ກອງປະຊຸມທົ່ວປະເທດສະຫຼຸບວຽກງານ 1 ປີ 6 ເດືອນ ແຫ່ງການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິສະບັບເລກທີ 57

18:07 | 02/07/2026

ຍສ​ໝ - ກອງປະຊຸມທົ່ວປະເທດສະຫຼຸບວຽກງານ 1 ປີ 6 ເດືອນ ແຫ່ງການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິສະບັບເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸຂະຫຍາຍຕົວວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນແຫ່ງຊາດ ໄດ້ດຳເນີນໄປໃນຕອນບ່າຍມື້ນີ້ (1 ກໍລະກົດ). ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ເປັນປະທານກອງປະຊຸມ.

ກອງປະຊຸມທົ່ວປະເທດສະຫຼຸບວຽກງານ 1 ປີ 6 ເດືອນ ແຫ່ງການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິສະບັບເລກທີ 57
ກອງປະຊຸມທົ່ວປະເທດສະຫຼຸບວຽກງານ 1 ປີ 6 ເດືອນ ແຫ່ງການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິສະບັບເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ - ພາບ: VGP/ຍຶດບັກ

ຂົ້າຮ່ວມກອງປະຊຸມມີ: ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ; ທ່ານ ເຈິ່ນກຳຕູ໋ (Trần Cẩm Tú), ປະຈຳການຄະນະເລຂາທິການ; ບັນດາທ່ານກຳມະການກົມການເມືອງ, ກຳມະການຄະນະເລຂາທິການ; ບັນດາທ່ານກຳມະການສູນກາງພັກ; ການນຳບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ;…

ກອງປະຊຸມໄດ້ຈັດຕັ້ງຂຶ້ນຕາມຮູບແບບທາງກົງສົມທົບກັບທາງອອນລາຍ, ເຊື່ອມຕໍ່ຈາກຈຸດຂົວຕໍ່ສູນກາງ - ຫໍປະຊຸມ ຢຽນຮົ່ງ, ສະພາແຫ່ງຊາດ ໄປຫາ 3.662 ຈຸດຂົວຕໍ່ ຢູ່ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ອົງການ, ຫົວໜ່ວຍ ດ້ວຍຍອດຈຳນວນຜູ້ແທນເຂົ້າຮ່ວມຫຼາຍກວ່າ 568.380 ທ່ານ.

ຕາມວາລະ, ກອງປະຊຸມໄດ້ຮັບຟັງທ່ານ ຫງວຽນຫາຍນິງ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ນຳສະເໜີບົດລາຍງານຫຍໍ້ການສະຫຼຸບວຽກງານ 1 ປີ 6 ເດືອນ ແຫ່ງການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິສະບັບເລກທີ 57-NQ/TW.

ຖັດຈາກນັ້ນ, ກອງປະຊຸມຈະໄດ້ຮັບຟັງການກ່າວປາໄສປະກອບຄຳເຫັນ ຂອງການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.

ໃນຕອນທ້າຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ຈະມີຄຳເຫັນກ່າວສະຫຼຸບປິດກອງປະຊຸມ.

ມະຕິສະບັບເລກທີ 57-NQ/TW ລົງວັນທີ 22 ທັນວα 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸຂະຫຍາຍຕົວວິທະຍາສາດ, ເտັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນແຫ່ງຊາດ ໄດ້ກຳນົດວ່າ: ການຂະຫຍາຍຕົວວິທະຍາສາດ, ເտັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນ ພວມແມ່ນປັດໄຈຕັດສິນການຂະຫຍາຍຕົວຂອງບັນດາປະເທດ; ແມ່ນເງື່ອນໄຂຕັດສິນກ່ອນໝົດ, ແມ່ນໂອກາດອັນດີທີ່ສຸດ ເພື່ອໃຫ້ປະເທດເຮົາຂະຫຍາຍຕົວຮັ່ງມີ, ເຂັ້ມແຂງ ພາຍໃນສກະລາດໃໝ່ - ສກະລາດແຫ່ງການກ້າວຂຶ້ນຂອງປະຊາຊາດ.

