ຫາຍເຢືອງ ຜັນຂະຫຍາຍຫຼາຍການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າຢູ່ ​ອາ​ຟຣິກາ ​ໃຕ້

08:57 | 21/06/2024

ຍສໝ - ໂດຍເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ; ເຮັດວຽກຮ່ວມກັບສະມາຄົມການນໍາເຂົ້າ-ສົ່ງອອກຫມາກໄມ້ຂອງ ອາຟຣິກາ ໃຕ້; ຢ້ຽມ​ຢາມບັນດາຮາກຖານຜະ​ລິດ​​ໂປແກຼມຕັກ​ໂນ​ໂລຢີ​ສູງ... ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ປະຕິບັດງານ​ແຂວງ ຫາຍ​ເຢືອງ ໃນການໄປຢ້ຽມຢາມ ແລະ ​ເຮັດ​ວຽກ​ຢູ່ ອາ​ຟ​ຣິ​ກາ​ ໃຕ້ ແຕ່​ວັນ​ທີ 14-18 ມີຖຸນາ. ຄະນະປະຕິບັດງານໂດຍທ່ານ ເຈີ່ນດຶກຖັງ, ກໍາມະການສູນກາງພັກ, ເລຂາພັກແຂວງ ຫາຍເຢືອງ ນຳໜ້າຄະນະ ເພື່ອຍູ້ແຮງການສົ່ງເສີມການລົງທຶນຕ່າງປະເທດ.

ປະສິດທິຜົນຢ່າງຕັ້ງໜ້າຈາກ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ​ຮ່ວມຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ
ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່ ອາ​ຟ​ຣິ​ກາ​ ໃຕ້ ແມ່ນ​ການ​ເຄື່ອນ​ໄຫວ​ໂດຍ​ແຂວງ ຫາຍ​ເຢືອງ ສົມທົບ​ກັບ​ສະ​ຖານ​ທູດ​ ຫວຽດ​ນາມ ປະ​ຈຳ ອາ​ຟ​ຣິ​ກາ​ ໃຕ້, ຫ້ອງການ ການຄ້າ ແລະ ອຸດ​ສາ​ຫະ​ກຳ ອາ​ຟ​ຣິ​ກາ ​ໃຕ້ ຈັດຕັ້ງ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້ຕາງໜ້າບັນດາວິ​ສາ​ຫະກິດ ​ອາ​ຟຣິກາ ​ໃຕ້ ເກືອບ 50 ທ່ານໃນບັນດາຂົງເຂດພະລັງງານ, ການຢາ-ການ​ແພດ, ບໍ່​ແຮ່, ການ​ລົງທຶນ​ດ້ານ​ການ​ເງິນ, ການ​ພັດທະນາ​ສະໜາມ​ golf…

ຫາຍເຢືອງ ຜັນຂະຫຍາຍຫຼາຍການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າຢູ່ ​ອາ​ຟຣິກາ ​ໃຕ້

ທ່ານ​ ເຈີ່ນ​ດຶກຖັງ ເລ​ຂາ​​ພັກ​ແຂວງ ຫາຍ​ເຢືອງ ແຈ້ງ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ແຂວງໂດຍສັງເຂບ. (ພາບ: ໜັງສືພິມ ຫາຍເຢືອງ)

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ, ທ່ານ ​ເຈີ່ນ​ດຶກຖັງ ໄດ້ແຈ້ງໂດຍສັງເຂບກ່ຽວກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫາຍເຢືອງ, ບັນດາ​ຂົງ​ເຂດ​ທີ່​ດຶງ​ດູດ​ການ​ລົງທຶນ, ກຳລັງບົ່ມຊ້ອນການ​ຮ່ວມ​ມື, ພັດທະນາ​ຂອງ ຫາຍເຢືອງ ກັບ​ວິ​ສາ​ຫະກິດ ອາ​ຟຣິກາ ໃຕ້. ​ໃນ​ນັ້ນ, ທ່ານ​ໄດ້​ເນັ້ນ​ໜັກ​ເຖິງ​ຂົງເຂດອຸດສາຫະກຳ, ກະສິກຳ ​ແລະ ການ​ບໍລິການ. ທ່ານ ເຈີ່ນດຶກຖັງ ໃຫ້ຄຳໝັ້ນສັນຍາວ່າ ແຂວງ ຫາຍເຢືອງ ຈະສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ ອາຟຣິກາ ໃຕ້ ເພື່ອລົງທຶນເຂົ້າໃນແຂວງ.

