ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຜ່ບໍລິຈາກສະໜັບສະໜູນບັ້ນຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ

13:26 | 31/07/2021

ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ ຄັ້ງທີ 4 ຢູ່ຫວຽດນາມ, ເຖິງວ່າການດໍາລົງຊີວິດຍັງປະສົບຄວາມຫຍຸ້ງຍາກກໍ່ຕາມ ແຕ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ມີຫຼາຍຮູບການເພື່ອສະໜັບສະໜູນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ.

ທ່ານນາຍົກລັດຖະມົນຕີຟ້າມມິນຈິງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ທ່ານນາຍົກລັດຖະມົນຕີຟ້າມມິນຈິງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ
ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ ການນຳຂັ້ນສູງຫວຽດນາມ ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ ການນຳຂັ້ນສູງຫວຽດນາມ
ພາບປະກອບ
ພາບປະກອບ

ສະຖາກົງສູນໃຫຍ່ ຫວຽດນາມ ປະຈຳ Sydney, ອົດສະຕາລີ ຫາກໍ່ແຈ້ງໃຫ້ຮູ້ວ່າ, ນັບແຕ່ວັນທີ 28 ມິຖຸນາ ຫາວັນທີ 28 ກໍລະກົດ 2021 ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ, ສະການກົງສູນໃຫຍ່ໄດ້ຮັບຈຳນວນເງິນກວ່າ 41.000 AUD (ປະມານ 650 ລ້ານດົ່ງ) ຈາກຫຼາຍອົງການ, ສະມາຄົມນັກສຶກສາ ແລະ ສ່ວນບຸກຄົນພວມດຳລົງຊີວິດຢູ່ບາງລັດຂອງ ອົດສະຕາລີ. ວັນທີ 29 ກໍລະກົດ, ຈຳນວນເງິນດັ່ງກ່າວໄດ້ຝາກເຖິງບັນຊີຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ.

ໄລ່ແຕ່ວັນທີ 5 ມິຖຸນາ 2021 ມາຮອດປະຈຸບັນ, ຈໍານວນເງິນບໍລິຈາກໃຫ້ວຽກງານປ້ອງການ, ຕ້ານພະຍາດ ແລະກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງສະມາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຂຶ້ນເຖິງ 10,5 ຕື້ດົ່ງ. ຄຽງຂ້າງນັ້ນ, ເກືອບ 30 ອົງການ, ສະມາຄົມ, ຄະນະຊາວຫວຽດນາມ ຢູ່ຝຣັ່ງ, ອາເມລິກາ, ການາດາ... ໄດ້ປຸກລະດົມຂະບວນການ “ຮ່ວມແຮງຮ່ວມໃຈເພື່ອຫວຽດນາມ” ແລະ “ວັກຊິນ ຈໍານວນ 10.000 ໂດສ ໃຫ້ຫວຽດນາມ” ຈະສົ່ງເມືອປະເທດໂດຍໄວ ເພື່ອແນໃສ່ໜູນຊ່ວຍໃຫ້ປະຊາຊົນ, ພິເສດແມ່ນທ່ານໝໍ ແລະຜູ້ກໍາລັງປະຕິບັດງານຢູ່ດ່ານໜ້າຜ່ານຜ່າພະຍາດໂຄວິດ-19.

ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ ຄັ້ງທີ 4 ຢູ່ຫວຽດນາມ, ເຖິງວ່າການດໍາລົງຊີວິດຍັງປະສົບຄວາມຫຍຸ້ງຍາກກໍ່ຕາມ ແຕ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ມີຫຼາຍຮູບການເພື່ອສະໜັບສະໜູນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ, ຄື: ສົ່ງວັດຖຸ, ອຸປະກອນການແພດ, ທັນຍາຫານ, ສະບຽງອາຫານ, ເງິນສົດ, ແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະສະໝັກເຂົ້າຮ່ວມດ່ານໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ນັບແຕ່ເວລາ 18 ໂມງ 30 ນາທີ ຂອງວັນທີ 29 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 30 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 4.992 ຄົນ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2.740 ຄົນ. ດັ່ງນັ້ນ, ໄລ່ຮອດວັນທີ 30 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 130.000 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກກະຕິ ແມ່ນ 31.780 ຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.