ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ກັບໝູ່ເກາະ ເຈື່ອງຊາ

21:02 | 16/05/2026

ຍສໝ - ໃນຕອນບ່າຍວັນທີ 14 ພຶດສະພາ, ຢູ່ທີ່ການຖແລງຂ່າວປະຈຳງວດຂອງກະຊວງການຕ່າງປະទេດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ກັບໝູ່ເກາະ ເຈື່ອງຊາ, ບໍ່ໃຫ້ມີການກະທຳໃດໆ ທີ່ເຮັດໃຫ້ສະພາບການມີຄວາມສັບສົນຂຶ້ນຕື່ມ.

ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ
ໄຂມາກສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026
ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ກັບໝູ່ເກາະ ເຈື່ອງຊາ
ທ່ານ​ນາງ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າມທູຮັ່ງ ຢູ່ທີ່ການຖແລງຂ່າວປະຈຳງວດ ໃນຕອນບ່າຍວັນທີ 14 ພຶດສະພາ ຮຽກຮ້ອງໃຫ້ບັນດາປະເທດເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ກັບໝູ່ເກາະ ເຈື່ອງຊາ. (ພາບ: ຫງວຽນຮົ່ງ)

ຕອບຄຳຖາມທີ່ສະເໜີໃຫ້ຮູ້ກ່ຽວກັບທ່າທີຂອງ ຫວຽດນາມ ຕໍ່ກັບການທີ່ ຟີລິບປິນ ແລະ ຈີນ ໄດ້ສົ່ງຄົນຂຶ້ນໄປປັກທຸງເພື່ອຢືນຢັນອະທິປະໄຕຢູ່ທີ່ ດ້າຮ່ວາຍເອີນ (đá Hoài Ân), ສັງກັດໝູ່ເກາະ ເຈື່ອງຊາ ໃນໄລຍະຜ່ານມາ, ທ່ານນາງໂຄສົກ ຟ້າມທູຮັ່ງ ໄດ້ເນັ້ນໜັກວ່າ:

ການທີ່ບັນດາຝ່າຍທີ່ກ່ຽວຂ້ອງສົ່ງຄົນຂຶ້ນໄປເທິງບັນດາຮາກຖານໂຄງສ້າງທີ່ສັງກັດໝູ່ເກາະ ເຈື່ອງຊາ ໂດຍບໍ່ໄດ້ຮັບອະນຸຍາດຈາກ ຫວຽດນາມ ແມ່ນການກະທຳທີ່ລະເມີດອະທິປະໄຕຂອງ ຫວຽດນາມ ຕາມກົດໝາຍສາກົນ, ຂັດກັບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ກໍຄືຄວາມພະຍາຍາມຂອງບັນດາປະເທດໃນການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC) ໃນປັດຈຸບັນ.

“ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ກັບໝູ່ເກາະ ເຈື່ອງຊາ, ບໍ່ໃຫ້ມີບັນດາການກະທຳທີ່ເຮັດໃຫ້ສະພາບການມີຄວາມສັບສົນຂຶ້ນຕື່ມ, ປະຕິບັດຕາມກົດໝາຍສາກົນຢ່າງເຄັ່ງຄັດ, ຈັດຕັ້ງປະຕິບັດ DOC ຢ່າງຈິງຈັງ, ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ ທະເລຕາເວັນອອກ”, ໂຄສົກກະຊວງການຕ່າງປະເທດ ກ່າວ.

ສ້າງການບຸກທະລຸທາງດ້ານຍຸດທະສາດ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ ສ້າງການບຸກທະລຸທາງດ້ານຍຸດທະສາດ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ

ຍສໝ - ຕາມທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແລະ ສີລັງກາ ຂອງສະຫາຍ ໂຕ ເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ສ້າງການບຸກທະລຸທາງດ້ານຍຸດທະສາດ, ສ້າງເງື່ອນໄຂໃຫ້ແກ່ການຫັນປ່ຽນທາງດ້ານຄຸນນະພາບ ໃນທິດທາງການພັດທະນາສາຍພົວພັນກັບ ອິນເດຍ ແລະ ສີລັງກາ.

ຫາຍຟອງ, ກວາງນິງ ສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືພັດທະນາກັບ ແຂວງຫຼວງພະບາງ (ລາວ) ຫາຍຟອງ, ກວາງນິງ ສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືພັດທະນາກັບ ແຂວງຫຼວງພະບາງ (ລາວ)

ຍສໝ - ສາຍພົວພັນຮ່ວມມືລະຫວ່າງ ນະຄອນ ຫາຍຟອງ, ແຂວງ ກວາງນິງ ກັບ ແຂວງ ຫຼວງພະບາງ ແລະ ບັນດາທ້ອງຖິ່ນຂອງ ລາວ ໄດ້ຮັບການຄາດຫວັງວ່າ ຈະມີຄວາມແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າໃນຕໍ່ໜ້າ.


ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