ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ- ໄທ

00:00 | 06/12/2023

ຍສໝ - ນັ້ນ​ແມ່ນ​ຄຳເຫັນ​​ຂອງທ່ານ ນາງ Wiraka Moodhitaporn, ຫົວໜ້າກົງ​ສຸນ​ໃຫຍ່​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ, ທີ່​ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ 96 ປີ​ ​ແຫ່ງ​ລາດ​ຊະ​ອາ​ນາ​ຈັກ​ໄທ (5 ທັນ​ວາ 1927 – 5 ທັນ​ວາ 2023) ເຊິ່ງໄດ້ຈັດຂຶ້ນ​ໃນ​ວັນ​ທີ ວັນ​ທີ 7 ທັນ​ວາ​ນີ້​ ຢູ່​ນະ​ຄອນໂຮ່ຈີມິນ. ງານດັ່ງກ່າວຈັດ​ໂດຍ ​ສະຫະພັນ​ ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ນະຄອນ ​ໂຮ່ຈີ​ມິນ.

ຫວຽດ​ນາມ - ຈຸດ​ຫມາຍ​ປາຍ​ທາງທີ່ນິຍົມຂອງ​ນັກ​ທ່ອງ​ທ່ຽວ​ໄທ
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ

ການ​ພົວ​ພັນລະ​ຫວ່າງປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ- ໄທ

ນັ້ນ​ແມ່ນ​ຄຳເຫັນ​​ຂອງທ່ານ ນາງ Wiraka Moodhitaporn, ຫົວໜ້າກົງ​ສຸນ​ໃຫຍ່​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ, ທີ່​ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ 96 ປີ​ ​ແຫ່ງ​ລາດ​ຊະ​ອາ​ນາ​ຈັກ​ໄທ (5 ທັນ​ວາ 1927 – 5 ທັນ​ວາ 2023) ເຊິ່ງໄດ້ຈັດຂຶ້ນ​ໃນ​ວັນ​ທີ ວັນ​ທີ 7 ທັນ​ວາ​ນີ້​ຢູ່​ນະ​ຄອນໂຮ່ຈີມິນ. ງານດັ່ງກ່າວຈັດໂດຍ ​ສະຫະພັນ​ ບັນດາ​ອົງການ ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ນະຄອນ ​ໂຮ່ຈີ​ມິນ.

Hoạt động giao lưu với các sinh viên Lào, Campuchia tiêu biểu. Ảnh: Báo Tuổi trẻ thủ đô.  ກິດຈະກຳແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ດີເດັ່ນ. ພາບ: ວາລະສານ Tuoi Tre.
ກິດຈະກຳແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ດີເດັ່ນ. ພາບ: ວາລະສານ Tuoi Tre.

ຕາມ​ທ່ານ​ນາງ Wiraka Moodhitaporn ແລ້ວ, ການ​ພົວພັນ​ໃນຂົງເຂດ​ວັດທະນະທຳ - ສັງຄົມ, ພິ​ເສດ​ແມ່ນ​ໃນຂັ້ນປະຊາຊົນ, ​ແມ່ນ​ພື້ນຖານ​ເພື່ອ​ພັດທະນາ​ການ​ພົວພັນ​ຮ່ວມ​ມື ​ລະຫວ່າງ ​ໄທ - ຫວຽດນາມ. ຍ້ອນ​ວ່າ​ເມື່ອ​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​​ກັນ ກໍ່ຈະ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ແລກປ່ຽນ​ທຸລະ​ກິດ ​ເພື່ອ​ບັນລຸ​ວົງ​ເງິນ​ການ​ຄ້າ​ ລະຫວ່າງ 2 ປະ​ເທດໃຫ້​ເພີ່ມ​ຂຶ້ນ​ເຖິງ 25 ຕື້ USD ຄືທີ່​ການ​ນຳ​ຂອງ​ສອງ​ປະ​ເທດວາງ​ອອກ.

