ້ອມແຫ່ງການແຂ່ງຂັນທີ່ສົດໄສ ສະເໝີພາບ ປອດໂປ່ງລຸລົ່ງ ສະດວກດີ ໃຫ້ວິສາຫະກິດທຸກປະເພດ; ເພີ່ມທະວີຄວາມສະດວກດີ, ຫຼຸດຜ່ອນການບຸລິມະສິດ ການເອື້ອເຟື້ອພິເສດ... ເພື່ອໃຫ້ມີສະພາບແວດລ້ອມແຫ່ງການທຸລະກິດທີ່ສະເໝີພາບ. ຍິ່ງກວ່ານັ້ນ, ເພື່ອເສີມຂະຫຍາຍລັກສະນະປະສິດທິຜົນຂອງກົນໄກຕະຫຼາດ, ການແຊກແຊງຂອງລັດເຂົ້າໃນພື້ນຖານເສດຖະກິດຕະຫຼາດ ຕ້ອງປະຕິບັດຕາມຫຼັກການຕະຫຼາດ, ນັບຖືກົດເກນຕະຫຼາດ.
ທີສາມ, ພື້ນຖານເສດຖະກິດຕະຫຼາດທັນສະໄໝຂະຫຍາຍຕົວອີງໃສ່ວິທະຍາສາດ ແລະ ເຕັກໂນໂລຊີທັນສະໄໝ, ພັດທະນາເສດຖະກິດພູມປັນຍາ, ແລະ ມີຊັບພະຍາກອນມະນຸດຄຸນນະພາບສູງ. ຕາມນັ້ນ:
- ໃນພື້ນຖານເສດຖະກິດຕະຫຼາດທັນສະໄໝ, ຜະລິດຕະພັນທີ່ມີເນື້ອໃນເຕັກໂນໂລຊີສູງ ໄດ້ກວມອັດຕາສ່ວຫຼາຍ. ຍົກຕົວຢ່າງ, ຢູ່ ເຢຍລະມັນ, ຍີ່ປຸ່ນ, ອັງກິດ, ຝຣັ່ງ... ອັດຕາສ່ວນຂອງບັນດາຂະແໜງເຕັກໂນໂລຊີສູງກວມເອົາຫຼາຍກວ່າ 30% ໃນ ຈີດີພີ. ໃນພື້ນຖານເສດຖະກິດຕະຫຼາດທີ່ຂະຫຍາຍຕົວຢູ່ ສະຫະລັດອາເມຣິກາ, ອັດຕະສ່ວນຂອງບັນດາຂະແໜງເຕັກໂນໂລຊີສູງກວມເອົາເຖິງ 50% ໃນ ຈີດີພີ, ໃນນັ້ນ, ຂະແໜງຂໍ້ມູນຂ່າວສານກວມເອົາຫຼາຍກວ່າ 30%.
- ໃນພື້ນຖານເສດຖະກິດທີ່ຂະຫຍາຍຕົວ ໄດ້ເປັນຮູບເປັນຮ່າງ “ເສດຖະກິດພູມປັນຍາ” - ເສດຖະກິດທີ່ຖືເອົາພູມປັນຍາເປັນພື້ນຖານທີ່ສຳຄັນອັນດັບໜຶ່ງ ໃນການຜະລິດ, ແຈກຢາຍ, ແລກປ່ຽນ ແລະ ບໍລິໂພກ. ຈຸດພິເສດຕົ້ນຕໍຂອງເສດຖະກິດພູມປັນຍາແມ່ນ ຂະແໜງຂໍ້ມູນຂ່າວສານ ແລະ ບັນດາການບໍລິການທີ່ກ່ຽວຂ້ອງ ຄອງຕຳແໜ່ງບັນຊາພາທາງ. ປະຈຸບັນ, ຢູ່ບັນດາປະເທດ OECD, ກ່ວາ 50% ຂອງຍອດມູນຄ່າຜະລິດຕະພັນ ແມ່ນມາຈາກບັນດາຂະແໜງການທີ່ພູມປັນຍາເປັນພື້ນຖານ.
- ບັນດາພື້ນຖານເສດຖະກິດຕະຫຼາດທັນສະໄໝ ຢູ່ທະວີບເອີຣົບ - ອາເມຣິກາ ລ້ວນແຕ່ມີຊັບພະຍາກອນມະນຸດຄຸນນະພາບສູງ - ບຸກຄະລາກອນໄດ້ຮັບການອົບຮົມສຶກສາເປັນຢ່າງດີ ແລະ ມີຄວາມສາມາດເຄື່ອນໄຫວດີ, ເປັນຕົ້ນແມ່ນຖັນແຖວ “ກຳມະກອນມີຄວາມຮູ້”. ສະຫະລັດອາເມຣິກາ ເປັນໜຶ່ງໃນບັນດາປະເທດທີ່ມີ ເສດຖະກິດຕະຫຼາດທີ່ຈະເລີນພັດທະນາໃນລະດັບສູງ, ປະຈຸບັນ ກຳມະກອນມີຄວາມຮູ້ໄດ້ກວມເອົາ 70% ຂອງຈຳນວນກຳມະກອນທັງໝົດ.
