| ເສັ້ນທາງແຫ່ງຄວາມພາກພຽນໃນການປົດ "ບັດເຫຼືອງ" IUU ຈາກຖ້ຽວເຮືອຫາປາທີ່ອອກສູ່ທະເລ | |
| ຮ່ວມເດີນທາງກັບຊາວປະມົງ ເພື່ອແກ້ໄຂ "ບັດເຫຼືອງ" IUU |
ຕາມພະແນກກະສິກຳ ແລະ ຊັບພະຍາກອນທຳມະຊາດ ນະຄອນ ໂຮ່ຈີມິນ ແລ້ວ, ປັດຈຸບັນທົ່ວນະຄອນມີກຳປັ່ນຫາປາ 4.445 ລຳ, ໃນນັ້ນມີກຳປັ່ນຫາປາທາງໄກ 80 ລຳ ໄດ້ຮັບການຕິດຕັ້ງປື້ມບັນທຶກແບບເອເລັກໂຕຣນິກໃນຂັ້ນທົດລອງ. ນີ້ໄດ້ຖືວ່າແມ່ນບາດກ້າວອັນສຳຄັນໃນຂະບວນການຫັນເປັນດີຈີຕອນຂະແໜງການສັດນ້ຳ, ມຸ່ງໄປສູ່ການຄຸ້ມຄອງຂະແໜງການປະມົງຢ່າງຍືນຍົງ.
ຢູ່ເຂດທ່າເຮືອ ລົກອານ (ຕາແສງ ຟືອກຫາຍ), ເຊິ່ງແມ່ນສະຖານທີ່ຕ້ອນຮັບກຳປັ່ນຫາປາເຂົ້າ-ອອກຫຼາຍສິບທ່ຽວໃນແຕ່ລະວັນ, ບັນຍາກາດການຜະລິດແມ່ນມີຄວາມຄຶກຄື້ນສະເໝີ. ຄຽງຄູ່ກັບກິດຈະກຳການຍົກຍ້າຍອາຫານທະເລ, ທ່າເຮືອແຫ່ງນີ້ຍັງແມ່ນຈຸດຊ່ວຍເຫຼືອຊາວປະມົງໃຫ້ເຂົ້າເຖິງເຕັກໂນໂລຊີໃໝ່. ຊາວປະມົງຫຼາຍທ່ານໄດ້ເປັນເຈົ້າການມາຫາພະນັກງານຄຸ້ມຄອງ ເພື່ອຂໍຄຳແນະນຳໃນການຕິດຕັ້ງ ແລະ ນຳໃຊ້ແອັບພລິເຄຊັນຈົດບັນທຶກແບບເອເລັກໂຕຣນິກ ກ່ອນການອອກທະເລແຕ່ລະຄັ້ງ.
ທ່ານ ຫງວຽນວັນທິນ, ຊາວປະມົງຢູ່ຕາແສງ ຟືອກຫາຍ ໄດ້ກ່າວຄຳປາໄສໃຫ້ຮູ້ວ່າ ໃນເບື້ອງຕົ້ນການນຳໃຊ້ໂທລະສັບເພື່ອຈົດບັນທຶກເຮັດໃຫ້ທ່ານມີຄວາມຮູ້ສຶກແປກໃໝ່ ແລະ ຍັງບໍ່ທັນຊິນເຄີຍ. ເຖິງຢ່າງໃດກໍຕາມ, ຍ້ອນໄດ້ຮັບຄຳແນະນຳຢ່າງລະອຽດ, ມາຮອດປັດຈຸບັນທ່ານສາມາດນຳໃຊ້ໄດ້ຢ່າງຄ່ອງແຄ້ວ ແລະ ຕີລາຄາວັດ ວິທີການນີ້ແມ່ນມີຄວາມສະດວກກວ່າເມື່ອທຽບໃສ່ກັບການຈົດບັນທຶກດ້ວຍມືຄືແຕ່ກ່ອນ.
