ເພີ່ມທະວີການພົວພັນມິດຕະພາບພິເສດ ຫວຽດນາມ-ກູບາ

06:25 | 15/01/2020

ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V ອາຍຸການ 2020-2025 ສະມາຄົມມິດຕະພາບ ຫວຽດນາມ-ກູບາ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານລວມມີສະມາຊິກ 37 ຄົນ. ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ-ກູບາ ອາຍຸການ 2020-2025.

ຕາງໜ້າຄະນະບໍລິຫານງານຊຸດໃໝ່, ທ່ານນາງ ເຈືອງທິມາຍ ຢັ້ງຢືນວ່າ ໝູ່ຄະນະບໍລິຫານງານ ແລະສ່ວນບຸກຄົນ, ສະມາຊິກແຕ່ລະຄົນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສຳເລັດໜ້າທີ່ໃນອາຍຸການໃໝ່; ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງແນໃສ່ປ່ຽນແປງການເຄື່ອນໄຫວຂອງສະມາຄົມໃຫ້ນັບມື້ນັບມີຊີວິດຊີວາ, ມີປະສິດທິຜົນກວ່າໃຫ້ແກ່ພາລະກິດເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະກູບາ. ພິເສດ, ໃນໄລຍະຈະມາເຖິງ, ສະມາຄົມຈະສືບຕໍ່ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວການສຶກສາ, ບໍາລຸງສ້າງຄົນຮຸ່ນໜຸ່ມກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ.

ເພີ່ມທະວີການພົວພັນມິດຕະພາບພິເສດ ຫວຽດນາມ-ກູບາ

ຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ-ກູບາ ຊຸດທີ V, ອາຍຸການ 2020-2025. (ພາບ: thaibinhduong.vn)

ນາງ Lianys Torres Rivera ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ກູບາ ປະຈໍາ ຫວຽດນາມ, ຕີລາຄາສູງຄວາມມານະພະຍາຍາມ ແລະບັນດາການເຄື່ອນໄຫວທີ່ມີຄວາມໝາຍຂອງສະມາຄົມມິດຕະພາບ ຫວຽດນາມ-ກູບາ ໃນອາຍຸການຜ່ານມາ, ພ້ອມທັງເຊື່ອໝັ້ນວ່າດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງບັນດາສະມາຊິກໃນສະມາຄົມ, ການຮ່ວມມືຢ່າງແໜ້ນແຟ້ນຂອງບັນດາອົງການຜູ້ຕາງໜ້າການທູດ ແລະບັນດາອົງການທີ່ກ່ຽວຂ້ອງສອງຝ່າຍ, ສະມາຄົມມິດຕະພາບ ຫວຽດນາມ-ກູບາ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ກູບາ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.