ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ

11:29 | 05/01/2024

ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ

ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ
ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ລາວ ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ລາວ

ອໍານາດການປົກຄອງແຂວງໄຊຍະບູລີ ໃຫ້ຮູ້ວ່າ ງານບຸນຊ້າງ ຄັ້ງທີ 17 ຈະຈັດຂຶ້ນໃນວັນທີ 13 ກຸມພາ ດ້ວຍຫຼາຍກິດຈະກໍາທີ່ຈັບໃຈດຶງດູດນັກທ່ອງທ່ຽວ.

ງານບຸນຊ້າງແຂວງໄຊຍະບູລີ ເປັນງານບຸນລະດັບຊາດທີ່ຈັດຂຶ້ນປະຈຳປີເພື່ອແນໃສ່ຊ່ວຍໃຫ້ປະຊາຊົນ ແລະນັກທ່ອງທ່ຽວເຂົ້າໃຈກວ່າກ່ຽວກັບຊ້າງ, ສັດທີ່ຕິດພັນກັບຮີດຄອງປະເພນີ, ວັດທະນະທຳ ແລະປະຫວັດສາດຂອງຊາວລາວ, ຜ່ານນັ້ນກໍ່ຊ່ວຍຍົກສູງຄວາມຮັບຮູ້ ແລະສົ່ງເສີມທຸກຄົນເອົາໃຈໃສ່ເຖິງວຽກງານອະນຸລັກ, ຮັກສາຊ້າງ, ສັດຄຳຮູ້ທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປະຈຸບັນ.

ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ

ງານມະຫາກຳບຸນຊ້າງ 2024 ລາວ ມີຫຼາຍກິດຈະກຳເປັນໜ້າຈັບໃຈ. ພາບ: TTXVN

ທ່ານ ເພັດພິໄຊ ສຸນວິໄລ ຮອງເຈົ້າແຂວງໄຊຍະບູລີ ໃຫ້ຮູ້ວ່າ ແຂວງໄຊຍະບູລີ ມີຊ້າງຫຼາຍທີ່ສຸດຢູ່ລາວ, ປະຊາຊົນຢູ່ທີ່ນີ້ມີມູນເຊື້ອຄວບຄຸມຊ້າງລ້ຽງຊ້າງມາແຕ່ດົນນານ: “ການຈັດຕັ້ງງານບຸນຊ້າງບໍ່ພຽງແຕ່ເພື່ອສືບຕໍ່ຮັກສາຄວາມງາມດ້ານຮີດຄອງປະເພນີ, ວັດທະນະທໍາທີ່ເປັນມູນເຊື້ອ, ວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ຫາກຍັງຊ່ວຍຍົກສູງຄວາມຮັບຮູ້, ອະນຸລັກຮັກສາຊ້າງ, ທັງແມ່ນໂອກາດດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດເປັນຈຳນວນຫຼວງຫຼາຍອີກດ້ວຍ”.

ງານບຸນຊ້າງປີນີ້ຈະມີການລາຍການສະແດງຂອງຊ້າງເຊັ່ນ: ຊ້າງເຕະບານ, ແລ່ນຕໍ່ກໍາລັງແຮງ, ບານບ້ວງ, ແຕ້ມຮູບ, ຕີກອງ, ຟ້ອນລຳວົງ ຫຼື ສະແດງບາງທັກສະຕາມຄຳສັ່ງຂອງຄວນຊ້າງ. ນອກຈາກນັ້ນ, ກໍ່ຍັງມີຫຼາຍກິດຈະກຳສິລະປະວັດທະນະທຳທີ່ອຸດົມສົມບູນ ຄື: ຂະບວນແຫ່, ຟ້ອນ ແລະຂັບລຳຂອງບັນດາເຜົ່າທີ່ດຳລົງຊີວິດຢູ່ແຂວງໄຊຍະບູລີ, ບັນດາຂະແໜງອາຊີບທີ່ເປັນມູນເຊື້ອຂອງທ້ອງຖີ່ນ, ງານວາງສະແດງບັນດາຜະລິດຕະພັນໂດຍປະຊາຊົນໃນແຂວງຜະລິດ.

ບູນມີ

ເຫດການ
302 Found

Found

The document has moved here.