ລົງຕົວຈິງວັດທະນະທໍາ Kyoto ຢູ່ແຂວງ ເທື່ອທຽນເຫ້ວ

11:19 | 28/11/2023

ຍສໝ - ​ລາຍການ​ແລກປ່ຽນ​ດົນຕີ, ​ຮ້ານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ທ້ອງ​ຖິ່ນ, ລົງຕົວຈິງ​ວັດທະນະທຳດື່ມນ້ຳຊາ, ກິ​ໂມ​ໂນ... ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈັດຂຶ້ນ​ໃນ​ຂອບ​ເຂດ​ໂຄງການ “ວັນ​ວັດທະນະທຳ ​ແລະ ການ​ສຶກສາ Kyoto ຢູ່ ​ເຫ້ວ” ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງເທື່ອທຽນເຫ້ວ (ຫວຽດນາມ) ​ສົມທົບກັບອຳນາດການປົກຄອງ ນະຄອນ ​Kyoto (ຍີ່​ປຸ່ນ) ​ຈັດ​ຂຶ້ນໃນ​ວັນ​ທີ 21 ພະ​ຈິກ.

ທະຫານເຂດ 4 ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນເຂດປະສົບໄພນໍ້າຖ້ວມ ເທື່ອທຽນເຫ້ວ ທະຫານເຂດ 4 ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນເຂດປະສົບໄພນໍ້າຖ້ວມ ເທື່ອທຽນເຫ້ວ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ ຢູ່ແຂວງ Santa Fe ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ ຢູ່ແຂວງ Santa Fe

“ວັນວັດທະນະທຳ ແລະ ການສຶກສາ Kyoto ຢູ່ ເຫ້ວ” ໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງການພົວພັນຮ່ວມມື ແລະ ພົບປະແລກປ່ຽນມິດຕະພາບລະຫວ່າງແຂວງ ເທື່ອທຽນເຫ້ວ ແລະ ນະຄອນ Kyoto.

ລົງຕົວຈິງວັດທະນະທໍາ Kyoto ຢູ່ແຂວງ ເທື່ອທຽນເຫ້ວ

ບັນດາ​ຜູ້​ແທນ​ໄດ້​ດຳ​ເນີນ​ພິທີ​ຕັດ​ແຖບ​ຜ້າ​ເປີດ “ວັນ​ວັດທະນະທຳ ​ແລະ ການ​ສຶກສາ​ Kyoto ຢູ່​ເເຂວງ ເທື່ອທຽນເຫ້ວ ”. (ພາບ: ຫງວຽນແອງຕ໋ວນ)

ກ່າວຄຳປາໄສ​ທີ່​ພິທີ, ທ່ານ Takatoshi Nishiwaki, ຜູ້ວ່າການ​ນະຄອນ Kyoto ​ໃຫ້​ຮູ້​ວ່າ: “ວັນ​ວັດທະນະທຳ ​ແລະ ສຶກສາ​ Kyoto ຢູ່ ​ເຫ້ວ” ​ແມ່ນ​ໂອກາດ​ເພື່ອ​ແນະນຳ​ນະຄອນ Kyoto ດ້ວຍ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນເປັນເອກະລັກພິເສດ. ທ່ານ​ຫວັງ​ວ່າ ​ຊາວ​ຫວຽດນາມ​ຈະ​ຮູ້ຈັກນະຄອນ ​Kyoto ​​ເປັນ​ນະຄອນ​ທີ່​ມີ​ປະຫວັດສາດ​ກວ່າ 1.000 ປີ, ​ເຊິ່ງມີ 17 ມໍລະດົກ​ໂລກ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ແລະ ​ແມ່ນ “​ດິນ​ແດນແຫ່ງ​ການ​ຮຽນ​ຮູ້” ຂອງ​ດິນແດນດອກ​ສະກຸຣະ...

ຕາມ​ທ່ານ ຫງວຽນ​ວັນ​ເຟືອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ແລ້ວ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະກອບສ່ວນປັບປຸງ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ​ແຂວງ ​ແລະ 2 ປະ​ເທດ ​ໂດຍ​ຜ່ານ​ການ​ຊຸກຍູ້​ວັດທະນະທຳ, ການ​ສຶກສາ, ​ແລກປ່ຽນ​ລະຫວ່າງ 2 ປະ​ເທດ. ຊາວ​ໜຸ່ມ​ແຂວງ Kyoto ​ແລະ ​ແຂວງ​ເທື່ອ​ທຽນ​ເຫ້ວ. ພ້ອມ​ກັນ​ນັ້ນ, ​ກໍສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ເຫ້ວ, ຫວຽດນາມ ​ມີຄວາມເຂົ້າ​ໃຈ​ກ່ວາ​ອີກ​ກ່ຽວ​ກັບ​ວັດທະນະທຳ ​ແລະ ການ​ສຶກສາ​ຂອງ Kyoto ​ເວົ້າ​ສະ​ເພາະ ​ແລະ ຍີ່ປຸ່ນ ເວົ້າ​ລວມ.

ທີ່​ງານ​ບຸນກໍໄດ້​ຈັດບັນດາ​ລາຍການ​ພົບ​ປະ​ແລກປ່ຽນ​ດົນຕີ​ຂອງ​ຊາວ​ໜຸ່ມ ​ເຫ້ວ ​ແລະ Kyoto ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນັກຮຽນ ​ນັກ​ສຶກສາ 2 ປະ​ເທດ​ເກືອບ 600 ຄົນ ກັບບັນດາ​ລາຍການ​ສະ​ແດງ​ທີ່​ດູດ​ດື່ມ​ດ້ວຍສີສັນ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ. ນອກນັ້ນ, ຍັງມີຮ້ານວາງສະແດງ 14 ຮ້ານ, ແນະນຳໃຫ້ນັກທ່ອງທ່ຽວທີ່ເຂົ້າຮ່ວມໄດ້ເຫັນຕົວຈິງບັນດາຈຸດສີສັນພິເສດຂອງວັດທະນະທຳ ແລະ ການສຶກສາທີ່ເປັນເອກະລັກຂອງແຂວງ Kyoto, ປະເທດຍີ່ປຸ່ນ ເຊັ່ນ: ວັດທະນະທຳດື່ມນ້ຳຊາ, ກິໂມໂນ, ກິລາບານເຕະ ແລະ ແນະນຳບັນດາມະຫາວິທະຍາໄລໃນ Kyoto...

ທ່ານ ຫງວຽນ​ວັນ​ເຟືອງ ​ໃຫ້​ຮູ້​ວ່າ: ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ຫຼາຍ​ທ້ອງ​ຖິ່ນຂອງ ຍີ່ປຸ່ນ, ​ໃນ​ນັ້ນ​ມີ​ນະຄອນ Kyoto. ທ່ານ​ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ມີ​ບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ດ້ານ​ວັດທະນະທຳ, ການ​ສຶກສາ, ​ເສດຖະກິດ... ລະຫວ່າງບັນດາ​ທ້ອງ​ຖິ່ນ​ຂອງ ຍີ່ປຸ່ນ ​ແລະ ​ແຂວງ​ເທື່ອ​ທຽນ​ເຫ້ວ ຕື່ມອີກ, ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ.

ດີງເລື້ອງ

302 Found

Found

The document has moved here.