ໄທ - ທ້ອງຕະຫຼາດນຳເຂົ້າໝາກ​ທຸລຽນ ໃຫຍ່ອັນດັບທີ 2 ຂອງ ຫວຽດນາມ

11:42 | 08/06/2024

ໄທ ​ເປັນ​ປະ​ເທດ​ສົ່ງ​ອອກ​ໝາກ​ທຸລຽນ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ກາຍ​ເປັນ​ທ້ອງຕະຫຼາດ​ນຳ​ເຂົ້າ​ໝາກທຸລຽນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ ຫວຽດ​ນາມ ​ໃນ 4 ເດືອນ​ຕົ້ນ​ ປີ 2024.

ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ
ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ
ໄທ - ທ້ອງຕະຫຼາດນຳເຂົ້າໝາກ​ທຸລຽນ ໃຫຍ່ອັນດັບທີ 2 ຂອງ ຫວຽດນາມ

ໃນ​ເດືອນ ​ເມສາ ປີ 2024, ຫວຽດນາມ ​ມີ​ຮັບ​ລາຍ​ໄດ້ 217 ລ້ານ USD ຈາກ​ການ​ສົ່ງ​ອອກ​ໝາກ​ທຸລຽນ​ອອກ​ໄປ​ຕ່າງປະ​ເທດ, ​ເພີ່ມ​ຂຶ້ນ 487% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. (ທີ່ມາ: Verywell Health)

​ໃນ​ໄລຍະ​ນີ້, ​ໄທ ​ໄດ້​ໃຊ້​ຈ່າຍ​ເຖິງ 22,5 ລ້ານ USD ​ເພື່ອ​ນຳ​ເຂົ້າ​ໝາກ​​​ທຸລຽນ​ຈາກ​ ຫວຽດນາມ, ​ເພີ່ມ​ຂຶ້ນ 82% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕົວ​ເລກ​ນີ້​ສູງ​ກວ່າ​ຫຼາຍຖ້າທຽບໃສ່ກັບທ້ອງຕະຫຼາດ​ອັນ​ດັບທີ 3 Hong Kong (ຈີນ) ທີ່​ມີ​ພຽງ 3,6 ລ້ານ USD.

ປີ 2023, Hong Kong ​ເປັນ​ທ້ອງຕະຫຼາດ​ນຳ​ເຂົ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ ຫວຽດນາມ ດ້ວຍ​ວົງເງິນ 20 ລ້ານ USD, ຮອງ​ລົງ​ມາ​ແມ່ນ ​ໄຕ້​ຫວັນ (ຈີນ) ດ້ວຍ​ມູນ​ຄ່າ 16 ລ້ານ USD.

ທ່ານ ດັ້ງຟຸກຫງວ່ຽນ, ເລຂາທິການໃຫຍ່ສະມາຄົມຜັກ ແລະ ໝາກໄມ້ ຫວຽດນາມ (Vinafruit) ໃຫ້ຮູ້ວ່າ: ໃນເວລາມໍ່ໆມານີ້, ໄທ ໄດ້ເພີ່ມການນຳເຂົ້າໝາກ​ທຸລຽນຂອງ ຫວຽດນາມ ເພາະວ່າໃນໄລຍະນີ້ ຫວຽດນາມ ແມ່ນປະເທດໜຶ່ງດຽວທີ່ສະໜອງໝາກ​ທຸລຽນໃນໂລກ.

ຕາມ ທ່ານ ດັ້ງຟຸກຫງວ່ຽນ ແລ້ວ, ເຖິງວ່າ ໄທ ເປັນປະເທດສົ່ງອອກໝາກໄມ້ໃຫຍ່ທີ່ສຸດ, ແຕ່ໝາກ​ທຸລຽນໄດ້ຫຼຸດລົງຢ່າງຫຼວງຫຼາຍທາງດ້ານປະລິມານ ແລະ ຄຸນນະພາບຍ້ອນໄພແຫ້ງແລ້ງຢ່າງຮ້າຍແຮງ, ສະນັ້ນ ຈິ່ງຕ້ອງໄດ້ນຳເຂົ້າຈາກປະເທດອື່ນເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ການທ່ອງທ່ຽວ.

ທ່ານ ຫງວຽນ​ແທ່ງ​ບິ່ງ, ປະທານ​ບໍລິສັດ Vinafruit ​ໃຫ້​ຮູ້​ວ່າ: ​ໃນ​ຂະນະ​ທີ່ ​ຈີນ ​ແມ່ນທ້ອງ​ຕະຫຼາດ​ນຳ​ເຂົ້າ​ໝາກ​ທຸລຽນ​ສົດ​ໃຫຍ່​ທີ່​ສຸດ​ຂອງ​ ຫວຽດນາມ, ​ໄທ​ ແມ່ນທ້ອງ​ຕະຫຼາດ​ນຳ​ເຂົ້າ​ໝາກ​ທຸລຽນແຊ່ແຂງ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ພວກ​ຂ້າພະ​ເຈົ້າ​ຍ້ອນ​ລາຄາ​ທີ່ແກ່ງແຍ້ງ.

