​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງນະຄອນ ໂຮ່ຈີ​ມິນ ​ເຂົ້າ​ເຖິງ ​ແລະ​ເປີດ​ກວ້າງຕະຫຼາດ​ຢູ່ກາ​ນາ​ດາ

16:35 | 14/08/2024

ຍສໝ - ວັນທີ 9 ສິງຫາ, ສະມາຄົມນັກທຸລະກິດຫວຽດນາມ ການາດາ (VCBA) ແລະ ສູນສົ່ງເສີມການຄ້າ ແລະການລົງທຶນ ນະຄອນ ໂຮ່ຈີມິນ (ITPC) ໄດ້ດຳເນີນກອງປະຊຸມແນໃສ່ຊ່ວຍວິສາຫະກິດສົ່ງອອກຂອງນະຄອນ ໂຮ່ຈີມິນ ເຂົ້າເຖິງການເປີດກວ້າງຕະຫຼາດຢູ່ການາດາ. ການເຮັດວຽກ​ໄດ້​ຈັດ​ຂຶ້ນ​ໃນ​ຮູບ​ແບບເຊິ່ງ​ຫນ້າ​ ແລະ ​ອອນ​ໄລ

ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ
ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ

ທີ່​ການ​ເຮັດວຽກທ່ານ​ນາງ ໂຮທີກວຽນ, ຮອງ​ຫົວໜ້າ​ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ນະຄອນ​ໂຮ່ຈິ​ມິນ (ITPC) ​ໃຫ້​ຮູ້​ວ່າ: ການເຮັດວຽກແມ່ນ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ຜູ້​ຊື້ ​ແລະ ຜູ້​ນຳ​ເຂົ້າການາດາ.

ທ່ານ ເຈົາ​ຕູ້​ເກື່ອງ, ປະທານ​ສະມາຄົມ​ວິ​ສາ​ຫະກິດຫວຽດນາມ ​ກາ​ນາ​ດາ (VCBA), ​ໃຫ້​ຮູ້​ວ່າ: ນັບ​ແຕ່ຫຼັງ​ເຫດການຂອງ​ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ນະຄອນ ​ໂຮ່ຈີ​ມິນ ITPC ​ແລະ VCBA ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ ໂຮ່ຈີ​ມິນ ​ໃນ​ເດືອນ ພະຈິກ 2023, ສະມາຄົມໄດ້​ຮັບ​ຄຳສະເໜີ​ຫຼາຍ​ຢ່າງ​ເພື່ອ​​ຊ່ວຍ​ການ​ນຳ​ເຂົ້າ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ​ຢູ່ ກາ​ນາ​ດາ ຈາກ​ບັນດາ​ວິ​ສາ​ຫະກິດ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ວິ​ສາ​ຫະກິດ​ທົ່ວ​ຫວຽດນາມ. ສິ່ງດັ່ງກ່າວໄດ້ຊຸກຍູ້ບັນດາສະມາຊິກ VCBA ກັບຄືນຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີນີ້ ເພື່ອຢ້ຽມຢາມ ແລະ ເຮັດວຽກໂດຍກົງກັບຫຼາຍວິສາຫະກິດໃນທົ່ວປະເທດ ເພື່ອຊອກຮູ້ກ່ຽວກັບຜະລິດຕະພັນຂອງຫວຽດນາມ.

Điểm cầu tại Trung tâm Xúc tiến Thương mại và Đầu tư Thành phố Hồ Chí Minh (ITPC).  ຈຸດ​ຂົວ​ຕໍ່ຢູ່​ສູນ​ສົ່ງ​ເສີມ​ການ​ຄ້າ​ແລະ​ການ​ລົງ​ທຶນ​ນະ​ຄອນ​ໂຮ່​ຈິ​ມິນ (ITPC).

ຈຸດ​ເຊື່ອມຕໍ່ຖ່າຍທອດສົດຢູ່​ສູນ​ສົ່ງ​ເສີມ​ການ​ຄ້າ​ ແລະ​ ການ​ລົງ​ທຶນ​ນະ​ຄອນ​ ໂຮ່​ຈິ​ມິນ (ITPC).

