ບັນດາວິທີເຮັດໃໝ່ ​ເພື່ອຄູນຂຶ້ນການ​ພົວພັນ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ

00:56 | 09/04/2024

ຍສໝ - ໂດຍແລກປ່ຽນ, ພົບພະເປັນປະຈຳກັບບັນດາຜູ້ທີ່ເຄີຍໄດ້ຮ່ຳຮຽນ, ດໍາລົງຊີວິດ ແລະ ເຮັດວຽກຢູ່ ບຸນ​ກາຣີ; ການຮ່ວມມືແລກປ່ຽນວັດທະນະທຳ, ສຶກສາ - ບຳລຸງສ້າງກັບມະຫາວິທະຍາໄລຂອງປະເທດເພື່ອນມິດ; ນຳເອົາ​ຜະລິດ​ຕະພັນ​ນົມ​ສົ້ມພື້ນ​ເມືອງ​ Bulgarian ​ມາ​ໃຫ້​ຊາວ​ ຫວຽດນາມ; ປູກລ້ຽງບັນດາເຍົາວະຊົນມິດຕະພາບ ​ຫວຽດນາມ - ບຸນ​ກາຣີ... ນັ້ນ​ແມ່ນ​ບັນດາວິທີ​ເຮັດຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ພວມ​ປະຕິບັດ​ເພື່ອ​ປົກ​ປັກ​ຮັກສາ, ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ
ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ

ທ່ານ ຫງວຽນ​ຮຸຍ​ຫວຽນ, ບໍລິສັດ ROZA ຈຳກັດຜູ້ດຽວການຄ້າ ROZA: ນຳເອົານົມສົ້ມພື້ນເມືອງ ບຸນກາຣີ ມາ ຫວຽດນາມ

ໃນປີ 1974, ຂ້າພະເຈົ້າໄດ້ໄປ ບຸນກາຣີ ເພື່ອສຶກສາ ແລະ ເປັນຄັ້ງທໍາອິດໄດ້ຮຽນຮູ້ກ່ຽວກັບນົມສົ້ມພື້ນເມືອງຂອງ "ປະເທດຂອງດອກກຸຫລາບ". ເພື່ອນມິດ ບຸນກາຣີ ແນະນໍາວ່າ ນົມສົ້ມແມ່ນດີຫຼາຍຕໍ່ສຸຂະພາບ. ຫຼັງຈາກ 5 ປີ, ຂ້າພະເຈົ້າ ໄດ້ຕິດກິ່ມນົມສົ້ມຂອງປະຊາຊົນ ບຸນກາຣີ.

ບັນດາວິທີເຮັດໃໝ່ ​ເພື່ອຄູນຂຶ້ນການ​ພົວພັນ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ

ໂຮງງານຜະລິດນົມສົ້ມ ROZALUTA (ພາບ: NVCC)

ໃນປີ 2008, ໃນຂະນະທີ່ກັບຄືນໄປ ບຸນກາຣີ, ຂ້າພະເຈົ້າ ໄດ້ພົບກັບທ່ານ Ivan Ivannov Stoianov. ທ່ານ Ivan ກໍໄດ້ຮັບການສອນອາຊີບເຮັດນົມສົ້ມພື້ນເມື່ອງຂອງພໍ່ປູ່, ສ່ວນຕົວຂອງທ່ານກໍ່ພວມເຮັດວຽກຢູ່ໂຮງງານຜະລິດນົມສົ້ມຢູ່ Bungari. Ivan ໄດ້ແບ່ງປັນວິທີ, ເຕັກນິກການເຮັດນົມສົ້ມ ບຸນກາຣີ ໃຫ້ຂ້າພະເຈົ້າ. ໃນ​ເວ​ລາ​ນັ້ນ, ຂ້າ​ພະ​ເຈົ້າ​ຍັງ​ຢາກ​ໃຫ້​ຄອບ​ຄົວ, ​ພີ່​ນ້ອງ​ຢູ່​ອ້ອມ​ຂ້າງ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄຸນ​ຄ່າ​ຂອງ​ນົມ​ສົ້ມ ບຸນກາຣີ.

