![]() |
| ທ່ານເອກອັກຄະລັດຖະທູດ ຫງວຽນດຶກຮຸ່ງ - ຮອງປະທານ - ເລຂາໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ກ່າວຄຳປາໄສທີ່ການສຳມະນາວິທະຍາສາດ “ການທູດປະຊາຊົນໃນໄລຍະພັດທະນາໃໝ່ຂອງປະເທດ”, ວັນທີ 3 ມີນາ 2025. (ພາບ: Dinh Hoa) |
ເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ
ໃນຊຸມປີມໍ່ໆມານີ້, ບັນດາການເຄື່ອນໄຫວການທູດເສດຖະກິດຂອງ VSFA ໄດ້ສຸມໃສ່ 3 ເປົ້າໝາຍໃຫຍ່ຄື: ເພີ່ມທະວີໂຄສະນາໂອກາດການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ໃນສະພາບທີ່ຫວຽດນາມ ພວມກາຍເປັນສູນກາງການຜະລິດ ແລະ ນະວັດຕະກຳຂອງພາກພື້ນ; ໜູນຊ່ວຍວິສາຫະກິດຫວຽດນາມ ເປີດກວ້າງຕະຫຼາດສາກົນໂດຍຜ່ານການແລກປ່ຽນດ້ານເສດຖະກິດ ແລະ ການຄ້າ; ປະກອບສ່ວນຢ່າງເປັນເຈົ້າການໃນການດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ, ເຕັກໂນໂລຢີສູງ ເພື່ອຮັບໃຊ້ການພັດທະນາເສດຖະກິດສີຂຽວ ແລະ ເສດຖະກິດດີຈີຕອນ.
ສະມາຄົມສຸມໃສ່ບົດບາດເປັນຂົວຕໍ່, ປະກອບສ່ວນເຊື່ອມຕໍ່ພື້ນຖານເສດຖະກິດຂອງສອງປະເທດ ໂດຍຜ່ານການເພີ່ມທະວີການເຊື່ອມຈອດປະຊາຄົມວິສາຫະກິດຂອງສອງປະເທດ, ຊຸກຍູ້ການແລກປ່ຽນດ້ານການຄ້າ ແລະ ການລົງທຶນຢ່າງເຂັ້ມແຂງ, ຮັບໃຊ້ແຜນງານພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ. ພິເສດແມ່ນໃຫ້ບັນດາທ້ອງຖິ່ນ ແລະ ປະຊາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ ຫວຽດນາມ, ນີ້ແມ່ນຊ່ອງທາງຮ່ວມມືທີ່ຈຳເປັນ ແລະ ເໝາະສົມ.
ເວທີປາໄສສົ່ງເສີມການຄ້າ, ການລົງທຶນ ແລະ ດຳເນີນທຸລະກິດ ໂດຍສະມາຄົມສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ແລະ ສິງກະໂປ ຍາມໃດກໍ່ດຶງດູດວິສາຫະກິດ ຫວຽດນາມ ແລະ ສິງກະໂປ ຫຼາຍຮ້ອຍຄົນເຂົ້າຮ່ວມ, ກາຍເປັນທີ່ຕັ້ງທີ່ໜ້າເຊື່ອຖືໃນການເຊື່ອມໂຍງ ແລະ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ. ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ສະມາຄົມສ້າງເງື່ອນໄຂໃຫ້ບັນດາອົງການຄຸ້ມຄອງ, ນັກວິທະຍາສາດ, ນັກຊ່ຽວຊານ, ສະມາຄົມວິສາຫະກິດພ້ອມກັບບັນດາວິສາຫະກິດ, ນັກລົງທຶນ, ໄດ້ຮັບຟັງຄວາມປາດຖະໜາຂອງຕົນ ແລະ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດ.
