ຫວຽດ​ນາມ ແມ່ນ​ຂົວ​​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

21:37 | 09/08/2024

ຍສໝ - ໂດຍແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕແຖວໜ້າໃນອາຊຽນ, ຫວຽດນາມ ພວມນຳໜ້າບັນດາຄວາມມານະພະຍາຍາມຂອງ ອາຊຽນໃນການຮັດແຄບໄລຍະຫ່າງຂອງການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ
ການ​ທູດ​ປະຊາຊົນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ ການ​ທູດ​ປະຊາຊົນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ

ພາຍຫຼັງການສ້າງຕັ້ງມາເປັນເວລາ 57 ປີ (08/08/1967-08/08/2024), ອາຊຽນໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາອົງການພາກພື້ນທີ່ປະສົບຜົນສຳເລັດທີ່ສຸດໃນໂລກ. ໃນຜົນສຳເລັດນັ້ນມີການປະກອບສ່ວນສຳຄັນຂອງ ຫວຽດນາມ, ພິເສດແມ່ນໃນການກຳນົດບັນດາວິໄສທັດຍຸດທະສາດ ຂອງກຸ່ມ ແລະ ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃຫຍ່.

ຫວຽດ​ນາມ ແມ່ນ​ຂົວ​​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື
ທ່ານ Lee Jang-keun ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ. ພາບ: vovworld.vn

ນັບແຕ່ເວລາເຂົ້າຮ່ວມອາຊຽນ ໃນປີ 1995, ຫວຽດນາມ ມີການປະກອບສ່ວນສຳຄັນໃນ 3 ຂີດໝາຍໃຫຍ່ລວມມີ: ປະທານຄະນະປະຈຳ ອາຊຽນ ອາຍຸການ 2000 – 2001, ປະທານອາຊຽນໃນປີ 2010 ແລະ 2020. ບັນດາການປະກອບສ່ວນນີ້ຂອງ ຫວຽດນາມ ລ້ວນແຕ່ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງທີ່ສຸດຈາກບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມື. ທ່ານ Lee Jang-keun ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ ໃຫ້ຂໍ້ສັງເກດວ່າ:

ໂດຍແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕແຖວໜ້າໃນອາຊຽນ, ຫວຽດນາມ ພວມນຳໜ້າບັນດາຄວາມມານະພະຍາຍາມຂອງ ອາຊຽນໃນການຮັດແຄບໄລຍະຫ່າງຂອງການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ. ຫວຽດນາມ ກໍ່ສະແດງໃຫ້ເຫັນບົດບາດຊີ້ນຳນຳພາສຳຄັນ ໂດຍໄດ້ຮັບການຕີລາຄາສູງຈາກບັນດາປະເທດ ໃນອາຍຸການດຳລົງຕຳແໜ່ງປະທານອາຊຽນໃນປີ 2020, ໃນສະພາບການທີ່ເກີດພະຍາດໂຄວິດ - 19.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.