ກວາງບິ່ງ, ດົ່ງ​ນາຍ ​ໄປ​ຢ້ຽມຢາມ, ອວຍພອນ​ປີໃໝ່ ແຂວງ ​ຈຳປາ​ສັກ ​ແລະ ​ແຂວງ Kampong Thom.

10:44 | 04/04/2024

ຍສໝ - ຄະ​ນະປະຕິບັດງານຂອງ 02 ແຂວງ ​ກວາງ​ບິ່ງ, ດົ່ງ​ນາຍ (ຫວຽດ​ນາມ) ໄດ້​ໄປ​ຢ້ຽມ​ຢາມ, ອວຍພອນ​ປີໃໝ່​ອົງຄະນະພັກ, ອຳນາດການປົກຄອງ ແລະ ປະ​ຊາ​ຊົນ​ແຂວງ ​ຈຳ​ປາ​ສັກ (ລາວ) ແລະ ແຂວງ Kampong Thom (ກຳ​ປູ​ເຈຍ) ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ລາວ ແລະ ​ບຸນ​ Chol chnam Thmay.

ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານຕື່ມ​ອີກ 4 ສະ​ຫາຍ ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານຕື່ມ​ອີກ 4 ສະ​ຫາຍ ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ
ແນວລາວສ້າງຊາດແຂວງຫົວພັນ ຢ້ຽມຢາມ ແລະ ອວຍພອນປີໃໝ່ແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ ແນວລາວສ້າງຊາດແຂວງຫົວພັນ ຢ້ຽມຢາມ ແລະ ອວຍພອນປີໃໝ່ແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ

ກວາງບິ່ງ-ຈໍາປາສັກ ຈະເພີ່ມທະວີການຮ່ວມມືໃນທຸກຂົງເຂດ

ຕອນ​ບ່າຍ​ວັນ​ທີ 1 ​ເມສາ​ນີ້, ຄະ​ນະປະຕິບັດງານຂອງແຂວງ​ ກວາງ​ບິ່ງ ໄດ້​ໄປ​ຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະ​ຊາ​ຊົນ​ແຂວງ ​ຈຳ​ປາ​ສັກ (ລາວ) ເນື່ອງ​ໃນ​ໂອ​ກາດ​ບຸນ​​ປີ​ໃໝ່ລາວ. ​ເນື່ອງ​ໃນ​ໂອກາດ​ນີ້, ຕາງໜ້າອົງຄະນະພັກ, ອຳນາດການປົກຄອງ ແລະ ປະ​ຊາ​ຊົນ​ແຂວງ ກວາງ​ບິ່ງ, ສະຫາຍຮອງ​ເລຂາຜູ້ປະຈຳຄະນະພັກແຂວງ ເຈີ່ນຫາຍເຈົາ ໄດ້​ອວຍພອນ​ອົງຄະນະພັກ, ອຳນາດການປົກຄອງ ແລະ ປະ​ຊາ​ຊົນ​ແຂວງ ຈຳ​ປາ​ສັກ ຕ້ອນຮັບບຸນປີໃໝ່ທີ່ເຕັມໄປດ້ວຍ​ຄວາມ​ມ່ວນຊື່ນ​, ​ອົບອຸ່ນ ແລະ ມີແຕ່ຄວາມ​ຈະເລີນຮຸ່ງເຮືອງ. ຂໍອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ ແລະ 2 ແຂວງ ກວາງບິ່ງ ແລະ ຈຳປາສັກ ເວົ້າສະເພາະ ໃຫ້ນັບມື້ນັບແໜ້ນແຟ້ນກ່ວາອີກ.

ກວາງບິ່ງ, ດົ່ງ​ນາຍ ​ໄປ​ຢ້ຽມຢາມ, ອວຍພອນ​ປີໃໝ່ ແຂວງ ​ຈຳປາ​ສັກ ​ແລະ ​ແຂວງ Kampong Thom.