ກັບຄືນໄປ ຫວຽດນາມ, ຂ້າພະເຈົ້າ ໄດ້ເລີ່ມຜະລິດນົມສົ້ມ ບຸນກາຣີ ແຕ່ລົ້ມເຫຼວຫຼາຍເທື່ອ. ນ້ຳນົມ​ຫຼາຍ​ໂຕນ​ຖືກ​ຖິ້ມ​ເສຍ​ຍ້ອນ​ຄຸນ​ນະພາ​ບບໍ່​ດີ​ຍ້ອນ​ບັນດາປັດ​ໄຈ​ຄື: ອຸປະກອນ, ສາຍ​ຜະລິດ; ອາກາດຮ້ອນຊຸ່ມຢູ່ ຫວຽດນາມ... ຫລັງຈາກນັ້ນບໍ່ດົນ, ຂ້າພະເຈົ້າ ໄດ້ຊອກຫາວິທີແກ້ໄຂ, ຜະລິດໄດ້ຜະລິດຕະພັນນົມສົ້ມທີ່ມີຄຸນນະພາບ, ຮັກສາກິ່ມນົມສົ້ມທີ່ເປັນມູນເຊື້ອຂອງຊາວ ບຸນກາຣີ.

ບຸນກາຣີ ແມ່ນປະເທດທີ່ປະດິດນົມສົ້ມ ແລະ ມີຄຸນຄ່າປະຫວັດສາດຫຼາຍກວ່າ 4,000 ປີ. ນົມສົ້ມພື້ນເມືອງ ບຸນກາຣີ ແມ່ນໃຊ້ໂດຍປະຊາຊົນຂອງບັນດາປະເທດຄື ຍີ່ປຸ່ນ, ອາເມລິກາ, ເອີຣົບ ....ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຊາວ​ຫວຽດ​ນາມ ກໍ່ໄດ້ນຳ​ໃຊ້​ຜະ​ລິດ​ຕະ​ພັນ​ທີ່​ດີຄືນັ້ນ. ສະນັ້ນ, ຂ້າພະເຈົ້າໄດ້ນໍາເອົາຄວາມຮູ້ທັງຫມົດທີ່ໄດ້ຮຽນຮູ້ຈາກ ບຸນກາຣີ ສອນໃຫ້ລູກສາວຂອງຂ້າພະເຈົ້າ ເພື່ອໃຫ້ນາງສາມາດສືບຕໍ່ກໍ່ສ້າງ.

ຂ້າພະເຈົ້າດີໃຈຫຼາຍ ເພື່ອຜະລິດຕະພັນ Rozaluta - ນົມສົ້ມພື້ນເມືອງ ບຸນກາຣີ ໂດຍຂ້າພະເຈົ້າ ແລະ ລູກສາວຂອງຂ້າພະເຈົ້າທີ່ສ້າງບາດກ້າວທຳອິດ ທີ່ໄດ້ຮັບການຮັບເອົາຈາກຜູ້ບໍລິໂພກ. ປະຈຸ​ບັນ ສິນຄ້າ​ມີ​ຢູ່​ຕາມ​ຮ້ານ​ອາຫານ​ສະອາດ, ຮ້ານ​ຊຸບ​ເປີ​ມາ​ເກັດ​ຂະໜາດ​ນ້ອຍ, ​ໂຮງຮຽນ... ຢູ່ ​ຮ່າ​ໂນ້ຍ, ຫາຍ​ຟ່ອງ ​ແລະ ບາງ​ທ້ອງ​ຖິ່ນ​ອື່ນໆ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ ຈະ​ຊຸກ​ຍູ້​ການ​ໂຄ​ສະ​ນາ​ເພື່ອ​ໃຫ້​ຊາວ ​ຫວຽດ​ນາມ​ ຮູ້​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ຕື່ມ​ອີກ.

