ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ຈີນ-ຫວຽດນາມ ໂດຍ​ຜ່ານ​ການ​ຮ່ວມ​ມື, ​ການພົບປະ​ແລກປ່ຽນ​ການທ່ອງທ່ຽວ

12:46 | 22/05/2024

ຍສໝ - ວັນ​ທີ 21 ພຶດສະພາ, ຢູ່​ຮ່າ​ໂນ້ຍ ໄດ້ດຳເນີນ “ການສຳມະນາວັດທະນະທຳ: ຊາ ແລະ ໂລກ” ແລະ ການສຳມະນາສົ່ງເສີມວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ກວາງ​ຊີ (ຈີນ). ເຫດການ​ຄັ້ງ​ນີ້ ​ໂດຍ​ສູນວັດ​ທະ​ນະ​ທຳ ​ຈີນ ປະຈຳ ຮ່າ​ໂນ້ຍ​ ພ້ອມກັນກັບພະ​ແນກ​ວັດ​ທະ​ນະ​ທຳ ​ແລະ​ ທ່ອງ​ທ່ຽວ​ ກວາງ​ຊີ​ ຈັດ​ຕັ້ງ.

ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ
ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ກ່າວ​ຄຳປາໄສທີ່​ການສຳມະນາ, ທ່ານ ຮ່າ​ວັນ​ຊຽວ, ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ຫວຽດນາມ ​ໃຫ້​ຮູ້​ວ່າ ຫວຽດນາມ ​ແລະ ຈີນ ​ແມ່ນ​ສອງ​ປະ​ເທດ​ມີ​ຊາຍ​ແດນ​ຮ່ວມກັນ, ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ​ໃນ​ດ້ານ​ວັດທະນະທຳ ​ແລະ ມິດຕະພາບ​ທີ່​ໄດ້​ຮັບ​ການເພີ່ມພູນຄູນສ້າງ ໂດຍບັນດາການ​ນຳຮຸ່ນຕ່າງໆ​ຂອງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະ​ດວກ ​ເພື່ອ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ພົບປະ​ແລກ​ປ່ຽນ ແລະ ຊອກ​ຮູ້​ວັດ​ທະ​ນະ​ທຳ, ການທ່ອງ​ທ່ຽວ.

ບົນ​ພື້ນຖານ​ນັ້ນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ ຫວຽດນາມ ​ແລະ ກະຊວງ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ ຈີນ ​ໄດ້​ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ດ້ານ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໄລຍະ 2023 – 2027. ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ ກໍ່​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວກັບ 6 ທ້ອງ​ຖິ່ນ​ຂອງ​ ຈີນ ​ລວມ​ມີ: ມາ​ກາວ, ຈຽງຊູ, ຊືຈຽງ, ເຊີນດົງ, ຕູຊູຢານ ແລະ ຈົງຊິງ.

ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ຈີນ-ຫວຽດນາມ ໂດຍ​ຜ່ານ​ການ​ຮ່ວມ​ມື, ​ການພົບປະ​ແລກປ່ຽນ​ການທ່ອງທ່ຽວ

ບັນດາ​ຜູ້​ແທນ ​ໄດ້​ໄປ​ຢ້ຽມຢາມ​ເຂດ​ວາງສະ​ແດງ​ຮູບ​ພາບ​ການທ່ອງທ່ຽວ​ວັດທະນະທຳ​ ກວາງຊີ.

