ມອບເຮືອນມະຫາສາມັກຄີ ຈຳນວນ 120 ຫຼັງໃຫ້ຄອບຄົວທຸກຍາກຢູ່ແຂວງຊອກຈັງ

10:00 | 26/11/2023

ຍສໝ - ວັນທີ 24 ພະຈິກ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງ ຊອກຈັງ ໄດ້ສົມທົບກັບບໍລິສັດຫວຍສ້າງສາ ຊອກຈັງ ຈຳກັດຜູ້ດຽວ ຈັດຕັ້ງພິທີມອບ - ຮັບເຮືອນມະຫາສາມັກຄີ 120 ຫຼັງໃຫ້ບັນດາຄອບຄົວທຸກຍາກໃນບໍລິເວນແຂວງ.

ລາວກາຍ ຈັດການສະເຫລີມສະຫລອງ 120 ປີ ແຫ່ງການທ່ອງທ່ຽວຊາປາ ລາວກາຍ ຈັດການສະເຫລີມສະຫລອງ 120 ປີ ແຫ່ງການທ່ອງທ່ຽວຊາປາ
ງານວາງສະແດງຮູບພາບ 120 ແຜ່ນ ງານວາງສະແດງຮູບພາບ 120 ແຜ່ນ "ມໍລະດົກພາບເອມີເນຊັນໃນການໂຄສະນາການທ່ອງທ່ຽວຫວຽດນາມ"

ພາຍຫຼັງເວລາທີ່ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ຮີບ​ດ່ວນ​, ບັນດາເຮືອນ ກໍ່​ໄດ້​ສ້າງ​ສຳ​ເລັດ​ຕາມ​ລະດັບຄວາມຄືບໜ້າທີ່ໄດ້ວາງອອກ, ຮັບປະກັນ​ຄຸນ​ນະພາ​ບ ​ແລະ ເນື້ອ​ທີ່​ຕາມ​ກຳນົດ​ຂອງ​ກະຊວງ​ກໍ່ສ້າງ, ເຊິ່ງ​ໄດ້ຈັດແບ່ງຢູ່ 11 ​ເມືອງ, ເທດສະບານ, ນະຄອນ.

າງ​ເພື່ອ​ຮັບປະກັນ​ຄວາມ​ແຂງ​ 3 ດ້ານ (ພື້ນ​ແຂງ, ໂຄງ - ຝາ​ແຂງ, ຫລັງ​ຄາ​ແຂງ). ຄ່າໃຊ້ຈ່າຍທັງໝົດໃນການໜູນຊ່ວຍການກໍ່ສ້າງເຮືອນ 120 ຫຼັງຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກບໍລິສັດຫວຍສ້າງສາ ຊອກຈັງ ຈຳກັດຜູ້ດຽວ ດ້ວຍຈຳນວນເງິນທັງໝົດ 6 ຕື້ດົ່ງ.

ມອບເຮືອນມະຫາສາມັກຄີ ຈຳນວນ 120 ຫຼັງໃຫ້ຄອບຄົວທຸກຍາກຢູ່ແຂວງຊອກຈັງ
ບໍລິສັດຫວຍສ້າງສາ ຊອກຈັງ ຈຳກັດຜູ້ດຽວ ມອບເງິນ 6 ຕື້​ດົ່ງ ​ເພື່ອ​ກໍ່ສ້າງ​ເຮືອນຢູ່​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ແຂວງ ຊອກຈັງ ​ໃນ​ປີ 2024.