ສ້າງເຄືອຂ່າຍຄູ່ຮ່ວມມືທີ່ກວ້າງຂວາງ
ເຊື່ອມໂຍງບັນດາການເຄື່ອນໄຫວຂອງຕົນກັບບັນດາໂຄງການພັດທະນາເສດຖະກິດ - ສັງຄົມບຸລິມະສິດຂອງປະເທດ, VSFA ໄດ້ປະສົບຜົນສຳເລັດໃນການສ້າງເຄືອຂ່າຍຄູ່ຮ່ວມມືກ້ວາງຂວາງຂອງທັງຫວຽດນາມ ແລະ ສິງກະໂປ, ລະດົມກຳລັງແຮງຂອງເຄືອຂ່າຍນີ້ເພື່ອປະຕິບັດຫຼາຍໂຄງການທີ່ມີຄວາມໝາຍ ແລະ ແທດຈິງ.
ບັນດາຄູ່ຮ່ວມມືສະເພາະລວມມີ: ສະຖານທູດສິງກະໂປປະຈຳຫວຽດນາມ, ສະຖານກົງສຸນໃຫຍ່ສິງກະໂປປະຈຳນະຄອນໂຮ່ຈິມິນ, ສະຖານທູດຫວຽດນາມປະຈຳສິງກະໂປ, ມູນນິທິສາກົນສິງກະໂປ (SIF), ສະຫະພັນອຸດສາຫະກຳສິງກະໂປ (SMF), ອົງການຄຸ້ມຄອງວິສາຫະກິດສິງກະໂປຂຶ້ນກັບກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ (ESG), ສະມາຄົມໜູນຊ່ວຍວິສາຫະກິດຂະໜາດນ້ອຍແລະກາງສິງກະໂປ (SVIV); ສະຫະພັນບັນດາອົງການມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ຢູ່ບັນດາທ້ອງຖິ່ນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຫາຍຟອງ, ວີ້ງຟຸກ, ເກີນເທີ, ບີງເຢືອງ, ດົງນາຍ, ສະມາຄົມອຸດສາຫະກຳ ແລະ ສະໂມສອນວິສາຫະກິດ, ບັນດາວິສາຫະກິດຫວຽດນາມ ແລະ ສິງກະໂປ.
ຜ່ານເຄືອຂ່າຍນີ້, ສະມາຄົມໄດ້ເສີມຂະຫຍາຍບົດບາດຫຼັກແຫຼ່ງ, ລະດົມ ແລະ ເພີ່ມທະວີການເຂົ້າຮ່ວມຢ່າງກ້ວາງຂວາງຂອງບັນດາອົງການ, ອົງການ, ນັກວິສາຫະກິດ, ນັກຊ່ຽວຊານ ແລະ ປະຊາຊົນສອງປະເທດໃນບັນດາການເຄື່ອນໄຫວຮ່ວມມື ແລະ ພັດທະນາ.
![]() |
| ພິທີເປີດໂຄງການໜູນຊ່ວຍວິສາຫະກິດສັງຄົມນະວັດຕະກຳ ໂດຍສະມາຄົມມິດຕະພາບຫວຽດນາມ - ສິງກະໂປ, ວັນທີ 22 ຕຸລາ 2024. (ພາບ: Dinh Hoa) |
ສະໜັບສະໜູນວິສາຫະກິດສັງຄົມນະວັດຕະກຳ
ໂດຍຮັບຮູ້ວ່າ ການໜູນຊ່ວຍວິສາຫະກິດເລີ່ມຕົ້ນ ແລະ ນະວັດຕະກຳ ແມ່ນນະໂຍບາຍສຳຄັນຂອງພັກ ແລະ ລັດ, VSFA ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າຂໍ້ລິເລີ່ມໂຄງການໜູນຊ່ວຍສິສາຫະກິດສັງຄົມນະວັດຕະກຳ (SEIP) - ດຳເນີນໃນເດືອນຕຸລາ 2024 ຢູ່ຮ່າໂນ້ຍ ແລະ ສືບຕໍ່ຜັນຂະຫຍາຍໃນປີ 2025.