ປີ 2023, ຫວຽດນາມ ໄດ້ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ ຈີນ ​ຫຼາຍ​ກວ່າ 1,7 ລ້ານ​ເທື່ອ​ຄົນ, ຟື້ນຟູ 30% ​ເມື່ອ​ທຽບ​ໃສ່​ປີ 2019. ​ໃນ 4 ​ເດືອນ​ຕົ້ນ​ປີ 2024, ຫວຽດນາມ ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ ​ເກືອບ 1,25 ລ້ານ​ເທື່ອ​ຄົນ, ຟື້ນ​ຟູ ຫຼາຍ​ກວ່າ 73% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2019. ຫວຽດນາມ ກໍ່​ໄດ້ມີກຸ່ມ​ນັກ​ທ່ອງ​ທ່ຽວ​ໄປ ​ຈີນ​ ຫຼາຍ​ກຸ່ມ. ຫວ່າງ​ມໍ່ໆ​ມາ​ນີ້, ຈຳນວນ​ການ​ແລກປ່ຽນ​ຂອງ​ນັກທ່ອງ​ທ່ຽວ ໄດ້​ຟື້ນ​ຟູ​ຢ່າງ​ຫຼວງ​ຫຼາຍ, ​ແຕ່​ຍັງ​ບໍ່​ທັນ​ສົມ​ກັບສາຍໃຈ​ມິດຕະພາບ ​ແລະ ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມສາມາດບົ່ມຊ້ອນ​ພັດທະນາ​ການທ່ອງທ່ຽວ​ຂອງ​ທັງ​ສອງ​ຝ່າຍ​ ຍັງ​ມີ​ຫຼາຍພໍ​ສົມຄວນ ​ແລະ ຕ້ອງ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຕື່ມ​ອີກ.

ຕາມທ່ານ ຮ່າວັນຊຽວ ແລ້ວ, ການສຳມະນາ ບໍ່ພຽງແຕ່ແມ່ນກາລະໂອກາດເພື່ອໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ກວາງຊີ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອ ຫວຽດນາມ ຊຸກຍູ້ການແລກປ່ຽນນັກທ່ອງທ່ຽວລະຫວ່າງ 2 ປະເທດ, ເພີ່ມທະວີການແລກປ່ຽນ, ຮ່ວມມື ແລະ ແບ່ງປັນປະສົບການໃນການພັດທະນາການທ່ອງທ່ຽວແບບຍືນຍົງນຳອີກ.

ຫວຽດນາມ ຕ້ອງເອົາໃຈໃສ່, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ເພື່ອໃຫ້ປະຊາຊົນສອງປະເທດໄດ້ສຳຜັດ ແລະ ຄົ້ນຫາຄວາມງາມຂອງປະເທດກັນ ໂດຍຜ່ານການທ່ອງທ່ຽວ, ສ້າງເງື່ອນໄຂໃຫ້ວິສາຫະກິດທ່ອງທ່ຽວຂອງສອງປະເທດຮ່ວມມື, ແລກປ່ຽນນັກທ່ອງທ່ຽວນັບມື້ນັບສະດວກ. ນອກຈາກນັ້ນ, ການເພີ່ມທະວີຊຸກຍູ້ການຮ່ວມມື, ແບ່ງປັນຂໍ້ມູນ ແລະ ປະສົບການໃນການເຜີຍແພ່ການທ່ອງທ່ຽວ ກໍ່ຈະຊ່ວຍເພີ່ມທະວີຄວາມໜ້າສົນໃຈ ແລະ ໂຄສະນາທ້ອງຕະຫຼາດໃຫ້ບັນດາຈຸດປາຍທາງທ່ອງທ່ຽວຂອງສອງປະເທດຢ່າງມີປະສິດທິຜົນ.

“ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ສືບ​ຕໍ່​ຍູ້​ແຮງການ​ຮ່ວມ​ມື, ພົບປະ​ແລກປ່ຽນ​ການທ່ອງທ່ຽວ​ວັດທະນະທຳລະຫວ່າງ​ ຫວຽດນາມ ​ແລະ ​ແຂວງ​ກວາງ​ຊີ ເວົ້າສະເພາະ, ກໍຄື ຈີນ ​ເວົ້າ​ລວມ, ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ແກ່ຂະແໜງການທ່ອງທ່ຽວ​ໃນ​ອະນາຄົດ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ທຸກຢ່າງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ ​ສາມາດສຳ​ຜັດ ​ແລະ ຄົ້ນ​ຫາຄວາມ​ງາມ​ຂອງ​ປະເທດກັນ​ ໂດຍ​ຜ່ານ​ການທ່ອງທ່ຽວ,” ທ່ານ ຮ່າ​ວັນ​ຊຽວ ​ແບ່ງປັນ.

ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ຈີນ-ຫວຽດນາມ ໂດຍ​ຜ່ານ​ການ​ຮ່ວມ​ມື, ​ການພົບປະ​ແລກປ່ຽນ​ການທ່ອງທ່ຽວ

ບັນດາຜູ້​ແທນ​ຊິມ​ຊາ​ ກວາງ​ຊີ.

ກ່າວ​ຄຳ​ປາໄສທີ່ເຫດການ, ທ່ານອັກຄະລັດຖະທູດ ເວື່ອງກ່ວນ ໃຫ້ຮູ້ວ່າ ການ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ແມ່ນ​ວິທີ​ສຳຄັນ ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ ຈີນ ແລະ ຫວຽດນາມ. ກວາງຊີ ​ແລະ ຫວຽດນາມ ​ເຊື່ອມ​ຕໍ່ກັນ​ດ້ວຍ​ພູ ​ແລະ​ ແມ່​ນ້ຳ, ມີ​ລັກສະນະ​ພູມ​ສັນຖານ​ທີ່​ດພົ້ນເດັ່ນ, ມີ​ເນື້ອໃນວັດທະນະທຳ​ອັນ​ອຸດົມສົມບູນ, ແຫຼ່ງທ່ອງ​ທ່ຽວ​ທີ່​ຫຼາກ​ຫຼາຍ ​ແລະ ເງື່ອນໄຂຄົມມະນາຄົມ​ທີ່​ສະດວກ, ​ເປັນ​ປະຕູ​ທີ່​ສຳຄັນ​ຂອງ​ການທ່ອງທ່ຽວ​ຂອງ ​ຈີນ, ​​ເພື່ອ​ຕ້ອນຮັບ​ເພື່ອນ​ມິດ​ ຫວຽດນາມ​ ຫຼາຍຄົນມາ​ຢ້ຽມຢາມ​ ກວາງຊີ ​ແລະ ທ່ອງ​ທ່ຽວຕົວຈິງຢູ່ບັນດາສະຖານທີ່ອື່ນໆ.

​ທ່ານ​ ຮວາ່ງຢຶງຫຼິນ, ຫົວໜ້າ​ຄະນະ​ຜູ້​ແທນ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ກວາງຊີ, ຮອງ​ຫົວໜ້າພະ​ແນ​ກວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ກວາງຊີ ໃຫ້​ຮູ້​ວ່າ ຈີນ ​ແລະ ຫວຽດນາມ ມີ​ວັດທະນະທຳດື່ມ​ຊາ​ທີ່​ມີ​ມາ​ແຕ່​ດົນ​ນານ, ຊາ​ຂອງ​ສອງ​ປະ​ເທດ​ມີ​ຈຸດ​ພິ​ເສດ, ກິ່ນທີ່ເປັນເອກະລັກສະເພາະ, ປະເພນີທີ່ຫຼາກຫຼາຍສີສັນ. ຊາ​ກວາງ​ຊີ ແມ່ນ​ສ່ວນ​ຫນຶ່ງ​ທີ່​ສໍາ​ຄັນ​ຂອງ​ວັດ​ທະ​ນະ​ທໍາ​ຊາ​ ຈີນ​. ກວາງຊີ ​ແລະ ຫວຽດນາມ ​ແມ່ນຈຸດປາຍທາງທ່ອງທ່ຽວທີ່​ສຳຄັນ​ຂອງ​ກັນ. ຂະແໜງວັດທະນະທຳ ແລະ ທ່ອງທ່ຽວ ສອງຝ່າຍ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າ ເພື່ອຊຸກຍູ້ບັນດານະໂຍບາຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລກປ່ຽນແຫຼ່ງນັກທ່ອງທ່ຽວ, ເຜີຍແພ່ເຊິ່ງກັນ ແລະ ກັນກ່ຽວກັບຜະລິດຕະພັນການທ່ອງທ່ຽວ, ເພື່ອຫັນການປະຕິບັດກະແສນັກທ່ອງທ່ຽວ “ສອງສົ້ນ” ໃຫ້ປະກົດຜົນເປັນຈິງ.

ມິງດຶກ

ທ່ານອາດຈະມັກ

ເຫດການ