ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024

10:44 | 05/01/2024

ຍສໝ - ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ປອດ​ໄພ​ທີ່​ສຸດ ​ແລະ ຍັງ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຫຼ່ງທ່ອງ​ທ່ຽວ​ທີ່​ດຶງ​ດູດ​ທີ່​ສຸດ​ຂອງພາກພື້ນ ອາຊີ​ ໃນ​ລະດູ​ການ​ທ່ອງ​ທ່ຽວ 2024.

ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ
ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ

ນັ້ນແມ່ນການຕີລາຄາໃນ https://www.traveloffpath.com - ຫນຶ່ງໃນບັນດາເວັບໄຊທ໌ຂໍ້ມູນກ່ຽວກັບການທ່ອງທ່ຽວທີ່ໃຫຍ່ທີ່ສຸດໃນ ອາເມລິກາເຫນືອ.

ຕາມ​ບົດ​ຂຽນ​ຂອງ​ວັນ​ທີ 2 ມັງກອນ​ ​ຢູ່​ເວັບ​ໄຊ​ຂໍ້​ມູນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ຄວາມ​ປອດ​ໄພ​ໄດ້​ກາຍ​ເປັນ​ຄວາມ​ກັງວົນ​ອັນ​ດັບ​ໜຶ່ງ​ຂອງ​ແຕ່ລະຄົນເມື່ອໄປທ່ອງທ່ຽວ, ໃນ​ສະພາບ​ທີ່​ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສະພາບ​ອາກາດ​ທີ່ຮ້າຍ​ແຮງ ຫຼື ການປະທະກັນ.

ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024

ມາ​ຢ້ຽມ​ຢາມ​ ຫວຽດ​ນາມ, ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ຄົ້ນຫາສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າປະ​ທັບ​ໃຈ

ພາກພື້ນ ອາຊີ ກໍ່ບໍ່ຢູ່ນອກເໜືອຈາກນັ້ນ. ແຕ່ວ່າ, ປະ​ເທດ​ໜຶ່ງ​ໃນ​ອາຊີ​ ທີ່ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ແມ່ນ​ຈຸດໝາຍ​ປາຍທາງ​ທີ່​ປອດ​ໄພ​ຂອງ​ນັກ​ທ່ອງ​ທ່ຽວ ນັ້ນ​ແມ່ນ ຫວຽດນາມ.

ຕາມການຈັດຕາຕະລາງ​ຈັດ​ອັນ​ດັບດັດຊະນີກົດໝາຍ​ ແລະ​ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທົ່ວໂລກ ໃໝ່ທີ່ສຸດໂດຍ Gallup - ບໍລິສັດ​ທີ່​ປຶກສາ ​ແລະ ວິ​ເຄາະ​ເຊິ່ງມີ​ສຳນັກງານ​ໃຫຍ່​ຢູ່​ Washington (ອາ​ເມ​ລິ​ກາ) - ປະກາດ​ໃນ​ທ້າຍ​ປີ 2023, ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ປະ​ເທດ​ທີ່ມີສັນຕິພາບ​ທີ່​ສຸດ​ຢູ່​ອາຊີ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ປະ​ເທດ​ທີ 7 ​ໃນ​ບັນດາ​ປະ​ເທດກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມທີ່ມີ​ສັນ​ຕິ​ພາບ​.

ຕາມ​ບົດ​ຂຽນ​ແລ້ວ, ປີ 2024 ຈະ​ແມ່ນ​ປີ​ທ່ອງ​ທ່ຽວ​ຢູ່ ອາຊີ, ​ໃນ​ນັ້ນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ນັກ​ທ່ອງ​ທ່ຽວ​ສາກົນ ຈະ​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ ຫວຽດນາມ. ມາ​ເລ​ເຊຍ ທີ່​ມີ​ພາບພົບກ່ຽວກັບຄວາມຫຼາກ​​ຫຼາຍ​ດ້ານ​ວັດ​ທະ​ນະ​ທໍາ​ຂອງ​ຕົນ​ ຫຼື ອິນ​ໂດ​ເນ​ເຊຍ​ທີ່​ມີ​ຫມູ່​ເກາະ​ອຸ​ທິ​ຍານ​ທີ່ນັບ​ບໍ່​ຖ້ວນນັ້ນ ​ຈະ​ເປັນ​ພະ​ຍານ​ການ​ຂະ​ຫຍາຍ​ຕົວ​ຢ່າງ​​ແຮງ​ກ່ຽວກັບຈຳນວນຄັ້ງທີ່​ນັກ​ທ່ອງ​ທ່ຽວ​ສາ​ກົນຈະມາຢ້ຽມຢາມ​ໃນ​ຫຼາຍ​ເດືອນ​ຂ້າງ​ຫນ້າ​.