ຕາມ​ທ່ານ Neil Pollock, ຮອງ​ປະທານຫ້ອງການໆ ການຄ້າ ​ແລະ ອຸດສາຫະກຳ​ ອາ​ຟຣິກາ​ ໃຕ້​ ແລ້ວ, ບັນດາຂໍ້​ມູນ​ຂອງ​ທ່ານ ​ເຈີ່ນ​ດຶກຖັງ ຍົກອອກໄດ້​ຊ່ວຍ​ໃຫ້​ວິ​ສາ​ຫະກິດ ອາ​ຟຣິກາ ​ໃຕ້ ​ເຂົ້າ​ໃຈຫວຽດນາມ ເວົ້າ​ລວມ ​ແລະ ​ແຂວງ ຫາຍເຢືອງ ​ເວົ້າ​ສະ​ເພາະ ຫຼາຍກ່ວາອີກ. ມີ​ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ທີ່​ສົນ​ໃຈ​ຊອກຮູ້ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມແຫ່ງ​ການ​ລົງ​ທຶນ​ຢູ່ ຫາຍ​ເຢືອງ ຢ່າງເລິກເຊິ່ງ ກໍ່ລ້ວນແຕ່ໄດ້ຮັບ​ຄຳອະທິບາຍລະອຽດຈາກການ​ນຳ​ແຂວງ.

ຫາຍເຢືອງ ຜັນຂະຫຍາຍຫຼາຍການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າຢູ່ ​ອາ​ຟຣິກາ ​ໃຕ້

ທ່ານ Neil Pollock, ຮອງ​ປະທານຫ້ອງການ ການຄ້າ ​ແລະ ອຸດສາຫະກຳ ​ອາ​ຟຣິກາ​ໃຕ້ ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ. (ພາບ: ໜັງສືພິມ ຫາຍເຢືອງ)

ຜ່ານນັ້ນ, ທ່ານ Neil Pollock ກໍ່ຫວັງ​ວ່າ​ ​ຈະ​ມີ​ວິ​ສາ​ຫະກິດ​ລົງທຶນເຂັ້າໃນແຂວງຫາຍເຢືອງ ກໍຄືມີວິ​ສາ​ຫະກິດ ຫວຽດນາມ ຫຼາຍ​ແຫ່ງມາ​ລົງທຶນ​ຢູ່ ອາ​ຟຣິ​ກາ ​ໃຕ້. "ຫ້ອງການ ການຄ້າ ແລະ ອຸດສາຫະກຳ ​ອາ​ຟຣິກາ​ ໃຕ້ ຈະ​ເປັນ​ຂົວ​ຕໍ່​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ຫັນການປະຕິບັດ​ເນື້ອ​ໃນ​ສົ່ງເສີມການລົງທຶນ, ການຄ້າຢູ່ກອງ​ປະຊຸມໃຫ້ປະກົດຜົນເປັນຈິງ​". ທ່ານ​ໃຫ້ຮູ້.

ຕໍ່ຈາກນັ້ນ, ຄະນະປະຕິບັດງານ ​ໄດ້​ມີ​ການ​ພົບ​ປະ​ເຮັດວຽກກັບ​ສະມາຄົມ​ການ​ນຳ​ເຂົ້າ-ສົ່ງ​ອອກ​ໝາກ​ໄມ້​ຂອງ ​ອາ​ຟຣິກາ​ ໃຕ້ ຢູ່​ນະຄອນ Cape Town. ຢູ່​ທີ່​ນີ້, ບັນດາ​ວິ​ສາ​ຫະກິດໄດ້​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການ​ສົ່ງ​ອອກ​ໝາກ​ໄມ້​ສົດ​ຂອງ ​ອາ​ຟຣິກາ ​ໃຕ້, ລວມມີໝາກ​ໄມ້​ປະເພດງີມ, ໝາກ​ໄມ້​ທີ່​ມີ​ແກ່ນ​ແຂງ, ພິ​ເສດ​ແມ່ນ​ໝາກ​ອະງຸ່ນ. ນີ້​ແມ່ນ​ໝາກ​ໄມ້​ທີ່ທ່າແຮງຂອງ ​ອາ​ຟຣິກາ ​ໃຕ້, ໃນ​ແຕ່ລະ​ປີ​ໄດ້​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ກວ່າ 4 ລ້ານ​ໂຕນ ດ້ວຍ​ຍອດ​ມູນ​ຄ່າ​ປະມານ 5 ຕື້ USD, ຕົ້ນຕໍ​ແມ່ນ​ໄປ​ຍັງ​ທ້ອງ​ຕະຫຼາດ​ ເອີ​ລົບ, ກວມ​ກວ່າ 35% ຂອງປະລິມານ. ສະເພາະຢູ່ທ້ອງຕະຫຼາດ​ ຫວຽດນາມ, ອາ​ຟຣິກາ​ ໃຕ້​ ຫາກໍ່ຮ່ວມ​ມື​ສົ່ງ​ອອກ​ໝາກກ້ຽງ ຈຳນວນ​ໜ້ອຍໜຶ່ງ.

