ກອງບັນຊາການທະຫານແຂວງເຊີນລາ ໄດ້ຈັດຕັ້ງພິທີແຮກສ່ຽວກັບກອງບັນຊາການທະຫານແຂວງຊຽງຂວາງ

14:00 | 01/01/2020

ຍສໝ - ຕອນບ່າຍວັນທີ 30 ທັນວາ 2019,ກອງບັນຊາການທະຫານແຂວງເຊີນລາ ໄດ້ຈັດຕັ້ງພິທີແຮກສ່ຽວກັບກອງບັນຊາການທະຫານແຂວງຊຽງຂວາງ.

ກອງບັນຊາການທະຫານແຂວງເຊີນລາ ໄດ້ຈັດຕັ້ງພິທີແຮກສ່ຽວກັບກອງບັນຊາການທະຫານແຂວງຊຽງຂວາງ

ກອງບັນຊາການທະຫານແຂວງເຊີນລາ ແຮກສ່ຽວກັບກອງບັນຊາການທະຫານແຂວງຊຽງຂວາງ.(ພາບ: baosonla.org.vn)

ທີ່ພິທີ, ສອງກົມກອງໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນການເຄື່ອນໄຫວແຮກສ່ຽວນັ້ນແມ່ນ: ເພີ່ມທະວີສົມທົບໃນວຽກງານໂຄສະນາ, ສຶກສາໃນກໍາລັງປະກອບອາວຸດ ແລະປະຊາຊົນສອງແຂວງ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ສົມທົບກັນກໍ່ສ້າງກໍາລັງ, ສ້າງເຂດປ້ອງກັນສອງແຂວງໃຫ້ມີຄວາມໝັ້ນຄົງເຂັ້ມແຂງ; ແລກປ່ຽນບົດຮຽນໃນການຝຶກແອບເພື່ອຍົກສູງຄວາມສາມາດກຽມພ້ອມສູ້ຮົບ; ສ້າງກົມກອງໃຫ້ມີຄວາມໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ; ວຽກງານຂົນຂວາຍມະຫາຊົນ, ສ້າງຮາກຖານການເມືອງ; ໂຄສະນາກ່ຽວກັບມູນເຊື້ອຕໍ່ສູ້ຢ່າງພິລະອາດຫານ ແລະນໍ້າໃຈສາມັກຄີຂອງສອງຊາດ ແລະກອງທັບສອງປະເທດຫວຽດນາມ-ລາວ. ຜູ້ຕາງໜ້າການນໍາກອງບັນຊາການທະຫານແຂວງເຊີນລາ (ທະຫານເຂດ 2) ແລະກອງບັນຊາການທະຫານແຂວງຊຽງຂວາງ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາແຮກສ່ຽວ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.