ໂຄງການ SEIP ແນໃສ່ຍົກສູງກຳລັງຄວາມສາມາດນະວັດຕະກຳ, ພັດທະນາຍີ່ຫໍ້ ແລະ ເປີດກວ້າງຕະຫຼາດໃຫ້ແກ່ບັນດາວິສາຫະກິດສັງຄົມ ແລະ ວິສາຫະກິດນິເວດຫວຽດນາມ, ຜ່ານການຝຶກອົບຮົມ - Coaching - ຢັ້ງຢືນ - ເຊື່ອມຕໍ່ - ສະແດງຢູ່ Techfest ຫວຽດນາມ ທ້າຍປີ 2025 ຢູ່ຮ່າໂນ້ຍ. ເປົ້າໝາຍໄລຍະຍາວຂອງໂຄງການແມ່ນສ້າງເຄືອຂ່າຍວິສາຫະກິດສັງຄົມຫວຽດນາມແບບຍືນຍົງ, ມີຄວາມສາມາດນະວັດຕະກຳ ແລະ ການແຂ່ງຂັນຢູ່ຕະຫຼາດ.
ການເຄື່ອນໄຫວຝຶກອົບຮົມ, coaching ແລະ Innovation Fellow ທັງໝົດ ໄດ້ຖືກຈັດຕັ້ງ 100% ອອນໄລຜ່ານ Zoom, Google Drive, Zalo ແລະ email - ເຊິງຊ່ວຍໃຫ້ວິສາຫະກິດໃນທຸກຂົງເຂດມີໂອກາດທີ່ຈະຮຽນຮູ້, ເຊື່ອມຕໍ່ ແລະພັດທະນາ. SEIP ແມ່ນການລິເລີ່ມໂດຍ VSFA, ໄດ້ຮັບການສະຫນັບສະຫນູນໂດຍກະຊວງວິທະຍາສາດແລະເຕັກໂນໂລຢີ, ຮ່ວມມືກັບສະຖາບັນຄົ້ນຄ້ວາປ່ຽນໃໝ່ ແລະ ພັດທະນາ (IID) ພ້ອມກັບຄູ່ຮ່ວມງານພາຍໃນ ແລະ ຕ່າງປະເທດ.
SEIP 2025 ບໍ່ພຽງແຕ່ແມ່ນໂຄງການເທົ່ານັ້ນ ຫາກຍັງແມ່ນຊຸມຊົນແຫ່ງການຮໍ່າຮຽນ ແລະ ພັດທະນາລວມ, ເຊິ່ງເປັນບ່ອນທີ່ຈິດໃຈປະດິດສ້າງຕິດພັນກັບຄຸນຄ່າມະນຸດສະທຳ ແລະ ການຮ່ວມມື, ຊຸກຍູ້ບັນດາຕົວແບບວິສາຫະກິດສັງຄົມ ແລະ ນິເວດຫວຽດນາມ ເພື່ອມຸ່ງໄປເຖິງຕະຫຼາດພາຍໃນ ແລະ ສາກົນ.
ເປີດກ້ວາງການແລກປ່ຽນປະຊາຊົນ
ຄຽງຄູ່ກັບການເຄື່ອນໄຫວເສດຖະກິດ, VSFA ຍາມໃດກໍ່ສຸມໃສ່ຜັນຂະຫຍາຍການພົບປະແລກປ່ຽນປະຊາຊົນໃນຫຼາຍຂົງເຂດຄື: ວັດທະນະທຳ, ສຶກສາ, ການທ່ອງທ່ຽວ, ກິລາ. ໃນປີ 2017, ສະມາຄົມໄດ້ລົງນາມໃນສັນຍາຮ່ວມມືກັບມູນນິທິສາກົນສິງກະໂປ ພາຍໃຕ້ການເປັນສັກຂີພິຍານຂອງນາຍົກລັດຖະມົນຕີຂອງສອງປະເທດ, ສ້າງກອບນິຕິກຳທີ່ເອື້ອອຳນວຍໃຫ້ແກ່ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນທີ່ອຸດົມສົມບູນ ແລະ ຫຼາກຫຼາຍໃນໄລຍະທີ່ຜ່ານມາ.