ກ່າວ​ຄຳປາໄສທີ່ການພົບປະເຮັດວຽກ, ຜູ້ຕາງໜ້າ​ສະມາຄົມການ​ນຳ​ເຂົ້າ-ສົ່ງ​ອອກ​ໝາກ​ໄມ້ຂອງ ອາ​ຟຣິກາ​ ໃຕ້ ​ໃຫ້​ຮູ້​ວ່າ ປະຈຸ​ບັນ, ສະມາຄົມ​ພວມ​ສົ່ງ​ເສີມເພື່ອນຳເອົາໝາກອະງຸ່ນເຂົ້າທ້ອງຕະຫຼາດ ຫວຽດນາມ ໂດຍຜ່ານການຮ່ວມມືກັບບັນດາວິສາຫະກິດ ອາຟຣິກາ ໃຕ້ ເພື່ອຜະລິດ, ໜູນຊ່ວຍເຕັກນິກລົງເລິກການປຸງແຕ່ງ, ນຳ​ເອົາ​ໝາກ​ໄມ້​ຂອງ ​ຫວຽດ​ນາມ ແລະ ອາ​ຟ​ຣິ​ກາ​ ໃຕ້ ມາ​ໃຫ້​ຜູ້​ບໍ​ລິ​ໂພກ​ທັງ​ສອງ​ປະ​ເທດ.

ທ່ານ ເຈີ່ນດຶກຖັງ ສະເໜີໃຫ້ວິສາຫະກິດສອງປະເທດ, ໂດຍຜ່ານສະຖານທູດ 2 ປະເທດ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການນຳໝາກໄມ້ຂອງ 2 ປະເທດມາສູ່ຜູ້ບໍລິໂພກ ຫວຽດນາມ, ອາຟຣິກາ ໃຕ້. ທ່ານ​ກໍ່ສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດ ອາ​ຟຣິກາ ​ໃຕ້​ ​ລົງທຶນ​ເຂົ້າ​ໃນ​ລະບົບ​ເກັບຮັກສາ, ປຸງ​ແຕ່ງ ​ແລະ ສ້າງ​ສູນ​ຈຳໜ່າຍ​ໝາກ​ໄມ້ເຂັ້າ ​ຫວຽດນາມ ຢູ່ ຫາຍເຢືອງ.

ພາຍຫຼັງ​ການ​ພົບ​ປະເຮັດວຽກ, ຄະນະ​ຜູ້​ແທນ​ ​ໄດ້​ລົງ​ຢ້ຽມຢາມ​ສະຖານ​ທີ່​ຜະລິດ, ປຸງ​ແຕ່ງ, ເກັບຮັກສາໝາກໄມ້ຂອງບັນດາວິ​ສາ​ຫະກິດ ​ອາ​ຟຣິກາ​ ໃຕ້​ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງຈຳນວນ​ໜຶ່ງ.

ວິ​ສາ​ຫະ​ກິດ​ຫວຽດ​ນາມ - ລາວ ສົ່ງ​ເສີມ​ການ​ນຳ​ເຂົ້າ-ສົ່ງ​ອອກ​ທີ່ຕິດ​ພັນ​ກັບ​ການ​ຫັນ​ເປັນ​ດິ​ຈິ​ຕອນ ວິ​ສາ​ຫະ​ກິດ​ຫວຽດ​ນາມ - ລາວ ສົ່ງ​ເສີມ​ການ​ນຳ​ເຂົ້າ-ສົ່ງ​ອອກ​ທີ່ຕິດ​ພັນ​ກັບ​ການ​ຫັນ​ເປັນ​ດິ​ຈິ​ຕອນ

ຍສໝ - ນັບແຕ່ວັນທີ 28 ມິຖຸນາ ຫາ 30 ມິຖຸນາ 2024, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ຈະດຳເນີນການສຳມະນາ "ສົ່ງເສີມການນໍາເຂົ້າ ແລະ ສົ່ງອອກທີ່ຕິດພັນກັບການຫັນເປັນດິຈິຕອນ" ເພື່ອແລກປ່ຽນປະສົບການການນຳໃຊ້ການຫັນເປັນດິຈິຕອນ ໃນການຮ່ວມມືດ້ານການຄ້າ ແລະ ການນໍາເຂົ້າ-ສົ່ງອອກລະຫວ່າງວິສາຫະກິດ ຫວຽດນາມ - ລາວ.

VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​ VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​

ຍສໝ - ນັ້ນ​ແມ່ນ​ຂໍ້​ມູນ​ທີ່​ທ່ານ​ສາດສະດາຈານ ຫງຽມດຶກລອງ, ປະທານ​ສະມາຄົມ​ປັນຍາຊົນ ແລະ ຊ່ຽວຊານ ຫວຽດນາມ ປະຈຳ ອົດ​ສະ​ຕຣາ​ລີ (VASEA) ແບ່ງປັນ​ໃນ​ກອງ​ປະຊຸມໃຫຍ່ປະຈຳ​ປີ​ຄັ້ງ​ທຳ​ອິດ​ຂອງ VASEA.

ເຫດການ
302 Found

Found

The document has moved here.