ບຳລຸງພາສາ ລາວ ໃຫ້ພະນັກງານ-ລັດຖະກອນແຂວງ ດ້ຽນບຽນ

14:50 | 05/04/2024

ຍສໝ - ຊຸດບຳລຸງພາສາ ລາວ ປີ 2024 ເປັນຫຼັກສູດທຳອິດໃນຂອບເຂດໂຄງການຮ່ວມມືບຳລຸງສ້າງລະຫວ່າງແຂວງ ດ້ຽນບຽນ ແລະ ບັນດາແຂວງພາກເໜືອຂອງ ລາວ, ໄລຍະ 2021-2025, ການກຳນົດ​ທິດ​ຮອດ​ປີ 2030.

ຄຶກຄື້ນຟ້ອນແຊ ຊາວເຜົ່າຜູ້ໄທ ຢູ່ ດ້ຽນບຽນ ທີ່ງານບຸນດອກສ້ຽວປ່າ 2024 ຄຶກຄື້ນຟ້ອນແຊ ຊາວເຜົ່າຜູ້ໄທ ຢູ່ ດ້ຽນບຽນ ທີ່ງານບຸນດອກສ້ຽວປ່າ 2024
ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ

ຕອນບ່າຍວັນທີ 2 ເມສາ, ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ດ້ຽນບຽນ ໄດ້ຈັດຕັ້ງພິທີເປີດຊຸດບຳລຸງພາສາລາວ ໃຫ້ແກ່ພະນັກງານ, ລັດຖະກອນ 21 ຄົນໃນປີ 2024 ຕາມໂຄງການຮ່ວມມືລະຫວ່າງແຂວງ ດ້ຽນບຽນ ແລະ ບັນດາແຂວງພາກເໜືອຂອງ ລາວ​ ໄລຍະ 2021-2025, ການກຳນົດ​ທິດ​ຮອດ​ປີ 2030.

ບຳລຸງພາສາ ລາວ ໃຫ້ພະນັກງານ-ລັດຖະກອນແຂວງ ດ້ຽນບຽນ

ທ່ານ ຫວືອາບັ່ງ, ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດ້ຽນ​ບຽນ ກ່າວ​ຄຳປາໄສ​ທີ່​ພິ​ທີ​ເປີດຊຸດຮຽນ.

ພາບ: ຟ່ານກວນ/TTXVN

ຊຸດບຳລຸງພາສາ ລາວ ປີ 2024 ເປັນຫຼັກສູດທຳອິດໃນຂອບເຂດໂຄງການຮ່ວມມືບຳລຸງສ້າງລະຫວ່າງແຂວງດ້ຽນບຽນ ແລະ ບັນດາແຂວງພາກເໜືອຂອງ ລາວ​ ໄລຍະ 2021-2025, ການກຳນົດ​ທິດ​ຮອດ​ປີ 2030. ຫຼັກສູດ ລວມມີສຳມະນາກອນຈາກບັນດາອົງການ, ຄະນະ, ຂະແໜງການ, ຫົວໜ່ວຍ, ຮາກຖານສຶກສາ 21 ຄົນໃນແຂວງ ດ້ຽນບຽນ ​ເຂົ້າ​ຮ່ວມ. ຫຼັງຈາກຈົບຫຼັກສູດ, ສຳມະນາກອນ ຈະກຳໄດ້ຄວາມຮູ້ພື້ນຖານດ້ານທັກສະການຟັງ, ເວົ້າ, ອ່ານ ແລະ ຂຽນພາສາ ລາວ. ພ້ອມ​ກັນ​ນັ້ນ ກໍ່ມີຄວາມເຂົ້າ​ໃຈ​ຮີດຄອງ​ປະ​ເພນີ, ວັດທະນະທຳທີ່ເປັນມູນເຊື້ອ​ຂອງ​ ລາວ ໄດ້ດີ​ຂຶ້ນ, ມີການ​ສື່ສານ ​ແລະ ​ເຮັດ​ວຽກ​ກັບ​ຊາວ ​ລາວ ​ໄດ້​ງ່າຍ; ຈາກນັ້ນ ກໍ່ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບພິເສດລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ລະຫວ່າງ​ແຂວງ ດ້ຽນບຽນ ​ແລະ ​ແຂວງ​ພາກ​ເໜືອ​ຂອງ​ ລາວ ​ເວົ້າ​ສະ​ເພາະ.