ຫວຽດນາມ - ເຊິ່ງໄດ້ຖືກຂະໜານນາມວ່າ ເປັນ “ໄຂ່ມຸກຂອງອາຊີຕາເວັນອອກສ່ຽງໃຕ້” ນັ້ນ ກໍ່ເປັນເວລາຫຼາຍປີແລ້ວ, ແຕ່ຍັງສືບຕໍ່ປະກາຍແຈ້ງດ້ວຍທິວທັດທຳມະຊາດທີ່ສວຍງາມ ແລະ ໃຫຍ່ໂຕມະໂຫຖານທີ່ສຸດໃນພາກພື້ນ, ພ້ອມກັບວັດທະນະທຳທີ່ອຸດົມສົມບູນ.

ຍ້ອນ​ເຫດ​ນັ້ນ, ຫວຽດນາມ ຈິ່ງ​ຖືກ​ຈັດ​ອັນ​ດັບ​ສູງ​ສຸດ​ຢູ່​ອາຊີ ​ໃນການຈັດ​ອັນ​ດັບ​ຂ້າງ​ເທິງ, ດ້ວຍ​ຄະ​ແນນ 92 ​ໃນ​ຈຳນວນ​ຄະ​ແນນ​ສູງ​ສຸດ 100. ດ້ວຍ​ອັດຕາ​ອາດຊະຍາ​ກຳ​ຕ່ຳ ​ແລະ ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ທີ່​ໜ້າ​ປະ​ທັບ​ໃຈ, ບົດ​ຂຽນ​ໄດ້​ຕີ​ລາຄາ​ວ່າ ຫວຽດນາມ ມີ​ຄວາມ​ປອດ​ໄພ, ໝັ້ນຄົງ​ກວ່າ​ຫຼາຍປະ​ເທດ​ໃນ​ໂລກ​.

ເມື່ອພິຈາລະນາກ່ຽວ​ກັບ​ລາຄາ​ການ​ທ່ອງ​ທ່ຽວ, ບົດ​ຂຽນ​ຖືວ່າ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ​ຢູ່ ອາ​ຊີ. ສຳລັບ​ຜູ້​ທີ່​ຢາກ​ສຳ​ຜັດ ​ແລະ ຄົ້ນຫາທຳ​ມະ​ຊາດ ​ແລະ ວັດທະນະທຳ​ທ້ອງ​ຖິ່ນ​ທີ່​ເປັນ​ເອກະລັກ​ສະ​ເພາະນັ້ນ ຢູ່ຫວຽດນາມ ​ກໍແມ່ນ​ຈຸດໝາຍ​ປາຍທາງ​ທີ່​ເໝາະ​ສົມ. ເຖິງວ່າ ​ຈະ​ເດີນ​ທາງ​ຈາກ​ເໜືອ​ໄປ​ໃຕ້​ຫຼື​ກົງ​ກັນ​ຂ້າມ, ນັກ​ທ່ອງ​ທ່ຽວ​ຄວນ​ຍາດ​ເວ​ລາໄປ​ຕົວ​ເມືອງ​ເກົ່າ​ແກ່​ທີ່​ມີ​ສະ​ເໜ່​ຂອງ​ເມືອງ ໂຮ້ຍອ່ານ.

ສະ​ຖານ​ທີ່​ທີ່​ບໍ່​ຄວນ​ພາດ​ແມ່ນ​ເມືອງເກົ່າ ເຫວ້ . ຕໍ່​ໄປ, ຈຸດ​ນັດ​ພົບ​ທີ່​ບໍ່​ສາ​ມາດ​ພາດ​ໄດ້​ແມ່ນ ​ດາ​ນັງ​ ທີ່​ມີ​ຝັ່ງທະເລ​ຍາວ, ຊາຍສີຂາວ ແລະ ບັນດາເຂດສະຫງວນທໍາມະຊາດທີ່ເປັນເອກະລັກພິເສດ. ບົດ​ຂຽນ​ຍັງ​ໄດ້​ກ່າວ​ເຖິງ​ເມືອງ ໝຸຍແໜ (ແຂວງ​ ບິ່ງ​ທ້ວນ) ດ້ວຍ​ພູ​ຊາຍສີເຫຼືອງ ​ແລະ ​ເມືອງ​ແຄມ​ທະ​ເລ​ທີ່​ມີ​ຄວາມ​ສະຫງົບ​ສຸກ.

ບົດ​ຂຽນ​ເນັ້ນ​ໜັກ​ວ່າ ມາ​ຮອດ ​ຫວຽດ​ນາມ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ຈະ​ໄດ້​ຄົ້ນ​ຫາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສຸດຍອດໃນ​ທົ່ວ​ປະ​ເທດ, ຈາກນະຄອນ ໂຮ່ຈີມິນ ທີ່ເຕັມໄປດ້ວຍຄວາມຂະຫຍັນຂັນເຄື່ອນ, ນະຄອນ ຍາຈາງ ທີ່ມີຄວາມຄຶກຄື້ນ, ຕະຫຼອດຮອດນະຄອນຫຼວງ ຮ່າໂນ້ຍ ຫຼື ນິ່ງບິງ ແມ່ນມີຊື່ສຽງໂດ່ງດັງກ່ຽວກັບບັນດາທໍລະນີສາດ ພູມສັນຖານທີ່ສວຍງາມ.

ມິງດຶກ

ເຫດການ
302 Found

Found

The document has moved here.