ກ້າວໄປສູ່ Net Zero ດ້ວຍເຕັກໂນໂລຢີສະກັດບັນຈຸແບບປອດເຊື້ອ

06:51 | 18/09/2024

ຍສໝ - ເຕັກໂນໂລຢີສະກັດບັນຈຸແບບປອດເຊື້ອ ໂດຍ GEA Procomac ສະໜອງຊ່ວຍໃຫ້ວິສາຫະກິດຜະລິດສາມາດປະຢັດພະລັງງານ, ຈຳກັດການປ່ອຍອາຍພິດກາກບອນໃນຂະບວນການຫຸ້ມຫໍ່ຜະລິດຕະພັນ.

ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ, ໄທ: ເປີດກວ້າງ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ແບບ​ຍືນ​ຍົງ
ຜະລິດຕະພັນຊາ Dr Thanh ທີ່ປອດເຊື້ອໄດ້ຜະລິດແນວໃດ?

Net Zero ແມ່ນຫົວຂໍ້ທີ່ໄດ້ຮັບຄວາມສົນໃຈຈາກທົ່ວໂລກໃນເວລາບໍ່ດົນມານີ້, ເມື່ອສະພາບການການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ນັບມື້ນັບ​ສົ່ງ​ຜົນ​ກະ​ທົບ​ຢ່າງຫຍໍ້ທໍ້​ຕໍ່​ໜ່ວຍ​ໂລກ. ທີ່ COP 26 (ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງ​ດິນ​ຟ້າ​ອາ​ກາດ ຂອງສະຫະປະຊາຊາດ 2021), ບັນດາປະເທດ ລວມມີ ຫວຽດນາມ ໄດ້ລົງນາມໃນຄຳໝັ້ນສັນຍາເພື່ອບັນລຸ​ເປົ້າ​ໝາຍ​ການປ່ອຍອາຍພິດລົງເປັນ 0 ໃນປີ 2050. ຫຼັງຈາກນັ້ນ, ຫຼາຍວິສາຫະກິດ, ຂະແໜງການ ກໍ່ໄດ້ມີບັນດາການກະທຳສະເພາະເພື່ອມຸ່ງໄປເຖິງເປົ້າໝາຍນີ້.

ກ້າວໄປສູ່ Net Zero ດ້ວຍເຕັກໂນໂລຢີສະກັດບັນຈຸແບບປອດເຊື້ອ

ທ່ານ Vincent Mauer - ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ GEA ຫວຽດ​ນາມ ແລະ ຟີ​ລິບ​ປິນ ຈຳ​ກັດ ໄດ້ແບ່ງປັນທີ່ກອງປະຊຸມສຳມະນາ.

ທີ່ກອງປະຊຸມ​ສຳມະນາ “ມຸ່ງ​ໄປ​ເຖິງ Net-Zero: ຍຸດ​ທະ​ສາດ ແລະ ວິທີແກ້ໄຂການຫຼຸດການປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ໃນຂະແໜງການ​ອາຫານ” ​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ Vietfood & Beverage - Propack ຫວຽດນາມ 2024, ບັນດາຫົວໜ່ວຍນຳໜ້າໃນຂົງເຂດພັດທະນາ​ເສດຖະກິດໝູນວຽນ, ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ເຖິງ​ການ​ຜະ​ລິດ​ສີ​ຂຽວ​ຢູ່​ ຫວຽດ​ນາມ ທີ່ໄດ້ແບ່ງປັນ​ບັນ​ດາ​ປະ​ສົບ​ການ ແລະ ການ​ເຄື່ອນ​ໄຫວ​ປະ​ຕິ​ບັດຕົວຈິງບົນການມຸ່ງໄປ​ເຖິງ Net Zero.

