OS ສ້າງຮອຍຍິ້ມໃຫ້ແກ່ເດັກນ້ອຍຢູ່ບັນດາແຂວງພາກກາງ ໃນເດືອນສິງຫາ

18:10 | 30/07/2024

ຍສໝ - ອົງການ Operation Smile Vietnam ປະກາດວ່າ ໃນເດືອນສິງຫາ 2024, ຈະສົມທົບກັບໂຮງໝໍທັນຕະກຳເຫວ້ ເພື່ອປະຕິບັດໂຄງການຜ່າຕັດໄສຍະກໍາສ້າງຮອຍຍິ້ມໃຫ້ແກ່ຄົນເຈັບທີ່ມີອາການຜິດປົກກະຕິທາງໃບໜ້າເຊັ່ນ: ປາກແວ່ງ ແລະ ເພດານໂວ່ ຫຼື ຄວາມຜິດປົກກະຕິອື່ນໆ ຢູ່ເຂດທ້ອງຖິ່ນ ເທື່ອທຽນເຫວ້ ແລະ ບັນດາແຂວງພາກກາງ.

ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນຂອງກຸ່ມ Mercosur ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນຂອງກຸ່ມ Mercosur
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ສະວິດ, ເລີ່ມຕົ້ົ້ນການໄປປະຕິບັດງານເຂົ້ົ້ົ້າຮ່ວມ WEF Davos 2024 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ສະວິດ, ເລີ່ມຕົ້ົ້ນການໄປປະຕິບັດງານເຂົ້ົ້ົ້າຮ່ວມ WEF Davos 2024

ຕາມ​ນັ້ນ​ແລ້ວ, ​ໄລຍະການ​ກວດ ​ແລະ ຜ່າຕັດໄສຍະກໍາ​ຈະໄດ້​ດຳ​ເນີນ​ແຕ່​ວັນ​ທີ 17 – 21 ສິງຫາ ຢູ່​ໂຮງໝໍທັນຕະກໍາ​ເຫວ້ (​ເລກ​ທີ 83 ຖະໜົນ ຫງວຽນ​ເຫວ້, ນະຄອນ​ເຫວ້, ​ແຂວງ​ເທື່ອ​ທຽນ​ເຫວ້).

Bác sĩ khám sàng lọc bệnh nhân phẫu thuật nụ cười tại Bệnh viện 108, tháng 10/2023. (Ảnh: Operation Smile Vietnam) ທ່ານໝໍກວດຄັດເລືອກຄົນເຈັບຜ່າຕັດໄສຍະກໍາຮອຍຍິ້ມຢູ່ໂຮງໝໍ 108, ຕຸລາ 2023. (ພາບ: Operation Smile Vietnam)

ທ່ານໝໍກວດຄົນເຈັບຜ່າຕັດໄສຍະກໍາຮອຍຍິ້ມຢູ່ໂຮງໝໍ 108, ເດືອນຕຸລາ 2023. ພາບ: Operation Smile Vietnam

ເປົ້າໝາຍມີ: ຄົນເຈັບທີ່ມີອາການປາກແວ່ງ (ແຕ່ອາຍຸ 6 ເດືອນ, ນ້ຳໜັກ 8 ກິໂລຂຶ້ນໄປ) - ເພດານໂວ່ (ແຕ່ອາຍຸ 18 ເດືອນ ແລະ ນ້ຳໜັກ 10 ກິໂລຂຶ້ນໄປ); ຄົນເຈັບທີ່ມີຄວາມຜິດປົກກະຕິແຕ່ກໍາເນີດຂອງປາກແວ່ງ - ແພດານໂວ່ ທຸກເພດທຸກໄວ (ຮອຍແປ້ວທີ່ປາກ, ຄວາມຜິດປົກກະຕິຂອງເພດານປາກ, ຄວາມບົກຜ່ອງຂອງດັງ); ຄົນເຈັບທີ່ມີນິ້ວເກີນ, ນິ້ວຕິດກັນ (ມື ແລະ ຕີນ) ມາແຕ່ກຳເນີດ; ຄົນເຈັບໜັງຕາຕົກແຕ່ກໍາເນີດ (ບໍ່ແມ່ນພະຍາດ ທາງສາຍຕາ) ອາຍຸ 5 ປີຂຶ້ນໄປ.

ການຜ່າຕັດໄສຍະກໍາແມ່ນແພດຊ່ຽວຊານອາສາສະຫມັກປະຕິບັດໂດຍບໍ່ໄດ້ເສຍຄ່າ. ນອກຈາກນັ້ນ, ຄົນເຈັບຈະໄດ້ຮັບການຫນູນຊ່ວຍຄ່າເດີນທາງໄປກັບ ແລະ ຄ່າອາຫານບາງສ່ວນໃນໄລຍະການຮັກສາຢູ່ໃນໂຮງຫມໍ.

ຄອບຄົວຄົນເຈັບ ກະລຸນາຕິດຕໍ່ Operation Smile Vietnam ໂດຍກົງເພື່ອລົງທະບຽນ ແລະ ຮັບຄຳແນະນຳຜ່ານເບີໂທລະສັບຕໍ່ໄປນີ້:

ສາຍດ່ວນ: 090 488 5555

ຫ້ອງການ: ຮ່າໂນ້ຍ 024.3936 5426; ນະຄອນ​ໂຮ່ຈິ​ມິນ 028.2222 1008 (​ໃນ​ໂມງລັດຖະການ)

ຫຼື ສົ່ງຂໍ້ຄວາມຜ່ານ Fanpage Operation Smile Vietnam.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.