ບັນດານະ​ໂຍ​ບາຍ​ໃຫມ່​ຂອງກາ​ຊັກ​ສະຖານ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

10:10 | 20/10/2024

ຍສໝ - ວັນ​ທີ 15 ຕຸລາ, ສະຖານທູດ​ກາ​ຊັກ​ສະຖານ ປະ​ຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມຖະແຫຼງ​ຂ່າວ​ ກ່ຽວ​ກັບ​ສານປະຈຳ​ປີ 2024 ຂອງ​ປະທານາທິບໍດີ ກາ​ຊັກ​ສະຖານ Kassym-Jomart Tokaev. ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້ມີອຳນາດເຕັມ ກາ​ຊັກ​ສະຖານ ປະ​ຈຳ ຫວຽດນາມ Kanat Tumysh ​ເນັ້ນ​ໜັກ​ວ່າ ກາ​ຊັກ​ສະຖານ ຈະ​ແມ່ນ​ປະຕູ​ເພື່ອ​ຊ່ວຍ ຫວຽດນາມ ​ເຂົ້າ​ສູ່​ຕະຫຼາດ​ອາຊີ​ກາງ.

ເຕັກ​ໂນ​ໂລຢີ: ກຸນແຈໃນ​ການ​ປົກ​ປັກ​ຮັກ​ສາ, ພັດ​ທະ​ນາ​ພາສາ​ຫວຽດ​ນາມ ໃຫ້ແກ່ລຸ້ນ​ໜຸ່ມ​ຊາວ​ຫວຽດ​ນາມ ອາໄສຢູ່​ຕ່າງ​ປະ​ເທດ

ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ, ໄທ: ເປີດກວ້າງ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ແບບ​ຍືນ​ຍົງ

ກາ​ຊັກ​ສະຖານ ມຸ່ງໄປເຖິງການພັດທະນາແບບຍືນຍົງ

ສານຂອງປະທານາທິບໍດີ Tokayev ໄດ້ສຸມໃສ່ເຂົ້າເປົ້າໝາຍການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ຍົກສູງສະຫວັດດີການ ແລະ ກໍ່ສ້າງ “ກາຊັກສະຖານທີ່ຍຸຕິທຳ” ຜ່ານການປະຕິຮູບດ້ານການເມືອງ.

ກ່ຽວກັບດ້ານເສດຖະກິດ, ກາຊັກສະຖານ ຈະແກ້ໄຂຄວາມບໍ່ສົມດຸນ ລະຫວ່າງນະໂຍບາຍເງິນຕາ ແລະ ປີການເງິນ ໂດຍຜ່ານການປະຕິຮູບດ້ານພາສີ, ແນໃສ່ຕັ້ງ​ເປົ້າ​ຫມາຍເພີ່ມອັດຕາສ່ວນວິສາຫະກິດຂະໜາດກາງຂຶ້ນ 15% ໃນປີ 2029. ປະເທດນີ້ໄດ້ຍົກອອກກວ່າ 10.000 ຂໍ້ຈຳກັດໃນການດຳເນີນທຸລະກິດ, ສ້າງເງື່ອນໄຂທີ່ສະດວກໃນການລົງທຶນ.

ລັດຖະບານ ກາຊັກສະຖານ ກໍ່ຖືເປັນສຳຄັນໃນການພັດທະນາອຸດສາຫະກໍາ, ໂດຍສະເພາະແມ່ນຂະແໜງການປິໂຕເຄມີ ແລະ ໜູນຊ່ວຍການຜະລິດກະສິກໍາ ໂດຍຜ່ານນະໂຍບາຍ "ສິນເຊື່ອສິນຄ້າ" ເພື່ອຫນູນຊ່ວຍປະຊາຊົນເຂດຊົນນະບົດພັດທະນາການຜະລິດ.

ບັນດານະ​ໂຍ​ບາຍ​ໃຫມ່​ຂອງກາ​ຊັກ​ສະຖານ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ພາບບັນຍາກາດກອງປະຊຸມຖະແຫຼງຂ່າວ. ຮູບພາບ: ແບ້ກເຢືອງ

ບັນດາໂຄງການພື້ນຖານໂຄງລ່າງດ້ານການຂົນສົ່ງ, ພະລັງງານ ແລະ ການບໍລິການສາທາລະນະ ກໍ່ໄດ້ຮັບການຊຸກຍູ້. ກາຊັກສະຖານ ຕັ້ງເປົ້າໝາຍ​ການ​ພັດ​ທະ​ນາ​ບັນດາສູນ​ການ​ບິນ​ເພື່ອ​ຂົນ​ສົ່ງ​ສິນ​ຄ້າ 150.000 ໂຕນ​ ຕໍ່​ປີ ​ໃນ​ໄລ​ຍະ 4 ປີຕໍ່​ໜ້າ. ສູນປັນຍາປະດິດແຫ່ງຊາດ ຈະໄດ້ເປີດຕົວໃນປີ 2025 ແລະ ສາຍກາບເຄເບີ້ນຜ່ານທະເລ ຈະເຊື່ອມຕໍ່ ກາຊັກສະຖານ ກັບ ອາແຊັກໄບຊານ, ພັດທະນາພື້ນຖານໂຄງລ່າງດິຈິຕອນ.