ທີ່​ພິ​ທີ, ຜູ້​ຕາງໜ້າ 120 ຄອບ​ຄົວ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ຢູ່ບໍລິເວນແຂວງ ຊອກຈັງ ໄດ້​ຕ້ອນ​ຮັບ​ເຮືອນຫຼັງ​ໃໝ່​ດ້ວຍ​ຄວາມປິຕິຊົມຊື່ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ ​ໂຮ່ທິ​ເກີມ​ດາ​ວ - ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ​ໄດ້​ສະແດງຄວາມ​ຂອບ​ໃຈ ​ແລະ ພ້ອມກັນນັ້ນ ກໍ່​ໄດ້​ຮອງຮູ້ເຖິງ​ການ​ປະກອບສ່ວນ ​ແລະ ສະໜັບສະໜູນ​ຂອງ​ບັນດາ​ອົງການ, ບັນດາຜູ້​ມີ​ໃຈສັດທາ ​ແລະ ປະຊາຊົນ​ພາຍ​ໃນ ​ແລະ ພາຍນອກແຂວງ ​ທີ່ໄດ້​ໃຫ້ການ​ສະໜັບສະໜູນກໍ່ສ້າງ​ເຮືອນ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ຢູ່​ໃນບໍລິເວນ​ແຂວງ, ​ໂດຍ​ສະ​ເພາະ​ແມ່ນ​ບໍລິສັດຫວຍສ້າງສາ ຊອກຈັງ ຈຳກັດຜູ້ດຽວ. ຕາມ​ທ່ານ​ນາງ ດາວ ແລ້ວ, ການ​ປະ​ກອບສ່ວນທີ່ແທດ​ຈິງ​ດັ່ງ​ກ່າວ ​ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ແຂວງຊອກຈັງ ປະ​ຕິ​ບັດວຽກງານ​​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ ແລະ ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ​ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກຢ່າງມີປະສິດທິຜົນ.

ທ່ານ​ເລຂາຜູ້ປະຈຳການ​ພັກ​ແຂວງ​ ຊອກຈັງ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບໍລິສັດມີຫວຍສ້າງສາ ຊອກຈັງ ຈຳກັດຜູ້ດຽວ ແລະ ບັນດາ​ອົງການ, ຫົວໜ່ວຍ, ກຸ່ມ​ເສດຖະກິດ, ບໍລິສັດ, ວິສາຫະກິດ ຈະ​ມີ​ບັນດາຜູ້​ໃຈສັດທາ ​ແລະ ປະຊາຊົນ​ຢູ່​ແຂວງພາຍ​ໃນ ​ແລະ ​ແຂວງພາຍ​ນອກ ສືບ​ຕໍ່​ຮ່ວມມື​, ຮ່ວມເດີນທາງກັບ​ທ້ອງ​ຖິ່ນ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ເຮືອນ​ຢູ່​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ໜູນ​ຊ່ວຍ​ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ໃກ້​ຂັ້ນທຸກຍາກບືນຕົວຫຼຸດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ.

​ເນື່ອງ​ໃນ​ໂອກາດ​ນີ້, ບໍລິສັດຫວຍສ້າງສາ ຊອກຈັງ ຈຳກັດຜູ້ດຽວ ສືບ​ຕໍ່​ໜູນ​ຊ່ວຍ​ກອງ​ທຶນ​ຄົນ​ທຸກ​ຍາກ​ຂອງ​ແຂວງ ດ້ວຍ​ຈຳນວນ​ເງິນ 6 ຕື້​ດົ່ງ ​ເພື່ອ​ກໍ່ສ້າງ​ເຮືອນ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ໃນ​ປີ 2024. ການ​ນຳ​ແຂວງ ຊອກຈັງ ກໍ່​ໄດ້​ມອບ​ໃບ​ຍ້ອງຍໍຄຸນງາມຄວາມດີ​ ຈາກປະທານຄະນະກຳມະການປະຊາຊົນແຂວງ ມອບໃຫ້ຜູ້ຕາງໜ້າບໍລິສັດຫວຍສ້າງສາ ຊອກຈັງ ຈຳກັດຜູ້ດຽວ ເພື່ອເປັນການຮອງຮູ້ ແລະ ຍ້ອງຍໍຊົມເຊີຍການປະກອບສ່ວນອັນດີຂອງບໍລິສັດເຂົ້າໃນວຽກງານຄ້ຳປະກັນຊີວິດສັງຄົມ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຂອງທ້ອງຖິ່ນໃນໄລຍະຜ່ານມາ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.