SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

16:38 | 29/12/2022

ຫວ່າງ​ແລ້ວ​ນີ້, ໜັງ​ສື​ພິມ South China Morning Post (SCMP) ໄດ້​ລົງ​ບົດ​ຂຽນ​ເນັ້ນ​ໜັກ​ວ່າ ໂຮ້ຍ​ອານ ເມືອງ​ເກົ່າ ຫວຽດ​ນາມ ແຫ່ງຄວາມ​ສະ​ຫງົບ​ສຸກ ດ້ວຍ​ການ​ປະ​ສົມ​ປະ​ສານ​ສະ​ຖາ​ປັດ​ຕະ​ຍາ​ກຳທ້ອງ​ຖິ່ນ ໄດ້ພ້ອມ​ແລ້ວ​ທີ່​ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ກັບ​ຄືນ​ມາທ່ອງທ່ຽວ.

ລ້າງ​ເຊີນ​ເປີດ​ນຳ​ໃຊ້ ແອັບ ການ​ທ່ອງ​ທ່ຽວ ລ້າງ​ເຊີນ Tourism ລ້າງ​ເຊີນ​ເປີດ​ນຳ​ໃຊ້ ແອັບ ການ​ທ່ອງ​ທ່ຽວ ລ້າງ​ເຊີນ Tourism
ແງ່​ຫວັງພົ້ນເດັ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ແງ່​ຫວັງພົ້ນເດັ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ
SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ
ພາບປະກອບ

ໂດຍນອນ​ຢູ່​ແຄມຫາດ​ຊາຍ​ຂອງ​ແຂວງ ກວາງ​ນາມ, ໂຮ້ຍ​ອານ​ມີ​ການ​ພັດ​ທະ​ນາ​ຢູ່​ແຄມ​ແມ່​ນ້ຳ​ທູ​ບົ່ງ ແລະ ເຂດ​ຕົວ​ເມືອງ​ທ່າ​ເຮືອ ນັບ​ແຕ່​ສະ​ຕະ​ວັດ​ທີ 15 ນີ້​ຍັງ​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ UNESCO ໄດ້ຮັບ​ຮອງ​ເອົ​າເປັນ​​ມໍ​ລະ​ດົກ​ໂລກ ເມື່ອ​ປີ 1999. ​ສະ​ເໜ່​ຂອງ​ເຂດ​ເມືອງ​ເກົ່າ​ແຫ່ງ​ນີ້ ແມ່ນ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳກັບ​ການ​ອອກ​ແບບ ແລະ ສະ​ຖາ​ປັດ​ຕະ​ຍາ​ກຳ​ທ້ອງ​ຖິ່ນ ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ຈີນ, ຍີ່​ປຸ່ນ ກໍ່​ຄື​ບາງ​ຈຸດ​ພິເສດໃນ​ສະ​ໄໝ​ທີ່​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ຝ​ລັ່ງ.

ທ້າວ ຫວຽດ​ງວຽນ ​ຜູ້​ນຳ​ທ່ຽວ​ໃຫ້​ຮູ້​ວ່າ: ຕະຫຼາດ​ໂຮ້ຍ​ອານ, ເຂດ​ພາກ​ກາງ ຫວຽດ​ນາມ ແມ່ນ​ບົດ​ດົນ​ຕີ​ປະ​ສົມທີ່ມີ​ສີ​ສັນ ແລະ ກິ່ນ​ຫອມ ດ້ວຍ​ສຽງ​ລົດ​ຕຸກໆຕະຫຼອດເວລາ, ບັນດາ​ຜູ້​ຍິງ​ທີ່​ມີ​ອາ​ຍຸ​ສູງ ນັ່ງຢູ່​ຂ້າງ​ກັບ​ຮ້ານ​ວາງ​ຂາຍ​ໝາກ​ໄມ້, ຜັກຫຼາຍ​ຊະ​ນິດ…

ຫວຽດ​ນາມ ໄດ້​ເປີດ​ປະ​ຕູ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ເດືອນ​ມີ​ນາ ແລະ ໄດ້​ເຫັນ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວຄ່ອຍໆ​ເພີ່ມ​ຂຶ້ນ​​ ພາຍຫຼັງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກໄລຍະພະ​ຍາດ​ໂຄວິດ - 19 ທີ່ແກ່​ຍາວ.

ຫວຽດ​ ໃຫ້​ຮູ້​ວ່າ ຊຸມ​ປີ​ກ່ອນ​ເກີດ​ພະ​ຍາດ​ໂຄວິດ -19, ໃນ​ຕອນ​ເຊົ້າ​ ຢູ່​ຕະຫຼາດມີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເປັນ​ຈຳ​ນວນຫຼາຍ. ແຕ່​ປັດ​ຈຸ​ບັນ​ມີ​ແຕ່​ຊາວ​ທ້ອ​ງ​ຖິ່ນ. ຂ້າ​ພະ​ເຈົ້າ​ຄາດ​ວ່າ ມີ​ພຽງ​ແຕ່ 30% ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເມື່ອ​ທຽບ​ໃສ່​ກັບ​ປີ 2019. ສິ່ງ​ນີ້​ຍັງ​ບໍ່ທັນພຽງພໍກັບ​ໂຮ້ຍ​ອານ, ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ແຂກ​ທ່ອງ​ທ່ຽວ​ຈະ​ກັບ​ມາອີກ.

ລາວ​ກໍ່​ໃຫ້​ຮູ້​ວ່າ ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ໂຮ້ຍ​ອານ ​ຍັງ​ບໍ່ຫຼາຍ ແຕ່​ພາຍຫຼັງ​ແຂກ​ທ່ອງ​ທ່ຽວ​ຈີນ​ສາ​ມາດ​ໄປ​ທ່ອງ​ທ່ຽວ​ຄືນ​ໃໝ່ ຈຳ​ນວນແຂກ​ທ່ອງ​ທ່ຽວ​ກໍ່ຈະ​ເພີ່ມ​ຂຶ້ນ. ໝາຍ​ຄວາມ​ວ່າ ປັດ​ຈຸ​ບັນ​ແມ່ນ​ຈຸດ​ເວ​ລາ​ດີ​ທີ່​ສຸດ​ເພື່ອ​ມາ​ທ່ຽວ​ໂຮ້ຍ​ອານ.

ໂຮ້ຍ​ອານ​ໝາຍ​ຄວາມ​ວ່າ ສະ​ຖານ​ທີ່​ພົບ​ປະ​ກັນ​ແຫ່ງ​ສັນ​ຕິ​ພາບ. ນີ້​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ສະ​ຖານ​ທີ່​ໃນ​ທົ່ວ​ປະ​ເທດ ສາມາດ​ຈະ​ຫວນຄືນບັນຍາກາດແຫ່ງ​ອະ​ດີດ​ຕະ​ການ​ຂອງ​ເຂດ. ດ້ວຍ​ການ​ພັດ​ທະ​ນ​າ​ຂອງ​ການ​ຄ້າ, ໂຮ້ຍ​ອານ ໄດ້​ເປີດກວ້າງ​ເພື່ອ​ກາຍ​ເປັນ​ເສັ້ນ​ທາງ​ພົບ​ປະ​ແລກ​ປ່ຽນ​ສຳ​ຄັນ​ທີ່​ສຸດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ແມ່ນ​ສະ​ຖ​ານ​ທີ່​ດຳ​ລົງ​ຊີ​ວິດ​ຂອງ​ພໍ່​ຄ້າ​ທີ່​ມາ​ຈາກ​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ໂລກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.