ທ່ານ ນາງ Wiraka Moodhitaporn ກໍ່​ຢືນຢັນ​ຈະ​ສືບ​ຕໍ່​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ນະຄອນ ​ໂຮ່ຈີ​ມິນ ​ແລະ ທ້ອງ​ຖິ່ນຂອງໄທ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ລະຫວ່າງ ຫວຽດນາມ ແລະ ໄທ.

Hội hữu nghị Việt Nam - Thái Lan TP.HCM và Tổng Lãnh sự Vương quốc Thái Lan tại TP.HCM trao học bổng cho các sinh viên hiếu học, vượt khó của trường Đại học Khoa học Xã hội và Nhân Văn TPHCM. (Ảnh: HUFO) ສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ໂຮ່ຈີມິນ ແລະ ກົງສຸນໃຫຍ່ຣາຊະອານາຈັກໄທ ປະຈຳນະຄອນ ໂຮ່ຈີມິນ ໄດ້ມອບທຶນການສຶກສາ ໃຫ້ບັນດານັກຮຽນເກັ່ງ, ຜ່ານຜ່າຄວາມຫຍຸ້ງຍາກ ຢູ່ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ. (ພາບ: HUFO)

ສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ໂຮ່ຈີມິນ ແລະ ກົງສຸນໃຫຍ່ຣາຊະອານາຈັກໄທ ປະຈຳນະຄອນ ໂຮ່ຈີມິນ ໄດ້ມອບທຶນການສຶກສາ ໃຫ້ບັນດານັກຮຽນເກັ່ງ, ຜ່ານຜ່າຄວາມຫຍຸ້ງຍາກ ຢູ່ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ. (ພາບ: HUFO)

ທີ່​ພິທີ​ພົບ​ປະ, ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ ດິງ ຄັກ ຢູຍ ​ເນັ້ນ​ໜັກ​ວ່າ: ​ໄທ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ໃກ້​ຊິດ ​ແລະ ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ຫວຽດນາມ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ​ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ສຶກສາ, ​ເສດຖະກິດ, ການ​ເມືອງ ​ແລະ ວັດທະນະທຳ.

ຕາມ​ທ່ານ ທ່ານ ດິງ ຄັກ ຢູຍ ​ແລ້ວ, ປະຈຸ​ບັນ​ມີ​ນັກ​ສຶກສາ ຫວຽດນາມ ນັບ​ພັນ​ຄົນ​ພວມ​ຮ່ຳຮຽນ​ຢູ່​ມະຫາວິທະຍາ​ໄລ ​ແລະ ວິທະຍາ​ໄລ​ຂອງ​ໄທ. ນັກ​ສຶກ​ສາ​ໄທ​ຫຼາຍ​ຄົນ​ກໍ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ. ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ວົງເງິນການຄ້າ 2 ສົ້ນໃນປີ 2023 ບັນລຸ 10 ຕື້ USD, ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີ 2022. ສອງປະເທດຍັງໄດ້ຮ່ວມມືກັນປະຕິບັດຫຼາຍໂຄງການລົງທຶນຂະໜາດໃຫຍ່, ສ້າງແຮງຈູງໃຈໃຫ້ແກ່ການພັດທະນາເສດຖະກິດຂອງແຕ່ລະປະເທດ.

ປີ 2023, ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ. ບາງ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ລວມມີ: ການແຂ່ງຂັນ “ທັກ​ສະ​ພາສາ​ໄທ”, ນຳ​ພາຄະນະ​ນັກທຸລະກິດ​ຫວຽດນາມ ​ໄປ​ແລກປ່ຽນ ​ແລະ ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ຢູ່​ໄທ...

ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ແລະ ​ກົງສຸນ​ໃຫຍ່​ລາຊະ​ອານາຈັກ​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ກໍ່​ໄດ້​ມອບ​ທຶນ​ການສຶກສາ​ໃຫ້​ບັນດາ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດ​ ນະຄອນ ໂຮ່ຈີ​ມິນ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.