ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ

14:56 | 21/05/2024

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ປຶກສາ​ຫາລື​ໃນ​ການ​ພົບ​ປະ​ລະຫວ່າງ​ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ກັບຄະນະ​ຜູ້​ແທນ​ສະພາ​ສັນຕິພາບ ​ແລະ ຄວາມ​ສາມັກຄີ ​ເນ​ປານ ​ໂດຍ​ທ່ານ Rabindra Adhikari, ປະທານ​ສະພາ​ ເປັນຜູ້ນຳ​ໜ້າຄະນະ ​ໃນ​ວັນ​ທີ 20 ພຶດສະພາ ທີ່ຮ່າໂນ້ຍ.

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ
ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ

ຕາມ​ທ່ານ Rabinndra Adhikari, ປະທານ​ສະພາ​ສັນຕິພາບ ​ແລະ ຄວາມສາມັກຄີ ​ເນ​ປານ​ ແລ້ວ, ຫວຽດນາມ - ​ເນ​ປານ ມີ​ການພົວພັນມິດຕະພາບທີ່ເປັນມູນ​ເຊື້ອ​, ການ​ຮ່ວມ​ມື​ອັນ​ດີງາມ. ຊາວ​ເນ​ປານ ໄດ້​ສະໜັບສະໜູນ​ວິວັດ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດຢ່າງຕັ້ງໜ້າ​ຂອງ​ປະຊາຊົນ​ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ; ມີ​ຄວາມ​ຮັກ​ແພງ ​ແລະ ​ເຄົາລົບ​ນັບຖື​ປະທານ ​ໂຮ່ຈີ​ມິນ; ​ເຊື່ອ​ໝັ້ນ​ໃນ​ຂະບວນການກໍ່ສ້າງ, ພັດທະນາ​ເສດຖະກິດ - ສັງຄົມ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ ​ໃນ​ປະຈຸ​ບັນ.

ທ່ານ Rabinndra Adhikari ກ່າວຄຳປາໄສວ່າ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ, ສະພາ​ສັນຕິພາບ ​ແລະ ຄວາມ​ສາມັກຄີ ເນ​ປານ ແມ່ນ​ບັນດາ​ອົງການ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົບປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ. ​ເພື່ອພົບປະ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ, ການ​ທ່ອງ​ທ່ຽວ, 2 ປະ​ເທດ ​ຕ້ອງ​ສົ່ງເສີມການ​ເປີດ​ກ້ວາງ​ສຳນັກງານ​ຜູ້ຕາງໜ້າ​ການ​ທູດ ​ແລະ ເສັ້ນທາງບິນໂດຍກົງລະຫວ່າງ ຫວຽດນາມ ​- ​ເນ​ປານ.

ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ

ທ່ານ ຫງວຽນ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ (ຂວາ) ​ໄດ້​ຕ້ອນຮັບ​ທ່ານ Rabindra Adhikari, ປະທານ​ສະພາ​ສັນຕິພາບ ​ແລະ ຄວາມ​ສາມັກຄີ ເນ​ປານ. (ພາບ: Dinh Hoa)

ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ​ຫວຽດ​ນາມ, ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ, ​ການສະ​ໜັບ​ສະ​ໜູນ​ຂອງ​ຊາວ ເນ​ປານ ທີ່​ມີ​ຕໍ່​ ຫວຽດ​ນາມ ໃນ​ຂະ​ບວນ​ການ​ຕໍ່ສູ້​ປົດ​ປ່ອຍ​ປະ​ເທດ​ຊາດ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ຫວັງ​ວ່າ ຝ່າຍ ​ເນ​ປານ ຈະລະດົມການ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ​ເນ​ປານ - ຫວຽດນາມ ຢ່າງຕັ້ງໜ້າໃນ​ໄລຍະ​ຈະ​ມາ​ເຖິງ.

2 ຝ່າຍ​ ໄດ້ເຫັນ​ດີ​ເປັນເອກະພາບຮັກສາ​ການ​ຮ່ວມ​ມື; ແລກປ່ຽນຂໍ້ມູນ; ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເພາະ ​ເພື່ອ​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ.

