ກອງກຳລັງຕຳຫຼວດທະເລຮ່ວມເດີນທາງໄປພ້ອມກັບຊາວປະມົງ ພາກຕາເວັນຕົກສ່ຽງໃຕ້ ຕົກລົງໃຈຕ້ານ IUU

12:58 | 20/05/2026

ຍສໝ - ໃນການເດີນທາງທາງທະເລເພື່ອສຳຫຼວດເຂດທະເລ, ເກາະດອນ ທາງພາກຕາເວັນຕົກສ່ຽງໃຕ້ ນັບແຕ່ວັນທີ 12 ຫາວັນທີ 16 ເດືອນ ພຶດສະພາ, ຄະນະປະຕິບັດງານກອງກຳລັງຕຳຫຼວດທະເລ ຫວຽດນາມ ໄດ້ລົງກວດກາ, ໂຄສະນາ ແລະ ປະຕິບັດບັນດາກິດຈະກຳໜູນຊ່ວຍ, ປຸກລະດົມກຳລັງໃຈຊາວປະມົງພວມຂຸດຄົ້ນສັດນ້ຳທະເລຢູ່ທະເລໂດຍກົງ.

ດົ່ງທາບເຂັ້ມງວດການຄຸ້ມຄອງເຮືອຫາປາ, ສະກັດກັ້ນການລະເມີດກົດໝາຍວ່າດ້ວຍການຫາປາ IUU ຢ່າງຕັ້ງໜ້າ
ຮັດແໜ້ນການຄຸ້ມຄອງເຮືອຫາປາ, ແຂວງດົ່ງທັບ ສະກັດກັ້ນການລະເມີດ IUU ຈາກຕົ້ນເຫດ

ຢູ່ເຂດທີ່ມີຊາຍແດນຕິດຈອດກັບບັນດາປະເທດໃນເຂດທະເລ ພາກຕາເວັນຕົກສ່ຽງໃຕ້, ຄະນະປະຕິບັດງານໄດ້ກວດກາການປະຕິບັດ IUU ຢູ່ເທິງເຮືອຕົກມຶກຂອງຊາວປະມົງ ກຽນຢາງ. ຄະນະໄດ້ຈົດບັນທຶກວ່າ, ການປະຕິບັດຕາມກົດລະບຽບຂອງເຮືອຫາປາແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ. ກັບຕັນເຮືອ ຟານແທັງຮຸ່ງ ຜູ້ຄວບຄຸມເຮືອຕົກມຶກ KG-95800.TS ບໍ່ພຽງແຕ່ໄດ້ຍື່ນເອກະສານຢ່າງຄົບຖ້ວນເທົ່ານັ້ນ, ແຕ່ຍັງປະຕິບັດຕາມຢ່າງເຂັ້ມງວດໃນການເປີດນຳໃຊ້ເຄື່ອງຈັກຕິດຕາມການເດີນທາງ (VMS) ອີກດ້ວຍ.

“ພວກອ້າຍນ້ອງມາໂຄສະນາແມ່ນຫວັງວ່າພວກເຮົາຈະປະຕິບັດວຽກງານຂອງຊາວປະມົງໃຫ້ເປັນຢ່າງດີ. ເຂດທະເລໃດທີ່ຫາປາໄດ້ດີແມ່ນພວກເຮົາເຮັດ, ແຕ່ຢ່າໃຫ້ມີການກະທົບກະທັ່ງ ແລະ ເປັນພິເສດແມ່ນບໍ່ໄປຫາປາຢູ່ເຂດທະເລຂອງຕ່າງປະເທດ. ຫຼາຍຄັ້ງທີ່ພົບກັບກະແສນ້ຳທະເລ ແຕ່ພວກເຮົາໄດ້ຄິດໄລ່ໄວ້ກ່ອນ, ເປັນເຈົ້າການຄວບຄຸມເຮືອບໍ່ໃຫ້ຂ້າມໄປເຂດທະເລຂອງປະເທດ ໄທ”, ທ່ານ ຟານແທັງຮຸ່ງ ໄດ້ແບ່ງປັນ.

