ນັກ​ສຶກ​ສາ ຮ່າ​ໂນ້ຍ - ຟູ​ກູ​ໂອ​ກະ ພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະການ​ສຶກ​ສາ

14:09 | 13/08/2024

ຍສໝ - ນັກ​ສຶກສາ 49 ນ້ອງມາຈາກບັນດາ​ໂຮງຮຽນ​ມັດທະຍົມ​ປາຍ​ແຂວງຟູ​ກູ​ໂອ​ກະ (ຢີ່ປຸ່ນ) ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ ​ເພື່ອ​ເຂົ້າ​ຮ່ວມ​ໂຄງການພົບປະ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ສຶກສາ ຮ່າ​ໂນ້ຍ - ຟູ​ກູ​ໂອ​ກະ ຄັ້ງ​ທີ 7 ປີ 2024 ເຊິ່ງ​ຈັດຂື້ນ​​ແຕ່​ວັນ​ທີ 3-9 ສິງຫາ

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ
ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ

ຄະນະ​ຜູ້​ແທນ​ແຂວງຟູ​ກູ​ໂອ​ກະ (ຍີ່ປຸ່ນ) ນຳ​ໂດຍ​ທ່ານ Tomoyuki Mizoguchi ປະທານໂຮງຮຽນ Nishi Nippon Junior, ປະທານ​ຄະນະ​ກຳມະການ​ໂຄງການພົບປະ​ແລກປ່ຽນ​ນັກ​ສຶກສາ​ອາຊີ​ ຂອງ​ສະມາຄົມ​ການ​ສຶກສາ​ພາກ​ເອກະ​ຊົນ​ແຂວງຟູ​ກູ​ໂອ​ກະ ປະ​ເທດ​ຍີ່ປຸ່ນ.

​ເຂົ້າ​ຮ່ວມ​ຄະນະ ​ມີ​ຄູ​ອາ​ຈານ 9 ທ່ານທີ່​ມາຈາກ​ສະມາຄົມ​ການ​ສຶກສາ​ພາກເອກະ​ຊົນ​ແຂວງ ຟູ​ກູ​ໂອ​ກະ ​ແລະ ບັນດາໂຮງຮຽນ​ຂອງ​ແຂວງ ຟູ​ກູ​ໂອ​ກະ.

Các học sinh tham dự chương trình giao lưu văn hoá, giáo dục lần thứ 7. (Ảnh: Báo Kinh tế & Đô thị)  ບັນດານັກສຶກສາເຂົ້າຮ່ວມໂຄງການແລກປ່ຽນວັດທະນະທໍາ-ການສຶກສາ ຄັ້ງທີ 7 (ພາບ: ໜັງສືພິມເສດຖະກິດ-ຕົວເມືອງ)

ບັນດານັກສຶກສາເຂົ້າຮ່ວມໂຄງການພົບປະແລກປ່ຽນວັດທະນະທໍາ-ການສຶກສາ ຄັ້ງທີ 7 (ພາບ: ໜັງສືພິມເສດຖະກິດ ແລະ ຕົວເມືອງ)

ໃນ​ໄລຍະ​ດັ່ງກ່າວ ນັກຮຽນ 49 ຄົນ​ຂອງ​ແຂວງ ຟູ​ກູ​ໂອ​ກະ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ homestay 3 ວັນ ​ກັບ​ຄອບຄົວ​ຂອງ​ນັກຮຽນ​ຫວຽດນາມ 49 ຄົນ​ຢູ່​ບັນດາ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ນະຄອນຮ່າ​ໂນ້ຍ, ​ໃນບັນດາທ້ອງຖິ່ນຂອງນະຄອນຮ່າໂນ້ຍ ​ມີ: ໂຮງຮຽນ​ມັດ​ທະ​ຍົມຕອນປາຍ ​ຫວຽດດຶກ, ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ຟານ​ດິ່ງ​ຟຸ່ງ, ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ​ເຈີ່ນ​ຟູ້, ໂຮງຮຽນ​ມັດທະຍົມ​ຕອນຕົ້ນຕອນປາຍ ນິວ​ຕັນ​ ແລະ ໂຮງຮຽນ​ມັດທະຍົມ​ຕອນຕົ້ນຕອນປາຍ Phenikaa. ບັນດານ້ອງນັກຮຽນ​ໄດ້ເຂົ້າ​ຮ່ວມ​ຫຼາຍການ​ເຄື່ອນ​ໄຫວ​ກິລາ​​ຢູ່​ບັນດາ​ໂຮງຮຽນ, ຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ຮ່າ​ໂນ້ຍ ​ແລະ ຢ້ຽມຢາມ​ບັນດາ​ທັດສະນີ​ຍະ​ພາບຮ່ອງຮອຍປະຫວັດສາດ​ທີ່​ມີ​ຊື່​ສຽງ​ຂອງ​ນະຄອນຫຼວງ.

ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພະນັກງານ, ຄູ​ອາຈານ ​ແລະ ນັກ​ສຶກສາ​ແຂວງ ຟູ​ກູ​ໂອ​ກະ ​ໃນ​​ວັນ​ທີ 6 ສິງຫາ ທ່ານ ​ເຈີ່ນ​ເທ​ເກື່ອງ, ຫົວໜ້າ​ພະ​ແນ​ກສຶກສາ ​ແລະ ກໍ່ສ້າງ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ໂຄງການພົບປະ​ແລກປ່ຽນ​ວັດທະນະທຳ, ການ​ສຶກສາ ຮ່າ​ໂນ້ຍ - ຟູ​ກູ​ໂອ​ກະ ​ແມ່ນໜຶ່ງໃນການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍ​ໃນ​ໄລຍະ 50 ກວ່າ​ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ ​ກໍ່ຄືເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ. ​ໂຄງການ​ດັ່ງກ່າວ ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ພະແນກ​ສຶກສາ -ກໍ່​ສ້າງຮ່າ​ໂນ້ຍ ​ແລະ ສະມາຄົມ​ການ​ສຶກສາພາກ​ເອກະ​ຊົນ​ແຂວງ ຟູ​ກູ​ໂອ​ກະ, ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ.

ນີ້​ກໍ່​ແມ່ນ​ໂຄງການຫັນແຜນ​ນະ​ໂຍບາຍ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມມືມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ນະຄອນ​ຮ່າ​ໂນ້ຍ ກັບ​ແຂວງ ຟູ​ກູ​ໂອ​ກະ ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ນະຄອນ​ຮ່າ​ໂນ້ຍ ​ແລະ ​ແຂວງ ຟູ​ກູ​ໂອ​ກະ ລົງ​ນາມ​ໃນ​ວັນ​ທີ 23 ມັງກອນ ປີ 2024 ໃຫ້ປະກົດຜົນເປັນຈິງ.

Bức thư của một phụ huynh học sinh Nhật Bản gửi đến chương trình. (Ảnh: hanoi.edu.vn)  ຈົດໝາຍຈາກພໍ່ແມ່ນັກຮຽນຊາວຍີ່ປຸ່ນທີ່ສົ່ງໃຫ້ໂຄງການ. (ພາບ: hanoi.edu.vn)
ຈົດໝາຍຈາກພໍ່ແມ່ນັກຮຽນຊາວຍີ່ປຸ່ນ ທີ່ສົ່ງເຖິງໂຄງການ. (ພາບ: hanoi.edu.vn)

ໂດຍຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ສຶກສາ​ລະຫວ່າງ ຮ່າ​ໂນ້ຍ ​ແລະ ຟູ​ກູ​ໂອ​ກະ ​ໃນ​ໄລຍະຜ່ານ​ມາ​, ທ່ານ ​ເຈີ່ນ​ເທ້ເກື່ອງ ປາດ​ຖະໜາ​ວ່າ ຜ່ານໂຄງການພົບປະ​ແລກປ່ຽນ ​ຄັ້ງ​ທີ 7 ​ໃນ​ປີ 2024, ບັນດາ​ນັກຮຽນ​ຂອງ​ສອງ​ນະຄອນ​ຈະ​ແບ່ງປັນ​ປະສົບ​ການ ​ແລະ ບົດຮຽນ​ເຊິ່ງກັນ ​ແລະ ກັນ. ໃນນັ້ນ ນັກ​ສຶກ​ສາ​ຮ່າ​ໂນ້ຍໄດ້​ຮ່ຳ​ຮຽນ​ກ່ຽວ​ກັບເຈດຈຳນົງ, ​ຄວາມ​ກ້າ​ຫານ ແລະ ພິ​ເສດ​ແມ່ນ​ຄວາມ​ຮັບ​ຮູ້​ໃນ​ການ​ເຄື່ອນ​ໄຫວ​ລວມ​ຂອງ​ນັກຮຽນ ຍີ່​ປຸ່ນ; ບັນດາ​ນັກ​ຮຽນ ຟູ​ກູ​ໂອ​ກະ ຈະ​ໄດ້​ຮຽນ​ຮູ້​ນ້ຳ​ໃຈ​ຮັກແພງແຂກຄົນ, ຄວາມ​ມີ​ຫົວຄິດ​ປະດິດ​ສ້າງ, ຄວາມຮັກຕໍ່​ສັນຕິພາບ​ຂອງ​ບັນດາ​ນັກຮຽນຫວຽດນາມ.

ຫົວໜ້າຄະນະຄູສອນ ແລະ ນັກຮຽນແຂວງ ຟູ​ກູ​ໂອ​ກະ ທ່ານ Tomoyuki Mizoguchi ໃຫ້ຮູ້ວ່າ: “ບັນດານັກຮຽນຈາກ ຍີ່ປຸ່ນ ຈະໄດ້ຮັບການຕ້ອນຮັບ ແລະ ເບິ່ງແຍງດູແລຈາກໂຮງຮຽນ ແລະ ຄອບຄົວ ຫວຽດນາມ. ຂ້າພະເຈົ້າເຊື່ອວ່າ ຮູບແບບການຮຽນຮູ້ນີ້ຈະຊ່ວຍໃຫ້ເດັກນ້ອຍເຂົ້າໃຈວັດທະນະທໍາຂອງກັນ. ໃນອີກດ້ານຫນຶ່ງ, ເຖິງວ່າພວກນ້ອງໆໄດ້ມີຄວາມເອົາໃຈໃສ່ຕັ້ງໃຈຮ່ຳຮຽນກໍ່ຕາມ, ແຕ່ໃນຕອນທໍາອິດຍັງອາດຈະມີບາງຂົງເຂດທີ່ພວກນ້ອງບໍ່ສາມາດເຂົ້າໃຈຢ່າງຊັດເຈນ ຫຼື ວໍ່ທັນໃຫ້ຄວາມສົນໃຈ. ​ແນວ​ໃດ​ກໍ​ດີ, ຖ້າ​ຜ່ານ​ຜ່າ​ສິ່ງ​ຫຍຸ້ງຍາກເຫຼົ່າ​ນີ້, ພວກ​ເຂົາ​ເຈົ້າຈະ​ສາມາດ​ສ້າງ​ໂອກາດພົບປະ​ແລກປ່ຽນ ທີ່ມີພຽງແຕ່​ລຸ້ນໜຸ່ມ​ເທົ່າ​ນັ້ນ ທີ່ສາມາດເຮັດໄດ້, ພາເຂົາເຈົ້າ​ໄປ​ສູ່​ອະນາຄົດ​ທີ່​ສົດ​ໃສ. ນີ້ແມ່ນຄວາມຫມາຍທີ່ແທ້ຈິງຂອງໂຄງການພົບປະແລກປ່ຽນເຊື່ອມສານນີ້".

ທ່ານ Tomoyuki Mizoguchi ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໄດ້​ຮັບ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຂອງ​ພະ​ແນ​ກສຶກສາ ​ແລະ ກໍ່​ສ້າງຮ່າ​ໂນ້ຍ. ທ່ານ​ກ່າວ​ວ່າ ຄະນະ​ຄູ​ອາຈານ ຟູ​ກູ​ໂອ​ກະ ຈະ​ໄປ​ຢ້ຽມຢາມ​ບັນດາ​ໂຮງຮຽນ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ກັບບັນດາ​ນັກ​ຮຽນ ​ແລະ ຊອກ​ຮູ້​ກ່ຽວ​ກັບ​ການ​ສຶກສາ​ຢູ່ ຫວຽດນາມ ຕື່ມ​ອີກ.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ
ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ອ.ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.