ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ

11:51 | 01/01/2024

ໃນບັນຍາກາດຕ້ອນຮັບປີໃໝ່ ຄ,ສ 2024 ຢູ່ຮ່າໂນ້ຍ ໄດ້ມີບັນດາການເຄື່ອນໄຫວ ແລະ ກິດຈະກຳທີ່ດຶງດູດນັກທ່ອງທ່ຽວ.

ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ
ຄົນອອກແຮງງານເກືອບ 3.000 ຄົນຈະສາມາດເດີນທາງດ້ວຍລົດໄຟ ແລະ ຍົນໂດຍບໍ່ເສຍຄ່າກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ປີ 2024 ຄົນອອກແຮງງານເກືອບ 3.000 ຄົນຈະສາມາດເດີນທາງດ້ວຍລົດໄຟ ແລະ ຍົນໂດຍບໍ່ເສຍຄ່າກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ປີ 2024
ເວທີສະແດງສິລະປະຢູ່ບໍລິເວນໜອງຮ່ວານກ່ຽມ
ເວທີສະແດງສິລະປະຢູ່ບໍລິເວນໜອງຮ່ວານກ່ຽມ

ຖະໜົນຍ່າງ ແລະ ບໍລິເວນ ອ້ອມແອ້ມໃນເມືອງຮ່ວານກ໋ຽມ ຈະແກ່ຍາວການເຄື່ອນໄຫວຕື່ມອີກ 1 ວັນ ເພື່ອໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວຮ່ວມມ່ວນຊື່ນ ແລະ ທ່ຽວຊົມ (ແຕ່ວັນທີ 29 ທັນວາ 2023 ຫາ 1 ມັງກອນ 2024).

ຕອນຄ່ຳວັນທີ 31/12, ຢູ່ບໍລິເວນນີ້ມີ 2 ເວທີສະແດງສິລະປະພິເສດດ້ວຍລາຍການ Countdown ຢູ່ເຂດສະໜາມຫຼວງ ດົງກິງເງ້ຍທຸກ

ສະຖານທີ່ຫຼາຍແຫ່ງທີ່ເປັນມໍລະດົກທຳມະຊາດຢູ່ຮ່າໂນ້ຍ ໄດ້ຕົບແຕ່ງປະດັບປະດາ ແລະ ຈັດຕັ້ງການເຄື່ອນໄຫວເພື່ອດຶງດູດນັກທ່ອງທ່ຽວ. ເນື່ອງໃນໂອກາດນີ້, ນັກທ່ອງທ່ຽວສາມາດສຳຜັດກັບບັນດາຜະລິດຕະພັນທ່ອງທ່ຽວໃໝ່ຍາມກາງຄືນ ຢູ່ຮ່າໂນ້ຍ, ເຊັ່ນ: ການທ່ຽວຊົມຍາມກາງຄືນຢູ່ພະລາດຊະວັງທັງລອງ, ວັນມ້ຽວກ໋ວກຕືຢາມ, ຮ່ອງຮອຍປະຫວັດ ສາດຄຸກຫວາລໍ່...

ຢູ່ເມືອງຊາປາ (ລາວກາຍ), ໃນໂອກາດສົ່ງທ້າຍປີໃໝ່,ຕ້ອຍຮັບປີໃໝ່ ນັກທ່ອງທ່ຽວສາມາດຊົມຕົ້ນດອກສັກກຸຣະ, ຊົມຫິມະ ແລະ ຊົມການຍິງບັ້ງໄຟດອກໃນຄ່ຳຄືນນີ້ເພື່ອສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ 2024.

ຢູ່ນະຄອນ ໂຮ່ຈີມິນ, ງານບຸນ Countdown ໄດ້ດຳເນີນໃນຄ່ຳຄືນນີ້ (31/12) ຢູ່ຖະໜົນຍ່າງ ຫງວຽນເຫ້ວ. ລາຍການສະແດງຍິງບັ້ງໄຟດອກ ດຳເນີນຢູ່ອຸໂມງແມ່ນ້ຳໄຊງ່ອນ ແລະ ສວນສາທາລະນະ ເດີມແຊນ ທີ່ເມືອງ11. ນອກນີ້, ໃນວັນທີ 1 ມັງກອນນີ້, ກໍດຳເນີນສັບປະດາທ່ອງທ່ຽວ ແລະ ພິທີຕ້ອນຮັບແຂກສາກົນຄົນທຳອິດມາຢາມຫວຽດນາມໃນປີໃໝ່ຢູ່ສະໜາມບິນ ເຕີນເຊີນເຍີດ.

ຕາມ vovworld.vn

302 Found

Found

The document has moved here.