ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ເຈລະຈາ ກັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ

00:54 | 14/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 24 ກຸມພາ, ທີ່ນະຄອນຫຼວງວຽງຈັນ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ໄດ້ມີການເຈລະຈາ ກັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ.

  

ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ເຈລະຈາ ກັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ

ບັນຍາກາດການພົບປະເຈລະຈາ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ສະແດງຄວາມຍິນດີໃນການຕອນຮັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມມາຢ້ຽມຢາມສັນທະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຖືວ່າເປັນເຫດການທີ່ມີຄວາມສໍາຄັນເປັນຢ່າງຍິ່ງໃນການເຄື່ອນໄຫວຢ້ຽມຢາມຕ່າງປະເທດຄັ້ງທໍາອິດໃນການດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ ແລະ ທັງເປັນປະທານປະເທດຂອງ ສະຫາຍ ຫງວຽນ ຟູ ຈ້ອງ ກໍ່ໄດ້ສະແດງໃຫ້ເຫັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ຄວາມສະໜິດສະໜົມ, ຄວາມເຊື່ອຫມັ້ນ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ, ພ້ອມກັນນັ້ນກໍ່ແມ່ນການໃຫ້ກໍາລັງໃຈສໍາລັບປະຊາຊົນລາວທີ່ກໍາລັງສູ້ຊົນປະຕິບັດບັນດາເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ໃຫ້ສໍາເລັດຢ່າງມີໄຊຂອງພັກປະຊາຊົນປະຕິວັດລາວ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ຂອບອົບຂອບໃຈພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ຄວາມສະໜັບສະໜູນ ແລະ ຊ່ວຍເຫຼືອ ອັນຍິ່ງໃຫຍ່ຕໍ່ສປປ ລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ; ເນັ້ນໜັກກ່ຽວກັບຜົນສໍາເລັດອັນຍິ່ງໃຫຍ່ເຊິ່ງປະຊາຊົນຍາດມາໄດ້ໃນການປ່ຽນແປງໃໝ່ ແລະ ຍົກສູງຕໍາແໜ່ງ ແລະ ຄວາມເຊື່ອຖືໃນເວທີສາກົນຢ່າງບໍ່ຢຸດຢັ້ງເຊິ່ງເປັນບົດຮຽນອັນມີຄ່າສໍາລັບພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ໃນການປະຕິບັດໜ້າທີ່ວຽກງານຕ່າງໆໃນການປົກປັກຮັກສາ ແລະ ສ້າງສາປະເທດ ໃຫ້ສໍາເລັດຢ່າງມີໄຊຕາມແນວທາງປ່ຽນແປງໃໝ່ຂອງພັກປະຊາຊົນປະຕິວັດລາວ; ສະແດງຄວາມເຊື່ອຫມັ້ນຢ່າງແຫນ້ນແຟ້ນວ່າພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມຈະສືບຕໍ່ຍາດມາໄດ້ຜົນສໍາເລັດໃຫມ່ຫຼາຍຢ່າງອັນຍິ່ງໃຫຍ່ກວ່າເກົ່າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ, ປະຕິບັດເປົ້າຫມາຍໃຫ້ສໍາເລັດອັນມີໄຊຮອດ ປີ 2030, ເຮັດໃຫ້ຫວຽດນາມກາຍເປັນປະເທດອຸດສາຫະກໍາຕາມທິດທັນສະໄໝ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ໄດ້ສະແດງຄວາມປິຕິຊົມຊື່ນໃນການມາຢ້ຽມຢາມປະເທດລາວທີ່ສວຍງາມ, ຂອບອົບຂອບໃຈຢ່າງຈິງໃຈຕໍ່ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕອນຮັບຢ່າງສົມກຽດ ແລະ ເຕັ່ມໄປດ້ວຍຄວາມຮັກແພງຖານສະຫາຍອ້າຍນ້ອງ, ເຊິ່ງສະແດງເຖິງຄວາມມີຊີວິດຊີວາແຫ່ງສາຍພົວພັນຄວາມສາມັກຄີ, ຄວາມສະໜິດແໜ້ນ, ບໍລິສຸດຜຸດຜ່ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ - ລາວ.