ທີ່ກອງປະຊຸມ​ສຳມະນາ, GEA Procomac - ຫນຶ່ງໃນບັນດາຜູ້ສະຫນອງລະບົບ​ຕ່ອງໂສ້ເຕັກໂນໂລຢີ (ເຄື່ອງຈັກ, ໂຮງງານ, ການຫຸ້ມຫໍ່ ... ) ໃຫຍ່ທີ່ສຸດຂອງໂລກສໍາລັບຂະແໜງການອາຫານ, ເຄື່ອງດື່ມ ແລະ ຢາ ໄດ້ແບ່ງປັນກ່ຽວກັບເຕັກໂນໂລຢີສະກັດບັນຈຸແບບປອດເຊື້ອ. ນີ້​ແມ່ນ​ເຕັກ​ໂນ​ໂລ​ຢີມີ​ບົດບາດ​ຍຸດ​ທະ​ສາດ​ໃນການປະກອບສ່ວນ​ເຂົ້າ​ໃນ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ ແລະ ບັນລຸ Net Zero ໃນ​ປີ 2040 ຂອງຜູ້​ສະໜອງ​ນີ້, ພ້ອມກັນນັ້ນ ກໍ່ນຳມາເຊິ່ງມາດຕະການແກ້​ໄຂ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ຫຼາຍ​ຄູ່​ຮ່ວມ​ມື​ໃຫຍ່​ຂອງ GEA Procomac ໃນໂລກ, ໃນ​ນັ້ນ​ມີ ຫວຽດນາມ.

ສະກັດບັນຈຸແມ່ນຂັ້ນຕອນທີ່ຂາດບໍ່ໄດ້ໃນຂະບວນການຜະລິດເຄື່ອງດື່ມໃດກໍ່ຕາມ, ເພາະວ່ານີ້ແມ່ນຂັ້ນຕອນທີ່ເຮັດຜະລິດຕະພັນສຳເລັດ. ມີຫຼາຍແບບວິທີການສະກັດບັນຈຸເຊັ່ນ: ຮ້ອນ, ເຢັນ, aseptic (ປອດເຊື້ອໃນອຸນຫະພູມຫ້ອງ) ພວມໄດ້ນໍາໃຊ້ໃນຂະແໜງການເຄື່ອງດື່ມຂອງໂລກໃນປະຈຸປັນ.

ກ້າວໄປສູ່ Net Zero ດ້ວຍເຕັກໂນໂລຢີສະກັດບັນຈຸແບບປອດເຊື້ອ

​ຕ່ອງໂສ້ສະກັດເຢັນປອດເຊື້ອ​ໂດຍ GEA ຢູ່​ບໍ​ລິ​ສັດ ເຕີນຮ້ຽບຟ໋າດ.

ໂດຍແບ່ງປັນໃນກກອງປະຊຸມສຳມະນາ, ທ່ານ Vincent Mauer, ຜູ້ອໍານວຍການໃຫຍ່ບໍລິສັດ GEA ຫວຽດນາມ ແລະ ຟີລິບປິນ ຈໍາກັດ ໃຫ້ຮູ້ວ່າ Aseptic ແມ່ນເຕັກໂນໂລຢີລວມມີບັນດາຂັ້ນຕອນເຊື່ອມຕໍ່ກັນຢ່າງແໜ້ນແຟ້ນ (ຈາກຂັ້ນຕອນການປຸງແຕ່ງ, ປະສົມປົນເປກັນ, ຂ້າເຊື້ອຜະລິດຕະຜັນ UHT (Ultra High Temperature), ສະກັດບັນຈຸ ແລະ ອັດຝາ) ເພື່ອສ້າງເປັນຜະລິດຕະພັນ. ຂະບວນການດັ່ງກ່າວ ໄດ້ດຳເນີນໃນລະບົບປິດ ແລະ ປອດເຊື້ອ. ທັງແກ້ວ ແລະ ຝາແກ້ວຈະຕ້ອງໄດ້ຮັບການຂ້າເຊື້ອ.