ມະຕິໄດ້ຊີ້ແຈ້ງທັດສະນະຊີ້ນຳຄື: ການຂະຫຍາຍຕົວວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນແຫ່ງຊາດ ແມ່ນການບຸກທະລຸອັນສຳຄັນແຖວໜ້າ, ແມ່ນກຳລັງຂັບເຄື່ອນຕົ້ນຕໍ ເພື່ອຂະຫຍາຍຕົວຢ່າງວ່ອງໄວກຳລັງການຜະລິດອັນທັນສະໄໝ, ປັບປຸງການພົວພັນການຜະລິດໃຫ້ສົມບູນ, ຫັນປ່ຽນໃໝ່ວິທີການບໍລິຫານຈັດການແຫ່ງຊາດ, ຂະຫຍາຍຕົວເສດຖະກິດ - ສັງຄົມ, ສະກັດກັ້ນຄວາມສ່ຽງແຫ່ງການຫຼ້າຫຼັງ, ນຳພາປະເທດຊາດຂະຫຍາຍຕົວບຸກທະລຸ, ຮັ່ງມີເຂັ້ມແຂງ ພາຍໃນສກະລາດໃໝ່.

ເພີ່ມທະວີການນຳພາຮອບດ້ານຂອງພັກ, ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວລະບົບການເມືອງ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກທຸລະກິດ, ວິສາຫະກິດ ແລະ ປະຊາຊົນ ຕໍ່ກັບການຂະຫຍາຍຕົວວິທະຍາສາດ, ເտັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນແຫ່ງຊາດ. ກຳນົດວ່ານີ້ແມ່ນການປະຕິວັດອັນເລິກເຊິ່ງ, ຮອບດ້ານ ບົນທຸກຂົງເຂດ; ໄດ້ຮັບການຜັນຂະຫຍາຍຢ່າງດຸເດືອດ, ກ້າວເດີນຢ່າງທຸ່ນທ່ຽງ, ຄົບຊຸດ, ສະເໝີຕົ້ນສະເໝີປາຍ, ຍາວນານ ດ້ວຍບັນດາມາດຕະການບຸກທະລຸ ແລະ ມີລັກສະນະປະຕິວັດ.

ປະຊາຊົນ ແລະ ວິສາຫະກິດ ແມ່ນສູນກາງ, ແມ່ນເຈົ້າກຳ, ເປັນແຫຼ່ງພະລັງງານ, ກຳລັງຂັບເຄື່ອນຕົ້ນຕໍ; ນັກວິທະຍາສາດ ແມ່ນປັດໄຈກຸນແຈ; ລັດຮັກສາບົດບາດນຳພາ, ຊຸກຍູ້, ສ້າງເງື່ອນໄຂອັນສະດວກສະບາຍທີ່ສຸດ ໃຫ້ແກ່ການຂະຫຍາຍຕົວວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນແຫ່ງຊາດ.

ສະຖາບັນ, ບຸກຄະລາກອນ, ພື້ນຖານໂຄງລ່າງ, ຂໍ້ມູນ ແລະ ເຕັກໂນໂລຊີຍຸດທະສາດ ແມ່ນບັນດາເນື້ອໃນຈຸດສຸມ, ກັນແກນ, ພາຍໃນນັ້ນສະຖາບັນແມ່ນເງື່ອນໄຂຕັດສິນກ່ອນໝົດ, ຈຳເປັນຕ້ອງໄດ້ຮັບການປັບປຸງໃຫ້ສົມບູນ ແລະ ກ້າວໄປກ່ອນບາດກ້າວໜຶ່ງ. ຫັນປ່ຽນໃໝ່ຈິນຕະນາການການສ້າງກົດໝາຍ ຮັບປະກັນຂໍ້ກຳນົດການຄຸ້ມຄອງ ແລະ ຊຸກຍູ້ການຫັນປ່ຽນໃໝ່ປະດິດສ້າງ, ລົບລ້າງຈິນຕະນາການ "ຄຸ້ມຄອງບໍ່ໄດ້ແມ່ນຫ້າມ". ເອົາໃຈໃສ່ຮັບປະກັນແຫຼ່ງພະລັງງານມະນຸດລະດັບຄວາມຮູ້ສູງ ໃຫ້ແກ່ການຂະຫຍາຍຕົວວິທະຍາສາດ, ເտັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນແຫ່ງຊາດ; ມີກົນໄກ, ນະໂຍບາຍຮູບແບບພິເສດກ່ຽວກັບຜູ້ມີພອນສະຫວັນ.

