![]() | ທ່ານນາງຮອງປະທານປະເທດຫວຽດນາມ ພົບປະສົນທະນາກັບປະທານ ສະພາຕ່ຳ ອີຕາລີ |
![]() | ສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ ຊຸກຍູ້ການຮ່ວມມື, ສະໜິດຕິດພັນການພົວພັນ 2 ຝ່າຍ |
ທີ່ການຕ້ອນຮັບ, ທ່ານ ເຈີ່ນຮົ່ງຮ່າ ໄດ້ຕີລາຄາສູງການເຄື່ອນໄຫວຢ່າງຟົດຟື້ນ, ຮອບດ້ານຂອງສະຖານທູດອີຕາລີ ປະຈຳ ຫວຽດນາມ; ເນັ້ນໜັກວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາຂະແໜງການອຸດສາຫະກໍາຕໍ່ກຳປັ່ນ, ພິເສດແມ່ນບັນດາທ້ອງຖິ່ນແຄມທະເລ.
![]() |
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ແລະທ່ານເອກອັກຄະລັດຖະທູດອີຕາລີ ປະຈຳ ຫວຽດນາມ Marco Della Seta. (ພາບ: ສໍານັກຂ່າວສານຫວຽດນາມ) |
ທ່ານຮອງນາຍົກລັດຖະມົນຕີ ຕີລາຄາບັນດາຜະລິດຕະພັນກຳປັ່ນເຕັກໂນໂລຊີສູງຂອງກຸ່ມບໍລິສັດ Fincantieri ບໍ່ພຽງແຕ່ເໝາະສົມກັບຕະຫຼາດຫວຽດນາມ ເທົ່ານັ້ນ ຫາກຍັງຕອບສະໜອງຄວາມຕ້ອງການຂອງທົ່ວໂລກ. ລັດຖະບານຫວຽດນາມ ສະໜັບສະໜູນບັນດາໂຄງການຮ່ວມມືຕໍ່ກຳປັ່ນເຕັກໂນໂລຊີສູງ ແລະຈະໜູນຊ່ວຍຫຼາຍທີ່ສຸດ, ມີປະສິດທິຜົນ ແລະວ່ອງໄວ ແນໃສ່ຜັນຂະຫຍາຍບັນດາໂຄງການຂອງກຸ່ມບໍລິສັດ ກໍ່ຄືບັນດາວິສາຫະກິດຕ່າງປະເທດ, ປາດຖະໜາຢາກສະໜິດຕິດພັນ ແລະພັດທະນາຂະແໜງຕໍ່ກຳປັ່ນເຕັກໂນໂລຊີສູງ, ສີຂຽວ, ສະອາດ, ຍືນຍົງຢູ່ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ໃສ່ໃຈບັນດາບັນຫາການວາງແຜນທ້ອງຖິ່ນ, ປົກປັກຮັກສາສິ່ງແວດລ້ອມ ແລະຄັດເລືອກທີ່ຕັ້ງທີ່ເໝາະສົມ, ແນໃສ່ທັງພັດທະນາຂະແໜງອຸດສາຫະກຳຕໍ່ກຳປັ່ນ, ທັງຮັກສາກໍານົດທິດທ່ອງທ່ຽວສີຂຽວ, ສະອາດ; ຜ່ານນັ້ນ, ເປີດກາລະໂອກາດຮ່ວມມືໄລຍະຍາວລະຫວ່າງວິສາຫະກິດອີຕາລີ ແລະຫວຽດນາມ ໃນຂົງເຂດຕໍ່ກຳປັ່ນເຕັກໂນໂລຊີສູງ, ປະກອບສ່ວນພັດທະນາເສດຖະກິດທະເລແບບຍືນຍົງ.