ທ່ານ ​ບິ່ງ ​ໃຫ້​ຮູ້​ວ່າ, ໝາກ​ທຸລຽນ​ແຊ່​ແຂງ​ທີ່​ ໄທ ນຳ​ເຂົ້າ​ຈຳນວນ​ໜຶ່ງ​ແມ່ນ​ໄດ້​ນຳ​ໃຊ້​ໃນ​ການ​ປຸງ​ແຕ່ງ, ​ແຕ່​ສ່ວນ​ໃຫຍ່​ແມ່ນ​ສົ່ງ​ອອກ​ໄປ​ປະ​ເທດ​ທີ 3, ຕົ້ນຕໍ​ແມ່ນ​ ຈີນ. ປະຈຸ​ບັນ, ປະຈຸບັນ ຫວຽດນາມ ​ຍັງ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ສົ່ງ​ອອກ​ໝາກ​ທຸລຽນແຊ່​ແຂງ​ໄປ​ຍັງທ້ອງ​ຕະຫຼາດ​ປະ​ເທດ ​ອາຊີ​ຕາ​ເວັນ​ອອກສ່ຽງ​ເໜືອ ​ນີ້.

ສະ​ນັ້ນ, ວົງ​ການ​ວິ​ສາ​ຫະ​ກິດ ​ຫວຽດ​ນາມ ຫວັງ​ວ່າ​ຈະ​ລົງ​ນາມ​ໃນ​ອະ​ນຸ​ສັນ​ຍາ​ກັບ ​ຈີນ ​ໂດຍ​ໄວ ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ​ຜູ້​ ແລະ ຜູ້​ຊົມ​ໃຊ້​ຂອງ​ສອງ​ປະ​ເທດ.

​ໃນເດືອນ ເມສາ ປີ 2024, ຫວຽດນາມ ບັນລຸ 217 ລ້ານ USD ​ຈາກ​ການ​ສົ່ງ​ອອກ​ໝາກ​ທຸລຽນ​ອອກ​ໄປ​ຕ່າງປະ​ເທດ, ​ເພີ່ມ​ຂຶ້ນ 487% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ຍົກສູງ​ຕົວ​ເລກ​ນີ້​ໃນ 4 ​ເດືອນ​ຕົ້ນ​ປີ​ບັນລຸ 470 ລ້ານ USD, ​ເພີ່ມ​ຂຶ້ນ 146% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ຈີນ ​ແມ່ນ​ປະ​ເທດ​ນຳ​ເຂົ້າ​ໃຫຍ່​ທີ່​ສຸດ, ກວມ​ເອົາ 92% ຂອງອັດຕາສ່ວນກວມ​ຕະຫຼາດ.

​ເພີ່ມພື້ນທີ່​ເພື່ອນັກຮຽນ ​ໄທ ຊອກຮູ້ວັດທະນະທຳ ​ຫວຽດນາມ ​ເພີ່ມພື້ນທີ່​ເພື່ອນັກຮຽນ ​ໄທ ຊອກຮູ້ວັດທະນະທຳ ​ຫວຽດນາມ

ຍສໝ - ວັນ​ທີ 25 ມີ​ນາ​ນີ້, ບຸນຄ້າຍ​ພາ​ສາ​ ແລະ ວັດ​ທະ​ນະ​ທຳ​ ຫວຽດ​ນາມ ​ໄດ້​ເປີດ​ຢູ່​ແຂວງ​ ໜອງ​ຄາຍ ຂຶ້ນ​ກັບພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄທ. ນີ້​ແມ່ນ​ປີ​ທຳ​ອິດ​ທີ່ລາຍການໄດ້​ຮັບ​ການ​ຈັດ​ຕັ້ງ, ​ໃຫ້​ນັກຮຽນ ​ແລະ ​ໄວ​ໜຸ່ມ ​ໄທ ມີ​ບ່ອນລະ​ຫຼິ້ນ​ທີ່​ໜ້າ​ສົນ​ໃຈ ​ແລະ ມີ​ປະ​ໂຫຍ​ດ ​ເພື່ອ​ຊອກ​ຮູ້​ພາສາ​ ຫວຽດນາມ ​ແລະ ວັດທະນະທຳ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

ຍສໝ - ຕອນ​ຄ່ຳ​ວັນ​ທີ 9 ທັນວາ, ຢູ່​ແຂວງ ອຸ​ດອນ​ທາ​ນີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ​ຫວຽດ​ນາມ ຢູ່ ໄທ.

ມິງດຶກ

ເຫດການ
302 Found

Found

The document has moved here.