ທ່ານ​ນາງ ເຈີ່ນ​ບິກ​ຈີ, ອຳນວຍການໂຮງຮຽນອະ​ນຸ​ບານ ຫວຽດ - ບຸນ​: ປູກລ້ຽງບັນດາເຍົາວະຊົນມິດຕະພາບ ​ຫວຽດນາມ - ບຸນ​ກາຣີ

ໂຮງຮຽນ​ອະນຸບານ​ ຫວຽດ - ບຸນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ປີ 1981, ແມ່ນ​ຂອງຂວັນ​ຂອງ​ສະຫະພັນ​ແມ່ຍິງ​ ບຸນ​ກາຣີ ໃຫ້​ແກ່​ເດັກນ້ອຍ ​ຫວຽດນາມ ພາຍຫຼັງ​ສົງຄາມ. ສະນັ້ນ ຖັນແຖວອາຈານຂອງໂຮງຮຽນ ຍາມໃດກໍ່ຮັບຮູ້ພາລະກິດຂອງໂຮງຮຽນແມ່ນ ເພື່ອປົກປັກຮັກສາ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ.

ຫຼາຍປີທີ່ມໍ່ໆມານີ້, ໃນລາຍການສຶກສາຂອງໂຮງຮຽນ ຍາມໃດກໍມີບັນດາເນື້ອໃນແນະນໍາວັດທະນະທໍາຂອງ ບຸນກາຣີ ທີ່ເຫມາະສົມສໍາລັບເດັກນ້ອຍອະນຸບານ. ສາມາດເລົ່າຊື່ຫາບັນດາການເຄື່ອນໄຫວຄື: ການສ້າງຮູບບັນດາລວດລາຍ, ລາຍແຕ້ມ, ສີສັນທີ່ພົ້ນເດັ່ນ​ຂອງປະເທດ ບຸນກາຣີ; ແນະນໍາ​ຈຸດ​ວັດທະນະທໍາທີ່ເປັນເອກະລັກສະເພາະ, ທັດສະນີຍະພາບ ບຸນກາຣີ ຜ່ານຫນ້າຈໍຂະຫນາດນ້ອຍ ຫຼື ປະສົມປະສານເຂົ້າໃນບົດຮຽນ. ເຄື່ອງແຕ່ງກາຍ, ອາຫານພື້ນເມືອງຂອງ ບຸນກາຣີ ກໍ່ຄືເປັນເນື້ອໃນທີ່ຄູສອນແນະນຳໃຫ້ນັກຮຽນ.

ບັນດາວິທີເຮັດໃໝ່ ​ເພື່ອຄູນຂຶ້ນການ​ພົວພັນ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ

ທ່ານນາງ Evdokia Toodorova, ພັນລະຍາຂອງທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ບຸນ​ກາຣີ ປະຈໍາ ຫວຽດນາມ, ສອນນັກຮຽນຢູ່ໂຮງຮຽນອະນຸບານ ຫວຽດ - ບຸນ ເພື່ອເຮັດ Martenitsa. (ພາບ: ໂຮງຮຽນອະ​ນຸ​ບານ ຫວຽດ - ບຸນ​)

