ທ່ານ ຫງວຽນ​ແທ່ງ​ລຽມ ໄດ້ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຊາວຫວຽດ​ນາມ ຢູ່ Chungcheongnam (ສ.​ເກົາຫຼີ)

14:42 | 24/07/2024

ຍສໝ - ສະຫະສະມາຄົມຊາວ ຫວຽດນາມ ປະຈຳ ສ.​ເກົາຫຼີ ຫາ​ກໍ່ມອບໃຫ້ມະຕິຕົກລົງຮັບຮອງການ​ສ້າງ​ຕັ້ງ​ສະມາຄົມຊາວ ຫວຽດນາມ ຢູ່​ແຂວງ Chungcheongnam ອາຍຸການ 2024 – 2026.

ສະ​ມາ​ຄົມ​ມິດ​ຕະ​ພາບ​ໃຫມ່ 2 ແຫ່ງ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ທ້ອງ​ຖິ່ນ
ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ

ທ່ານ ຫງວຽນ​ແທ່ງ​ລຽມ, ຮອງ​ຫົວ​ໜາ້ຄະນະການຕ່າງປະເທດ ແລະ ການ​ສື່​ສານ ຂຶ້ນກັບສະຫະ​ສະມາຄົມຊາວຫວຽດ​ນາມ ປະ​ຈຳ ສ.ເກົາ​ຫຼີ, ທ່ານປະ​ລິນ​ຍາ​ເອກ​ດ້ານເສດ​ຖະ​ກິດ ໄດ້​ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ. ສະມາຄົມຊາວຫວຽດ​ນາມ ແຂວງ Chungcheongnam ເເມ່ນຊະມາຊິກທີ 13 ຂອງສະຫະສະມາຄົມຊາວຫວຽດ​ນາມ ປະ​ຈຳ ສ.ເກົາ​ຫຼີ.

ທ່ານ ຫງວຽນ​ແທ່ງ​ລຽມ ໄດ້ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຊາວຫວຽດ​ນາມ ຢູ່ Chungcheongnam (ສ.​ເກົາຫຼີ)

ສະຫະສະມາຄົມຊາວ ຫວຽດນາມ ປະຈຳ ສ.​ເກົາຫຼີ ມອບໃຫ້ມະຕິຕົກລົງຮັບຮອງການ​ສ້າງ​ຕັ້ງ​ສະມາຄົມຊາວ ຫວຽດນາມ ຢູ່​ແຂວງ Chungcheongnam ໃຫ້ທ່ານ ຫງວຽນ​ແທ່ງ​ລຽມ. (ພາບ: ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ)

ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ ຫວູໂຮ່ ​ໄດ້​ສົ່ງ​ຈົດໝາຍຊົມເຊີຍມາ​ຍັງ​ສະມາຄົມ​ຊາວຫວຽດນາມ ​ແຂວງ Chungcheongnam ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຄະນະ​ບໍລິຫານ​ງານ​ສະມາຄົມ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ນີ້​ແມ່ນ​ຈຸດ​ເລີ່​ມຕົ້ນສຳລັບການພັດທະນາຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ແຂວງ Chungcheongnam, ພ້ອມກັນນັ້ນ ກໍ່ຢືນຢັນ​ວ່າ ສະຖານທູດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ຮ່ວມເດີນທາງ​ກັບ​ສະມາຄົມ​ໃນ​ວຽກງານກໍ່ສ້າງ ​ແລະ ພັດທະນາ​ປະຊາ​ຄົມ.