ທີສີ່, ໂຄງປະກອບເສດຖະກິດທີ່ທັນສະໄໝ: ອັດຕາສ່ວນຂອງກະສິກຳ ແລະ ອຸດສະຫະກຳຫລຸດລົງ, ອັດຕາສ່ວນຂອງບັນດາຂະແໜງບໍລິການເພີ່ມຂຶ້ນ. ຢູ່ບັນດາປະເທດ OECD ອັດຕາສ່ວນຂອງຂະແໜງບໍລິການກວມເຖິງ 70% ຈີດີພີ, ຢູ່ສະຫະລັດອາເມຣິກາແມ່ນ 80% ຈີດີພີ, ຍີ່ປຸ່ນ ແມ່ນ 74% ຂີດີພີ.
ບັນດາຂະແໜງການການເງິນ - ທະນາຄານ (ນັບທັງປະກັນໄພ) ແລະ ການບໍລິການທຸລະກິດ ພວມກາຍເປັນສອງຂະແໜງການທີ່ສຳຄັນ, ສ້າງຄຸນຄ່າເພີ່ມສ່ວຍຫຼາຍຂອງຂະແໜງການບໍລິການ ແລະ ເປັນກຳລັງໜູນຊຸກຍູ້ການເຕີບໂຕຂອງທົ່ວຂະແໜງເສດຖະກິດທັງໝົດ.
ທີຫ້າ, ພາລະບົດບາດຂອງລັດໃນພື້ນຖານເສດຖະກິດຕະຫຼາດທັນສະໄໝ.
ປະຫວັດສາດໃຫ້ເຫັນວ່າ, ລັດແຫ່ງອຳນາດກົດໝາຍໃນພື້ນຖານເສດຖະກິດຕະຫຼາດ ຄົງຕົວເພື່ອແກ້ໄຂຄວາມປະລາໄຊໃນຕະຫຼາດ ແລະ ປົວແປງຄວາມຍຸດຕິທຳ. ດັ່ງນັ້ນ, ໃນບັນດາພື້ນຖານເສດຖະກິດຕະຫຼາດທັນສະໄໝ ລັດກໍ່ມີບັນດາພາລະບົດບາດອັນພື້ນຖານຄື ແກ້ໄຂຄວາມປະລາໄຊຕ່າງໆໃນຕະຫຼາດ và ປົວແປງຄວາມຍຸດຕິທຳທາງສັງຄົມ (ເບິ່ງຕາຕະລາງ 1).
ແບບວິທີການແຊກແຊງຂອງລັດ ຕ້ອງຕາມຫຼັກການສອດຄ່ອງກັບກົນໄກຕະຫຼາດ, ລັດດັດສົມເສດຖະກິດຕະຫຼາດ ຕ້ອງນັບຖືບົດບາດ ແລະ ພາລະບົດບາດຂອງຕະຫຼາດ. ຕະຫຼາດແມ່ນຕົນຕົວຈິງພາວະວິໄສ, ເຄື່ອນໄຫວ ແລະ ຂະຫຍາຍຕົວຕາມບັນດາກົດເກນທີ່ມີຢູ່ຂອງມັນ, ບໍ່ຂຶ້ນກັບເຈດຈຳນົງຂອງສ່ວນບຸກຄົນ ແລະ ຂອງການຈັດຕັ້ງສັງຄົມໃດເລີຍ, ນັບທັງເຈດຈຳນົງຂອງລັດຖະບານ. ຢູ່ບັນດາພື້ນຖານເສດຖະກິດຕະຫຼາດທີ່ຂະຫຍາຍຕົວໃນປະຈຸບັນ ລ້ວນແຕ່ມີການແຊກແຊງຂອງລັດ ໃນລະດັບທີ່ແນ່ນອນ ແລະ ພາຍໃຕ້ບັນດາຮູບການທີ່ຕ່າງກັນ ໂດຍແລ້ວແຕ່ທັດສະນະໝູນໃຊ້ບັນດາທິດສະດີເສດຖະກິດ, ຕົວຢ່າງເຊັ່ນ: “ລັດຫຼາຍສຸດ, ຕະຫຼາດໜ້ອຍສຸດ” ຕາມທິດສະດີເສດຖະກິດຂອງ ຈອນ ເມນາ ເກນ (J.M.Keynes); “ລັດໜ້ອຍກວ່າ, ຕະຫຼາດຫຼາຍກວ່າ” ຂອງລັດທິເສລີພາບໃໝ່; ການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງ “ຝ່າມືທີ່ບໍ່ມີຮູບ” (ກົນໄກຕະຫຼາດ) ແລະ “ຝ່າມືທີ່ມີຮູບ” (ລັດ) ເພື່ອດັດສົມພື້ນຖານເສດຖະກິດ. ເຖິງວ່າຈະເຮັດຕາມທັດສະນະໃດ ລັດກໍ່ຕ້ອງໝູນໃຊ້ ແລະ ປະຕິບັດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ.
