ແຄ໋ງຮ່ວາ: ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາກັບເພື່ອນມິດສາກົນ

09:03 | 28/11/2023

ຍສໝ - ດ້ວຍ​ຫຼາຍ​ການ​ຢ້ຽມຢາມ, ເຮັດວຽກ ເເລະ ລາຍການແລກປ່ຽນ, ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ... ໄດ້ຮັບການ​ຈັດຂຶ້ນ, ​ແຂວງ​ແຄ໋ງຮ່ວາ ນັບມື້ນັບຮັດແໜ້ນການ​ພົວພັນ​ມິດຕະພາບ​ທີ່​ດີງາມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ມີ່ເປັນ​ມູນ​ເຊື້ອ, ພ້ອມ​ກັນ​ນັ້ນ ​ກໍ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຫຼາຍ​ທ້ອງ​ຖິ່ນ​ຂອງ​ປະ​ເທດ​ຕ່າງໆ.

ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ
ດາໜັງ ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາກັບ 5 ແຂວງພາກໃຕ້ ແລະ ພາກກາງຂອງລາວ ດາໜັງ ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາກັບ 5 ແຂວງພາກໃຕ້ ແລະ ພາກກາງຂອງລາວ

ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ​ແຂວງ​ແຄ໋ງຮ່ວາ ​ໄດ້​ຈັດ​ຕັ້ງ​ຄະນະ​ປະຕິບັດ​ງານ​ຫຼາຍ​ຄະນະ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ​ເພື່ອ​ແນະນຳ​ຄວາມສາມາດບົ່ມຊ້ອນ ​ແລະ ກຳລັງ​ແຮງ​ຂອງ​ແຂວງ; ເຊື່ອມ​ຕໍ່ ​ແລະ ຊອກຫາກາລະ​ໂອກາດ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ​ການທ່ອງທ່ຽວ, ການ​ຄ້າ, ການ​ລົງທຶນ...

ຕາມ​ສັນຍະລັກ: ການ​ຢ້ຽມ​ຢາມ, ​ເຮັດວຽກຢູ່ ​ຍີ່​ປຸ່ນ​ໃນ​ຕົ້ນ​ເດືອນ​ພະ​ຈິກ 2023 ໂດຍ​ສະຫາຍ ກໍາ​ມະ​ການ​ສູນ​ກາງ​ພັກ​, ເລ​ຂາ​ຄະນະ​ພັກ​ແຂວງ ຫງວຽນຫາຍລິງ ນຳໜ້າ​; ຄະນະປະຕິບັດງານ​ໂດຍສະຫາຍ ຮ່າກວກຈີ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ຫົວໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ແຂວງ ​ໄດ້ເປັນຫົວໜ້າໄປຍັງ​ນະຄອນ Sydney (ອົດ​ສະ​ຕາ​ລີ) ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົ່ງ​ເສີມ​ການທ່ອງທ່ຽວ​ແຂວງ ແຄ໋ງຮ່ວາ... ​ໃນ​ເດືອນກໍລະກົດ 2023, ທ່ານ ຫງວຽນ​ຄັກເຕວ່ານ, ຮອງ​ເລຂາປະຈຳ​ຄະນະພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ກາ​ນາ​ດາ; ທ່ານ ຫງວຽນ​ເຕີນ​ຕ໋ວນ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ກໍ່ໄປປະຕິບັດງານ​ຢູ່ ອົດ​ສະ​ຕາ​ລີ...

ແຄ໋ງຮ່ວາ: ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາກັບເພື່ອນມິດສາກົນ
ໂຮງງານໄຟຟ້າພະລັງຄວາມຮ້ອນ BOT ເວີນຟອງ 1 ຢູ່ແຂວງ ແຄ໋ງຮ່ວາ ລົງທຶນໂດຍກຸ່ມບໍລິສັດ Sumitomo (ຍີ່ປຸ່ນ). (ພາບ: VTC News)

ທ້າຍ​ເດືອນສິງຫາ 2023, ທ່ານ Park Beomin, ປະທານ​ເມືອງ Geumsan (ແຂວງ Chungcheongnam, ສ.​ເກົາຫຼີ) ​ໄດ້​ສະ​ເໜີ​ການສົ່ງເສີມການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ເມືອງ Geumsan ກັບ​ທ້ອງ​ຖິ່ນ​ຂອງ​ແຂວງ ​ແຄ໋ງຮ່ວາ.