ຂະຫຍາຍຕົວພື້ນຖານໂຄງລ່າງ, ໂດຍສະເພາະແມ່ນພື້ນຖານໂຄງລ່າງດິຈິຕອນ, ເຕັກໂນໂລຊີດິຈິຕອນ ບົນຫຼັກການ "ທັນສະໄໝ, ຄົບຊຸດ, ປອດໄພ, ສະຫງົບ, ມີປະສິດທິຜົນ, ຫຼີກເວັ້ນການຟູມເຟືອຍ"; ເຮັດໃຫ້ອຸດົມສົມບູນ, ຂຸດຄົ້ນທ່າແຮງບົ່ມຊ້ອນສູງສຸດຂອງຂໍ້ມູນ, ນຳພາຂໍ້ມູນກາຍເປັນພາຫະນະການຜະລິດຕົ້ນຕໍ, ຊຸກຍູ້ການຂະຫຍາຍຕົວຢ່າງວ່ອງໄວຖານຂໍ້ມູນຂະໜາດໃຫຍ່ (Big Data), ອຸດສາຫະກຳຂໍ້ມູນ, ເສດຖະກິດຂໍ້ມູນ.

ຂະຫຍາຍຕົວຢ່າງວ່ອງໄວ ແລະ ໝັ້ນຄົງ, ກ້າວໄປເຖິງການເປັນເຈົ້າຕົນເອງກ່ຽວກັບເຕັກໂນໂລຊີ, ໂດຍສະເພາະແມ່ນເຕັກໂນໂລຊີຍຸດທະສາດ; ໃຫ້ບຸລິມະສິດແຫຼ່ງພະລັງງານແຫ່ງຊາດລົງທຶນໃຫ້ແກ່ການຂະຫຍາຍຕົວວິທະຍາສາດ, ເտັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນ. ເສີມຂະຫຍາຍສູງສຸດທ່າແຮງບົ່ມຊ້ອນ, ປັນຍາ ຫວຽດນາມ ຕິດພັນກັບການຮັບເອົາ, ດູດຊຶມ, ເປັນເຈົ້າ ແລະ ປະຍຸກໃຊ້ໝາກຜົນວິທະຍາສາດ, ເຕັກໂນໂລຊີອັນກ້າວໜ້າຂອງໂລກຢ່າງວ່ອງໄວ; ຍູ້ແຮງການຄົ້ນຄວ້າປະຍຸກໃຊ້, ເອົາໃຈໃສ່ການຄົ້ນຄວ້າພື້ນຖານ, ກ້າວໄປສູ່ການເປັນເຈົ້າຕົນເອງ ແລະ ແຂ່ງຂັນກ່ຽວກັບເຕັກໂນໂລຊີ ພາຍໃນບາງຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການ, ທ່າແຮງບົ່ມຊ້ອນ, ຈຸດເດັ່ນ.

ຮັບປະກັນອະທິປະໄຕແຫ່ງຊາດບົນຂອບເຂດພື້ນທີ່ອິນເຕີແນດ; ຮັບປະກັນຄວາມປອດໄພເຄືອຂ່າຍ, ຄວາມປອດໄພຂໍ້ມູນ, ຄວາມສະຫງົບຂໍ້ມູນຂ່າວສານຂອງອົງການ ແລະ ບຸກຄົນ ແມ່ນຂໍ້ກຳນົດອັນຕະຫຼອດຮອດຫົວຕະຫຼອດຫາງ, ບໍ່ສາມາດແຍກອອກຈາກກັນໄດ້ ພາຍໃນຂະບວນການຂະຫຍາຍຕົວວິທະຍາສາດ, ເտັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນແຫ່ງຊາດ.

