![]() |
| ຍົນທະເລ DHC6 VNT 777 ຂອງຫວຽດນາມ ກຽມອອກເດີນທາງໃນການຊອກຫາເຮືອບິນໂບອິງ 777-200 ຂອງສາຍການບິນມາເລເຊຍ (ຖ້ຽວບິນ MH370) ທີ່ຫາຍສາບສູນໃນວັນທີ 8 ມີນາ 2014. (ພາບ: Vnexpress.net). |
![]() |
| ວັນທີ 9 ກໍລະກົດ 2020, ການຂົນສົ່ງທີ່ບັນຈຸຜ້າອັດດັງຕ້ານເຊື້ອແບັກທີເຣຍ 2 ໂຕນ ແລະ ໜ້າກາກແພດທີ່ຮ່າໂນ້ຍ ມອບໃຫ້ນະຄອນນິວຢອກ ໄດ້ສຳເລັດຂະບວນການພາສີຂອງສະຖານທູດຫວຽດນາມ ປະຈຳອາເມລິກາ ແລະ ຄະນະປະຈຳຫວຽດນາມ ປະຈຳສະຫະປະຊາຊາດ ແລະ ມອບໃຫ້ນະຄອນນິວຢອກ. (ພາບ: ກະຊວງການຕ່າງປະເທດ). |
![]() |
| ການຂົນສົ່ງອຸປະກອນການແພດ ລວມມີ ໜ້າກາກອະນາໄມ 2 ລ້ານຊຸດ, ເຄື່ອງຊ່ວຍຫາຍໃຈ 200 ໜ່ວຍ ແລະ ຢາຂ້າເຊື້ອພະຍາດ Chloramine B 10 ໂຕນ ຈາກ ສສ ຫວຽດນາມ ເພື່ອຊ່ວຍ ສປປ ລາວ ຮັບມືກັບການລະບາດຂອງພະຍາດໂຄວິດ-19 ໄດ້ນຳສົ່ງເຖິງສະໜາມບິນວັດໄຕ (ນະຄອນຫຼວງວຽງຈັນ, ລາວ) ໃນວັນທີ 4 ພຶດສະພາ 2021. (ພາບ: VOV). |
![]() |
| ກອງທັບປະຊາຊົນຫວຽດນາມ ຄົ້ນຫາຜູ້ປະສົບເຄາະຮ້າຍຈາກຊາກຫັກພັງພາຍຫຼັງເຫດແຜ່ນດິນໄຫວຢູ່ Hatay (Türkiye), ວັນທີ 13 ກຸມພາ 2023. (ພາບ: VNA). |
![]() |
| ບັນດາທ່ານໝໍຈາກໂຮງໝໍສະໜາມຂັ້ນ 2 ເລກ 4 ຂອງຫວຽດນາມ ໄດ້ໃຫ້ການກວດ ແລະ ປິ່ນປົວພະຍາດໃຫ້ປະຊາຊົນຊູດານໃຕ້ ໂດຍບໍ່ເສຍຄ່າໃນວັນທີ 26 ກຸມພາ 2023. (ພາບ: ໜັງສືພິມກອງທັບປະຊາຊົນ). |
![]() |
| ວັນທີ 6 ເມສາ 2023, ຢູ່ທ່າກຳປັ່ນ ຫາຍຟອງ, ຫວຽດນາມ ໄດ້ມອບເຂົ້າສານ 5.000 ໂຕນ ໃຫ້ແກ່ປະຊາຊົນ ກູບາ ໂດຍທ່ານນາງ Orlando Nicolas Hernandez Guillen ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ. (ພາບ: VTV). |
![]() |
| ວັນທີ 4 ມີນາ 2024, ທີມງານທະຫານຊ່າງຫວຽດນາມ ໄດ້ກໍ່ສ້າງຈຸດສະໜອງນ້ຳສະອາດເພື່ອຊ່ວຍປະຊາຊົນ Abyei ແກ້ໄຂລະດູແລ້ງ. (ພາບ: ທີມງານທະຫານຊ່າງຮັກສາສັນຕິພາບສະຫະປະຊາຊາດ). |
![]() |
| ວັນທີ 5 ເມສາ 2025, ຄະນະກູ້ໄພກະຊວງປ້ອງກັນປະເທດຫວຽດນາມ ໄປປະຕິບັດໜ້າທີ່ສາກົນຢູ່ມຽນມາ ໄດ້ພົບເຫັນ 2 ສົບຜູ້ປະສົບເຄາະຮ້າຍຈາກແຜ່ນດິນໄຫວໃນວັນທີ 28 ມີນາ 2025. (ພາບ: ໜັງສືພິມເຍີນແດນ) |
![]() |
| ວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງສະພາກາແດງຫວຽດນາມ ໄດ້ເປັນປະທານ ແລະສົມທົບກັບກະຊວງການຕ່າງປະເທດ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ແລະບັນດາອົງການ, ຫົວໜ່ວຍຈັດຕັ້ງພິທີໄຂໂຄງການໜູນຊ່ວຍປະຊາຊົນ ກູບາ ດ້ວຍຫົວຂໍ້ “65 ປີແຫ່ງວັນຫວຽດນາມ - ກູບາ”. (ພາບ: VNA). |
| ການທູດປະຊາຊົນຫຼາຍຝ່າຍ: ບາງບົດຮຽນ ແລະ ການສະທ້ອນ ຍສໝ - ໃນໄລຍະ 75 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກໄດ້ຢືນຢັນບົດບາດຫຼັກໝັ້ນໃນການພົວພັນທາງການທູດລະຫວ່າງປະຊາຊົນ, ປະກອບສ່ວນປັບປຸງແລະ ເປີດກວ້າງເຄືອຂ່າຍເພື່ອນມິດສາກົນ, ຊຸກຍູ້ ແລະ ປົກປັກຮັກສາຜົນປະໂຫຍດຂອງຊາດ ແລະ ຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ. |
| ສະຫະພັນບັນດາອົງການມິດຕະພາບແຂວງ ເງ້ອານn: ມີຫົວຄິດປະດິດສ້າງໃນວຽກງານຂ່າວ ແລະ ໂຄສະນາເຜີຍແຜ່ການຕ່າງປະເທດ ຍສໝ - ສະຫະພັນບັນດາອົງການມິດຕະພາບແຂວງ ເງ້ອານ ຍາມໃດກໍ່ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວວຽກງານການຕ່າງປະເທດ, ເປີດກວ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືກັບສາກົນ, ຂຸດຄົ້ນການຊ່ວຍເຫຼືອຈາກຕ່າງປະເທດທີ່ບໍ່ຂຶ້ນກັບລັດຖະບານ. |