ກອງກຳລັງຕຳຫຼວດທະເລຮ່ວມເດີນທາງໄປພ້ອມກັບຊາວປະມົງ ພາກຕາເວັນຕົກສ່ຽງໃຕ້ ຕົກລົງໃຈຕ້ານ IUU

ຄະນະປະຕິບັດງານກໍໄດ້ດຳເນີນການມອບຂອງຂວັນ, ທຸງຊາດ ແລະ ຮູບທ່ານປະທານ ໂຮ່ຈີມິນ ໃຫ້ແກ່ຊາວປະມົງຢູ່ເທິງເຮືອທີ່ໄດ້ຮັບການກວດກາ

ກອງກຳລັງຕຳຫຼວດທະເລຮ່ວມເດີນທາງໄປພ້ອມກັບຊາວປະມົງ ພາກຕາເວັນຕົກສ່ຽງໃຕ້ ຕົກລົງໃຈຕ້ານ IUU

ຄະນະປະຕິບັດງານໄດ້ຈົດບັນທຶກວ່າ, ເຮືອຫາປາໂດຍທ່ານ ຟານແທັງຮຸ່ງ ເປັນກັບຕັນເຮືອແມ່ນປະຕິບັດຕາມບັນດາກົດລະບຽບເປັນຢ່າງດີ

ກອງກຳລັງຕຳຫຼວດທະເລຮ່ວມເດີນທາງໄປພ້ອມກັບຊາວປະມົງ ພາກຕາເວັນຕົກສ່ຽງໃຕ້ ຕົກລົງໃຈຕ້ານ IUU

ຄະນະປະຕິບັດງານໂຄສະນາ IUU ແລະ ປຸກລະດົມກຳລັງໃຈຊາວປະມົງຢູ່ເທິງເຮືອຫາປາ ຂ່າຍຮວ່ານ

ຢູ່ທ່າເຮືອທະເລ ໂຖເຈົາ, ຄະນະປະຕິບັດງານໄດ້ກວດກາ ແລະ ປະຕິບັດການໂຄສະນາ IUU ຢູ່ເທິງເຮືອຫາປາ ຂ່າຍຮວ່ານ. ກັບຕັນເຮືອ ດິງຮວ່າງຟີຮວ່າຍ ໃຫ້ຮູ້ວ່າ, ເຮືອຍາມໃດກໍປະຕິບັດຕາມບັນດາກົດລະບຽບໃນການຫາປາຖືກເຂດ, ຖືກເສັ້ນທາງເປັນຢ່າງດີ ໂດຍຖືວ່ານັ້ນແມ່ນຄວາມຮັບຜິດຊອບ ແລະ ທັງເພື່ອຫຼີກເວັ້ນຄວາມເສຍຫາຍທາງເສດຖະກິດຢ່າງໜັກໜ່ວງ ຖ້າຫາກຖືກປະເທດເພື່ອນບ້ານຈັບກຸມ.

ຄະນະປະຕິບັດງານໄດ້ດຳເນີນການມອບຂອງຂວັນ, ທຸງຊາດ ແລະ ຮູບທ່ານປະທານ ໂຮ່ຈີມິນ ໃຫ້ແກ່ຊາວປະມົງຢູ່ເທິງເຮືອທີ່ໄດ້ຮັບການກວດກາ ແລະ ທັງເນັ້ນໜັກເຖິງ, ຄວາມສຳຄັນໃນການປະຕິບັດ IUU ເພື່ອປົດບັດເຫຼືອງ.

“ຊາວປະມົງຫາປາຢູ່ທະເລໃນປັດຈຸບັນແມ່ນຍັງມີຄວາມຫຍຸ້ງຍາກ, ມີຄະນະມາປຸກລະດົມກຳລັງໃຈມອບຂອງຂວັນໃຫ້ເຮືອແມ່ນດີໃຈຫຼາຍ, ຂອບໃຈຫຼາຍໆ. ກ່ຽວກັບວຽກງານການຫາປາ, ກ່ອນທີ່ເຮືອຈະອອກທະເລແມ່ນຕ້ອງຍື່ນໝາຍເລກ ແລະ ປະຕິບັດໃຫ້ຖືກຕ້ອງຄົບຖ້ວນທຸກກົດລະບຽບ, ເດັດຂາດບໍ່ລະເມີດການຂຸດຄົ້ນຢູ່ເຂດທະເລຂອງຕ່າງປະເທດ”, ທ່ານ ດິງຮວ່າງຟີຮວ່າຍ ໄດ້ສະແດງຄວາມຄິດເຫັນຕໍ່ກັບຄວາມເອົາໃຈໃສ່ຂອງຄະນະປະຕິບັດງານ.