ສອງຝ່າຍໄດ້ຢືນຢັນວ່າຈະປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບບອັນຍິ່ງໃຫຍ່ຢ່າງບໍ່ຢຸດຢັ້ງ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ຖືເປັນກົດເກນໃນການພັດທະນາ ແລະ ປັດໃຈສໍາຄັນເພື່ອຮັບປະກັນຄວາມສໍາເລັດອັນມີໄຊຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

ສອງຝ່າຍໄດ້ຢືນຢັນວ່າສະພາບການໃນໂລກ ແລະ ໃນພາກພື້ນທີ່ມີຄວາມສັບສົນ, ທັງສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດຕ້ອງຮ່ວມກັນເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ການຮ່ວມມືຢ່າງເຂັ້ມແຂງ, ສືບຕໍ່ນໍາເອົາພາລະກິດປະຕິວັດຂອງປະຊາຊົນສອງຊາດກ້າວໄປສູ່ເປົ້າໝາຍສັງຄົມນິຍົມ. ສອງຝ່າຍໄດ້ຕົກລົງເຫັນດີຊຸກຍູ້ໃນການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ບົນພື້ນຖານການເສີມຂະຫຍາຍຈິດໃຈເປັນເອກະລາດ, ຄວາມເປັນເຈົ້າຕົວເອງ, ເພີ່ງຕົວເອງ, ເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດຂອງແຕ່ລະປະເທດບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນນັ້ນກໍ່ໃຫ້ຄວາມບູລິມະສິດໃຫ້ກັນ ແລະ ກັນ ທີ່ມີຄວາມເໝາະສົມກັບລັກສະນະຂອງສາຍພົວພັນພິເສດລະຫວ່າງຫວຽດນາມ ແລະ ລາວ.

ບົນຈິດໃຈນັ້ນ, ທັງສອງຝ່າຍໄດ້ຕົກລົງທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານການເມືອງ, ການແລກປ່ຽນການພົບປະຂອງການນໍາຂັ້ນສູງ, ເປີດກວ້າງການແລກປ່ຽນລະຫວ່າງບັນດາຂະແໜງການ, ທຸກຂັ້ນ, ໝູ່ຄະນະ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ.

ສອງຝ່າຍໄດ້ເນັ້ນຫນັກວ່າສອງຝ່າຍຕ້ອງມີການແລກປ່ຽນດ້ານຂໍ້ມູນຂ່າວສານ, ທິດສະດີ - ການປະຕິບັດ, ແບ່ງປັນປະສົບການໃນການກໍ່ສ້າງພັກ, ໂດຍສະເພາະແມ່ນການກະກຽມໃນການຈັດກອງປະຊຸມໃຫຍ່ຂອງຄະນະພັກທຸກຂັ້ນ, ກອງປະຊຸມໃຫຍ່ຂອງພັກທົ່ວປະເທດຂອງແຕ່ລະພັກ, ສ້າງລະບົບດ້ານການເມືອງທີ່ມີຄວາມກະທັດຮັດ, ມີຄວາມສັກສິດ, ມີປະສິດຕິຜົນ; ເພີ່ມທະວີການແລກປ່ຽນສະຖານະການ ແລະ ປະສົບການໃນດ້ານການສຶກສາການເມືອງແນວຄິດ, ຄວາມປອດໄພທາງອິນເຕີເນັດ, ການຕໍ່ຕ້ານການເສຍທາດຂາດຄຸນ, ຍົກສູງຄວາມສາມາດໃນການກວດກາຄຸມຄອງຂອງພັກ; ການແລກປ່ຽນປະສົບການໃນການພັດທະນາເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນການຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ເປີດກວ້າງການພັວພັນ, ເຊື່ອມໂຍງສາກົນ.