ຢູ່ໂຮງຮຽນ, ເດັກນ້ອຍໄດ້ຮຽນຮູ້ກ່ຽວກັບດອກກຸຫຼາບ ບຸນກາຣີ - ດອກໄມ້ທີ່ມີຄຸນລັກສະນະຈຳເພາະຂອງປະເທດນີ້ ໂດຍຜ່ານການກັ່ນ, ເຮັດສະບູດອກກຸຫລາບ. ເດັກນ້ອຍ ກໍ່ໄດ້ປະສົບການຫຼາຍເກມພື້ນເມືອງ, ເພງ, ວາດຟ້ອນຂອງ ບຸນກາຣີ. ຈົນກະທັ້ງ, ຊຸດ 5 ປີ, ເດັກນ້ອຍສາມາດສື່ສານບັນດາຄຳປະໂຫຍກງ່າຍໆເຊັ່ນ: ຄໍາທາຍໄຕ່ຖາມ ແລະ ຂອບໃຈໃນພາສາ ບຸນກາຣີ. ບັນດາ​ການ​ເຄື່ອນ​ໄຫວ​ນີ້ ​ໄດ້​ປູກລ້ຽງໃຫ້ເດັກນ້ອຍກ່ຽວກັບຄວາມຮັກແພງຕິດພັນກັບປະ​ເທດ​ທີ່​ຢູ່​ຫ່າງ​ໄກ​ທາງ​ພູມ​ສາດ ​ແຕ່​ໃກ້ຍ້ອນບັນດາຈຸດຄ້າຍຄື​ກັນ​ກັບ​ ຫວຽດນາມ.

ຫວ່າງ​ມໍ່ໆ​ມາ​ນີ້, ​ໃນ​ເດືອນ ມີນາ 2024 ​ໂຮງຮຽນ​ອະນຸບານ ​ຫວຽດນາມ - ບຸນ ​ໄດ້​ຈັດ​ຕັ້ງ​ງານ​ບຸນ Kukeri ໃຫ້​ເດັກນ້ອຍ​ຄົ້ນ​ຄ້ວາ ​ແລະ ​ເຮັດ​ໜ້າ​ກາກ​ສັນຍະລັກ​ຂອງ​ງານ​ບຸນ​ນີ້; ​ຈັດ​ຕັ້ງ​ວັນບຸນ Baba Marta. ຄູອາຈານ ກໍ່ໄດ້ສອນເດັກນ້ອຍເພື່ອເຮັດໃຫ້ Martenitsa ເພື່ອພາວະນາຂໍໃຫ້ເປັນ​ປີ​ໃໝ່ທີ່ສະຫງົບສຸກ, ຄວາມສຸກ.

ໂດຍຜ່ານບັນດາການເຄື່ອນໄຫວຂ້າງເທິງນີ້, ເດັກນ້ອຍສາມາດຮູ້ສຶກ, ເຜີຍແຜ່ມັນໃຫ້ກັບພໍ່ແມ່ ຫຼື ຊຸມຊົນຂອງຄົນຂອງບັນດາຜູ້ທີ່ໃກ້ຊິດກັບພວກເຂົາ. ພ້ອມກັນນັ້ນ ມັນຊ່ວຍໃຫ້ເດັກນ້ອຍເຊື່ອມຊຶມຈິດໃຈຂອງ ບຸນ​ກາຣີ ຢ່າງອ່ອນໂຍນ ແລະ ບໍ່ມີຜົນບັງຄັບໃຊ້.

​ໃນ​ໄລຍະ​ຈະ​ມາ​ເຖິງ, ນອກຈາກ​ບັນດາ​ການ​ເຄື່ອນ​ໄຫວ​ປະຈຳ​ປີ, ໂຮງຮຽນ ຈະ​ຮ່ວມ​ມື​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ, ສະຖານທູດ ບູນກາຣີ ປະຈຳ ຫວຽດນາມ ​ເພື່ອ​ມີຕື່ມ​ແນວ​ຄິດ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ ​ເພື່ອນຳເອົາໃຫ້ເດັກນ້ອຍປະສົບກັນຫຼາຍຢ່າງກ່ຽວກັບວັດທະນະທຳຂອງ ບຸນ​ກາຣີ.