ກອງກຳລັງຕຳຫຼວດທະເລຮ່ວມເດີນທາງໄປພ້ອມກັບຊາວປະມົງ ພາກຕາເວັນຕົກສ່ຽງໃຕ້ ຕົກລົງໃຈຕ້ານ IUU

ສະພາບການປະຕິບັດຕາມກົດໝາຍຂອງຊາວປະມົງຢູ່ເຂດທະເລ ພາກຕາເວັນຕົກສ່ຽງໃຕ້ ແມ່ນມີການຫັນປ່ຽນໄປໃນທາງຕັ້ງໜ້າ

ໃນສະພາບການແຫຼ່ງຜົນປະໂຫຍດສັດນ້ຳຫຼຸດລົງ ແລະ ຄ່າໃຊ້ຈ່າຍນ້ຳມັນເຊື້ອໄຟເພີ່ມສູງຂຶ້ນ, ການມີໜ້າຂອງຄະນະປະຕິບັດງານກອງກຳລັງຕຳຫຼວດທະເລ ໄດ້ເພີ່ມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນຊາວປະມົງອອກສູ່ທະເລກວ້າງ, ເກາະຕິດກັບທະເລ. ບັນດາກິດຈະກຳຂອງຄະນະປະຕິບັດງານບໍ່ພຽງແຕ່ຊ່ວຍໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງກຳແໜ້ນຄວາມເປັນຈິງຢ່າງສະໜິດແໜ້ນເທົ່ານັ້ນ, ແຕ່ຍັງປະກອບສ່ວນເຮັດໃຫ້ຄວາມຮັບຮູ້ຂອງຊາວປະມົງເປັນມາດຕະຖານ, ແນໃສ່ເປົ້າໝາຍສ້າງສາຂາຂະແໜງການສັດນ້ຳໃຫ້ພັດທະນາແບບຍືນຍົງ ແລະ ມີຄວາມຮັບຮັບຜິດຊອບ.

ຮ່ວມເດີນທາງກັບຊາວປະມົງ ເພື່ອແກ້ໄຂ ຮ່ວມເດີນທາງກັບຊາວປະມົງ ເພື່ອແກ້ໄຂ "ບັດເຫຼືອງ" IUU

ຍສໝ - ການປະກາດໃຊ້ ມະຕິເລກທີ 03/2026/NQ-HĐND ຂອງສະພາປະຊາຊົນແຂວງ ກ່າເມົາ ກ່ຽວກັບການຊ່ວຍເຫຼືອຍົກລະດັບ, ປ່ຽນແທນອຸປະກອນ ແລະ ຄ່າບໍລິການລາຍເດືອນ ສຳລັບລະບົບຕິດຕາມການເດີນເຮືອຂອງເຮືອຫາປາ ພວມນຳມາຊຶ່ງປະສິດທິຜົນຕົວຈິງ. ນີ້ຖືວ່າແມ່ນໜຶ່ງໃນບັນດາມາດຕະການທີ່ສຳຄັນ ເພື່ອຊ່ວຍເຫຼືອຊາວປະມົງ, ເພີ່ມທະວີການຄຸ້ມຄອງອາຊີບການປະມົງ ແລະ ເປົ້າໝາຍໄປສູ່ການແກ້ໄຂ "ບັດເຫຼືອງ" IUU (ຕ້ານການຫາປາແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ).

ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່, ກວດກາ, ຮັດແໜ້ນລະບຽບວິໄນໃນການຂຸດຄົ້ນສິນໃນນ້ຳ ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່, ກວດກາ, ຮັດແໜ້ນລະບຽບວິໄນໃນການຂຸດຄົ້ນສິນໃນນ້ຳ

ຍສໝ - ໃນບໍລິບົດທີ່ທົ່ວປະເທດພະຍາຍາມແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ ທີ່ມີຕໍ່ຂະແໜງສິນໃນນ້ຳ, ການສະກັດກັ້ນ ແລະ ກ້າວໄປສູ່ການຢຸດຕິການຂຸດຄົ້ນອາຫານທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU) ໄດ້ກາຍເປັນໜ້າທີ່ຮີບດ່ວນ. ຢູ່ເຂດປາກນ້ຳ ຢານ (Gianh), ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) (ທະຫານຊາຍແດນແຂວງ ກວາງຈິ - QuangTri) ໄດ້ຜັນຂະຫຍາຍຫຼາຍວິທີການແກ້ໄຂຢ່າງເປັນເອກະພາບ, ...

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