ທ່ານ Vincent Mauer ​ໃຫ້​ຮູ້​ວ່າ GEA ​ໄດ້​ພັດທະນາ​ເຕັກ​ໂນ​ໂລ​ຢີ Aseptic ນັບແຕ່​ປີ 1993 ​ແລະ ​ໄດ້​ປັບປຸງ​ຢ່າງຕໍ່ເນື່ອງ, ມາ​ຮອດ​ປະຈຸ​ບັນ ​ໄດ້​ສ້າງລຸ້ນທີ 7. ເຕັກ​ໂນ​ໂລ​ຢີນີ້ ສອດຄ່ອງ​ຕາມ ISO 14021, ​ໂດຍ​ສຸມ​ໃສ່​ການ​ປະຢັດ​ພື້ນ​ທີ່, ນ້ຳ ແລະ ພະລັງງານ. ​ຕ່ອງໂສ້ເຕັກໂນໂລຢີ Aseptic ລຸ້ນທີ 7 ຊ່ວຍຫຼຸດຜ່ອນການບໍລິໂພກນ້ຳໄດ້ເຖິງ 91% ແລະ ຫຼຸດເວລາສີດລ້າງທໍາຄວາມສະອາດເຄິ່ງຫນຶ່ງເມື່ອທຽບກັບລຸ້ນກ່ອນ. ຍ້ອນແນວນັ້ນ, ລູກຄ້າ GEA ສາມາດປະຢັດນ້ຳໄດ້ເຖິງ 97.500 m3 ຕໍ່ປີ, ເທົ່າກັບນ້ຳໃຊ້ສຳລັບ 2.100 ຄົນຕໍ່ປີ.

ນອກຈາກນັ້ນ, ຍ້ອນການສະກັດບັນຈຸ - ອັດຝາຢູ່ໃນອຸນຫະພູມປົກກະຕິ, ເຕັກໂນໂລຢີ Aseptic ຍັງຊ່ວຍຫຼຸດຜ່ອນຄວາມຕ້ອງການສໍາລັບການນໍາໃຊ້ພະລັງງານ. ຂະບວນການຂ້າເຊື້ອ UHT ຍັງໃຊ້ເຕັກໂນໂລຢີທີ່ມີຜົນກະທົບເລັກນ້ອຍຕໍ່ສິ່ງແວດລ້ອມ ແລະ ສາມາດກູ້ຄວາມຮ້ອນໄດ້ຄືນ, ຊ່ວຍໃຫ້ປະຫຍັດພະລັງງານໄດ້ເຖິງ 90%, ໃນຂະນະທີ່ຂະບວນການກູ້ເອົາຄວາມຮ້ອນຄືນໃນເຕັກໂນໂລຢີການສະກັດເອົາຄວາມຮ້ອນ ພຽງແຕ່ບັນລຸ 60%.

ກ້າວໄປສູ່ Net Zero ດ້ວຍເຕັກໂນໂລຢີສະກັດບັນຈຸແບບປອດເຊື້ອ

ລະບົບສະກັດບັນຈຸ Aseptic ລຸ້ນທີ 7 ຂອງ GEA ໄດ້​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ຜະ​ລິດ​ເຄື່ອງ​ດື່ມ ສາມາດ​ຫຼຸດ​ຜ່ອນຂວດ​ນ​້ຳລົງ 50%.