ທ່ານຮອງ​ສຈ.ປອ ຮ່ວາງ​ໄທ​ລານ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ບຸນ​ກາຣີ ຢູ່​ນະຄອນ ​ໂຮ່ຈິ​ມິນ: ການຮ່ວມມືດ້ານການສຶກສາ, ບຳລຸງສ້າງກັບບັນດາໂຮງຮຽນຂອງ ບຸນ​ກາຣີ

ປີ 2019, ສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ນະຄອນ ໂຮ່ຈີມິນ ໄດ້ລົງນາມໃນສັນຍາຮ່ວມມືແລກປ່ຽນວັດທະນະທຳ ແລະ ການບຳລຸງສ້າງ ກັບມະຫາວິທະຍາໄລ Veliko Tarnovo (ບຸນກາຣີ). ສອງ​ຝ່າຍ​ ກໍ່ໄດ້​ທົດລອງ​ປະ​ເພດ​ການ​ແລກ​ປ່ຽນນັກສຶກສາຫຼັງມະຫາລົງຕົວຈິງໄລຍະສັ້ນ (ແຕ່ 6 ເດືອນ​ຫາ 1 ປີ) ດ້ວຍ​ຄ່າ​ພິເສດ. ແຕ່ແນວໃດກໍ່ຕາມ, ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19 ແກ່ຍາວ ສະນັ້ນ ລາຍການບໍ່ສາມາດຜັນຂະຫຍາຍໄດ້​ຫຼາຍ​ປານ​ໃດ, ພຽງ​ແຕ່​ຢຸດ​ຢູ່​ການ​ແລກປ່ຽນ​ທາງ​ອິນ​ເຕີ​ເນັດ, ​ເຊື່ອມ​ຕໍ່​ບັນດາ​ມະຫາວິທະຍາ​ໄລ​ຂອງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ຮູ້​ເຊິ່ງກັນ​ແລະ​ກັນ (ມະຫາວິທະຍາໄລ ຫງວຽນເຕີດແທງ, ມະຫາວິທະຍາໄລ ວັນລາງ, ມະຫາວິທະຍາໄລ ຮົ່ງບາງ, ມະຫາວິທະຍາໄລ ຕົນດຶກແທງ…). ປີ 2023, ສະມາຄົມ ໄດ້ປະສົບ​ຜົນສຳ​ເລັດ​ໃນ​ການ​ແນະນຳ​ວັດຈະນານຸກົມ​ ບຸນ - ຫວຽດ ຕໍ່ນັກ​ສຶກສາ​ມະຫາວິທະຍາ​ໄລ​ນະຄອນ ໂຮ່ຈິ​ມິນ ຈຳໜວນຫຼວງຫຼາຍ.

ບັນດາວິທີເຮັດໃໝ່ ​ເພື່ອຄູນຂຶ້ນການ​ພົວພັນ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ

ທ່ານຮອງ​ສຈ.ປອ ຮ່ວາງ​ໄທ​ລານ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ບຸນ​ກາຣີ ຢູ່​ນະຄອນ ​ໂຮ່ຈີ​ມິນ (ທີ່​ສອງ, ຈາກ​ຂວາ). (ພາບ: ດິ່ງຮວ່າ)