ມະຕິໄດ້ວາງເປົ້າໝາຍຮອດປີ 2030: ທ່າແຮງບົ່ມຊ້ອນ, ລະດັບວິທະຍາສາດ, ເտັກໂນໂລຊີ ແລະ ການຫັນປ່ຽນໃໝ່ປະດິດສ້າງ ບັນລຸລະດັບກ້າວໜ້າ ພາຍໃນຫຼວງຫຼາຍຂົງເຂດອັນສຳຄັນ, ນອນພາຍໃນກຸ່ມນຳໜ້າ ຂອງບັນດາປະເທດທີ່ມີລາຍຮັບປານກາງສູງ; ລະດັບ, ຄວາມສາມາດເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງຂອງວິສາຫະກິດ ບັນລຸລະດັບເໜືອປານກາງຂອງໂລກ; ບາງຂົງເຂດວິທະຍາສາດ, ເտັກໂນໂລຊີ ບັນລຸລະດັບສາກົນ. ຫວຽດນາມ ນອນພາຍໃນກຸ່ມ 3 ປະເທດນຳໜ້າ ອາຊີຕາເວັນອອກສ່ຽງໃຕ້, ກຸ່ມ 50 ປະເທດຢືນຫົວແຖວໂລກ ກ່ຽວກັບຄວາມສາມາດການແຂ່ງຂັນດິຈິຕອນ ແລະ ດັດສະນີການຂະຫຍາຍຕົວລັດຖະບານເອເລັກໂຕຣນິກ; ກຸ່ມ 3 ປະເທດນຳໜ້າເຂດ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາປັນຍາປະດິດ, ເປັນສູນກາງຂະຫຍາຍຕົວບາງຂະແໜງ, ຂົງເຂດອຸດສາຫະກຳເຕັກໂນໂລຊີດິຈິຕອນ ທີ່ ຫວຽດນາມ ມີຈຸດເດັ່ນ. ຢ່າງຕ່ຳສຸດມີ 5 ວິສາຫະກິດເຕັກໂນໂລຊີດິຈິຕອນ ທີ່ມີລະດັບທຽບເທົ່າກັບບັນດາປະເທດກ້າວໜ້າ.

ການປະກອບສ່ວນຂອງສະມັດຖະພາບປັດໄຈສັງລວມ (TFP) ເຂົ້າໃນການເຕີບໂຕເສດຖະກິດ ຢູ່ລະດັບເໜືອ 55%; ອັດຕາສ່ວນການສົ່ງອອກຜະລິດຕະພັນເຕັກໂນໂລຊີສູງ ບົນຍອດມູນຄ່າສິນຄ້າສົ່ງອອກ ບັນລຸຢ່າງຕ່ຳສຸດ 50%. ຂະໜາດເສດຖະກິດດິຈິຕອນ ບັນລຸຢ່າງຕ່ຳສຸດ 30% ຂອງ GDP. ອັດຕາສ່ວນການນຳໃຊ້ບໍລິການພາກລັດອອນລາຍ ຂອງປະຊີຊົນ ແລະ ວິສາຫະກິດ ບັນລຸເໜືອ 80%; ການທຸລະກຳແບບບໍ່ນຳໃຊ້ເງິນສົດ ບັນລຸ 80%. ອັດຕາສ່ວນວິສາຫະກິດທີ່ມີການເຄື່ອນໄຫວຫັນປ່ຽນໃໝ່ປະດິດສ້າງ ບັນລຸເໜືອ 40% ພາຍໃນຍອດຈຳນວນວິສາຫະກິດ.

ວິທະຍາສາດ, ເտັກໂນໂລຊີ ແລະ ການຫັນປ່ຽນໃໝ່ປະດິດສ້າງ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງຕັ້ງ, ຂະຫຍາຍຂໍ້ມູນຄ່າວັດທະນະທຳ, ສັງຄົມ, ມະນຸດ ຫວຽດນາມ, ປະກອບສ່ວນເຂົ້າໃນດັດສະນີການຂະຫຍາຍຕົວມະນຸດ (HDI) ຮັກສາໃຫ້ຢູ່ເໜືອ 0,7.

ທຶນຮອນຈ່າຍໃຫ້ແກ່ການຄົ້ນຄວ້າພັດທະນາ (R&D) ບັນລຸ 2% ຂອງ GDP, ພາຍໃນນັ້ນທຶນຮອນຈາກສັງຄົມກວມເອົາຫຼາຍກວ່າ 60%; ຈັດສັນຢ່າງຕ່ຳສຸດ 3% ຂອງຍອດການຈ່າຍງົບປະມານແຫ່ງລັດປະຈຳປີ ໃຫ້ແກ່ການຂະຫຍາຍຕົວວິທະຍາສາດ, ເտັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ, ການຫັນເປັນດິຈິຕອນແຫ່ງຊາດ ແລະ ເພີ່ມຂຶ້ນເທື່ອລະກ້າວຕາມຂໍ້ກຳນົດການຂະຫຍາຍຕົວ. ລະບົບການຈັດຕັ້ງວິທະຍາສາດ, ເտັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ໄດ້ຮັບການຈັດສັນຄືນໃໝ່ ຮັບປະກັນຜົນສັກສິດ, ປະສິດທິຜົນ, ຕິດພັນຢ່າງສະໜິດແໜ້ນລະຫວ່າງ ການຄົ້ນຄວ້າ - ປະຍຸກໃຊ້ - ການອົບຮົມ.

