SCMP: ຊາປາແມ່ນຈຸດໝາຍປາຍທາງທີ່ໃກ້ຊິດ ແລະ ດຶງດູດຂອງນັກທ່ອງທ່ຽວຮົ່ງກົງ

07:12 | 22/10/2024

ຍສໝ - ໜັງສືພິມ​ລາຍ​ວັນ South China Morning Post (SCMP) ຂຽນວ່າ: ຊາປາ ແມ່ນຈຸດໝາຍປາຍທາງທີ່ໃກ້ຊິດ ແລະ ດຶງດູດຂອງນັກທ່ອງທ່ຽວຮົ່ງກົງ. ດ້ວຍບັນດາ​ທົ່ງ​ນາຂັ້ນໄດ​ທີ່​ສວຍ​ງາມ, ວັດ​ທະ​ນະ​ທຳ​ທີ່​ຫຼາກ​ຫຼາຍ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ຈອມພູ ຟານຊິປັງ ທີ່​ໃຫຍ່ໂຕມະໂຫຖານ, ຊາປາ ໄດ້ນຳມາໃຫ້​ນັກ​ທ່ອງ​ທ່ຽວ​ບັນດາການລົງຕົວຈິງ​ທີ່​ບໍ່​ອາດລືມ​ໄດ້.

ຊາປາ - ສະຖານທີ່ທີ່ມີຊື່ສຽງດຶງດູດນັກທ່ອງທ່ຽວ
SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ
SCMP: ຊາປາແມ່ນຈຸດໝາຍປາຍທາງທີ່ໃກ້ຊິດ ແລະ ດຶງດູດຂອງນັກທ່ອງທ່ຽວຮົ່ງກົງ

ຕາມນັກຂ່າວ Erika Na ຂອງ SCMP ແລ້ວ, ສໍາລັບນັກທ່ອງທ່ຽວທີ່ມີຄວາມຫຼົງໄຫຼໃນຄວາມທ້າຍທາຍ, ການພິຊິດຈອມພູ ຟານຊິປັງ ແມ່ນການລົງຕົວຈິງທີ່ບໍ່ຄວນພາດ (ຮູບປະກອບ).

SCMP ຍ້ອງຍໍດິນແດນຂອງຕາເວັນຕົກສຽງເໜືອແຫ່ງນີ້ ເຈາະຈີ້ມຄວາມສະຫຼອກກອກຂອງນັກທ່ອງທ່ຽວສາກົນ. ໂດຍຕັ້ງຢູ່ລະດັບຄວາມສູງ 1.600 ແມັດຈາກລະດັບໜ້ານ້ຳທະເລ, ຊາປາ ເຄີຍເປັນສະຖານທີ່ທີ່ບໍ່ສາມາດເຂົ້າເຖິງໄດ້ສຳລັບຄົນສ່ວນໃຫຍ່, ຍົກເວັ້ນບັນດາຊົນເຜົ່າສ່ວນໜ້ອຍທີ່ດຳລົງຊີວິດ ແລະ ປູກຝັງຢູ່ບັນດາທົ່ງນາຂັ້ນໄດລຽບຕາມແຄມພູ.

ຕາມ SCMP ແລ້ວ, ເຖິງວ່າ ມີບາງເຂດຖືກຂຸດຄົ້ນ, ແຕ່ບັນດາໝູ່ບ້ານເຊັ່ນ: ລາວຈາຍ ແລະ ຕາຟິນ ຍັງຮັກສາໄດ້ບັນດາຄວາມງາມແບບດັ້ງເດີມໃນຫຼາຍຮ້ອຍປີກ່ອນ.

ນາງ ຈູ, ເປັນຜູ້ນຳທ່ຽວຊົນເຜົ່າ ເຮິມົ້ງດຳ ອາຍຸ 28 ປີ, ພາສາ ແລະ ຮີດຄອງປະເພນີຂອງຊາວ​ພື້ນ​ເມືອງ​ຍັງໄວ້ຄືເກົ່າ. ຊາວ​ເຜົ່າເຮິມົ້ງດຳຮັກສາຊຸດ​ອາພອນ​ພື້ນ​ເມືອງ​ຂອງ​ຕົນໄວ້ ​ແລະ ​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ການ​ຖັກ​ແສ່ວ​ທີ່​ສວຍ​ງາມ ​ແລະ ​ເປັນ​ເອກະລັກ​.

SCMP ກ່າວ​ຕື່ມ​ວ່າ ການ​ກຳເນີດ​ຂອງ​ອິນ​ເຕີ​ເນັດ​ ແລະ ​ໂທລະ​ສັບ​, ອຸປະກອນອັດສະລິຍະໄດ້​ຊ່ວຍ​ໃຫ້​ຊີ​ວິດ​ຂອງ​ຊາວ ຊາປາ ມີ​ການ​ປ່ຽນ​ແປງ​ທີ່​ດີກ​ວ່າຫຼາຍ. ດ້ວຍ​ອຸ​ປະ​ກອນ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ເຫຼົ່າ​ນີ້, ຊາວ​ພື້ນ​ເມືອງ​ສາ​ມາດ​ດຳ​ເນີນ​ homestay ແລະ ເປັນ​ຜູ້​ນຳ​​ທ່ຽວ trekking ໃຫ້ແກ່ບັນດານັກທ່ອງທ່ຽວທີ່ມາທັດສະນະ.