ທ່ານ​ປະທານ​ສະມາຄົມ​ຊາວ ຫວຽດນາມ ຢູ່​ແຂວງ Chungcheongnam ຫງວຽນ​ແທ່ງ​ລຽມ ​ໃຫ້​ຮູ້​ວ່າ ການ​ກຳ​ເນີ​ດຂອງ​ສະມາຄົມ ​ແມ່ນ​ບາດກ້າວທີ່​ສຳຄັນ, ຊ່ວຍ​ເຊື່ອມ​ໂຍງ​ຊາວ ຫວຽດນາມ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ສະມາຊິກ​ໃນ​ຊຸມ​ຊົນ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນການດຳລົງ​ຊີວິດ, ວຽກເຮັດງານທຳ ແລະ ຮ່ຳຮຽນ​ຢູ່ ສ.​ເກົາຫຼີ. ສະມາຄົມ​ ຈະ​ເປັນ​ບ່ອນ​ເຕົ້າ​ໂຮມ, ​ແບ່ງປັນບັນດາຂໍ້​ມູນ​ທີ່​ເປັນ​ປະ​ໂຫຍ​ດ, ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ ​ແລະ ການ​ສຶກສາ, ໂດຍຜ່ານນັ້ນ ກໍ່ຊ່ວຍໃຫ້​ປະຊາຊົນ​ມີ​ຄວາມ​ສະໜິດ​ແໜ້ນ​ກັບ​ບ້ານ​ເກີດ​ເມືອງ​ນອນ ​ແລະ ອະນຸລັກ​ຮັກສາ​ເອກະລັກ​ຂອງ​ຊາດ.

ທ່ານ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ, ປະ​ຊາ​ຄົມ​ຊາວ ​ຫວຽດ​ນາມ ຢູ່ Chungcheongnam ນັບມື້ນັບຈະພັດທະນາຢ່າງເຂັ້ມ​ແຂງ ແລະ ມີ​ການ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ສັງ​ຄົມ​ປະຈຳ​ຖິ່ນ, ພ້ອມ​ທັງ​ສ້າງ​ຮູບພາບ​​ອັນ​ດີ​ງາມ​ຂອງ​ຊາວ​ຫວຽດ​ນາມ ໃນ​ສາຍ​ຕາ​ຂອງເພື່ອນມິດສາກົນ.

ຕາມສະຖິຕິຂອງ​ກົມ​ເຂົ້າອອກເມືອງ ສ.​ເກົາຫຼີ, ຮອດ​ເດືອນເມສາ 2024, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ແຂວງ Chungcheongnam ມີ 16.956 ຄົນ ດ້ວຍ​ຮູບ​ແບບ​ການພັກອາ​ໄສ​ຄື: ແຕ່ງງານ, ບຳລຸງວິຊາຊີບ, ຮ່ຳຮຽນ, ​ເຮັດ​ວຽກ, ກວມ 51% ຈຳນວນ​ຄົນ​ຕ່າງປະ​ເທດທີ່​ດຳລົງ​ຊີວິດ​ຢູ່ແຂວງ Chungcheongnam, ຄົນ​ຕ່າງ​ປະ​ເທດ​ທີ່​ມີ​ສ່ວນ​ໃຫຍ່​ແມ່ນ​ຊາວ​ເຊື້ອສາຍຫວຽດ​ນາມ ດ້ວຍ 3.348 ຄົນ.

ຫວຽດນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​​ສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ. ຫວຽດນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​​ສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ.

ຍສໝ - ວັນ​ທີ 11 ມິຖຸນາ, ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງສະມັດຊາໃຫຍ່ສົນທິສັນຍາ​ປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸທີ່​ດຳ​ເນີນ​ຢູ່ ​ຝຣັ່ງ, ຫວຽດນາມ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ ທີ່ໄດ້ຮັບການເລືອກຕັ້ງເປັນ​ຮອງ​ປະທານ​ສະມັດຊາໃຫຍ່ສົນທິສັນຍາປີ 2003 ຈາກ​ບັນດາ​ປະ​ເທດ​ສະມາຊິກ​.

ເປີດ​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk (ສ.​ເກົາ​ຫຼີ) ເປີດ​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk (ສ.​ເກົາ​ຫຼີ)

ຍສໝ - ວັນ​ທີ 1 ​ເມສາ 2024, ​ໃນ​ລາຍການ​ຢູ່ ສ.​ເກົາຫຼີ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຫົວໜ້າຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ ນາງ ເລທິທູຮັ່ງ ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk; ມີບັນດາການ​ພົບ​ປະ, ແລກປ່ຽນ​ກັບ​ສະມາຄົມຊາວ ຫວຽດນາມ ຢູ່ Jeonbuk ​ແລະ Jeonam ...

ມີງດຶກ

ເຫດການ
302 Found

Found

The document has moved here.