ງານວາງສະແດງ ແລະໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະ, OCOP ຂອງແຂວງ ກວາງຈີ້

12:32 | 03/05/2023

ແຜນງານແນໃສ່ຊຸກຍູ້ສົ່ງເສີມການຄ້າ; ໂຄສະນາ​ເຜີຍ​ແຜ່​ຮູບ​ພາບ ​ແລະ ຍີ່​ຫໍ້​ບັນດາ​ຜະລິດ​ຕະພັນ​ທີ່​ພົ້ນ​ເດັ່ນ ​ແລະ ຜະລິດ​ຕະພັນ OCOP ຢູ່​ແຂວງ ກວາງ​ຈີ້

ຜະລິດຕະພັນ ແລະ ເຄື່ອງໝາຍການຄ້າ ຫວຽດນາມ ສ້າງຂີດໝາຍຢູ່ ສິງກະໂປ ຜະລິດຕະພັນ ແລະ ເຄື່ອງໝາຍການຄ້າ ຫວຽດນາມ ສ້າງຂີດໝາຍຢູ່ ສິງກະໂປ
ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13% ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13%

ສູນ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ ​ແລະ ທ່ອງ​ທ່ຽວ​ກວາງ​ຈີ້ ​ໃຫ້​ຮູ້​ວ່າ: ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ​ໂຄງການ​ໃຫ້​ແຕ່​ລະ​ຕາ​ແສງ, ​ແຕ່ລະ​ຜະລິດ​ຕະພັນ (OCOP) ​ໄລຍະ 2021-2025 ​ແລະ ​ແຜນການ 81/. KH-UBND ລົງວັນທີ 14 ເມສາ 2023 ຂອງຄະນະກຳມະການປະຊາຊົນແຂວງ ກວາງຈິ ກ່ຽວກັບການຈັດຕັ້ງງານບຸນແມ່ນ້ຳຂອງ ແລະ ເປີດລະດູການທ່ອງທ່ຽວ ກວາງຈີ່ ປີ 2023; ຕາມ​ການ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຈີ້, ສົມທົບ​ກັບ​ບັນດາ​ອົງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ແລະ ​ໂຄສະນາ​ສະ​ເພາະ, ຜະລິດ​ຕະພັນ OCOP ຢູ່​ແຂວງ ກວ໋າງຈີ ​ໃນ​ປີ 2023.

ງານວາງສະແດງ ແລະໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະ, OCOP ຂອງແຂວງ ກວາງຈີ້

ງານວາງສະແດງ ແລະໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະ, OCOP ຂອງແຂວງ ກວາງຈີ້

ລາຍການດຳເນີນໄປແຕ່ວັນທີ 29 ເມສາ ຫາວັນທີ 1 ພຶດສະພາ, ດ້ວຍຮ້ານວາງສະແດງ 20 ຮ້ານຂອງບັນດາວິສາຫະກິດຢູ່ບໍລິເວນ. ໃນລາຍການມີການເຄື່ອນໄຫວວາງສະແດງ, ໂຄສະນາ, ແນະນຳຜະລິດຕະພັນ; ການຄ້າລະຫວ່າງວິສາຫະກິດ ແລະຜູ້ບໍລິໂພກກ່ຽວກັບບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະຜະລິດຕະພັນ OCOP ຢູ່ແຂວງ ກວາງຈີ້.

ນອກຈາກນັ້ນ, ຍັງມີການເຄື່ອນໄຫວໂຄສະນາ ແລະແນະນຳການທ່ອງທ່ຽວ, ການຄ້າ ແລະການລົງທຶນ; ລົງນາມໃນສັນຍາເສດຖະກິດ, ບົດບັນທຶກຄວາມຊ່ວຍຈຳການຮ່ວມມືລະຫວ່າງວິສາຫະກິດ; ຈັດຕັ້ງການພົບປະ ແລະເຮັດວຽກກັບບັນດາວິສາຫະກິດເພື່ອຊອກຮູ້ກ່ຽວກັບຂົງເຂດການການຄ້າ ແລະການລົງທຶນໃນບໍລິເວນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.