ສຳມະນາກອນ ຫງວຽນມິງຮຽນ, ຫ້ອງຂໍ້ມູນ - ສັງລວມ (ຄະນະໂຄສະນາສຶກສາແຂວງ ດ້ຽນບຽນ) ໃຫ້​ຮູ້​ວ່າ ການ​ເຂົ້າ​ຮ່ວມຫຼັກສູດແມ່ນ​ໂອກາດ ​ເພື່ອ​ຊ່ວຍ​ໃຫ້ບັນດາສຳມະນາກອນ​ໄດ້​ຮັບການປະກອບ ​ແລະ ສະ​ສົມ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ພາສາ, ປະເພນີ, ມູນເຊື້ອ ແລະ ການພັດທະນາດ້ານເສດຖະກິດ, ວັດທະນະທຳ, ສັງຄົມຂອງປະເທດເພື່ອນມິດ ລາວ. ຈາກ​ນັ້ນ, ກໍ່ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ໃນການປະຕິບັດການ​ປຶກສາ​ຫາລື​ກັບຄະນະພັກບັນດາຂັ້ນ, ຫົວໜ້າ​ອົງການ, ຫົວໜ່ວຍ​ໃນການພົວພັນ​ຕ່າງປະ​ເທດ​ລະຫວ່າງ​ແຂວງ ດ້ຽນບຽນ ກັບບັນດາ​ແຂວງ​ພາກ​ເໜືອ​ຂອງ​ ລາວ ​ເວົ້າ​ລວມ ​ແລະ ລະຫວ່າງ​ບັນດາ​ອົງການ, ຫົວໜ່ວຍ​ຂອງ​ແຂວງ ດ້ຽນບຽນ ກັບ​ບັນດາ​ອົງການ, ຫົວໜ່ວຍ​ຂອງ​ລາວ ​ເວົ້າ​ສະ​ເພາະ.

ກ່າວ​ຄຳປາໄສ​ທີ່​ພິ​ທີ​ເປີດຊຸດຮຽນ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດ້ຽນ​ບຽນ ຫວືອາບັ່ງ ເນັ້ນ​ໜັກ​ວ່າ ບັນດາສຳມະນາກອນຕ້ອງ​ຍົກ​ສູງ​ຈິດໃຈສະຕິຕື່ນຕົວ, ຄວາມຮັບຮູ້ທີ່ຖືກຕ້ອງກ່ຽວກັບເປົ້າໝາຍ, ຄວາມ​ຕ້ອງ​ການ​ຂອງ​ຊຸດຮຽນ; ປະຕິບັດ​ລະບຽບ​ການ​ໃນ​ຫ້ອງ​ຢ່າງ​ເຂັ້ມ​ງວດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ກິດຈະກຳ, ສົນທະນາ, ລົງຕົວຈິງຕາມການແນະນຳຂອງ​ຄູສອນ. ຄະນະ​ຈັດ​ຕັ້ງ​ຕ້ອງ​ສ້າງ ​ແລະ ຈັດ​ຕັ້ງ​ແຜນການ​ຮຽນ-ການ​ສອນ ​ເພື່ອ​ຮັບປະກັນ​ເວລາ​ທີ່​ກຳນົດ; ຈັດ​ຕັ້ງໃຫ້ສຳມະນາກອນເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ກັບ​ນັກ​ສຶກ​ສາ​ ລາວ ຢູ່​ບັນ​ດາຮາກຖານສຶກ​ສາ​ໃນ​ແຂວງ. ສຳລັບຄູສອນພາສາ ລາວ, ຕ້ອງເອົາໃຈໃສ່, ສ້າງເງື່ອນໄຂດີທີ່ສຸດ ເພື່ອບັນດາສຳມະນາກອນທີ່ຮ່ຳຮຽນຈະບັນລຸໄດ້ຜົນການຮຽນສູງ.

ຕາມ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ ​ແຂວງ ດ້ຽນບຽນ ​ແລ້ວ, ​ໄລຍະ​ຮຽນ 6 ​ເດືອນ ​ໄດ້​ແບ່ງ​ອອກ​ເປັນ 2 ​ໄລຍະ. ໄລຍະທີ 1 (ແຕ່ວັນທີ 1 ເມສາ - 28 ມິຖຸນາ 2024) ແລະ ໄລຍະທີ 2 (ແຕ່ວັນທີ 1 ກໍລະກົດ - 26 ກັນຍາ 2024). ດ້ວຍກຳນົດເວລາ 350 ຊົ່ວໂມງ/ຊຸດຮຽນ, ໄດ້ຈັດແບ່ງຢ່າງສົມເຫດສົມຜົນຕາມຫົວຂໍ້, ໂດຍຜ່ານຊຸດຮຽນ, ສຳມະນາກອນຈະສາມາດແລກປ່ຽນຂໍ້ມູນ ແລະ ສື່ສານກ່ຽວກັບບັນດາຫົວຂໍ້ທີ່ຄຸ້ນເຄີຍໃນລະດັບທີ່ງ່າຍໄດ້. ການເຂົ້າຮ່ວມຊຸດຮຽນແມ່ນເພື່ອສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ສ້າງເງື່ອນໄຂຂອງບັນດາອົງການ, ໜ່ວຍງານ ແລະ ຈິດໃຈຢາກຮຽນດ້ວຍຕົນເອງ, ຄວາມຕັ້ງໃຈສູງຂອງສຳມະນາກອນແຕ່ລະຄົນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.