ໃນທັດສະນະດຽວກັນ, ຊາວປະມົງ ເລມິງເຍິດ ກໍໄດ້ກ່າວຄຳປາໄສແບ່ງປັນວ່າ, ເຖິງວ່າຊາວປະມົງສ່ວນໃຫຍ່ແມ່ນຜູ້ສູງອາຍຸ ແລະ ມີຂໍ້ຈຳກັດດ້ານທັກສະເຕັກໂນໂລຊີ, ແຕ່ດ້ວຍການຊ່ວຍເຫຼືອແບບ "ຈັບມືສອນວຽກ" ຈາກພະນັກງານທ້ອງຖິ່ນ ແລະ ພະນັກງານທ່າເຮືອ, ການນຳໃຊ້ປື້ມບັນທຶກແບບເອເລັກໂຕຣນິກກໍໄດ້ກາຍເປັນເລື່ອງງ່າຍດາຍ ແລະ ວ່ອງໄວ. ຊາວປະມົງສາມາດແຈ້ງຂໍ້ມູນການເຄື່ອນໄຫວຂຸດຄົ້ນຂອງກຳປັ່ນຫາປາໄດ້ທຸກເວລາ ແລະ ທຸກສະຖານທີ່ ຜ່ານແອັບພລິເຄຊັນໃນໂທລະສັບ.
ນັບແຕ່ປີ 2023, ກຳປັ່ນຫາປາຈຳນວນໜຶ່ງທີ່ມີຄວາມຍາວແຕ່ 15 ແມັດຂຶ້ນໄປ ຢູ່ຕາແສງ ບິ່ງເຈົາ ໄດ້ຮັບການຄັດເລືອກເພື່ອທົດລອງນຳໃຊ້ລະບົບປື້ມບັນທຶກແບບເອເລັກໂຕຣນິກ. ເມື່ອກຳປັ່ນເຂົ້າຈອດທ່າ, ຂໍ້ມູນຈະຖືກດຶງອອກໂດຍກົງຈາກອຸປະກອນ ຫຼື ຊອບແວ, ຊ່ວຍໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງສາມາດກຳແໜ້ນຜົນຜະລິດການຂຸດຄົ້ນໄດ້ຢ່າງວ່ອງໄວ, ຮັບໃຊ້ໃຫ້ແກ່ການຢັ້ງຢືນແຫຼ່ງກຳເນີດສັດນ້ຳ ແລະ ສັງລວມບົດລາຍງານ.
ທ່ານ ຫງວຽນເຈື່ອງຈິ້ນ, ຊາວປະມົງຢູ່ຕາແສງ ບິ່ງເຈົາ ກ່າວຄຳປາໄສວ່າ ການນຳໃຊ້ຊອບແວແມ່ນບໍ່ມີຄວາມຊັບຊ້ອນຄືກັບຄວາມກັງວົນໃນເບື້ອງຕົ້ນ. ແທນທີ່ຈະຕ້ອງຈົດບັນທຶກດ້ວຍມືໃນແຕ່ລະວັນ, ປັດຈຸບັນພຽງແຕ່ປະຕິບັດຂັ້ນຕອນໃນໂທລະສັບ, ຂໍ້ມູນທັງໝົດກໍຈະຖືກເກັບຮັກສາໄວ້ຢ່າງຄົບຖ້ວນ ແລະ ສະດວກໃນການຄົ້ນຫາຄືນ.
![]() |
| ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ: ບາດກ້າວບຸກທະລຸໃນການຫັນເປັນທັນສະໄໝຂະແໜງການປະມົງ ຢູ່ ນະຄອນ ໂຮ່ຈີມິນ. (ພາບປະກອບ: KT) |
ຜ່ານພາກຕົວຈິງໃນການຈັດຕັ້ງປະຕິບັດສະແດງໃຫ້ເຫັນວ່າ, ລະບົບປື້ມບັນທຶກແບບເອເລັກໂຕຣນິກ ຊ່ວຍຫຼຸດຜ່ອນເວລາ ແລະ ຂໍ້ຜິດພາດໃນຂະບວນການຈົດບັນທຶກໄດ້ຢ່າງຫຼວງຫຼາຍ. ຕາມທ່ານ ຫງວຽນວັນຮຸຍ, ພະນັກງານຢູ່ທ່າເຮືອ ລົກອານ ແລ້ວ, ການປ້ອນຂໍ້ມູນແມ່ນມີພຽງແຕ່ບັນດາຂັ້ນຕອນງ່າຍໆ ເຊັ່ນ: ການປ່ອຍດາງ, ເກັບດາງ ແລະ ປັບປຸງຂໍ້ມູນຜົນຜະລິດ. ເມື່ອກຳປັ່ນເຂົ້າຈອດທ່າ, ລະບົບຈະສັງລວມ ແລະ ພິມປື້ມບັນທຶກອອກມາໂດຍອັດຕະໂນມັດ ເພື່ອໃຫ້ຊາວປະມົງລົງລາຍເຊັນຢັ້ງຢືນ.