ຈາກການຮ່ວມມືຄັ້ງທໍາອິດກັບມະຫາວິທະຍາໄລ ບຸນກາຣີ , ພວກຂ້າພະເຈົ້າ ຕີລາຄາໄດ້ຄວາມຕ້ອງການການບຳລຸງສ້າງ ແລະ ການຕອບສະຫນອງຂອງທັງສອງຝ່າຍຕໍ່ກັບກັນໃນທ່າອຽດການຮ່ວມມືໃນປະຈຸບັນ. ຕາມ​ນັ້ນ​ແລ້ວ, ຄວາມ​ຕ້ອງການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບ ​ເພື່ອ​ຕອບ​ສະໜອງ​ບັນດາເປົ້າໝາຍພັດທະນາ​ການທ່ອງທ່ຽວ​ຂອງ​ ຫວຽດນາມ ກ່ຽວກັບ​ຂົງ​ເຂດ​ຮ້ານ​ອາຫານ, ​ໂຮງ​ແຮມ, ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ສາກົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ໃນຂະນະດຽວກັນ, ມະຫາວິທະຍາໄລ ບຸນກາຣີ ມີຄວາມສາມາດຕອບສະຫນອງຄວາມຕ້ອງການນັ້ນ. ພວກຂ້າພະເຈົ້າ ​ໄດ້​ສົມ​ທຽບ​ຄ່າ​ຮຽນ​ໃນ​ການບຳລຸງສ້າງ​ອາ​ຊີບ​ຮ້ານ​ອາ​ຫານ, ​ໂຮງ​ແຮມ 1 ປີຢູ່ບັນດາປະ​ເທດ​ຕ່າງໆ ທີ່ເຫັນວ່າລະດັບຄ່າຮຽນ, ຄ່າໃຊ້ຈ່າຍຢູ່ ບຸນກາຣີ ທຽບ​ເທົ່າ​ຢູ່ ​ຫວຽດ​ນາມ ໃນ​ຂະ​ນະ​ທີ່​ມີ​ສະ​ພາບ​ແວດ​ລ້ອມ​ການ​ຮຽນ​ໄດ້​ມາດ​ຕະ​ຖານ ​ເອີ​ລົບ.

ຄຽງ​ຂ້າງ​ນັ້ນ, ນັບ​ແຕ່​ເຂົ້າ​ຮ່ວມ​ສະ​ຫະ​ພາບ ​ເອີ​ລົບ (2007), ບຸນ​ກາ​ຣີ ໄດ້​ຮັບ​ການ​ມອບ​ໝາຍ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ຈາກປະເທດການຜະລິດກະສິກໍາໄປສູ່ການບໍລິການການທ່ອງທ່ຽວແບບ ເອີຣົບ, ບຸນ​ກາ​ຣີ ມີຫຼາຍຢ່າງທີ່ພວກເຮົາສາມາດຮຽນຮູ້. ນີ້​ແມ່ນ​ເຫດຜົນ​ທີ່​ ຫວຽດນາມ - ບຸນ​ກາຣີ ສາມາດ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິຊາ​ຊີບ​ໃນ​ບັນດາ​ຮ້ານ​ອາຫານ - ​ໂຮງ​ແຮມ - ການ​ບໍລິການ​ທ່ອງ​ທ່ຽວ.

ທ່ານ ເຈີ່ນ​ຮຸ່ງເມັ້ງ, ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ບຸນ​ກາ​ຣີ, ນະ​ຄອນ ຫາຍ​ຟ່ອງ: ຫຼັງຄາເຮືອນລວມຂອງບັນດາຜູ້ທີ່ຮັກ ບຸນ​ກາ​ຣີ

ໂດຍຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 2000, ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ບຸນ​ກາຣີ ຢູ່​ນະຄອນ ຫາຍ​ຟ່ອງ ມີ 12 ສາຂາສະມາຄົມແລະ ສູນກາງຫວຽດນາມ - ບຸນ​ກາຣີ ດ້ວຍ​ສະມາຊິກ 529 ຄົນ. ໃນໄລຍະ 20 ປີຜ່ານມາ, ສະມາຄົມ ໄດ້ຮັກສາການເຄື່ອນໄຫວພື້ນເມືອງເປັນປະຈໍາ, ຈັດຕັ້ງສະເຫຼີມສະຫຼອງວັນບຸນທີ່ສໍາຄັນຂອງ ບຸນກາຣີ. ພ້ອມ​ກັນ​ນັ້ນ, ໂຄສະນາ, ສື່ມວນຊົນຮູບພາບ ຫວຽດນາມ ເຖິງ​ເພື່ອນ​ມິດ ບູນກາຣີ ​ແລະ ບັນດາ​ປະ​ເທດອື່ນໆ; ຍູ້​ແຮງ​ການ​ສົ່ງ​ນັກ​ສຶກສາ​ ຫວຽດນາມ ​ໄປ​ຮຽນ​ຢູ່ ບຸນ​ກາຣີ ​ແລະ ນຳ​ສະມາຊິກ​ມາ​ຢ້ຽມຢາມ ບຸນ​ກາຣີ ອີກ.

