![]() |
ທ່ານພົນຈັດຕະວາ ຫງວຽນບາລຶກ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ເປັນຫົວໜ້າຄະນະ. (ພາບ: VOV) |
ໂດຍໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດ ອິນໂດເນເຊຍ, ແຕ່ວັນທີ 11 – 13 ມິຖຸນາ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນຈັດຕະວາ ຫງວຽນບາລຶກ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປ ອິນໂດເນເຊຍ ເຂົ້າຮ່ວມງານວາງສະແດງ ແລະ ເວທີປາໄສປ້ອງກັນຊາດອິນ ໂດເນເຊຍ ຄັ້ງທີ 10 (Indo Defence). ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມພິທີໄຂ, ຢ້ຽມຊົມບັນດາຮ້ານວາງສະແດງ ແລະ ເຂດວາງສະແດງຜະລິດຕະພັນຂອງວິສາຫະກິດ, ກຸ່ມບໍລິສັດໃຫຍ່ຈຳນວນໜຶ່ງ ແລະ ໄດ້ການພົບປະກັບຄູ່ຮ່ວມມືຄັ້ງຕ່າງໆ.
ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືປ້ອງກັນຊາດເພື່ອສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ”, ເວທີປາໄສແມ່ນເຫດການຍຸດທະສາດ ແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍໃນຂົງເຂດປ້ອງກັນຊາດ. Indo Defence ຈັດຂຶ້ນແຕ່ວັນທີ 11-14 ມິຖຸນາ, ໂດຍມີການເຂົ້າຮ່ວມຂອງກວ່າ 1.180 ຫົວໜ່ວຍວາງສະແດງຂອງເກືອບ 60 ປິເທດ.
ເລື່ອງກະຊວງປ້ອງກັນປະເທດ ຫວຽດນາມ ສົ່ງຄະນະຜູ້ແທນເຂົ້າຮ່ວມ Indo Defence 2025 ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືສາກົນ ເພື່ອຜັນຂະຫຍາຍແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການສ້າງ, ພັດທະນາພື້ນຖານອຸດສາຫະກຳປ້ອງກັນຊາດ ຫວຽດນາມ ຕາມທິດເປັນເຈົ້າການ, ເຂັ້ມແຂງດ້ວຍຕົນເອງ, ຫັນເປັນຫຼາຍຮູບຫຼຼາຍແບບ, ທັນສະໄໝ.
ມີງດຶກ