ກວາງບິ່ງ ມອບເງິນ 200 ລ້ານດົ່ງໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຈໍາປາສັກ. ພາບ: ໜັງສືພິມ ກວາງບິ່ງ

ສະຫາຍ ເຈີ່ນຫາຍເຈົາ ເນັ້ນ​ໜັກ​ວ່າ ດ້ວຍ​ບັນດາ​ຜົນງານ​ດີ​ເດັ່ນ​ທີ່​ແຂວງ ກວາງ​ບິ່ງ ບັນລຸ​ໄດ້​ໃນ​ປີ 2023ນັ້ນ ກໍມີຄວາມ​ເອົາ​ໃຈ​ໃສ່, ຮ່ວມເດີນທາງຂອງ​ອົງຄະນະ​ພັກ, ອຳນາດການປົກຄອງ ແລະ ປະ​ຊາ​ຊົນ​ແຂວງ ຈຳປາ​ສັກ ​ໃນ​ຫຼາຍ​ຂົງ​ເຂດ. ອຳນາດການປົກຄອງແຂວງ ຈຳປາ​ສັກ ກໍ​ໄດ້​ສ້າງທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ພົນລະ​ເມືອງ​ ຫວຽດນາມ ເວົ້າລວມ, ພົນລະ​ເມືອງ​ ກວາງ​ບິ່ງ ເວົ້າ​ສະ​ເພາະ ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ​ຈຳປາ​ສັກ. ສະຫາຍ​ ເຈົາ ກໍຫວັງ​ວ່າ​ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກວາງ​ບິ່ງ ​ແລະ ​ຈໍາປາ​ສັກ ຈະ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນບັນດາຂົງ​ເຂດກ່ວາອີກ.

ໂດຍຂອບໃຈ​ຄວາມ​ຮັກແພງ​ອັນ​ອົບ​ອຸ່ນ​ທີ່​ການ​ນຳ​ແຂວງ​ ກວາງ​ບິ່ງ ໄດ້ມອບໃຫ້ສຳລັບ​ແຂວງ​ ຈຳປາ​ສັກ, ສະຫາຍ​ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ ຈຳປາ​ສັກ ໄຊ​ທອງ ​ໄຊ​ດາ​ວົງ ຢືນຢັນ​ວ່າ ແຂວງ​ ຈຳປາ​ສັກ ຍາມໃດກໍຈະຮ່ວມເດີນທາງ​ກັບ​ແຂວງ ກວາງ​ບິ່ງ ໃນທຸກຂົງ​ເຂດ. ພ້ອມ​ກັນ​ນັ້ນ, ກໍຫວັງວ່າ ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ​ຈຳປາ​ສັກ ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ຂອງ​ແຂວງ ກວາງ​ບິ່ງ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ແຂວງ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບແບບພິເສດ​ລະຫວ່າງ​ ລາວ - ຫວຽດນາມ ເວົ້າ​ລວມ, ແຂວງ​ ຈຳປາ​ສັກ ​ແລະ ແຂວງ​ ກວາງ​ບິ່ງ ເວົ້າສະເພາະ.

ການ​ພົວ​ພັນ​ ດົ່ງ​ນາຍ - Kampong Thom ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ

ວັນ​ທີ 1 ​ເມສາ​ນີ້, ຄະ​ນະປະຕິບັດງານຂອງແຂວງ ດົ່ງ​ນາຍ​ ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ບຸນປີໃໝ່​​ຕາມຮີດຄອງ​ປະ​ເພນີ​ຢູ່​ແຂວງ Kampong Thom, ລາຊະ​ອານາຈັກ​ກຳປູ​ເຈຍ. ຕາງໜ້າການນຳແຂວງ ດົ່ງນາຍ, ທ່ານປະທານສະພາປະຊາຊົນແຂວງ ດົ່ງນາຍ ໄທ​ບາວ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມທີ່ສຸດເຖິງ ທ່ານ Nguon Rattanak - ເຈົ້າແຂວງແຂວງ Kampong Thom ພ້ອມກັບບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່, ເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ໃນປີ 2024. ຂໍອວຍພອນໃຫ້ປະຊາຊົນແຂວງ Kampong Thom, ລາຊະ​ອານາຈັກ​ກຳປູ​ເຈຍ ນັບມື້ນັບມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ ແລະ ມີແຕ່ຄວາມຈະເລີນຮຸ່ງເຮືອງໃນປີໃໝ່ນີ້.

