ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ

10:48 | 16/03/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 15 ມີນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນ່າງ ຄຳ​ປາວ ເອີນ​ທະ​ວັນ - ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕປະ​ຊາ​ຊົນ ລາວ. ການພົບປະ​ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ບັນດາທູດແຫ່ງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ຫວຽດນາມ-ລາວ ບັນດາທູດແຫ່ງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ຫວຽດນາມ-ລາວ
ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ

ທີ່​ການ​ພົບ​ປະ, ທ່ານ ຟານ​ແອງ​ເຊີນ ​ໄດ້​ຊົມ​ເຊີຍ​ທ່ານ​ນາງ ຄຳ​ປາວ ​ເອີນ​ທະ​ວັນ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ. ທ່ານ ຟານ​ແອງ​ເຊີນ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ປະສົບ​ການ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ກວ້າງຂວາງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຈະ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັດ​ແໜ້ນ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ.

ແນະນຳ​ໂຄງ​ປະກອບ​ການຈັດ​ຕັ້ງ, ໜ້າ​ທີ່, ວຽກ​ງານ ​ແລະ ການ​ເຄື່ອນ​ໄຫວ​ຂອງ VUFO, ທ່ານ ຟານ​ແອງ​ເຊີນ ​ໃຫ້​ຮູ້​ວ່າ, VUFO ​ແມ່ນ​ອົງການ​ການ​ເມືອງ​ສັງຄົມ​ພິ​ເສດ​ໃນ​ການ​ທູດ​ປະຊາຊົນ​ໃນ​ຂົງ​ເຂດ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ ແລະ ການຮ່ວມມື​ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ. VUFO ມີບົດບາດຫຼັກໃນວຽກງານການທູດປະຊາຊົນ ແລະ ວຽກງານຕ່າງປະເທດທີ່ບໍ່ຂຶ້ນກັບລັດຖະບານ; ​ແມ່ນ​ອົງການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ການ​ເມືອງ​ການ​ຕ່າງປະ​ເທດ ​ແລະ ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ກຳລັງ​ການ​ຕ່າງປະ​ເທດ ທີ່ຮັບຜິດຊອບໂດຍສະເພາະ​ຂອງ​ຫວຽດນາມ.

ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ

ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຟານ​ແອງ​ເຊີນ (ຂວາ) ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ ລາວ ທ່ານ ຄຳ​ປາວ ເອີນ​ທະ​ວັນ.

ທ່ານ ຟານ​ແອງ​ເຊີນ ​ໃຫ້​ຮູ້​ວ່າ: “​ໃນ​ໄລຍະ​ມໍ່ໆ​ມາ​ນີ້, VUFO ຍາມ​ໃດ​ກໍ່​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ລາວ ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ເວທີ​ປາ​ໄສ ​ແລະ ກົນ​ໄກ​ຫຼາຍ​ຝ່າຍ”.

ຕາມ​ທ່ານ ຟານ​ແອງ​ເຊີນ ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ມີ​ການ​ແລກປ່ຽນ ​ແລະ ສົມທົບ​ກັນ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ລາວ ​ໃຫ້​ພັດທະນາ​ຢ່າງ​ແທດ​ຈິ ​ແລະ ມີ​ປະສິດທິ​ຜົນ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຄຳ​ປາວ ເອີນ​ທະ​ວັນ ​ໄດ້​ຂອບ​ໃຈ​ບັນດາ​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ມອບ​ໃຫ້​ພັກ, ລັດ ​ແລະ ປະຊາຊົນ​ລາວ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ນາງ ຄຳ​ປາວ ​ເອີ​ນທະ​ວັນ ໄດ້ຢືນຢັນ​ວ່າ, ​ໃນ​ຖານະ​ເປັນ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ, ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ພັກ, ລັດ ​ແລະ ປະຊາຊົນ​ລາວ​ມອບ​ໃຫ້.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຄຳ​ປາວ ​ເອີ​ນທະ​ວັນ ກໍ່​ປາດ​ຖະໜາ​ວ່າ VUFO ​ແບ່ງປັນ​ປະສົບ​ການ​ໃນ​ການຈັດ​ຕັ້ງ, ພັດທະນາ ​ແລະ ຄົ້ນ​ຄ້ວາ​ວຽກ​ງານ​ການ​ທູດ​ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ.

ຄຳຮຸ່ງ

Tags: ລາວ
ເຫດການ
302 Found

Found

The document has moved here.