ໃນມຸມມອງດ້ານການຄຸ້ມຄອງ, ທ່ານ ກູຢຸຍກາວວີ, ຜູ້ຕາງໜ້າຄະນະຄຸ້ມຄອງເຂດຈອດເຮືອຫຼົບໄພພາຍຸ ເບັ້ນໂລ້ຍ - ບິ່ງເຈົາ ໄດ້ກ່າວຄຳປາໄສຕີລາຄາວັດ, ການນຳໃຊ້ປື້ມບັນທຶກແບບເອເລັກໂຕຣນິກ ຊ່ວຍເຮັດໃຫ້ແຫຼ່ງກຳເນີດຂອງສັດນ້ຳມີຄວາມໂປ່ງໃສ, ທັງສະໜັບສະໜູນກຳລັງເຈົ້າໜ້າທີ່ໃນການຕິດຕາມກວດກາຜົນຜະລິດ ແລະ ການເຄື່ອນໄຫວຂຸດຄົ້ນໃຫ້ມີປະສິດທິຜົນກວ່າເກົ່າ.
ຊອບແວປື້ມບັນທຶກການຂຸດຄົ້ນແບບເອເລັກໂຕຣນິກ ໄດ້ຮັບການອອກແບບໃຫ້ສາມາດເຄື່ອນໄຫວໄດ້ຢ່າງຄົງທີ່ ເຖິງແມ່ນວ່າຈະບໍ່ມີສັນຍານໂທລະສັບກໍຕາມ. ໃນຂະບວນການຂຸດຄົ້ນຢູ່ທະເລ, ຊາວປະມົງຍັງສາມາດຈົດບັນທຶກຂໍ້ມູນໄດ້ຢ່າງຄົບຖ້ວນ; ເມື່ອກຳປັ່ນເຂົ້າສູ່ເຂດທີ່ມີສັນຍານ, ຂໍ້ມູນຈະຖືກເຊື່ອມຕໍ່ເຂົ້າສູ່ລະບົບໂດຍອັດຕະໂນມັດ, ຮັບປະກັນຄວາມຕໍ່ເນື່ອງ ແລະ ຄວາມຖືກຕ້ອງ.
ຕາມແຜນການຈັດຕັ້ງປະຕິບັດ, ນັບແຕ່ວັນທີ 1 ກໍລະກົດ 2026, ປື້ມບັນທຶກການຂຸດຄົ້ນແບບເອເລັກໂຕຣນິກ ຈະຖືກບັງຄັບໃຊ້ສຳລັບກຳປັ່ນຫາປາທີ່ມີຄວາມຍາວແຕ່ 24 ແມັດຂຶ້ນໄປ; ນັບແຕ່ວັນທີ 1 ກັນຍາ 2026 ຈະນຳໃຊ້ກັບກຳປັ່ນທີ່ມີຄວາມຍາວແຕ່ 15 ແມັດ ຫາ ຫຼຸດ 24 ແມັດ; ແລະ ນັບແຕ່ວັນທີ 1 ມັງກອນ 2027 ຈະຂະຫຍາຍການນຳໃຊ້ກັບກຳປັ່ນທີ່ມີຄວາມຍາວແຕ່ 12 ແມັດ ຫາ ຫຼຸດ 15 ແມັດ.
ທ່ານນາງ ຟ້າມທິນາ, ຮອງຜູ້ນຳພາພະແນກກະສິກຳ ແລະ ຊັບພະຍາກອນທຳມະຊາດ ນະຄອນ ໂຮ່ຈີມິນ ໄດ້ຢືນຢັນວ່າ ການນຳໃຊ້ເຕັກໂນໂລຊີປື້ມບັນທຶກແບບເອເລັກໂຕຣນິກ ມີຄວາມໝາຍສຳຄັນໃນການສ້າງລະບົບຕິດຕາມແຫຼ່ງກຳເນີດຂອງສັດນ້ຳ, ນັບແຕ່ຂັ້ນຕອນການຂຸດຄົ້ນ, ເຂົ້າຈອດທ່າເຮືອ ຈົນເຖິງການປຸງແຕ່ງ ແລະ ສົ່ງອອກ, ໂດຍສະເພາະແມ່ນສຳລັບບັນດາຕະຫຼາດທີ່ມີຄວາມຮຽກຮ້ອງຕ້ອງການສູງ ເຊັ່ນ: ສະຫະພາບເອີຣົບ. ຜ່ານນັ້ນ, ປະກອບສ່ວນຍົກສູງຄຸນຄ່າ ແລະ ຄວາມໂປ່ງໃສຂອງຜະລິດຕະພັນສັດນ້ຳ ຫວຽດນາມ.