ສອງຝ່າຍໄດ້ຕົກລົງເພີ່ມທະວີໃນການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມລະບຽບຮຽບຮ້ອຍດ້ານສັງຄົມຂອງແຕ່ລະປະເທດ; ສ້າງເສັ້ນຊາຍແດນຂອງສອງປະເທດໃຫ້ມີຄວາມຫມັ້ນຄົງ; ໄດ້ຕົກລົງເຫັນດີໃນການຊຸກຍູ້ຢ່າງເຂັ້ມແຂງ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ ແລະ ເຕັກນິກ; ສ້າງນິຕິກໍາຕ່າງໆເພື່ອສ້າງຄວາມສະດວກສໍາລັບການຮ່ວມມືໃນບັນດາຂົງເຂດ ແລະ ໃຫ້ຄວາມບູລິມະສິດການເພີ່ມທະວີໃນການເຊື່ອມຕໍ່, ການສະຫນັບສະຫນູນລະຫວ່າງສອງພື້ນຖານເສດຖະກິດ, ໂດຍສະເພາະແມ່ນການເຊື່ອມຕໍ່ການຄົມມະນາຄົມ ແລະ ການຂົນສົ່ງ, ພະລັງງານໄຟຟ້າ, ໂທລະຄົມມະນາຄົມ, ການທ່ອງທ່ຽວ; ສືບຕໍ່ຍົກສູງຄຸນນະພາບການຮ່ວມມືໃນການສຶກສາ, ການກໍ່ສ້າງ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ສອງຝ່າຍໄດ້ຢືນຢັນວ່າໃນສະພາບການທີ່ມີຄວາມສັບສົນໃນປະຈຸບັນ, ສອງຝ່າຍຈະສືບຕໍ່ປະສານງານຢ່າງໃກ້ຊິດ, ທັນເວລາ, ມີປະສິດຕິຜົນ, ສະຫນັບສະຫນູນເຊິ່ງກັນ ແລະ ກັນ, ໂດຍສະເພາະໃນຂອບເຂດການຮ່ວມມືຂອງອາຊຽນ, ອົງການສະຫະປະຊາຊາດ, ບັນດາກົນໄກການຮ່ວມມືໃນອະນຸພາກພື້ນແມ່ນໍ້າຂອງ; ປະສານສົມທົບໃນການຄຸ້ມຄອງ ແລະ ການນໍາໃຊ້ແມ່ນໍ້າຂອງ ໃຫ້ມີຄວາມຍືນຍົງ, ຮັບປະກັນຜົນປະໂຫຍດຂອງບັນດາປະເທດລຽບຕາມແມ່ນໍ້າຂອງຢ່າງກົມກຽວ.

ສອງຝ່າຍໄດ້ເນັ້ນຫນັກເຖິງຄວາມສໍາຄັນຂອງການປັກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພຢູ່ທະເລຈີນໃຕ້. ສະຫນັບສະຫນູນບົດບາດ ແລະ ບັນດາຫຼັກການຂອງອາຊຽນ; ເປັນເອກະພາບໃນການຊຸຍູ້ການແກ້ໄຂບັນດາຂໍ້ຂັດແຍ່ງໃນທະເລຈີນໃຕ້ໂດຍສັນຕິພາບບົນພື້ນຖານກົດຫມາຍສາກົນ, ໃນນັ້ນມີສົນທິສັນຍາຂອງອົງການສະຫະປະຊາຊາດກ່ຽວກັບກົດຫມາຍວ່າດ້ວຍທະເລປີ 1982; ຮ່ວມກັນກັບບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຖະແຫຼງການກ່ຽວກັບການປະພືດຂອງບັນດາຝ່າຍຢູ່ທະເລຈີນໃຕ້ (DOC) ຢ່າງອັນຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຊຸກຍູ້ໃຫ້ບັນລຸການສ້າງກົດແຫ່ງການປະພືດຂອງບັນດາຝ່າຍທີ່ກ່ຽວຂ້ອງຢູ່ທະເລຈີນໃຕ້ (DOC) ໂດຍໄວທີ່ແທດຕົວຈິງ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດນີ້, ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ກໍ່ໄດ້ສະແດງຄວາມຂອບໃຈທີ່ ສປປ ລາວ ໄດ້ສະໜັບສະໜຸນ ສສ ຫວຽດນາມ ລົງສະໝັກເຂົ້າເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ສະໄໝ 2020 – 2021 ແລະ ຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2020 ໃຫ້ມີຜົົນສໍາເລັດອັນຈົບງາມ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ໄດ້ເຊື້ອເຊີນ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ແລະ ພັນລະຍາ ໄປຢ້ຽມຢາມ ຫວຽດນາມ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕອບຮັບຄໍາເຊີນດ້ວຍຄວາມຍິນດີ.

ພາຍຫຼັງສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 9 ສະບັບ ລະຫວ່າງບາງກະຊວງດຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.