ສະ​ມາ​ຄົມ​ມິດ​ຕະ​ພາບ​ໃຫມ່ 2 ແຫ່ງ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ທ້ອງ​ຖິ່ນ

09:38 | 09/07/2024

ຍສໝ -​ ນີ້​ແມ່ນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ບິ່ງ​ດິ້ງ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ແຂວງ ​ໄທງວຽນ.

ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ
ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ວັນທີ 6 ກໍລະກົດ, ຢູ່ແຂວງ ບິ່ງດິ້ງ, ໄດ້ດຳເນີນກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ 1 ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ອາ​ເມ​ລິ​ກາ​ ແຂວງ ບິ່ງ​ດິ້ງ ສະໄໝ 2024 - 2029. ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ອາ​ເມ​ລິ​ກາ​ ແຂວງ ບິ່ງ​ດິ້ງ ມີ​ສະ​ມາ​ຊິກ 127 ຄົນ ​ໂດຍທ່ານ ຮສຈ.ປອ ຫງວຽນຕ໋ຽນຈຸງ, ຫົວ​ໜ້າພະແນກວິທະຍາສາດເຕັກໂນໂລຢີ ແລະ ການຮ່ວມມືສາກົນ (ມະຫາວິທະຍາໄລ ກູຍເຍີນ) ເປັນປະທານສະມາຄົມ. ສະມາຄົມມີໜ້າທີ່​: ກໍ່ສ້າງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ເປັນ​ອົງການ​ປະຊາຊົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ອົງການ​​​ທີ່​ກ່ຽວຂ້ອງ​ຂອງ​ອາ​ເມ​ລິ​ກາ, ສ່ວນບຸກຄົນຊາວອາ​ເມ​ລິ​ກາ ​ແລະ ຊາວຫວຽດນາມ ຢູ່ ອາ​ເມ​ລິ​ກາ ຕາມ​ລະບຽບ​ກົດໝາຍ. ພ້ອມກັນກັບສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເຂົ້າຮ່ວມໃນການປະກອບສ່ວນ​ກໍ່ສ້າງແຜນການ, ນະ​ໂຍບາຍ, ບັນດາເອກະສານ​ນິຕິກຳກົດໝາຍ​ທີ່ກ່ຽວຂ້ອງກັບວຽກງານການທູດ​ປະຊາຊົນ...

ສະ​ມາ​ຄົມ​ມິດ​ຕະ​ພາບ​ໃຫມ່ 2 ແຫ່ງ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ທ້ອງ​ຖິ່ນ

ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ອາ​ເມ​ລິ​ກາ, ສະໄໝ 2024 - 2029 ​ໄດ້ເປີດຕົວທີ່​ກອງ​ປະຊຸມໃຫຍ່. ພາບ: ໜັງສືພິມ ບິ່ງດິ້ງ

ສະໄໝ 2024 – 2029, ບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ແຂວງ ບິ່ງດິ້ງ ແມ່ນມຸ່ງໄປເຖິງການກໍ່ສ້າງ, ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບສາມັກຄີ, ຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນແຂວງ ບິ່ງດິ້ງ ກັບປະຊາຊົນບາງຕົວເມືອງ​ຢູ່​ ອາ​ເມ​ລິ​ກາ ກ່ວາອີກ, ພິ​ເສດ​ແມ່ນ​ບັນດາ​ຕົວເມືອງ​ທີ່ມີຊາວ ຫວຽດນາມ ເຊື້ອສາຍ ບິ່ງດິ້ງ ພວມດຳລົງຊີວິດເປັນ​ຈຳນວນ​ຫຼວງ​ຫຼາຍ​.

ພ້ອມ​ກັນ​ນັ້ນ ກໍ່ແຈ້ງ, ໂຄສະນາເຜີຍແຜ່ບັນດາແຜນນະໂຍບາຍ, ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບສາມັກຄີຫວຽດນາມ - ອາ​ເມ​ລິ​ກາ ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ຄົນ​ບົນບໍລິເວນແຂວງ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ, ນັກຮຽນ ແລະ ນັກສຶກສາ. ສະມາຄົມ ຈະ​ຜັນຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ​ເປັນ​ຂົວ​ເຊື່ອມ​ຕໍ່​ບັນດາ​ອົງການຈັດ​ຕັ້ງ, ວິ​ສາ​ຫະກິດ, ທ້ອງ​ຖິ່ນ​ໃນບໍລິເວນແຂວງ​ ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ​ ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດການ​ສຶກສາ, ສາທາລະນະ​ສຸກ, ວິທະຍາສາດ​ເຕັກ​ໂນ​ໂລຢີ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​...

ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ ​ໄທ​ງວຽນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ​ແຂວງ ​ໄທ​ງວຽນ ກໍ່​ໄດ້ເປີດຕົວຢ່າງເປັນທາງການ. ທ່ານ ຟ້າ​ມຫວຽດ​ຢຸ້ງ, ປະທານ​ສະຫະພັນ​ແຮງ​ງານ​ແຂວງ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ.

ສະ​ມາ​ຄົມ​ມິດ​ຕະ​ພາບ​ໃຫມ່ 2 ແຫ່ງ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ທ້ອງ​ຖິ່ນ

ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ ​ແຂວງ ​ໄທ​ງວຽນ ຄັ້ງທີ 1 (​ສະໄໝ 2024-2029) ​ໄດ້​ເປີດຕົວກອງ​ປະຊຸມໃຫຍ່. ພາບ: ໜັງສືພິມ ໄທຫງວຽນ

ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ 1 ຂອງສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ​ແຂວງ ​ໄທ​ງວຽນ (ສະໄໝ 2024-2029), ສະມາຄົມ ຈະຈັດຕັ້ງໃຫ້ເປັນປົກກະຕິໂດຍໄວ. ໂດຍຜ່ານ​ບັນດາການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ ຈະ​ປະກອບສ່ວນ​ເປັນ​ຂົວ​ຕໍ່​ລະດົມການຊຸກຍູ້​ການ​ພົວພັນ​ແລກປ່ຽນ​ດ້ານ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ-​ເຕັກນິກ ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ໃນນັ້ນ ​ເອົາ​ໃຈ​ໃສ່​ເຖິງ​ການ​ເຊື່ອມ​ໂຍງ, ​ເຜີຍ​ແຜ່​ບັນດາ​ຄຸນຄ່າພື້ນເມືອງ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່​ໜ້າສົນໃຈ​ຂອງ ​ໄທງວຽນ ກັບ​ບັນດາ​ຄູ່​ຮ່ວມ​ມື ຍີ່ປຸ່ນ; ຍາດແຍ່ງລະດົມບ້ວງຊ່ວຍ​ເຫຼືອຈາກ ​ຍີ່​ປຸ່ນ ໃຫ້ແກ່ບັນດາໂຄງການ​ພັດທະນາ​ເສດຖະກິດ​, ສັງຄົມ​ຂອງ​ແຂວງ...

ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024 ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ມີຖຸນາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ດົ່ງ​ນາຍ ສົມທົບ​ກັບ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ສະຖານີ​ວິທະຍຸ​ກະຈາຍສຽງ - ໂທລະພາບ ​ແຂວງ ດົ່ງ​ນາຍ ​​ຈັດ​ຕັ້ງ​ພິທີ​ເປີດງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ຄັ້ງ​ທີ 5 ປີ 2024.

ກອງປະຊຸມສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຖານ​ທູດ​ ກູ​ບາ ປະ​ຈຳ​ ໄຕ​ນິງ ກອງປະຊຸມສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຖານ​ທູດ​ ກູ​ບາ ປະ​ຈຳ​ ໄຕ​ນິງ

ຍສໝ​ - ວັນທີ 21 ພຶດສະພາ, ຢູ່ເຂດຮ່ອງຮອຍຖານທີ່ໝັ້ນລັດຖະບານປະຕິວັດ​ຊົ່ວຄາວ​ ສາທາລະນະລັດພາກໃຕ້ ຫວຽດນາມ (ຂຶ້ນກັບຕາແສງ ເຕີນເລີບ, ເມືອງ ເຕີນບຽນ, ແຂວງ ໄຕນິງ), ຄະນະກຳມະການປະຊາຊົນແຂວງ ໄຕນິງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະຖານທູດ ​ກູ​ບາ​ ປະຈຳ​ ໄຕ​ນິງ (4 ມີນາ 1969-4 ...

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.