![]() |
| ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Lawrence Wong ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ແລະ ມູນນິທິສາກົນສິງກະໂປ, ວັນທີ 26 ມີນາ 2025. (ພາບ: ໜັງສືພິມລັດຖະບານ). |
ພິເສດ, ໃນໂອກາດທີ່ທ່ານນາຍົກລັດຖະມົນຕີ ສິງກະໂປ ມາຢ້ຽມຢາມ ຫວຽດນາມ ໃນຕົ້ນປີ 2025, ສະມາຄົມ ແລະ ມູນນິທິສາກົນ ສິງກະໂປ ໄດ້ລົງນາມໃນສັນຍາຮ່ວມມື 5 ປີ, ປັບປຸງພື້ນຖານນິຕິກຳແບບຍືນຍົງ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ມຸ່ງໄປເຖິງ "ຄູ່ຮ່ວມງານຂອງສັງກາດໃໝ່"
ເຂົ້າສູ່ປີ 2025, VSFA ໄດ້ສົມທົບກັບສະຖານທູດສິງກະໂປ ປະຈຳ ຫວຽດນາມ ໄດ້ຈັດຕັ້ງພິທີເປີດສະຫຼອງໂລໂກ້ ຫວຽດນາມ - ສິງກະໂປ "ຄູ່ຮ່ວມງານຂອງສັງກາດໃໝ່". ໂລໂກ້ແມ່ນສັນຍາລັກຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ, ເປັນຂີດໝາຍການເລີ່ມຕົ້ນຂອງປີທີ່ມີຄວາມໝາຍ, ໄດ້ມີບັນດາການຢ້ຽມຢາມຂັ້ນສູງ ແລະ ຂໍ້ລິເລີ່ມຮ່ວມມືໃໝ່ຫຼາຍຢ່າງ.
ຄຳຂວັນ "ຄູ່ຮ່ວມງານຂອງສັງກາດໃໝ່" ສົ່ງສານເຖິງອະນາຄົດທີ່ດີ ແລະ ການຮ່ວມມືແບບຍືນຍົງກວ່າອີກລະຫວ່າງສອງປະເທດ, ໃນນັ້ນການພົວພັນປະຊາຊົນສອງປະເທດສືບຕໍ່ເປັນພື້ນຖານອັນໜັກແໜ້ນເພື່ອຊ່ວຍໃຫ້ສອງປະເທດກ້າວໄປສູ່ຈຸດໝາຍທີ່ຍິ່ງໃຫຍ່.
| ສະມາຄົມມິດຕະພາບຫວຽດນາມ - ກູບາ ໃນການເດີນທາງອັນສະຫງ່າລາສີ ຄົບຮອບ 75 ປີຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຍສໝ - ປີ 1950, ສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ໄດ້ເຂົ້າສູ່ສະພາບການໃໝ່, ເມື່ອການປະຕິວັດຫວຽດນາມ ມີການພົວພັນທາງການທູດກັບກຳລັງປະຕິວັດໂລກ, ໃນນັ້ນມີສະຫະພາບໂຊວຽດ ແລະ ຈີນ, ຄະນະກຳມະການປົກປັກຮັກສາສັນຕິພາບໂລກຂອງຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທະຫານຫວຽດບັກ ເປັນອົງການການຕ່າງປະເທດປະຊາຊົນແຫ່ງທຳອິດ, ອົງການທຳອິດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ປະຈຸປັນ. |
| ປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຍສໝ - ປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ |
ທ່ານເອກອັກຄະລັດຖະທູດ ຫງວຽນດຶກຮຸ່ງ - ຮອງປະທານ - ເລຂາໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ


