ການຮ່ວມມືລະຫວ່າງລະບົບ ສານຫວຽດນາມ - ລາວ ນັບມື້ນັບມີປະສິດທິຜົນ, ແທດຈິງ

17:20 | 27/08/2018

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ. ລາວ, ຕອນເຊົ້າວັນທີ 27 ສິງຫາ ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມ ໂດຍທ່ານ ຫງວຽນຮວ່າບິງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ເປັນຫົວໜ້າຄະນະ, ມີການເຈລະຈາກັບ ຄະນະຜູ້ແທນ ສານປະຊາຊົນສູງສຸດ ລາວ ໂດຍທ່ານປະທານສານປະຊາຊົນສູງສຸດລາວ ຄໍາພັນ ສິດທິດໍາພາ, ເປັນຫົວໜ້າຄະນະ.

ການຮ່ວມມືລະຫວ່າງລະບົບ ສານຫວຽດນາມ - ລາວ ນັບມື້ນັບມີປະສິດທິຜົນ, ແທດຈິງ

ການເຈລະຈາລະຫວ່າງ ສານປະຊາຊົນສູງສຸດຫວຽມນາມ ແລະ ສານປະຊາຊົນສູງສຸດລາວ. (ພາບ:Pham Kien/ Vietnam+)

ທີ່ກອງປະຊຸມ ສອງຝ່າຍສືບຕໍ່ຍູ້ແຮງການປະຕິບັດ ສັນຍາລະຫວ່າງສອງລັດຖະບານລາວ - ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການອາດຊະຍາກໍາ ແລະ ສະພາບການຕົວຈິງໃນການພິພາກສາບັນດາອາດຊະຍາກໍາຂ້າມຊາດ, ອາດຊະຍາກໍາ ທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ອາໄສຢູ່ລາວ ແລະ ຊາວລາວ ອາໄສຢູ່ຫວຽດນາມ ຢ່າງມີປະສິດທິຜົນ.

ກ່າວຄໍາເຫັນທີ່ການເຈລະຈາ, ທ່ານ ຫງວຽນຮວ່າບິງ ໃຫ້ຮູ້ວ່າ ຝ່າຍຫວຽດນາມ ບໍ່ພຽງແຕ່ ກຽມພ້ອມທີ່ຈະໜູນຊ່ວຍການບໍາລຸງສ້າງດ້ານວິຊາການໃຫ້ແກ່ບັນດາຜູ້ພິພາກສາທາງຝ່າຍລາວໃນໄລຍະສັ້ນເທົ່ານັ້ນ, ຫາກຍັງພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານທີ່ມີປະສົບການໄປຍັງປະເທດລາວ ເພື່ອແບ່ງປັນຄວາມຮູ້ ຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍລາວ ອີກດ້ວຍ.

ການຮ່ວມມືລະຫວ່າງລະບົບ ສານຫວຽດນາມ - ລາວ ນັບມື້ນັບມີປະສິດທິຜົນ, ແທດຈິງ

ທ່ານ ຫງວຽນຮວ່າບິ່ງ ມອບເງິນຈໍານວນ 500 ລ້ານດົ່ງໃຫ້ທ່ານ ຄໍາພັນ ສິດທິດໍາພາ ເພື່ອຊ່ວຍເຫຼືອປະຊາຊົນລາວທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ. (ພາບ:Vietnam+)

ໃນໂອກາດນີ້, ທ່ານ ຫງວຽນຮວ່າ ບິ່ງ ກໍ່ໄດ້ມອບເງິນບໍລິຈາກ ຂອງພະນັກງານມ, ລັດຖະກອນ ສານປະຊາຊົນສູງສຸດຫວຽດນາມ ເຊິ່ງລວມມີມູນຄ່່າ 500 ລ້ານດົ່ງ ເພື່ອຊ່ວຍເຫຼືອຍູ້ໜູນ ແກ່ ປະຊາຊົນລາວ ທີ່ຖືກຜົນກະທົບຈາກໄພພິບັດ ຄູກັ້ນນໍ້າເຂື່ອນເຊປ່ຽນ - ເຊນໍ້ານ້ອຍແຕກ ແກ້ໄຂສະພາບການຫຍຸ້ງຍາກ ແລະ ເຮັດໃຫ້ການດໍາລົງຊີວິດ ກັບຄືນສູ່ຄວາມເປັນປົກກະຕິ ໂດຍໄວ.

(ຫັດ​ທະ​ບູນ)

ເຫດການ