ບັນດາຜູ້ທີ່ໄດ້ຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ ບຸນ​ກາຣີ ຍາມໃດກໍ່ຈົດຈຳໄວ້ ແລະ ຮູ້ບຸນຄຸນຄວາມຮັກແພງອັນຈິງໃຈ, ການຊ່ວຍເຫຼືອອັນຍິ່ງໃຫຍ່ຂອງເພື່ອນມິດ ບຸນ​ກາຣີ. ພວກເຂົາເຈົ້າດຳລົງຊີວິດຕາມກຸ່ມ: ກຸ່ມໄດ້ໄປ ບຸນ​ກາຣີ ໃນມື້ດຽວກັນ; ​ກຸ່ມກັບ​ຄືນ​ປະ​ເທດ ​ຫວຽດນາມ ​ໃນມື້ດຽວກັນ;ກຸ່ມຮຽນຢູ່ໂຮງຮຽນດຽວກັນ; ກຸ່ມເຮັດວຽກຢູ່ໂຮງງານດຽວກັນ; ກຸ່ມຢູ່ໃນນະຄອນດຽວກັນ... ແຕ່ເຖິງຢ່າງໃດກໍ່ຕາມ, ພວກເຂົາສູນເສຍຂໍ້ມູນຂອງກັນ ແລະ ກັນ ເພາະວ່າພວກເຂົາຫຍຸ້ງກ່ຽວກັບການດໍາລົງຊີວິດ ແລະ ວິທີການສື່ສານຂອງພວກເຂົາແມ່ນລ້າສະໄຫມ. ສະ​ນັ້ນ, ຄະນະ​ບໍລິຫານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ ນະຄອນ ຫາຍ​ຟ່ອງ ​ໄດ້​ສ້າງ​ຕັ້ງອະນຸກຳມະການການ​ພັດທະນາ​ສະມາຊິກ ​ເພື່ອ​ເຊື່ອມ​ຕໍ່, ສ້າງ​ເຄືອ​ຂ່າຍ.

ບັນດາວິທີເຮັດໃໝ່ ​ເພື່ອຄູນຂຶ້ນການ​ພົວພັນ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ

ທ່ານ ເຈີ່ນ​ຮຸ່ງເມັ້ງ, ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ບຸນ​ກາ​ຣີ, ນະ​ຄອນ ຫາຍ​ຟ່ອງ (ພາບ: ດິ່ງຮວ່າ)

ສະມາຄົມ ກໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ​ເພື່ອ​ກຳໄດ້, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ ໂດຍນະຄອນ​ຈັດ​ຕັ້ງ. ພ້ອມ​ກັນ​ນັ້ນ, ຮັກສາ​ການ​ພົວພັນ​ເປັນ​ປະຈຳ​ກັບ​ສະຖານທູດ ​ບຸນ​ກາຣີ ປະຈຳ​ ຮ່າ​ໂນ້ຍ ແລະ ບັນດາກຸ່ມຊ່ຽວຂານ ບຸນ​ກາຣີ ທີ່​ພວມ​ເຮັດ​ວຽກ​ຢູ່ ຫາຍຟ່ອງ​ ເພື່ອພົບພະ​ແລກປ່ຽນ, ຮຽນ​ຮູ້​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ປະຊາຊົນ ບຸນ​ກາຣີ.

