ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ

11:58 | 28/11/2023

ຍສໝ - ວັນ​ທີ 18 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ ປະເທດລາວ, ​ໄດ້ຈັດພິທີເລີ່ມເປີດໂຮງໝໍ​ສາກົນ ​ລາ​ວີ. ນີ້​ແມ່ນ​ໂຮງໝໍ​ສາກົນ​ຊັ້ນ I ​ໂດຍໄດ້​ຮັບໃບ​ຮັບຮອງ​ຈາກ​ກະຊວງ​ສາທາລະນະ​ສຸກ​ລາວ, ປະກອບສ່ວນ​ຍົກສູງການ​ບໍລິການ​ກວດ, ປິ່ນປົວ​ພະຍາດ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ລາວ ​ເວົ້າ​ສະ​ເພາະ ​ແລະ ຊາວ​ລາວ​ເວົ້າ​ລວມ.

ເປີດວັດໂບ່ເດ່-ສັນຍາລັກແຫ່ງຄວາມສາມັກຄີ ລາວ-ຫວຽດນາມ ຢູ່ລາວ ເປີດວັດໂບ່ເດ່-ສັນຍາລັກແຫ່ງຄວາມສາມັກຄີ ລາວ-ຫວຽດນາມ ຢູ່ລາວ
ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ລາວ ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ລາວ

ຂອບຂະໜາດໂຮງໝໍເບື້ອງຕົ້ນປະກອບມີ 50 ຕຽງ ທີ່ມີລະບົບອຸປະກອນທີ່ທັນສະໄໝ ແລະ ມີທີມແພດ ແລະ ທ່ານໝໍທີ່ມີລະດັບວິຊາສະເພາະສູງ. ໂຮງໝໍກຳນົດທິດຈະກາຍເປັນໜຶ່ງໃນສາມໂຮງໝໍເອກະຊົນທີ່ມີຄວາມຊ່ຽວຊານດ້ານການກວດ ແລະ ປິ່ນປົວທີ່ດີທີ່ສຸດໃນລາວ ໃນ 5 ປີຕໍ່ໜ້າ.

ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ

ພິທີເປີດໂຮງໝໍ​ສາກົນ ​ລາ​ວີ ຢູ່​ນະຄອນຫຼວງ​ວຽງ​ຈັນ ປະເທດລາວ.

ກ່າວຄຳປາໄສທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນ​ບ໋າ​ຮຸ່ງ ຖື​ວ່າ: ການ​ເປີດ​ໂຮງໝໍ​ສາກົນ ລາວິ ໄດ້ປະກອບສ່ວນ​ຕອບ​ສະໜອງ​ໄດ້ຄວາມ​ຕ້ອງການ​ດ້ານ​ການກວດ ​ແລະ ປິ່ນປົວ​ພະຍາດ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່ລາວ ​ເວົ້າ​ສະ​ເພາະ ​ແລະ ຊາວ​ລາວ ເວົ້າ​ລວມ.

ທ່ານຫວັງ​ວ່າ ​ຄະນະ​ແພດ​ຂອງ​ໂຮງໝໍ​ຈະ​ພະຍາຍາມສຸດກຳລັງແຮງຂອງຕົນເອງ​​ເພື່ອ​ຮັບ​ໃຊ້​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ລາວ ກໍ່​ຄື​ຊາວ​ລາວ ​ທີ່​​ໄປ​ກວດ​ ແລະ ​ປິ່ນປົວ​ຢູ່​ໂຮງໝໍ.

ທ່ານ​ຮອງ​ເຈົ້າຄອງນະຄອນຫຼວງ​ວຽງ​ຈັນ ພູ​ຂົງ ​ບັນ​ນາະວົງ ຖື​ວ່າ: ການ​ສ້າງ​ໂຮງໝໍ​ບໍ່​ພຽງ​ແຕ່​ໜູນ​ຊ່ວຍ​ປິ່ນປົວ​ໃຫ້​ປະຊາຊົນ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ເຊື່ອມຕໍ່​ເຂົ້າ​ກັບ​ການ​ຮ່ວມ​ມື​ແບບ​ຍືນ​ຍົງ​ຂອງ​ການ​ພົວພັນ​ ລາວ - ຫວຽດນາມ ​ແລະ ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ຂົງ​ເຂດ​ການ​ແພດ.

ກ່ອນ​ໜ້າ​ນັ້ນ, ໂຮງໝໍ​ສາກົນ ລາວິ ​ກໍ່ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​​ຮ່ວມ​ມື​ກັບ​ສະມາຄົມ​ປະສານງານກັບຊາວຫວຽດນາມ ຢູ່ຕ່າງປະເທດ ​ແລະ ​ໂຮງໝໍ​ມະຫາວິທະຍາ​ໄລ​ການ​ແພດ ​ຮ່າ​ໂນ້ຍ ​ເພື່ອ​ສົມທົບ​ກັນ​ແລກປ່ຽນປະຕິບັດເບິ່ງແຍງດູແລ​ສຸຂະພາບ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ລາວ ​ແລະ ຊາວ​ລາວ ທີ່ມີ​ຄວາມ​ຕ້ອງການ​ດ້ານ​ການກວດ ​ແລະ ປິ່ນປົວພະຍາດ.

ດີງເລື້ອງ

302 Found

Found

The document has moved here.