ທ່ານ​ເອກ​ອັກຄະ​ລັດຖະທູດ Kanat Tumysh ຍັງ​ໄດ້​ກ່າວ​ເຖິງ​ບັນດາ​ເປົ້າໝາຍ​ອື່ນໆ​ຄື: ການໝູນໃຊ້​ແຫຼ່ງນ້ຳ​ຖ້ວມ, ຍົກສູງແຫຼ່ງຊັບພະຍາກອນ​ມະນຸດ, ປັບປຸງ​ສຸຂະພາບ​ຊຸມ​ຊົນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການປັບໂຄງສ້າງລະບົບ​ໜູນ​ຊ່ວຍ​ສັງຄົມຄືນໃໝ່.

ຄວາມສາມາດບົ່ມຊ້ອນໃນການຮ່ວມມື ຫງວຽດນາມ - ກາຊັກສະຖານ

ກ່ຽວ​ກັບ​ການ​ຮ່ວມ​ມື, ທ່ານ​ເອກ​ອັກຄະ​ລັດຖະທູດ Tumysh ຢືນຢັນ​ວ່າ ກາ​ຊັກ​ສະຖານ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ທີ 2 ຂອງ ຫວຽດນາມ ​ໃນ​ສະຫະພັນ​ເສດຖະກິດ ອາຊີ - ​ເອີ​ຣົບ ແລະ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່​ອັນ​ທີ 2 ຂອງກາຊັກສະຖານ ຢູ່ອາຊຽນ.

ບັນດານະ​ໂຍ​ບາຍ​ໃຫມ່​ຂອງກາ​ຊັກ​ສະຖານ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ທ່ານ Kanat Tumysh ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້ມີອຳນາດເຕັມ ກາຊັກສະຖານ ປະຈຳ ຫວຽດນາມ. ຮູບພາບ: ແບັກເຢືອງ

ທ່ານສະ​ເໜີ​ເພີ່ມ​ທະວີ​ການ​ພົວພັນການຄ້າຜ່ານເສັ້ນ​ທາງ​ລົດ​ໄຟ​ທີ່​ເຊື່ອມ​ຕໍ່​ຫວຽດນາມ ກັບ ກາ​ຊັກ​ສະຖານ ​ແລະ ​ເອີຣົບ, ພ້ອມກັນ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ກາ​ຊັກ​ສະຖານ ກໍ່ຢືນຢັນ​ວ່າ: “ຫວຽດນາມ ​ແມ່ນ​ປະຕູເພື່ອ​ໃຫ້ ກາ​ຊັກ​ສະຖານ ​ເຂົ້າ​ເຖິງ​ຕະຫຼາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ມີບົດບາດເປັນ​ຂົວ​ເຊື່ອມໂຍງ ​ເພື່ອ​ໃຫ້​ຫວຽດນາມ ພັດທະນາ​ການ​ຮ່ວມ​ມືກັບ​ບັນດາ​ປະ​ເທດ​ອາຊີ​ກາງ, CIS ​ແລະ ​ເອີ​ຣົບ, ປະກອບສ່ວນຊຸກຍູ້​ການ​ເຄື່ອນ​ໄຫວ​ການ​ຄ້າ ​ແລະ ການ​ສົ່ງ​ອອກ​ລະຫວ່າງ​ບັນດາ​ຝ່າຍ”.

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການສ້າງນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການສ້າງນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ ຂໍ້ມູນ ແລະ ບົດຮຽນປະສົບການຈາກການໂອ້ລົມສົນທະນານີ້ ຈະຊ່ວຍໃຫ້ແຕ່ລະປະເທດໃນການສ້າງ ຫຼື ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່.

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເຊື່ອ​ໝັ້ນ​ວ່າ ຜູ້​ແທນ​ແຕ່ລະຄົນ​ທີ່​​ເຂົ້າ​ຮ່ວມ​ການພົບປະ, ບໍ່​ວ່າ​ຈະ​ເປັນ​ໃຜ ຫຼື ດຳລົງ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ລ້ວນ​ແຕ່​ມີ​ຄວາມ​ປາຖະໜາລວມ​ອັນ​ໃຫຍ່​ຫຼວງ ແມ່ນ​ສາຍ​ພົວພັນ​ຫວຽດນາມ - ຈີນ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ".

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ
302 Found

Found

The document has moved here.