ທີຫົກ, ພື້ນຖານເສດຖະກິດຕະຫຼາດທັນສະໄໝແມ່ນພື້ນຖານເສດຖະກິດ “ເປີດປະຕູ” ດ້ວຍການສອດຮ້ອຍຕະຫຼອດ ຂອງລະບຽບກົດໝາຍເສດຖະກິດຕະຫຼາດ ຕາມທິດຫັນເປັນທົ່ວໂລກ, ຫັນເປັນພາກພື້ນ ແລະ ກໍ່ຕັ້ງບັນດາສັນຍາການຄ້າເສດລີສອງຝ່າຍ, ຫຼາຍຝ່າຍ, ແນໃສ່ເພີ່ມທະວີບົດບາດດັດສົມຂອງລັດຕໍ່ພື້ນຖານເສດຖະກິດ ຊຶ່ງບໍ່ຈຳກັດຢູ່ໃນປະເທດໜຶ່ງ ຫາກມີການດັດສົມຂ້າມຊາດ.
ການເຂົ້າໃກ້ເຖິງພື້ນຖານເສດຖະກິດຕະຫຼາດທັນສະໄໝ ແລະ ເຊື່ອມໂຍງສາກົນ ຂອງຕົວແບບເສດຖະກິດຕະຫຼາດຫວຽດນາມທີ່ທັນສະໄໝນັ້ນ ຕ້ອງມີບັນດາມາດຕະຖານ, ເນື້ອໃນຂອງລະບຽບກົດໝາຍເສດຖະກິດຕະຫຼາດທັນສະໄໝ, ທັງຕ້ອງຮັບປະກັນບັນດາປັດໄຈສະເພາະສ່ວນຕົວ - ປັດໄຈຫວຽດນາມ - ກຳນົດທິດສັງຄົມນິຍົມ./.
ຕາຕະລາງ 1. ພາລະບົດບາດຂອງລັດ ໃນພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ
| ແກ້ໄຂຄວາມປະລາໄຊໃນຕະຫຼາດ | ປົວແປງຄວາມຍຸດຕິທຳທາງສັງຄົມ | ||
ພາລະ ບົດບາດໜ້ອຍສຸດ | ສະໜອງບັນດາສິນຄ້າສາທາລະນະລ້ວນໆໃນບັນດາຂົງເຂດ: ປ້ອງກັນຊາດ, ກົດໝາຍ, ຄວາມເປັນ ລະບຽບຮຽບຮ້ອຍ, ປົກປັກຮັກສາ ກຳມະສິດຊັບສິນ,ຄຸ້ມຄອງເສດຖະກິດມະຫາພາກ, ສາທາລະນະສຸກ | ປົກປ້ອງຜູ້ທຸກຍາກ: - ບັນດາໂຄງການເພື່ອຜູ້ທຸກຍາກ - ໃຫ້ການຊ່ວຍເຫຼືອແກ່ຜູ້ຖືກໄພພິບັດ | ||
ພາລະ ບົດບາດປານກາງ | ແກ້ໄຂບັນດາການກະທົບຈາກພາຍນອກ ຄື: - ສຶກສາພື້ນຖານ - ປົກປັກຮັກສາສິ່ງ ແວດລ້ອມ | ດັດສົມການຜູກຂາດ: - ດັດສົມບັນດາສາທາ ລະນຸປະໂພກທີ່ຈຳເປັນ (ເຊັ່ນໄຟຟ້າ, ນ້ຳ) - ນະໂຍບາຍຕ້ານການຜູກຂາດ | ການຈັດການຂໍ້ມູນທີ່ບໍ່ສົມບູນ: - ປະກັນໄພ (ປະ ກັນສຸຂະພາບ, ປະ ກັນຊີວິດ, ບຳນານ) - ດັດສົມການເງິນ - ປົກປ້ອງຜູ້ອອກແຮງງານ | ໃຫ້ບໍລິການປະກັນສັງຄົມ - ຈັດສັນເງິນບຳນານຄືນໃໝ່ - ໃຫ້ເງິນອຸດໜູນຄອບ ຄົວ - ປະກັນການວ່າງງານ |
ພາລະ ບົດບາດຕັ້ງໜ້າ | ປະສານສົມທົບການເຄື່ອນໄຫວຂອງເອກະຊົນ - ຫຼໍ່ລ້ຽງບັນດາຕະຫຼາດ - ບັນດາການລິເລີ່ມກ່ຽວກັບກຸ່ມ | ແຈກຢາຍຄືນໃໝ່ - ແຈກຢາຍຊັບສິນຄືນໃໝ່ | ||
ແຫຼ່ງຂໍ້ມູນ: ລາຍງານກ່ຽວກັບການພັດທະນາໂລກ ປີ 1997: ລັດຢູ່ໃນໂລກທີ່ພວມຫັນປ່ຽນ (ທະນາຄານໂລກ)
ສຈ. ປອ. ຈູວັນເກິບ
ອະດີດຫົວໜ້າສະຖາບັນເສດຖະສາດການເມືອງ,
ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
---------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ - ຊື້ເທິດ, ຮ່າໂນ້ຍ, 2011, ໜ້າ 34.
(2), (3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 102.