​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ສະພາສັນຕິພາບ ແລະ ຄວາມສາມັກຄີ ​ໄດ້​ມີ​ການ​ພົບ​ປະເຮັດວຽກກັບ​ການ​ນຳ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ເນ​ປານ.

ທ່ານ ເຈີ່ນ​ແອງ​ຕ໋ວນ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ ​ໃຫ້​ຮູ້​ວ່າ ຮາກຖານການສຶກສາ​ ຫວຽດນາມ ຫຼາຍ​ແຫ່ງ ຫວັງຢາກຈະ​ຮັບສະໝັກຄູ​ສອນ​ຊາວ ເນ​ປານ ​ເພື່ອ​ສອນ​ພາສາ​ອັງກິດ. ນີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊ່ອງ​ທາງພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ຕ້ອງ​ສືບ​ຕໍ່​ປຶກສາ​ຫາລືກ່ຽວກັບ​ຂໍ້​ຮຽກຮ້ອງ, ຜົນ​ປະ​ໂຫຍ​ດ, ເງື່ອນໄຂການດຳເນີນຊີວິດ, ເຮັດ​ວຽກງານທຳ… ​ເພື່ອ​ດຶງ​ດູດ​ຖັນແຖວຄູ​ສອນ​ພາ​ສາ​ອັງ​ກິດ ຊາວເນ​ປານ ມາ​ເຮັດ​ວຽກ​ຢູ່ ຫວຽດນາມ.

ໂດຍມຸ່ງໄປເຖິງໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ເນ​ປານ (15 ພຶດສະພາ 1975 – 15 ພຶດສະພາ 2015), ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ ມີ​ແຜນການຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວສະເຫຼີມສະຫຼອງ​ທີ່​ຫຼາກ​ຫຼາຍ​ຄື: ພິມຈຳໜ່າຍສື່ສິ່ງພິມສອງພາສາຫວຽດນາມ - ອັງກິດ; ຈັດຕັ້ງການສຳມະນາສາກົນກ່ຽວກັບການພົວພັນ ຫວຽດນາມ - ເນປານ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ​ອາ​ຫານ​ຂອງ 2 ປະ​ເທດ... ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ເນ​ປານ ຫວັງ​ວ່າ ຝ່າຍ ເນ​ປານ ຈະສົມທົບ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວນີ້.

ທ່ານ Rabinndra Adhikari, ປະທານສະພາສັນຕິພາບ ແລະ ຄວາມສາມັກຄີ ເນປານ ໃຫ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ເນປານ ໃນການພັດທະນາການທ່ອງທ່ຽວ, ພິເສດແມ່ນການທ່ອງທ່ຽວທາງສາສະໜາ; ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ; ຊຸກຍູ້ການ​ພົວພັນ​ດ້ານ​ການ​ຄ້າ, ການ​ລົງທຶນ... ແມ່ນບັນດາ​ອົງການ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ ​ແລະ ສະພາສັນຕິພາບ ແລະ ຄວາມສາມັກຄີ ເນ​ປານ ຕ້ອງ​ຮັກສາ​ການ​ເຈລະຈາ, ​ແບ່ງປັນ​ຂໍ້​ມູນ, ແລກປ່ຽນ​ຄະນະປະຕິບັດງານ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະພາບ ຈະຮ່ວມມື​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າໃນໄລຍະທີ່​ຈະ​ມາ​ເຖິງ; ສືບ​ຕໍ່​ປະກອບຄຳເຫັນ, ຊຸກຍູ້​ການ​ເປີດ​ກ້ວາງ​ອົງການຜູ້ຕາງໜ້າດ້ານການ​ທູດ ​ແລະ ເສັ້ນທາງບິນໂດຍກົງລະຫວ່າງ 2 ປະ​ເທດ.

ມິງດຶກ

ເຫດການ