ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານຕື່ມ​ອີກ 4 ສະ​ຫາຍ ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

10:42 | 23/02/2024

ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານຕື່ມ​ອີກ 4 ສະ​ຫາຍ ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ ແລະ ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພ​າບ ສ​ປ​ຊ ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ ແລະ ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພ​າບ ສ​ປ​ຊ
ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 44, ຢ້ຽມ​ຢາມ ອິ​ນ​ໂດ​ເນ​ເຊຍ ແລະ ອີ​ຣານ ຢ່າງ​ເປັນ​ທາງ​ການ ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 44, ຢ້ຽມ​ຢາມ ອິ​ນ​ໂດ​ເນ​ເຊຍ ແລະ ອີ​ຣານ ຢ່າງ​ເປັນ​ທາງ​ການ

ຕອນບ່າຍວັນທີ 22 ກຸມພາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ນາຍທະຫານ 4 ສະຫາຍທີ່ຈະໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ ສາທາລະນະລັດ ອາຟະລິກາກາງ, ສ ຊູດັງໃຕ້ ແລະຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຢູ່ເຂດ Abyei (UNISFA).

ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານຕື່ມ​ອີກ 4 ສະ​ຫາຍ ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບໝາຍໜ້າທີ່ໃຫ້ນາຍທະຫານ. ພາບ: mod.gov.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານ ແລະກ່າວຄຳເຫັນມອບໝາຍໜ້າທີ່ໃຫ້ນາຍທະຫານ 4 ສະຫາຍ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ນາຍທະຫານ 4 ສະຫາຍທີ່ໄປປະຕິບັດໜ້າທີ່ຢູ່ບໍລິເວນຫ່າງໄກ, ມີຄວາມສ່ຽງຫຼາຍ, ຄວນຊາບຊຶມ ແລະປະຕິບັດຕາມທັດສະນະ, ແນວທາງການພົວພັນຕ່າງປະເທດຂອງພັກ, ລັດ ແລະກອງທັບຢ່າງເຂັ້ມງວດ; ປະຕິບັດລະບຽບວິໄນຂອງກອງທັບ, ຂໍ້ກໍານົດຂອງສະຫະປະຊາຊາດ, ກົດໝາຍຂອງປະເທດປະຈໍາຖິ່ນ, ຄຳແນະນໍາຂອງອົງການທີ່ກ່ຽວຂ້ອງ ແລະກົມຮັກສາສັນຕິພາບຫວຽດນາມ; ຮັບປະກັນຄວາມປອດໄພຢ່າງເຂັດຂາດກ່ຽວກັບຊີວິດ ແລະວັດຖຸອຸປະກອນ; ເສີມຂະຫຍາຍມູນເຊື້ອກອງທັບ ແລະກໍາລັງທະຫານໝວກເບເລສີຂຽວຫວຽດນາມ, ສະແດງໃຫ້ເຫັນຄຸນທາດ, ຄວາມສາມາດດ້ານວິຊາສະເພາະ, ແຜ່ຂະຫຍາຍຮູບພາບປະເທດຊາດ ແລະຊາວຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ; ຍົກສູງນ້ຳໃຈສາມັກຄີພາຍໃນ, ນ້ຳໃຈສາມັກຄີລະຫວ່າງທະຫານ-ປະຊາຊົນໃນບໍລິເວນທີ່ຜັນຂະຫຍາຍ, ແກ້ໄຂທຸກຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດໜ້າທີ່ໃຫ້ເປັນຢ່າງດີ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ ແລະຄວາມມານະພະຍາຍາມສູງ, ນາຍທະຫານ 4 ສະຫາຍຈະປະຕິບັດໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເຊິ່ງພັກ, ລັດ ແລະກອງທັບມອບໝາຍໃຫ້ໄດ້ເປັນຢ່າງດີ.

ບູນມີ

ເຫດການ
302 Found

Found

The document has moved here.