ພັດທະນາເສດຖະກິດກາງຄືນຕິດພັນກັບມໍລະດົກວັດຮຸ່ງ

15:23 | 05/06/2026

ຍສໝ - ໃນໂອກາດງານເທສະການ, ຝູທໍ້ ຕ້ອນຮັບນັກທ່ອງທ່ຽວປະມານ 6,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ປີກາຍ.

ເຕັກໂນໂລຢີຢຸດທະສາດ ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດ ໂດຍອີງໃສ່ການນະວັດຕະກຳ
ຫວຽດນາມ ຖືລັດ ວໍຊິງຕັນ ແມ່ນຄູ່ຮ່ວມມືຈຸດສຸມຢູ່ລະດັບທ້ອງຖິ່ນ

ມື້ວານນີ້ (ວັນທີ 2 ເດືອນມິຖຸນາ), ຢູ່ແຂວງຝູທໍ້ ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານການຈັດຕັ້ງງານບູຊາຄຸນພໍ່ຂຸນຮຸ່ງ - ເທສະການວັດຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວທ້ອງຖິ່ນດັກໂຕ໋ ປີ 2026.

ພັດທະນາເສດຖະກິດກາງຄືນຕິດພັນກັບມໍລະດົກວັດຮຸ່ງ

ພິທີບູຊາຄຸນພໍ່ຂຸນຮຸ່ງ ຢູ່ຫໍບູຊາເຈົ້າຊີວິດຮຸ່ງ. ຮູບ: ຫວິ່ງແອັງ/VNA

ຕາມການຕີລາຄາໃນກອງປະຊຸມ, ງານບູຊາຄຸນພໍ່ຂຸນຮຸ່ງ - ເທສະການວັດເດັ່ນຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວທ້ອງຖິ່ນດັກໂຕ໋ ປີ 2026 ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຫຼາຍກວ່າ 20 ເຫດການວັດທະນະທຳ, ສິລະປະ, ກິລາ, ທ່ອງທ່ຽວ, ງານວາງສະແດງ ແລະ ການສະແດງພື້ນເມືອງ. ໃນໂອກາດງານເທສະການ, ຝູທໍ້ ຕ້ອນຮັບນັກທ່ອງທ່ຽວປະມານ 6,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ປີກາຍ.

ຕາມທ່ານປະທານຄະນະກຳມະການປະຊາຊົນແຂວງ ເຈິ່ນຢຸຍດົງ, ຝູທໍ້ ຈະຄົ້ນຄວ້າພັດທະນາບັນດາທົວທ່ອງທ່ຽວເຊື່ອມຕໍ່ວັດເດັ່ນຮຸ່ງ ກັບລະບົບປູຊະນີຍະສະຖານ, ມໍລະດົກ, ຈຸດທ່ອງທ່ຽວໃນທົ່ວທ້ອງຖິ່ນ; ສ້າງເປັນບັນດາເສັ້ນທາງທ່ອງທ່ຽວຈຸດສຸມ ຕາມບັນດາແກນວັດທະນະທຳ, ທຳມະຊາດ ແລະ ພັກຜ່ອນບຳລຸງສຸຂະພາບ ເພື່ອດຶງດູດນັກທ່ອງທ່ຽວຕະຫຼອດປີ.

ຄຽງຂ້າງນັ້ນ, ແຂວງເອົາໃຈໃສ່ພັດທະນາເສດຖະກິດກາງຄືນຕິດພັນກັບມໍລະດົກ; ກ່ອນອື່ນໝົດແມ່ນຍົກສູງຄຸນນະພາບທົວ “ຄືນວັດເດັ່ນຮຸ່ງສັກສິດແຫ່ງຕົ້ນກຳເນີດ”, ທັງຂະຫຍາຍເນື້ອທີ່ການສະແດງສິລະປະພື້ນເມືອງປະເພດຕ່າງໆ, ເຊັ່ນ: ຮ້ອງເພງຊວານ, ຮ້ອງເພງແຫ່ວ, ສຽງຄ້ອງເມື່ອງ, ຮ້ອງເພງຕົ້ງກວນດຶກບັກ, ສິລະປະການສະແດງແຈ່ວ...

ວິສາຫະກິດຫວຽດນາມລົງທຶນຢູ່ລາວ, ເຊື່ອມຕໍ່ການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ ວິສາຫະກິດຫວຽດນາມລົງທຶນຢູ່ລາວ, ເຊື່ອມຕໍ່ການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ

ຍສໝ - ຢູ່ເມືອງເຊໂປນ, ເປັນເມືອງພູດອຍຫ່າງໄກສອກຫຼີກຂອງແຂວງສະຫວັນນະເຂດ, ທາງພາກກາງຂອງລາວ, ການປະກົດຕົວຂອງບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງກຳລັງວັງຊາໃໝ່ໃຫ້ແກ່ພື້ນຖານເສດຖະກິດທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນຂະບວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວຽກເຮັດງານທຳ ແລະ ພັດທະນາກະສິກຳແບບຍືນຍົງ.

ເພື່ອພັດທະນາເສດຖະກິດປະເທດຊາດ ຕ້ອງພັດທະນາເສດຖະກິດທະເລ ເພື່ອພັດທະນາເສດຖະກິດປະເທດຊາດ ຕ້ອງພັດທະນາເສດຖະກິດທະເລ

ຍສໝ - ຫວຽດນາມ ພວມຢູ່ໃນສັບປະດາທະເລ ແລະ ໝູ່ເກາະ (01- 08 ມິຖຸນາ). ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນແຫລ່ງກຳລັງໃຫຍ່ກ່ຽວກັບເສດຖະກິດທະເລ ແລະ ສະແດງໃຫ້ເຫັນຄວາມຕັດສິນໃຈພັດທະນາຮອບດ້ານຂະແຫນງອາຊີບທາງທະເລ, ປົກປັກຮັກສາສິ່ງແວດລ້ອມເຂດທະເລ, ໝູ່ເກາະແບບຍືນຍົງ. ສັບປະດາໄດ້ດຳເນີນໃນສະພາວະຫວຽດນາມ ພວມສູ້ຊົນສຳເລັດການໂຮມແຂວງກ່ອນວັນທີ 15 ສິງຫາຈະມາເຖິງ. ນີ້ບໍ່ພຽງແຕ່ແມ່ນ “ການສ້າງອົງປະກອບຄືນໃຫມ່”ເຂດແດນການປົກຄອງເທົ່ານັ້ນ ຫາກຍັງແມ່ນກາລະໂອກາດດີທີ່ສຸດເພື່ອກໍ່ສ້າງບັນດາພື້ນທີ່ພັດທະນາໃຫມ່, ຕາມທິດທະເລ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