ເຕີນຮຽບຟາດ ​ແມ່ນຄູ່ຮ່ວມມືນຳໜ້າ ແລະ ​ໜຶ່ງດຽວ​ໃນ​ປະຈຸ​ບັນ​ຂອງ​ຫວຽດນາມ ທີ່​ໄດ້​ລົງທຶນ​ເຖິງ 10 ​ຕ່ອງໂສ້ການຜະລິດ - ສະກັດບັນຈຸປອດເຊື້ອດ້ວຍລະດັບ​ຄວາມ​ໄວ​ສູງ​ຂອງ GEA ຢູ່​ບັນດາ​ໂຮງງານ​ທີ່ຢາຍຍາວແຕ່​ພາກເໜືອ​ຮອດ​ພາກໃຕ້​ຢູ່ ຫວຽດນາມ. ຜະລິດຕະພັນຂອງ ເຕີນຮຽບຟາດ ບໍ່ພຽງແຕ່ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກພາຍໃນປະເທດເທົ່ານັ້ນ ແຕ່ຍັງໄດ້ສົ່ງອອກໄປທ້ອງຕະຫຼາດສາກົນຫຼາຍກວ່າ 20 ທ້ອງຕະຫຼາດ ລວມທັງທ້ອງຕະຫຼາດທີ່ເອົາໃຈຍາກເຊັ່ນ: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ…, ໄດ້ຮັບການຢັ້ງຢືນຈາກກົມຄຸ້ມຄອງອາຫານ ແລະ ຢາ ອາເມລິກາ FDA, ມາດຕະຖານ Halal ສໍາລັບບັນດາປະເທດມຸດສະລິມ.

ທີ່ກອງປະຊຸມສຳມະນາ, ທ່ານ ​ເລ​ວິງ​​ເຈືອງ - ຫົວໜ້າຫ້ອງການ​ຄົ້ນ​ຄ້ວາ ​ແລະ ພັດທະນາ​ຜະລິດ​ຕະພັນຂອງ ເຕີນຮຽບຟາດ ໃຫ້​ຮູ້​ວ່າ ວິສາຫະກິດມຸ່ງ​ໄປ​ເຖິງ​ການ​ຜະລິດ​ສີຂຽວ​ຈາກ​ການ​ເລືອກບັນດາ​ເຕັກ​ໂນ​ໂລຢີນຳ​ໜ້າກ່ຽວກັບຄວາມເປັນມິດກັບ​ສິ່ງ​ແວດ​ລ້ອມ​ໄປເຖິງການ​ດຳ​ເນີນ​ການ​ຜະລິດ ​ເພື່ອ​ຫຼຸດຜ່ອນ​ການບໍລິໂພກຊັບພະຍາກອນ​ທຳ​ມະ​ຊາດ ​ເຊັ່ນ: ການ​ບໍລິໂພກ​ພະລັງງານ ແລະ ການບໍລິໂພກນ້ຳ. “ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ຮ່ວມ​ມື​ກັບ GEA, ເຕີນຮຽບຟາດ ຈະ​ບັນລຸ​ໄດ້​ສິ່ງນັ້ນ”, ທ່ານ ເຈືອງ ກ່າວ.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ, ຕອນ​ບ່າຍ​ວັນ​ທີ 28 ພຶດສະພາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະກຳ ຫວຽດນາມ - ລາວ.

ງານບຸນວາດພາບດ້ວຍເຕັກໂນໂລຊີ 3D Mapping ປະຫວັດສາດສະຫງ່າອົງອາດ ຮາຍບ່າຈຶງ

ງານບຸນວາດພາບດ້ວຍເຕັກໂນໂລຊີ 3D Mapping ປະຫວັດສາດສະຫງ່າອົງອາດ ຮາຍບ່າຈຶງ

ຍສໝ - ພິທີ​ສະ​ເຫຼີ​ມສະຫຼອງ 1984 ປີ​ແຫ່ງ​ການ​ລຸກ​ຮື້​ຂຶ້ນ ຮາຍບ່າຈຶງ (ປີ 40 – 43 ຫຼັງຄິດຕະສັກກະລາດ) ​ແລະ ພິທີ​ເປີດ​ວັດ ຮາຍບ່າຈຶງ ​ເມືອງ ເມລິງ, ຮ່າໂນ້ຍ ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 15 ກຸມພາ 2024 ຢູ່​ເຂດ​ມັງກອນ​ພິ​ເສດ​ແຫ່ງ​ຊາດ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.