ນັ້ນແມ່ນຈົດໝາຍ, ໂທລະເລກຂອງບັນດາສະມາຄົມມິດຕະພາບສອງຝ່າຍ, ອົງການຫຼາຍຝ່າຍ, ເພື່ອນມິດຝ່າຍຊ້າຍ, ຜູ້ຊົງຄຸນວຸດທິມິດຕະພາບ...
![]() |
ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ກ່າວຄຳປາໄສ. (ພາບ: TTXVN) |
ໃນຈົດໝາຍ, ໂທລະເລກ, ເພື່ອນມິດສາກົນ ໄດ້ສົ່ງຄຳອອຍພອນດ້ວຍຄວາມຍິນດີຢ່າງສຸດໃຈ ເນື່ອງໃນໂອກາດທີ່ ສະຫາຍກຳມະການກົມການເມືອງ, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ພ້ອມກັນນັ້ນ, ກໍ່ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ, ພັກກອມມູນິດ ຫວຽດນາມ, ປະຊາຊົນ ແລະ ປະເທດ ຫວຽດນາມ ຈະສືບຕໍ່ພັດທະນາ, ປະຕິບັດບັນດາເປົ້າໝາຍທີ່ວາງອອກຢ່າງມີໄຊ.
ໂທລະເລກຊົມເຊີຍຂອງທ່ານ Chang Ho-ick, ປະທານສະມາຄົມຊາວ ສ.ເກົາຫຼີ ທີ່ຮັກແພງ ຫວຽດນາມ (VESAMO) ໄດ້ຂຽນວ່າ: VESAMO ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ໄຊຊະນະໃໝ່ຫຼາຍຢ່າງໃນຂະບວນການກໍ່ສ້າງປະເທດສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ການພົວພັນສອງປະເທດ ຫວຽດນາມ - ສ.ເກົາຫຼີ ຈະສືບຕໍ່ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາຢ່າງດີງາມ.
ໃນຈົດໝາຍຊົມເຊີຍ, ທ່ານ Kwon Sung-taek, ປະທານສະມາຄົມເສດຖະກິດ, ວັດທະນະທຳ ສ.ເກົາຫຼີ - ຫວຽດນາມ (KOVECA) ໄດ້ສະແດງຄວາມຕັ້ງຫວັງເຖິງອະນາຄົດທີ່ດີກວ່າເກົ່າໃຫ້ແກ່ ຫວຽດນາມ ພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ.
ແນວໂຮມປົດປ່ອຍປະຊາຊົນ ສີລັງກາ (JVP) ສະແດງຄວາມເຊື່ອໝັ້ນວ່າ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຈະສືບຕໍ່ມໍລະດົກຂອງປະທານ ໂຮ່ຈີມິນ ແລະ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ສືບຕໍ່ຍຸດທະສາດຂອງພັກກອມມູນິດ ຫວຽດນາມ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ແລະ ບັນດາເປົ້າໝາຍໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ.
ໃນໂທລະເລກ, ທ່ານນາງປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ Men Sam An ຢືນຢັນວ່າ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ສົມກັບຕຳແໜ່ງການນຳໃໝ່ນີ້ຢ່າງແທ້ຈິງ ເພາະວ່າສະຫາຍແມ່ນຜູ້ນຳທີ່ມີປະສົບການ ແລະ ມີປະຫວັດການເຮັດວຽກທີ່ດີ, ມີຄວາມສາມາດນຳພາ ແລະ ມີຈິດໃຈເຊື່ອໝັ້ນເຖິງເສັ້ນທາງຂອງພັກກອມມູນິດ ຫວຽດນາມ, ມີອຸດົມຄະຕິ, ມີນ້ຳໃຈຮັກຊາດ ແລະ ສັດຊື່ຕໍ່ການຮັບໃຊ້ປະຊາຊົນຢ່າງບໍ່ອິດເມື່ອຍ.
ຄະນະເລຂາທິການພັກກອມມູນິດ ໂບລີວີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພັກກອມມູນິດ ຫວຽດນາມ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຈະເພີ່ມທະວີຄວາມສາມັກຄີ, ເປັນເອກະພາບ, ປະຕິບັດບັນດາເປົ້າໝາຍກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກທີ່ໄດ້ວາງອອກຢ່າງສຳເລັດຜົນ ແລະ ບັນລຸໄດ້ບັນດາຜົນງານປະຕິວັດໃໝ່.
ທ່ານ Mihai Condescu, ປະທານສະມາຄົມມິດຕະພາບ “ບົງແຊ່ນ” ຣູມານີ-ຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ, ຫວຽດນາມ ຈະສາມາດເຂົ້າໃນບັນຊີລາຍຊື່ບັນດາປະເທດພັດທະນາໃນໂລກ.
![]() | ປະດັບຫຼຽນໄຊດາວຄຳໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍສໝ - ຕາງໜ້າການນຳພັກ, ລັດ, ທ່ານ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດຫວຽດນາມ ໄດ້ປະກາດຂໍ້ຕົກລົງ ແລະປະດັບຫຼຽນໄຊດາວຄຳໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. |
ມີງດຶກ