ກ່ອນໜ້ານີ້, ເພື່ອໄປເຖິງຈອມພູສູງ 3.143 ແມັດນີ້, ນັກທ່ອງທ່ຽວຕ້ອງປີນຂຶ້ນເປັນເວລາ 2 -​3 ມື້, ຕັ້ງແຕ່ປີ 2016 ເປັນຕົ້ນມາ, ກະເຊົ້າໄຟຟ້າໄດ້ສ້າງຂຶ້ນ, ຫຼຸດເວລາພິຊິດ "ຫຼັງຄາ ອິນດູຈີນ" ເຫຼືອພຽງ 20 ນາທີເທົ່ານັ້ນ.

ຕາມ​ໜັງສືພິມ​ລາຍ​ວັນ​ແລ້ວ, ​ເມື່ອ​ໄປ​ຮອດ ຟານຊິປັງ, ​ນັກທ່ອງ​ທ່ຽວ ​ຈະມີຄວາມ​ປະ​ທັບ​ໃຈຍ້ອນ​ຮູບ​ປັ້ນ​ພະ​ພຸດ​ທະ​ເຈົ້າ​ສູງ 21,5 ​ແມັດ, ​ໄດ້ປະດິດສ້າງ​ດ້ວຍ​ແຜ່ນ​ທອງ​​ບາງໆຫຼາຍ​ໝື່ນ​ແຜ່ນ. ນີ້​ແມ່ນ​ຮູບ​ປັ້ນ​ພະ​ພຸດ​ທະ​ເຈົ້ານັ່ງເຮັດດ້ວຍທອງ​ທີ່​ສູງ​ທີ່​ສຸດ​​ຢູ່​ໃນ​ໂລກ.

ນອກຈາກ ຟານຊິປັງ - ຫຼັງຄາຂອງອິນດູຈີນ, ສະໜາມຫຼວງ ຊາປາ ຍັງເປັນບ່ອນຢຸດພັກທີ່ອຶກກະທຶກ, ດຶງດູດນັກທ່ອງທ່ຽວເຂົ້າຮ່ວມລົງຕົວຈິງ. SCMP ໄດ້ສໍາພາດຊາວພື້ນເມືອງຈໍານວນຫຼາຍ ແລະ ເຫັນວ່າ ແທນທີ່ຈະໃຊ້ app ນັດພົບຄືບັນດານະຄອນໃຫຍ່, ບັນດາຜູ້ບ່າວ ແລະ ຜູ້ສາວ ຈະເຕົ້າໂຮມກັນຢູ່ໃນສະໜາມຫຼວງໃນທຸກໆຄືນວັນເສົາ ເພື່ອເຂົ້າຮ່ວມໃນ "ຕະຫຼາດແຫ່ງຄວາມຮັກ" ແລະ ຊອກຫາເຄິ່ງຫນຶ່ງຂອງຕົນ ໂດຍຜ່ານບັນດາການສະແດງດົນຕີ ແລະ ການລະຫຼິ້ນພື້ນເມືອງ.

ສົ່ງເສີມ, ໂຄສະນາການທ່ອງທ່ຽວສາກົນເປີດກວ້າງຢູ່ເມືອງຊາປາ ກັບບັນດາທ້ອງຖິ່ນຂອງ ຈີນ,ລາວ

ສົ່ງເສີມ, ໂຄສະນາການທ່ອງທ່ຽວສາກົນເປີດກວ້າງຢູ່ເມືອງຊາປາ ກັບບັນດາທ້ອງຖິ່ນຂອງ ຈີນ,ລາວ

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ​ເມສາ​ນີ້, ຢູ່​ທີ່ ​ຣີສອດ Lady Hill Sapa, ຄະນະ​ກຳມະການ​ປະຊາຊົນ​ເທດສະບານເມືອງ​ຊາ​ປາ​ ໄດ້​ສົມທົບ​ກັບ​ ສະມາຄົມມິດຕະພາບນະຄອນ​ທ່ອງທ່ຽວ​ສາກົນ ​ຄຸນ​ໝິງ ​ຈັດ​ຕັ້ງ​ກອງ​ປະຊຸມ​ໂຄສະນາ​ການທ່ອງທ່ຽວ​ສາກົນເປີດກວ້າງ.

ມາທີ່ 'ຊາປາ' ຂອງແທງຮ່ວາ ເພື່ອຊົມທິວທັດຕົ້ນລະດູບານໃໝ່

ມາທີ່ 'ຊາປາ' ຂອງແທງຮ່ວາ ເພື່ອຊົມທິວທັດຕົ້ນລະດູບານໃໝ່

ຍສໝ - ດິນແດນກາວເຊີນ ໄດ້ຮັບຂະໜານນາມວ່າ “ຊາປາ” ຂອງແທງຮວ່າ ເພາະອຸນຫະພູມຕ່ຳກວ່າເຂດອ້ອມຂ້າງ ແລະ ມີໝອກປົກຄຸມຕະຫຼອດປີ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ທ່ອງທ່ຽວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.