ຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມ ກັບມົງໂກນ, ໄອແລນ, ຝຣັ່ງ

00:00 | 30/09/2024

ຍສໝ - ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມ ມົງໂກນ, ໄອແລນ, ເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ແລະຢ້ຽມຢາມ ສ ຝຣັ່ງ ຢ່າງເປັນທາງການໃນລະຫວ່າງວັນທີ 30 ກັນຍາ – ວັນທີ 7 ຕຸລາ ປີ 2024.

ຝຣັ່ງ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍການພັດທະນາເລື່ອງພາບຢູ່ ຫວຽດນາມ ຝຣັ່ງ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍການພັດທະນາເລື່ອງພາບຢູ່ ຫວຽດນາມ
ຫຼາຍຈຸດໝາຍປາຍທາງ​ທີ່​ດຶງ​ດູດຢູ່ ຫວຽດນາມ ສຳລັບນັກ​ທ່ອງ​ທ່ຽວ​ ຝຣັ່ງ ຫຼາຍຈຸດໝາຍປາຍທາງ​ທີ່​ດຶງ​ດູດຢູ່ ຫວຽດນາມ ສຳລັບນັກ​ທ່ອງ​ທ່ຽວ​ ຝຣັ່ງ

ໂດຍຮັບຄຳເຊີນຂອງທ່ານ Ukhnaagiin Khurelsukh ປະທານາທິບໍດີມົງໂກນ, ທ່ານ Michael D. Higgins ປະທານາທິບໍດີໄອແລນ ແລະທ່ານ Emmanuel Macron ປະທານາທິບໍດີຝຣັ່ງ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມ ມົງໂກນ, ໄອແລນ, ເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ແລະຢ້ຽມຢາມ ສ ຝຣັ່ງ ຢ່າງເປັນທາງການໃນລະຫວ່າງວັນທີ 30 ກັນຍາ – ວັນທີ 7 ຕຸລາ ປີ 2024.

ຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມ ກັບມົງໂກນ, ໄອແລນ, ຝຣັ່ງ
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ. ພາບ: cadn.com.vn

ແລກປ່ຽນກັບນັກຂ່າວກ່ອນການຢ້ຽມຢາມ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ເພື່ອແນໃສ່ຢັ້ງຢືນຄືນແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ພ້ອມທັງສະແດງໃຫ້ເຫັນພັກ ແລະລັດຫວຽດນາມ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ມົງໂກນ, ການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ໄອແລນ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຝຣັ່ງ, ປາດຖະໜາຢາກຍົກລະດັບ ແລະເຮັດໃຫ້ຂອບເຂດການຮ່ວມມືເລິກເຊິ່ງກວ່າ, ເໝາະສົມກັບສະພາບການໃໝ່ເພື່ອຜົນປະໂຫຍດຂອງທຸກປະເທດ.

ການຢ້ຽມຢາມທາງລັດຖະກິດຢູ່ມົງໂກນ ແມ່ນມີຄວາມສຳຄັນເປັນພິເສດເມື່ອດໍາເນີນກົງກັບໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະການພົວພັນລະຫວ່າງສອງປະເທດພວມພັດທະນາດີງາມທີ່ສຸດ. ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຈະສົມທົບກັບບັນດາການນຳຂັ້ນສູງມົງໂກນ ເພື່ອປຶກສາຫາລືບັນດາທິດທາງໃຫຍ່, ບັນດາມາດຕະການສຳຄັນ ເພື່ອແນໃສ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດທີ່ສອງຝ່າຍບຸລິມະສິດ, ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນສອງປະເທດ.

ຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມ ກັບມົງໂກນ, ໄອແລນ, ຝຣັ່ງ
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໃຫ້ສຳພາດກ່ຽວກັບການໄປປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເຖິງມົງໂກນ, ໄອແລນ ແລະຝຣັ່ງ. ພາບ: cadn.com.vn

ສຳລັບໄອແລນ, ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດນັບແຕ່ສອງຝ່າຍສ້າງຕັ້ງການພົວພັນທາງການທູດ. ໄອແລນ ແມ່ນປະເທດທີ່ມີຫຼາຍສິ່ງຫຼາຍຢ່າງຄ້າຍຄືກັນກັບຫວຽດນາມ ກ່ຽວກັບປະຫວັດສາດ ແລະມູນເຊື້ອຮັກຊາດ, ເຈດຈຳນົງບືນຕົວຂຶ້ນ, ວັດທະນະທຳຫຼາຍຮູບຫຼາຍແບບ, ເປັນເອກະລັກສະເພາະ. ສອງຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມື, ພ້ອມກັນພັດທະນາ. ການນຳຂັ້ນສູງຂອງສອງຝ່າຍຈະປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດທີ່ຫວຽດນາມ ມີຄວາມຕ້ອງການ ແລະໄອແລນ ທີ່ມີທ່າແຮງ, ຄື: ການລົງທຶນດ້ວຍຄຸນນະພາບສູງ, ວິທະຍາສາດ, ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ, ການຫັນປ່ຽນພະລັງງານ, ການສຶກສາ - ກໍ່ສ້າງ, ເປັນຕົ້ນແມ່ນການສຶກສາມະຫາວິທະຍາໄລ.