![]() |
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ຕ້ອນຮັບທ່ານເອກອັກຄະລັດຖະທູດອີຕາລີ ປະຈຳ ຫວຽດນາມ Marco Della Seta ແລະການນຳກຸ່ມບໍລິສັດ Fincantieri. (ພາບ: ສໍານັກຂ່າວສານຫວຽດນາມ) |
ຂອບໃຈທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ສະຫຼະເວລາຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ອີຕາລີ ແລະຜູ້ຕາງໜ້າກຸ່ມບໍລິສັດ Fincantieri ໃຫ້ຮູ້ວ່າ ວິສາຫະກິດມີພາລະກອນ 20.000 ຄົນ, ເຄື່ອນໄຫວໃນຂົງເຂດຕໍ່ກໍາປັ່ນ, ອອກແບບ ແລະສ້ອມແປງ. ຢູ່ຫວຽດນາມ, ກຸ່ມບໍລິສັດ Fincantieri ພວມເຄື່ອນໄຫວຕໍ່ກຳປັ່ນ VARD ຫວູງເຕົ່າ ໃນການອອກແບບ ແລະຕໍ່ກຳປັ່ນພິເສດຢູ່ໄກຝັ່ງ.
ການນຳກຸ່ມບໍລິສັດ Fincantieri ປາດຖະໜາຢາກສືບຕໍ່ເປີດກວ້າງຄວາມສາມາດໃນການຜະລິດ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອຕໍ່ກຳປັ່ນຮັບໃຊ້ບັນດາຂົງເຂດຈຸດສຸມ, ຄື: ການກໍ່ສ້າງໄຟຟ້າໃຊ້ພະລັງແຮງລົມນອກຝັ່ງ ແລະກໍາປັ່ນສະເພາະໃຫ້ຂະແໜງນ້ຳມັນອາຍແກັສ...
ເນື່ອງໃນໂອກາດນີ້, ຕາງໜ້າການນຳຂອງກຸ່ມບໍລິສັດ Fincantieri, ທ່ານເອກອັກຄະລັດຖະທູດ Marco Della Seta ໄດ້ມອບເງິນໜູນຊ່ວຍໃຫ້ບັນດາທ້ອງຖິ່ນຖືກຜົນສະທ້ອນຍ້ອນພາຍຸ, ນ້ຳຖ້ວມ ຜ່ານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.
![]() | ອີຕາລີ ປະດັບຫຼຽນໄຊກຽດຕິຄຸນຊັ້ນອັດສະວິນໃຫ້ ທ່ານ ປອ ນາງ ຫງວຽນເຟືອງຮວ່າ ຍສໝ - ຕອນຄ່ຳວັນທີ 6 ມັງກອນ ປີ 2025, ຢູ່ທີ່ເຮືອນ ອີຕາລີ (Casa Italia), ຮ່າໂນ້ຍ, ສະຖານທູດ ອີຕາລີ ໄດ້ຈັດພິທີປະດັບຫຼຽນໄຊກຽດຕິຄຸນອັນສະຫງ່າລາສີຂອງສາທາລະນະລັດ ອີຕາລີ - ຊັ້ນອັດສະວິນ ໃຫ້ທ່ານ ປອ ນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ - ກະຊວງວັດທະນະທໍາ, ... |
![]() | ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຊຸກຍູ້ການຮ່ວມມື ຍສໝ - ປີ 2018, ໃນຖານະບົດບາດເປັນປະທານຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV), ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຸດຍອດ CLMV ຄັ້ງທີ 8 ສຳເລັດຜົນດ້ວຍການເຫັນດີເປັນເອກະພາບມອບໃຫ້ບັນດາລັດຖະມົນຕີເສດຖະກິດສົມທົບກັບຄະນະເລຂາອາຊຽນ ແລະໜ່ວຍທີ່ປຶກສາສ້າງກອບພັດທະນາ CLMV ແລະລາຍງານຕໍ່ການນໍາຂັ້ນສູງ ເພື່ອອະນຸມັດຜ່ານ. ນີ້ແມ່ນເອກະສານມີລັກສະນະກໍານົດທິດທາງຍຸດທະສາດກ່ຽວກັບການຮ່ວມມືດ້ານເສດຖະກິດລະຫວ່າງບັນດາປະເທດ CLMV, ... |