ສານສະແດງຄວາມຂອບໃຈຂອງສະຫາຍ ຫງວຽນ ຟູ ຈ້ອງ ສົ່ງໄປຍັງ ສະຫາຍ ບຸນຍັງ ວໍລະຈິດ

00:54 | 14/05/2019

ຍສໝ-ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຂອບໃຈເຖິງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 25 ກຸມພາ.

ສານສະແດງຄວາມຂອບໃຈຂອງສະຫາຍ ຫງວຽນ ຟູ ຈ້ອງ ສົ່ງໄປຍັງ ສະຫາຍ ບຸນຍັງ ວໍລະຈິດ

ສະຫາຍ ຫງວຽນ ຟູ ຈ້ອງ

ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຂອບໃຈເຖິງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 25 ກຸມພານີ້ ເນື້ອໃນສານລະບຸວ່າ:

ພາຍຫຼັງສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ຂ້າພະເຈົ້າ ແລະ ຄະນະຜູ້ແທນຂັ້ນສູງຫວຽດ ນາມຂໍກ່າວຄຳອຳລາ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະຫາຍ ແລະ ບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສົມກຽດ, ຮອບຄອບ, ສະໜິດສະໜົມຊຶ່ງສະແດງອອກເຖິງຄວາມມີຊີວິດຊີວາແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ.

ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ, ຜົນສຳເລັດອັນຈົບງາມຂອງການຢ້ຽມຢາມຄັ້ງນີ້ຈະເປັນການປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຕົວຈິງໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການ ພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ປະຊາຊົນລາວອ້າຍນ້ອງ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປະຊາຊົນ ປະຕິວັດລາວວາງອອກຢ່າງມີໄຊ; ສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມຢ່າງມີຜົນສຳເລັດ.

ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ອວຍພອນໃຫ້ສະຫາຍ ແລະ ບັນດາສະຫາຍການນຳຂອງພັກ ແລະ ລັດ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ການງານອັນສູງສົ່ງຂອງຕົນ.

ຫງວຽນ ຟູ ຈ້ອງ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.