ສໍາລັບຝຣັ່ງ, ບົນພື້ນຖານການພົວພັນພິເສດ ແລະໝາກຜົນການພົວພັນຮ່ວມມືຍຸດທະສາດໃນໄລຍະກວ່າ 10 ປີຜ່ານມາ, ການນຳສອງຝ່າຍກໍ່ຈະປຶກສາຫາລືບັນດາມາດຕະການເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ສົມກັບຄວາມສາມາດບົ່ມຊ້ອນ ແລະຖານະບົດບາດຂອງສອງປະເທດຢູ່ພາກພື້ນ ແລະໃນໂລກ; ເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນ; ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ຄື: ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຊີ, ການຮ່ວມມືລະຫວ່າງທ້ອງຖິ່ນ; ເປີດກວ້າງການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃໝ່ເຊັ່ນ: ການບິນອະວະກາດ, ພະລັງງານທົດແທນ, ເຕັກໂນໂລຊີສູງ, ເສດຖະກິດດີຈີຕອນ...

ຜ່ານການປະຕິບັດງານ, ພວກເຮົາຈະສືບຕໍ່ເພີ່ມທະວີການສົມທົບກັບບັນດາປະເທດໃນການແກ້ໄຂບັນຫາພາກພື້ນ ແລະທົ່ວໂລກ; ຂົນຂວາຍບັນດາປະເທດສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກວ່າອີກເຂົ້າປະເທດປະຈຳຖິ່ນ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ປະກອບສ່ວນເຂົ້າໃນການພົວພັນມິດຕະພາບຂອງຫວຽດນາມ ກັບບັນດາປະເທດ.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ກໍ່ຈະເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19. ນີ້ແມ່ນຄັ້ງທຳອິດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ແລະກ່າວປາໄສທີ່ສຳຄັນທີ່ກອງປະຊຸມ, ປະກອບສ່ວນແຜ່ຂະຫຍາຍສານກ່ຽວກັບຫວຽດນາມ - ປະເທດເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມໂລກ ເພື່ອຮັບມືກັບບັນດາສິ່ງທ້າທາຍ, ການປະກອບສ່ວນເພື່ອອະນາຄົດ “ສັນຕິພາບ, ມິດຕະພາບ, ສາມັກຄີ ແລະພັດທະນາແບບຍືນຍົງ” ຄືດັ່ງຄາດໝາຍເຊິ່ງກອງປະຊຸມສຸດຍອດຝຣັ່ງໂກໂຟນີ ມຸ່ງໄປເຖິງ.

ການປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ດຳເນີນໄປໃນສະພາບທີ່ການພົວພັນຫວຽດນາມ ກັບ ມົງໂກນ, ໄອແລນ, ຝຣັ່ງ ແລະປະຊາຄົມຝຣັ່ງໂກໂຟນີ ສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະບັນລຸໄດ້ບັນດາໝາກຜົນທີ່ດີງາມ.

ມົງໂກນ ແມ່ນປະເທດສະໜັບສະໜູນຫວຽດນາມ ຢ່າງແຂງແຮງ ແລະເລິກເຊິ່ງກວ້າງຂວາງທັງດ້ານວັດຖຸ ແລະຈິດໃຈ

ໃນຂະບວນການຕໍ່ສູ້ຍາດເອົາເອກະລາດ ແລະປົດປ່ອຍປະເທດຊາດ. ປະຈຸບັນ, ສອງປະເທດໄດ້ໃຫ້ການຊ່ວຍເຫຼືອ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນຂະບວນການປົກປັກຮັກສາ, ກໍ່ສ້າງ ແລະພັດທະນາປະເທດເປັນປະຈຳ, ຮັກສາການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງພັກ, ລັດ, ລັດຖະບານ ແລະການພົບປະແລກປ່ຽນປະຊາຊົນ. ສອງປະເທດໄດ້ຕັ້ງໜ້າຜັນຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆຢ່າງຕັ້ງໜ້າ ແລະບັນລຸໄດ້ຜົນງານແທດຈິງຫຼາຍຢ່າງ.