ທ່ານ ​ເຈົາຕູ້ເກື່ອງ​ ​ໃຫ້​ຮູ້​ວ່າ: ຕະຫຼາດ​ກາ​ນາ​ດາ ​ແລະ ອາ​ເມ​ລິ​ກາ​ເໜືອ ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ໃຫ້​ບັນດາ​ຜະລິດ​ຕະພັນ​ຂອງຫວຽດນາມ ພັດທະນາ. ດ້ວຍ​ວັດ​ຖຸ​ດິບ​ທີ່​ອຸ​ດົມ​ສົມ​ບູນ ແລະ ມີແນວຄິດເຮັດວຽກຢ່າງມີຫົວຄິດ​ປະ​ດິດ​ສ້າງ​ຂອງ​ວິ​ສາ​ຫະ​ກິດ, ບໍ່​ພຽງ​ແຕ່​ແມ່ນ​ຜະ​ລິດ​ຕະ​ພັນ​ດັ້ງເດີມ​ຂອງ​ຫວຽດ​ນາມ​ ມີ​ຄຸນ​ນະ​ພາບ​ດີ​ເທົ່າ​ນັ້ນ, ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ​ກໍ​ນັບ​ມື້​ນັບ​ໄດ້ຮັບການປັບປຸງໃຫ້ດີ​ຂຶ້ນ. ບັນດາ​ຜະລິດ​ຕະພັນ​ໃໝ່​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຄົ້ນ​ຄ້ວາ ​ແລະ ພັດທະນາ ​ແຕ່​ບໍ່​ມີ​ເງື່ອນ​ໄຂ​ຢ່າງ​ແທ້​ຈິງ​ເພື່ອ​ສົ່ງອອກໄປ​ນອກ​ຫວຽດນາມ ​ແລະ ແນະນຳ​ໃຫ້​ບັນດາ​ເພື່ອນ​ມິດສາ​ກົນ.

ທ່ານ​ ເກື່ອງ​ ຫວັງ​ວ່າ ດ້ວຍ​ການ​ຮ່ວມ​ມື​ຂອງ​ທັງ​ສອງ​ຝ່າຍ, ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ ຈະ​ໄດ້ມີຈຸດ​ຢືນ​​ຢ່າງໝັ້ນຄົງ​​ຢູ່​ຕະຫຼາດ​ກາ​ນາ​ດາ ​ໂດຍ​ໄວ.

“ໂດຍເລີ່ມຈາກຮ້ານຊຸບເປີມາເກັດ 88 ຢູ່ Vancouver ແລະ Richmond ໃນລັດ BC ຂອງການາດາ, ພວກເຮົາຈະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜະລິດຕະພັນຂອງຫວຽດນາມ ໄປມາສູ່ລູກຄ້າໃນທົ່ວປະເທດການາດາ.

Điểm cầu tại Canada.  ຈຸດຂົວຕໍ່ທີ່ການາດາ.

ຈຸດເຊື່ອມຕໍ່ຖ່າຍທອດສົດທີ່ການາດາ.

ຍາມໃດ VCBA ກໍ່ໃຫ້ຄຳໝັ້ນສັນຍາກັບວິສາຫະກິດ ແລະ ປະຊາຄົມວິສາຫະກິດຂອງນະຄອນ ໂຮ່ຈີມິນ. ເມື່ອໃດທີ່ ITPC ຕ້ອງການການຊ່ວຍເຫຼືອຂອງພວກເຮົາ, VCBA ກໍ່ພ້ອມແລ້ວທີ່ຈະຮ່ວມມື ແລະ ສົມທົບກັນເພື່ອການພັດທະນາຮ່ວມກັນ”, ທ່ານ ເກື່ອງ ໃຫ້ຮູ້ວ່າ.

ທີ່ການ​ເຮັດວຽກ, ຜູ້ຕາງໜ້າ VCBA ​ໄດ້ນຳ​ສະ​ເໜີ​ບັນດາ​ແຫຼ່ງກຳລັງ​​ຊ່ວຍເຫຼືອ​ບັນດາ​ວິ​ສາ​ຫະກິດ​ນະຄອນ ​ໂຮ່ຈີ​ມິນ ​ສົ່ງ​ອອກ​ຜະລິດ​ຕະພັນ​ໄປ​ຍັງ ກາ​ນາ​ດາ, ບັນດາ​ຊ່ອງ​ທາງ​ຈຳໜ່າຍ​ຜະລິດ​ຕະພັນ​ ກໍ່​ຄື​ການຂົນ​ສົ່ງ​ສິນຄ້າ​ໄປ​ຍັງກາ​ນາ​ດາ....

ມາດຕະການແກ້​ໄຂ​ເພື່ອ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາ​ຊິນ: ຂໍ້ສະເໜີແນະຈາກບັນ​ດາ​ວິ​ສາ​ຫະ​ກິດ
ຈີນ​ ສະ​ໜັບ​ຊ່ວຍເຫຼືອ​ການ​ກໍ່​ສ້າງ​ຫ້ອງອາຫານ ແລະ ​ໂພ​ຊະ​ນາ​ການ​ໃນໂຮງ​ຮຽນໃຫ້​ໂຮງ​ຮຽນ​ປະ​ຖົມ​ຢູ່​ເມືອງ​ລ້າງ​ເຊີ່ນ

ອ.ສະຫວັດ

ເຫດການ
302 Found

Found

The document has moved here.