ຄຽງຄູ່ກັນນັ້ນ, ການຈັດຕັ້ງປະຕິບັດບັນດາມາດຕະການຢ່າງຄົບຊຸດ ເຊັ່ນ: ລະບົບຕິດຕາມການເດີນເຮືອຂອງກຳປັ່ນຫາປາ (VMS), ປື້ມບັນທຶກການຂຸດຄົ້ນແບບເອເລັກໂຕຣນິກ ແລະ ການກວດກາຜົນຜະລິດຢູ່ທ່າເຮືອ ແມ່ນໄດ້ຮັບຄວາມຫວັງວ່າຈະປະກອບສ່ວນຊ່ວຍໃຫ້ ຫວຽດນາມ ສາມາດຍົກເລີກການແຈ້ງເຕືອນ “ໃບເຫຼືອງ” IUU ໂດຍໄວ, ສ້າງເງື່ອນໄຂເປີດກວ້າງຕະຫຼາດ ແລະ ຊຸກຍູ້ການສົ່ງອອກສັດນ້ຳ.
ເຖິງຢ່າງໃດກໍຕາມ, ຂະບວນການຈັດຕັ້ງປະຕິບັດຍັງຄົງພົບຂໍ້ຫຍຸ້ງຍາກບໍ່ໜ້ອຍ ເມື່ອຊາວປະມົງພາກສ່ວນໜຶ່ງຍັງມີຂໍ້ຈຳກັດດ້ານທັກສະເຕັກໂນໂລຊີ, ຄ່າໃຊ້ຈ່າຍໃນການລົງທຶນອຸປະກອນຍັງສູງ. ຕໍ່ກັບສະພາບຕົວຈິງນີ້, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ພວມຍູ້ແຮງການໂຄສະນາເຜີຍແຜ່, ຈັດຝຶກອົບຮົມ, ຊ່ວຍເຫຼືອການຕິດຕັ້ງ ແລະ ແນະນຳການນຳໃຊ້ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນໃນຕໍ່ໜ້າ.
| ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່, ກວດກາ, ຮັດແໜ້ນລະບຽບວິໄນໃນການຂຸດຄົ້ນສິນໃນນ້ຳ ຍສໝ - ໃນບໍລິບົດທີ່ທົ່ວປະເທດພະຍາຍາມແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ ທີ່ມີຕໍ່ຂະແໜງສິນໃນນ້ຳ, ການສະກັດກັ້ນ ແລະ ກ້າວໄປສູ່ການຢຸດຕິການຂຸດຄົ້ນອາຫານທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU) ໄດ້ກາຍເປັນໜ້າທີ່ຮີບດ່ວນ. ຢູ່ເຂດປາກນ້ຳ ຢານ (Gianh), ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) (ທະຫານຊາຍແດນແຂວງ ກວາງຈິ - QuangTri) ໄດ້ຜັນຂະຫຍາຍຫຼາຍວິທີການແກ້ໄຂຢ່າງເປັນເອກະພາບ, ... |
| ແກ້ໄຂ "ບັດເຫຼືອງ" IUU: ນະຄອນໂຮ່ຈີມິນ ເຮັດໃຫ້ຂໍ້ມູນມີຄວາມໂປ່ງໃສ, ຄວບຄຸມການຂຸດຄົ້ນ ຍສໝ - ການນຳໃຊ້ປຶ້ມບັນທຶກການຂຸດຄົ້ນສິນໃນນ້ຳແບບອີເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ນະຄອນ ໂຮ່ຈີມິນ (HoChiMinh) ພວມຄ່ອຍໆສ້າງປະສິດທິຜົນຢ່າງຊັດເຈນ, ປະກອບສ່ວນເຂົ້າໃນການຫັນວຽກງານຄຸ້ມຄອງການປະມົງໃຫ້ເປັນທັນສະໄໝ. |