ປະຈຸບັນ, ໄອແລນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 6 ຂອງຫວຽດນາມ ໃນຕະຫຼາດ ອີຢູ່ ແລະມີນະໂຍບາຍໃຫ້ບຸລິມະສິດແກ່ ຫວຽດນາມ ເປັນໜຶ່ງໃນ 2 ປະເທດອາຊີ ທີ່ໄດ້ຮັບການຊ່ວຍເຫຼືອພັດທະນາ, ສຸມໃສ່ຂົງເຂດການສຶກສາ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ສຳລັບຝຣັ່ງ, ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ. ຫວ່າງແລ້ວນີ້, ເປັນຄັ້ງທຳອິດ, ທ່ານລັດຖະມົນຕີປ້ອງກັນປະເທດຝຣັ່ງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ຢືນຢັນຄວາມປາດຖະໜາພ້ອມກັບຫວຽດນາມ “ປິດອະດີດຕະການໄວ້, ມຸ່ງໄປເຖິງອະນາຄົດ” ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ. ຝຣັ່ງ ພວມແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ຢູ່ເອີລົບ ໃນບັນດາຂົງເຂດການທ່ອງທ່ຽວ, ການຄ້າ, ການລົງທຶນ, ການຊ່ວຍເຫຼືອ ODA...

ການຮ່ວມມືລະຫວ່າງຫວຽດນາມ ແລະຝຣັ່ງໂກໂຟນີ ສືບຕໍ່ພັດທະນາຢ່າງດີງາມ. ປະຊາຄົມຝຣັ່ງ ຍາມໃດກໍ່ຖື ຫວຽດນາມ ແມ່ນຕົວແບບກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະແມ່ນໃຈກາງໃນບັນດາການເຄື່ອນໄຫວຮ່ວມມືຝຣັ່ງໂກໂຟນີ ຢູ່ພາກພື້ນ. ສ່ວນ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກທີ່ຕັ້ງໜ້າຊຸກຍູ້ບັນດາເສົາຄ້ຳເສດຖະກິດ, ເປັນຕົ້ນແມ່ນເສດຖະກິດດີຈີຕອນໃນປະຊາຄົມຝຣັ່ງໂກໂຟນີ.

ດ້ວຍບັນດາບາດກ້າວພັດທະນາຢ່າງຕັ້ງໜ້ານັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ການປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະສົບຜົນສຳເລັດ ແລະບັນລຸໄດ້ບັນດາໝາກຜົນສຳຄັນ, ປະກອບສ່ວນປັບປຸງບັນດາພື້ນຖານໃນການພົວພັນຂອງຫວຽດນາມ ກັບມົງໂກນ, ໄອແລນ, ຝຣັ່ງ ແລະປະຊາຄົມຝຣັ່ງໂກໂຟນີ ; ພ້ອມທັງຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງໃໝ່ໃນການຮ່ວມມືກັບແຕ່ລະປະເທດ, ປະກອບສ່ວນນໍາການພົວພັນກັບບັນດາປະເທດດັ່ງກ່າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ແລະສອດຄ່ອງກັບສະພາບການໃໝ່.

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ Olivier Brochet ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ Olivier Brochet

ຍສໝ - ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດຢ່າງມີປະສິດທິຜົນ, ໂດຍສຸມໃສ່ເນື້ອໃນ: ການແລກປ່ຽນ, ການພົບປະທຸກຂັ້ນ, ການປັບປຸງກອບນິຕິກໍາໃຫ້ແກ່ການຮ່ວມມືບໍາລຸງສ້າງ, ຜັນຂະຫຍາຍຂໍ້ຕົກລົງຮ່ວມມືສະເພາະຂະແໜງການທີ່ໄດ້ລົງນາມກ່ຽວກັບເສນາຮັກ, ການຮັກສາສັນຕິພາບ ສປຊ...

ນັກຖ່າຍຮູບ Gérard Gerhard (ຝຣັ່ງ): ຜູ້ “ເກັບພາບ”  ປີໃໝ່ປະຈໍາຊາດຫວຽດນາມ ຖະໜົນເມືອງເກົ່າ ໂຮ້ຍອານ ນັກຖ່າຍຮູບ Gérard Gerhard (ຝຣັ່ງ): ຜູ້ “ເກັບພາບ” ປີໃໝ່ປະຈໍາຊາດຫວຽດນາມ ຖະໜົນເມືອງເກົ່າ ໂຮ້ຍອານ

ຍສໝ - ທ່ານ Gérard Gerhard, ອາຍຸ 67 ປີ, ນັກຖ່າຍຮູບຊາວຝະລັ່ງ ໄດ້ບັນທຶກຊ່ວງເວລາອັນລ້ຳຄ່າທີ່ສຸດກ່ຽວກັບຜູ້ຄົນ, ທຳມະຊາດ ແລະ ມໍລະດົກ ຫວຽດນາມ ຜ່ານຮູບຖ່າຍ 20.000 ໃບຕັ້ງແຕ່ປີ 2018. ໃນໄລຍະການເດີນທາງນັ້ນ, ເພິ່ນມີຄວາມປະທັບໃຈຢ່າງແຮງກັບຄວາມງາມຂອງ ໂຮ້ຍອານ, ໂດຍສະເພາະແມ່ນບັນຍາກາດຂອງບຸນປີໃໝ່ປະຈໍາຊາດຫວຽດນາມ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.