ແຫຼ່ງພະລັງງານມະນຸດຄົ້ນຄວ້າວິທະຍາສາດ, ຂະຫຍາຍຕົວເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ບັນລຸ 12 ຄົນ ຕໍ່ປະຊາກອນໜຶ່ງໝື່ນຄົນ; ມີແຕ່ 40-50 ອົງການວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການຈັດອັນດັບພາກພື້ນ ແລະ ໂລກ; ຈຳນວນການປະກາດຜົນງານວິທະຍາສາດສາກົນ ເພີ່ມຂຶ້ນສະເລ່ຍ 10%/ປີ; ຈຳນວນໃບຄຳຮ້ອງຈົດທະບຽນສິດທິບັດ, ໃບຢັ້ງຢືນການປົກປ້ອງສິດທິບັດ ເພີ່ມຂຶ້ນສະເລ່ຍ 16-18%/ປີ, ອັດຕາສ່ວນການຂຸດຄົ້ນທາງດ້ານການຄ້າ ບັນລຸ 8-10%.

ພື້ນຖານໂຄງລ່າງເຕັກໂນໂລຊີດິຈິຕອນກ້າວໜ້າ, ທັນສະໄໝ, ມີຄວາມຈຸສູງສຸດ (Super capacity), ແບນວິດກວ້າງສຸດ (Super broadband) ທຽບເທົ່າກັບບັນດາປະເທດກ້າວໜ້າ; ເທື່ອລະກ້າວເປັນເຈົ້າບາງເຕັກໂນໂລຊີຍຸດທະສາດ, ເຕັກໂນໂລຊີດິຈິຕອນ ເຊັ່ນ: ປັນຍາປະດິດ, ອິນເຕີເນັດຊັບພະສິ່ງ (IoT), ຂໍ້ມູນຂະໜາດໃຫຍ່, ຄລາວຄອມພິວຕິງ (Cloud computing), ບລັອກເຊນ (Blockchain), ເຄິ່ງຊັກນຳ, ເຕັກໂນໂລຊີຄວນຕຳ (Quantum), ນາໂນ, ຂໍ້ມູນເຄື່ອນທີ່ 5G, 6G, ຂໍ້ມູນດາວທຽມ ແລະ ບາງເຕັກໂນໂລຊີຫາກໍ່ປະກົດຕົວໃໝ່. ກະຈາຍຄື່ນໄປເຖິງສັນຍານ 5G ທົ່ວປະເທດ.

ສຳເລັດການສ້າງຕັ້ງຕົວເມືອງອັດສະລິຍະ ຕໍ່ກັບບັນດາທັດສະນະນະຄອນຂຶ້ນກັບສູນກາງ ແລະ ບາງແຂວງ, ນະຄອນ ທີ່ມີເງື່ອນໄຂຄົບຖ້ວນ. ດຶງດູດຕື່ມອີກຢ່າງຕ່ຳສຸດ 3 ອົງການ, ວິສາຫະກິດເຕັກໂນໂລຊີຊັ້ນນຳຂອງໂລກ ມາຕັ້ງສຳນັກງານໃຫຍ່, ລົງທຶນຄົ້ນຄວ້າ, ຜະລິດ ຢູ່ທີ່ ຫວຽດນາມ.

ການຄຸ້ມຄອງລັດນັບຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ ບົນສະພາບແວດລ້ອມດິຈິຕອນ, ເຊື່ອມຕໍ່ ແລະ ດຳເນີນງານຢ່າງໂລ່ງລ່ຽນ ລະຫວ່າງບັນດາອົງການພາຍໃນລະບົບການເມືອງ. ສຳເລັດການສ້າງຕັ້ງ, ເຊື່ອມຕໍ່, ແບ່ງປັນຢ່າງຄົບຊຸດຖານຂໍ້ມູນແຫ່ງຊາດ, ຖານຂໍ້ມູນຂອງບັນດາຂະແໜງການ; ຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນດິຈິຕອນ, ຂໍ້ມູນດິຈິຕອນ ຢ່າງມີປະສິດທິຜົນ, ສ້າງຕັ້ງສູນກາງການຊື້ຂາຍຂໍ້ມູນ.

ຂະຫຍາຍຕົວລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ, ພົນລະເມືອງດິຈິຕອນ, ອຸດສາຫະກຳວັດທະນະທຳດິຈິຕອນ ບັນລຸລະດັບສູງຂອງໂລກ. ຫວຽດນາມ ນອນພາຍໃນກຸ່ມບັນດາປະເທດນຳໜ້າ ກ່ຽວກັບຄວາມປອດໄພ, ຄວາມສະຫງົບພື້ນທີ່ອີນເຕີແນດ, ຄວາມປອດໄພຂໍ້ມູນ ແລະ ການປົກປ້ອງຂໍ້ມູນ.

ກ່ຽວກັບວິໄສທັດ ຮອດປີ 2045, ມະຕິໄດ້ຊີ້ແຈ້ງວ່າ: ວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນ ຂະຫຍາຍຕົວຢ່າງໜັກແໜ້ນ, ປະກອບສ່ວນນຳພາ ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ຫວຽດນາມ ມີຂະໜາດເສດຖະກິດດິຈິຕອນ ບັນລຸຢ່າງຕ່ຳສຸດ 50% ຂອງ GDP; ແມ່ນໜຶ່ງໃນບັນດາສູນກາງອຸດສາຫະກຳເຕັກໂນໂລຊີດິຈິຕອນ ຂອງພາກພື້ນ ແລະ ໂລກ; ນອນພາຍໃນກຸ່ມ 30 ປະເທດຢືນຫົວແຖວໂລກ ກ່ຽວກັບການຫັນປ່ຽນໃໝ່ປະດິດສ້າງ, ການຫັນເປັນດິຈິຕອນ. ອັດຕາສ່ວນວິສາຫະກິດເຕັກໂນໂລຊີດິຈິຕອນ ທຽບເທົ່າກັບບັນດາປະເທດພັດທະນາ; ຢ່າງຕ່ຳສຸດມີ 10 ວິສາຫະກິດເຕັກໂນໂລຊີດິຈິຕອນ ທີ່ມີລະດັບທຽbເທົ່າກັບບັນດາປະເທດກ້າວໜ้า. ດຶງດູດຕື່ມອີກຢ່າງຕ່ຳສຸດ 5 ອົງການ, ວິສາຫະກິດເຕັກໂນໂລຊີຊັ້ນນຳຂອງໂລກ ມາຕັ້ງສຳນັກງານໃຫຍ່, ລົງທຶນຄົ້ນຄວ້າ, ຜະລິດ ຢູ່ທີ່ ຫວຽດນາມ.

ຈຳປາສັກ ສະເໜີຮ່ວມມືກັບ ເກີນເທີ ຫຼາກຫຼາຍກິດຈະກຳ ຈຳປາສັກ ສະເໜີຮ່ວມມືກັບ ເກີນເທີ ຫຼາກຫຼາຍກິດຈະກຳ

ຍສໝ - ໃນຕອນບ່າຍວັນທີ 30 ມິຖຸນາ, ທ່ານ ດົ່ງວັນແທັງ , ກຳມະການຄະນະບໍລິຫານງານສູນກາງພັກ, ຮອງເລຂາປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ເກີນເທີ ພ້ອມດ້ວຍບັນດາຮອງປະທານສະພາປະຊາຊົນນະຄອນ ໄດ້ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຈຳປາສັກ (ລາວ) ໂດຍແມ່ນທ່ານ ອາລຸນໄຊ ສູນນະລາດ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກແວງ, ປະທານສະພາປະຊາຊົນແວງ ຈຳປາສັກ ເປັນຫົວໜ້າຄະນະ ເຂົ້າຢ້ຽມຢາມ ...

ພາບສາກ 50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ ຮຸ່ງເຮືອງສະຫວ່າງສະໄຫວ ຢູ່ໃຈກາງ Seoul ພາບສາກ 50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ ຮຸ່ງເຮືອງສະຫວ່າງສະໄຫວ ຢູ່ໃຈກາງ Seoul

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງວັນນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານ ໂຮ່ຈີມິນ ຢ່າງເປັນທາງການ (2/7/1976 - 2/7/2026), ບັນດາພາບສາກກ່ຽວກັບນະຄອນ ໂຮ່ຈີມິນ ແມ່ນໄດ້ຮັບການສາຍຂຶ້ນເທິງຈໍເອເລັກໂຕຣນິກຂະໜາດໃຫຍ່ ຢູ່ທີ່ບໍລິເວນໃຈກາງນະຄອນຫຼວງ ...

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