ຜ່ານ​ບັນດາ​ເຫດການ​ຄື: ກອງ​ປະຊຸມ​ປະກາດວາງ​ແຜນຜັງ ​ແລະ ສົ່ງ​ເສີມ​ການ​ລົງທຶນ​ຢູ່​ແຂວງ​ແຄ໋ງຮ່ວາ (​ເດືອນເມສາ 2023); Festival ທະເລ ຍາຈາງ - ແຄ໋ງຮ່ວາ (ເດືອນມິຖຸນາ 2023); ການ​ພົບ​ປະ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ກົງສຸນ​ປະ​ເທດ​ຕ່າງໆ, ການ​ນຳ​ຂອງ​ຫຼາຍ​ທ້ອງ​ຖິ່ນ​ຢູ່​ປະ​ເທດ​ຕ່າງໆ, ອົງການ​ຈັດ​ຕັ້ງ​ສາກົນ... ການ​ນຳ​ແຂວງ​ແຄ໋ງຮ່ວາ ​ໄດ້​ແນະນຳ​ກັບຄວາມ​ສາມາດ ​ແລະ ກຳລັງ​ແຮງ​ໃນ​ຂົງ​ເຂດ​ເສດຖະກິດ - ສັງຄົມ; ທິດ​ທາງ​ການ​ພັດ​ທະ​ນາ​ຂອງ​ແຂວງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຈາກ​ນັ້ນ, ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ນັກ​ລົງທຶນ, ນັກທຸລະກິດ​ຕ່າງປະ​ເທດ​ມາ​ລົງທຶນ​ຢູ່​ບັນດາ​ຂົງ​ເຂດ​ທີ່​ແຂວງ​ກຳລັງ​ບຸລິມະສິດ​ດຶງ​ດູດ. ນີ້​ແມ່ນ​ຫຼັກ​ຖານ​ທີ່ມີຊີວິດຊີວາ​ສຳລັບ​ການ​ປະກອບສ່ວນ​ປະຕິບັດ​ເຂົ້າໃນການ​ຕ່າງປະ​ເທດ​ຢ່າງ​ແທດຈິງ ແລະ ມີ​ປະສິດທິ​ຜົນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ.

ປະຈຸ​ບັນນີ້, ​ແຂວງ​ແຄ໋ງຮ່ວາ ກໍ່​ໄດ້​ປະຕິບັດ​ບັນດາ​ເນື້ອໃນຂໍຕົກລົງ​ສາກົນ​ທີ່​ໄດ້​ລົງ​ນາມ​ກັບ 4 ທ້ອງ​ຖິ່ນ​ຕ່າງປະ​ເທດ​ຄື: ​ແຂວງ​ອັດ​ຕະປື ​ແລະ ​ແຂວງ​ຈຳປາ​ສັກ (ລາວ), ນະຄອນ Saint - Petersburg (ລັດ​ເຊຍ), ນະຄອນ Ulsan (ສ.​ເກົາຫຼີ); ເຊື່ອມ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ກັບ​ເຂດ​ພາກ​ເໜືອ​ຂອງ​ອົດ​ສະ​ຕາ​ລີ​ຄືນ​ໃໝ່ ຫຼັງ​ຈາກ​ທີ່ຂາດບັ້ນຂາດຕອນໄປຫຼາຍ​ປີ. ນອກ​ນັ້ນ, ​ແຂວງ​ຍັງ​ສືບ​ຕໍ່​ຮັກສາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຊ່ວຍ​ເຫຼືອ​ໃຫ້ແຂວງ ​ Stung Treng (ກຳປູ​ເຈຍ).

ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ຕົນ, ​ແຂວງ ແຄ໋ງຮ່ວາ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ປາດ​ຖະໜາ​ຢາກ​ເຊື່ອມ​ຕໍ່ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຈາກ​ຫຼາຍ​ປະ​ເທດ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.