Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines

14:34 | 06/12/2023

ຍສໝ - Vietjet ໄດ້ລົງນາມໃນການຮ່ວມມືຮອບດ້ານກັບ Lao Airlines ແລະ ປະກາດເປີດເສັ້ນທາງສາຍໃໝ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ, ລາວ ກັບ ນະຄອນໂຮ່ຈີມິນ, ຫວຽດນາມ.

ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ
ຮ່າໂນ້ຍ - ວຽງຈັນ ໄດ້ລົງນາມໃນບົດບັນທຶກການຮ່ວມມືຫຼາຍດ້ານເພື່ອເພີ່ມທະວີການຄ້າ ຮ່າໂນ້ຍ - ວຽງຈັນ ໄດ້ລົງນາມໃນບົດບັນທຶກການຮ່ວມມືຫຼາຍດ້ານເພື່ອເພີ່ມທະວີການຄ້າ

ເຫດການ ໄດ້ດຳ​ເນີນ​ໄປ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ເຫວືອງດິງເຫ້ວ ແລະ ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ນາງ ສຸນທອນ ​ໄຊ​ຍະ​ຈັກ ພ້ອມ​ດ້ວຍ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ 2 ປະ​ເທດ. ນີ້​ໄດ້​ຮັບ​ຖື​ວ່າ​ເປັນ​ຂີດ​ໝາຍ​ສຳຄັນ​ບໍ່​ພຽງ​ແຕ່​ລະຫວ່າງ​ສອງ​ວິ​ສາ​ຫະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ລະ​ຫວ່າງ​ ຫວຽດນາມ - ລາວ, ສອງ​ປະ​ເທດ​ອ້າຍນ້ອງ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່ສະໜິດສະໜົມກັບມູນເຊື້ອການຮ່ວມ​ມືພ້ອມກັນພັດທະນາ.

ຕາມ​ນັ້ນ​ແລ້ວ, Vietjet ​ແລະ Lao Airlines, ສາຍ​ການບິນ​ແຫ່ງ​ຊາດ​ລາວ ກາຍ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ການ​ຂົນ​ສົ່ງໂດຍສານຜູ້ໂດຍສານ ແລະ ສິນ​ຄ້າ, ພ້ອມ​ທັງ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເຕັກນິກ, ການສ້ອມ​ແປງ ​ແລະ ບຳລຸງຮັກສາ​ເຮືອບິນ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ການບິນ...

Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines

ການນຳ Vietjet ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເຫວືອງດິງເຫ້ວ

​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ການທ່ອງທ່ຽວ​ຂອງ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ, Vietjet ກໍ່​ຈະ​ເປີດເສັ້ນທາງການບິນເຊື່ອມ​ຕໍ່​ນະຄອນຫຼວງ​ວຽງ​ຈັນ, ລາວ ກັບ​ນະຄອນ ​ໂຮ່ຈີ​ມິນ, ສູນ​ເສດຖະກິດ, ວັດທະນະທຳ​ແຖວ​ໜ້າ​ຂອງ​ ຫວຽດນາມ ນັບ​ແຕ່​ເດືອນ​ກຸມພາ 2024. ເສັ້ນທາງໃໝ່ນີ້ຄາດວ່າຈະໃຫ້ບໍລິການຜູ້ໂດຍສານ ແຕ່ລະອາທິດມີ 4 ຖ້ຽວໄປກັບ ໂດຍໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີ ສໍາລັບແຕ່ລະໄລຍະທາງ.

ວຽງຈັນເປັນນະຄອນຫຼວງ ແລະ ເປັນນະຄອນໃຫຍ່ທີ່ສຸດ, ເປັນສູນກາງທາງດ້ານການເມືອງ ແລະ ເສດຖະກິດຂອງລາວ, ຕັ້ງຢູ່ຂ້າງແມ່ນ້ຳຂອງ ດ້ວຍຄວາມສວຍງາມຊວນຝັນ, ເກົ່າແກ່ທີ່ສະຫງ່າຂອງເຂດ ອິນດູຈີນ. ນະຄອນຫຼວງ​ຂອງ​ລາວ​ແມ່ນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ດ້ວຍ​ບັນດາຮ່ອງຮອຍສະຖາປັດຕະຍະກຳທີ່​ມີ​ຊື່​ສຽງ, ​ບັນດາວັດວາອາຮາມ, ວິຫານ, ພະທາດ, ງານ​ບຸນ​ຕ່າງໆ​ຂອງ​ທ້ອງ​ຖິ່ນ ​ແລະ ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ.

​ໃນ​ຂະນະ​ນັ້ນ, ນະຄອນ ​ໂຮ່ຈີ​ມິນ ​ແມ່ນ​ສູນ​ເສດຖະກິດ, ວັດທະນະທຳ, ທ່ອງ​ທ່ຽວ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດນາມ ກໍ່​ຄື​ພາກ​ພື້ນ​ທີ່​ມີ​ລັກສະນະ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ວິຖີ​ຊີວິດ​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ຕໍ່ຄວາມສະດວກເຂົ້າ​ກັບ​ບັນດາ​ນະຄອນ​ໃຫຍ່​ຂອງ​ ຫວຽດນາມ ​ແລະ ສາກົນ.

ເສັ້ນທາງການບິນໃໝ່ຂອງ Vietjet ຄາດວ່າ ຈະປະກອບສ່ວນຊຸກຍູ້ການຄ້າ, ການທ່ອງທ່ຽວ, ແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ, ສ້າງບັນດາໝາກຜົນອັນດີງາມກ່ວາອີກໃນການພົວພັນຮ່ວມມືແບບດັ້ງເດີມ ແລະ ແໜ້ນແຟ້ນລະຫວ່າງ 2 ປະເທດ.

ບໍ່​ພຽງ​ແຕ່​ເຊື່ອມ​ຕໍ່​ນະ​ຄອນ ​ໂຮ່​ຈິ​ມິນ​ ກັບ ​ນະ​ຄອນ​ຫຼວງ ​ວຽງ​ຈັນ ແລະ ບັນດາທ້ອງ​ຖິ່ນ​ຂອງ ​ລາວ ​ເທົ່າ​ນັ້ນ ແຕ່ຍັງ​ມີໄກກ່ວາອີກ ໂດຍຮ່ວມກັບ Vietjet ດ້ວຍ​ເຄືອ​ຂ່າຍ​ການ​ບິນ​ກວມ​ເອົາທົ່ວ​ ຫວຽດ​ນາມ ແລະ ໄປເຖິງອົດສະຕຣາລີ, ຈີນ, ອິນ​ໂດ​ເນ​ເຊຍ, ໄທ, ສິງ​ກະ​ໂປ, ມາ​ເລ​ເຊຍ, ຍີ່​ປຸ່ນ, ຮົ່ງ​ກົງ (ຈີນ), ໄຕ້ຫວັນ (ຈີນ), ເກົາຫຼີ, ອິນເດຍ, ກາຊັກສະຖານ...

ມິງດຶກ

ເຫດການ
302 Found

Found

The document has moved here.