ກວາງບິ່ງ, ດົ່ງ​ນາຍ ​ໄປ​ຢ້ຽມຢາມ, ອວຍພອນ​ປີໃໝ່ ແຂວງ ​ຈຳປາ​ສັກ ​ແລະ ​ແຂວງ Kampong Thom.

ຄະ​ນະປະຕິບັດງານຂອງແຂວງ ດົ່ງ​ນາຍ ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ບຸນປີໃໝ່​ປະ​ເພນີ​ຢູ່​ແຂວງ Kampong Thom, ລາຊະ​ອານາຈັກ​ກຳປູ​ເຈຍ. ພາບ: ໜັງສືພິມ ດົ່ງ​ນາຍ

ທ່ານ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ໄທ​ບາວ ຢືນ​ຢັນ​ວ່າ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ໄດ້​ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃນ​ປະ​ຫວັດ​ສາດ. ຜ່າ​ຜ່າສິ່ງທົດສອບ, ​ທ້າ​ທາຍ ​ແລະ ການຜັນ​ປ່ຽນ​ຂອງ​ຍຸກ​ສະ​ໄໝ, ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ ນັບ​ມື້​ນັບໄດ້ຮັບການ​ເພີ່ມພູນຄູນສ້າງ ແລະ ກາຍ​ເປັນ​ຊັບ​ສົມບັດ​ລວມອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ ໄທ​ບາວ ຢືນ​ຢັນ​ວ່າ ​ເພື່ອ​ສືບ​ຕໍ່​ປັບປຸງ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ກຳປູ​ເຈຍ ​ເວົ້າ​ລວມ ​ແລະ ລະຫວ່າງ​ແຂວງ ດົ່ງ​ນາຍ ​ກັບບັນດາທ້ອງ​ຖິ່ນ ​ກຳປູ​ເຈຍ ​ເວົ້າ​ສະ​ເພາະ, ໃນ​ໄລຍະ​ທີ່​ຜ່ານ​ມາ, ອົງຄະນະ​ພັກ, ອຳນາດການປົກຄອງ ແລະ ປະ​ຊາ​ຊົນ​ແຂວງ ດົ່ງ​ນາຍ ກໍໄດ້​ ແລະ ພວມເພີ່ມພູນຄູນສ້າງສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມຢ່າງບໍ່ຢຸດຢັ້ງ​ກັບ​ແຂວງ Kampong Thom, ກຳປູ​ເຈຍ ​ໃນ​ຫຼາຍ​ຂົງ​ເຂດ​ຄື ການ​ທະຫານ, ສາທາລະນະ​ສຸກ, ການ​ສຶກສາ, ກະສິກຳ, ວັດທະນະທຳ, ກິລາ...

ທ່ານ Nguon Rattanak - ເຈົ້າ​ແຂວງ​ແຂວງ​ Kampong Thom ໄດ້​ສົ່ງຄຳຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄວາມ​ຮັກແພງອັນ​ອົບ​ອຸ່ນ, ຈິງ​ໃຈ​ຂອງ​ຄະ​ນະ​ປະຕິບັດງານ ແລະ ແຂວງ ດົ່ງ​ນາຍ. ທ່ານ Nguon Rattanak ກໍເຊື່ອ​ໝັ້ນ​ວ່າ ສາຍພົວ​ພັນ​ຖານບ້ານ​ໃກ້​ເຮືອນ​ຄຽງມິດຕະພາບທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ ຫວຽດ​ນາມ - ກຳ​ປູ​ເຈຍ ເວົ້າ​ລວມ ແລະ ແຂວງ ດົ່ງ​ນາຍ ກັບແຂວງ Kampong Thom ເວົ້າສະເພາະ ຈະສືບຕໍ່ນັບ​ມື້​ນັບ​ທີ່ໄດ້ຮັບການປັບປຸງ, ເສີມຂະຫຍາຍ ແລະ ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ອັນ​ດີງາມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາໃນຫຼາຍຂົງເຂດ.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະປະຕິບັດງານ ດົ່ງນາຍ ກໍໄດ້ມອບງົບປະມານການໃຊ້ຈ່າຍ 200 ລ້ານ​ດົ່ງ ໃຫ້ແຂວງ​ Kampong Thom.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.