ພວກ​ຂ້າ​ພະ​ເຈົ້າ ​ໄດ້​ສ້າງ​ຕັ້ງ​ສູນ​ກາງ ຫວຽດ​ນາມ - ບຸນ​ກາ​ຣີ, ເປັນ​ບ່ອນ​ທີ່​ພົບພະແລກປ່ຽນ, ຊົມ​ບັນ​ດາ​ຜະ​ລິດ​ຕະ​ພັນແບບພິເສດຂອງ ບຸນ​ກາ​ຣີ ຢ່າງງ່າຍດາຍ.ສະມາຄົມ​ກໍ່​ເພີ່ມ​ທະວີ​ການ​​ພົບພະແລກປ່ຽນ, ໂຄສະນາ​ເຜີຍ​ແຜ່, ລະດົມ​ບັນດາ​ກຸ່ມ​ເຂົ້າ​ຮ່ວມ​ສະມາຄົມ, ພ້ອມ​ກັນ​ນັ້ນ ກໍ່​ພັດທະນາ​ສະມາຊິກ​ໃໝ່​ໃຫ້​ບັນດາ​ກຸ່ມ. ໂດຍຜ່ານ​ຫລາຍ​ຊ່ອງ​ທາງ, ພວກ​ຂ້າ​ພະ​ເຈົ້າ​ ​ໄດ້​ພົບ​ເຫັນ​ເພື່ອນມິດຂອງພວກເຂົາ ເປັນຊາວ ຫວຽດນາມ ພວມອາໄສຢູ່ ບຸນ​ກາ​ຣີ, ແມ່ນຊາວ ບຸນ​ກາ​ຣີ ທີ່ໄດ້ເສຍຕິດຕໍ່ກັນ. ບັນດາກຸ່ມຖືກເຂົ້າເປັນສະມາຊິກສະມາຄົມ, ກາຍເປັນສາຂາສະມາຄົມ ແລະ ພົບກັນໃນວັນມູນເຊື້ອປະຈຳປີ, ຢ່າງຫນ້ອຍຫນຶ່ງຄັ້ງຕໍ່ປີ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ມາ​ຄົມ ຈະ​ປ່ຽນ​ແປງ​ມາດ​ຖານ​ສະ​ມາ​ຊິກ​ເພື່ອ​ຮັບ​ສະ​ມາ​ຊິກ​ໃໝ່. ລະອຽດ, ລຸ້ນ F2, F3, ເຊື້ອສາຍຂອງປະຊາຊົນຜູ້ທີ່ເຄີຍດໍາລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ບຸນ​ກາ​ຣີ, ພິເສດ ແມ່ນຜູ້ທີ່ມີຄວາມສົນໃຈ ແລະ ມີຄວາມຮັກແພງຕໍ່ ບຸນ​ກາ​ຣີ ສາມາດກາຍເປັນສະມາຊິກຂອງສະມາຄົມ. ປະຈຸ​ບັນ, ສະມາຄົມ ຫວຽດນາມ - ບຸນ​ກາຣີ ນະຄອນ ຫາຍ​ຟ່ອງ ມີ​ສາຂາ​ໜຶ່ງ​ຄືນັ້ນ, ນັ້ນ​ແມ່ນ​ສາຂາ​ຂອງ​ໂຮງຮຽນ​ອະນຸບານ 1/6 ຢູ່​ເມືອງ​ ເລຈັນ, ນະຄອນ ຫາຍ​ຟ່ອງ. ເປັນເວລາ 3 ປີ (2021 – 2023), ສະມາຄົມ ໄດ້​ເປັນເຈົ້າການໃນການຊຸກຍູ້ ແລະ ເຊື່ອມຕໍ່ໂຮງຮຽນອະນຸບານ 1/6 ຢູ່ເມືອງ ເລຈັນ ກັບ ໂຮງຮຽນອະນຸບານເລກ 200 “ສະຫວັນດ້ອກໄມ້” ຢູ່ເມືອງ Lyulin, ນະຄອນ Sofia, ສາທາລະນະລັດ ບຸນ​ກາ​ຣີ ເພື່ອໂຮງຮຽນ 2 ແຫ່ງໄດ້ລົງນາມການຮ່ວມມືໃນຂົງເຂດການສຶກສາອະນຸບານ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.