ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

11:46 | 28/11/2023

ຍສມ -​ ນີ້​ແມ່ນ​ຄຳ​ປາໄສຂອງ​ທ່ານ ຫງວຽນເຟຶອກລົ​ກ, ຮອງ​ເລຂາ​ຄະນະພັກນະຄອນ, ຫົວໜ້າ​ຄະນະ​ຈັດ​ຕັ້ງ ຄະນະພັກນະຄອນ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ນະຄອນ ​ໂຮ່ຈິ​ມິນ ຢູ່ພິທີ​ປະກາດຕົກລົງສ້າງຕັ້ງສາຂາ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຍີ່​ປຸ່ນ, ມະຫາວິທະຍາ​ໄລ​ສ້າງຄູ ​ນະຄອນ ​ໂຮ່ຈິ​ມິນ ໃນວັນ​ທີ 23 ພະຈິກ.

ຍີ່ປຸ່ນ ແລະ UNICEF ໜູນຊ່ວຍລະບົບສາທາລະນະສຸກດີຈີຕອນຢູ່ ຫວຽດນາມ ຍີ່ປຸ່ນ ແລະ UNICEF ໜູນຊ່ວຍລະບົບສາທາລະນະສຸກດີຈີຕອນຢູ່ ຫວຽດນາມ
ຫວຽດນາມ ປາດຖະໜາຢາກຊອກຮູ້ປະສົບການຈາກ ຍີ່ປຸ່ນ ແລະ ບັນດາປະເທດທີ່ມີການສຶກສາກ້າວໜ້າ ຫວຽດນາມ ປາດຖະໜາຢາກຊອກຮູ້ປະສົບການຈາກ ຍີ່ປຸ່ນ ແລະ ບັນດາປະເທດທີ່ມີການສຶກສາກ້າວໜ້າ

ທ່ານ ຫງວຽນເຟຶອລົ້ກ ໃຫ້​ຮູ້​ວ່າ: ສະມາຄົມ​ມິດຕະພາບ ​ຫວຽດນາມ - ຍີ່ປຸ່ນ ນະຄອນ ​ໂຮ່ຈີ​ມິນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1992. ຈຸດປະສົງ​ຂອງ​ສະມາຄົມ​ແມ່ນ​ສ້າງ​ຄວາມ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ທຸກ​ດ້ານ​ລະຫວ່າງ​ປະຊາຊົນ ຫວຽດນາມ ເວົ້າລວມ, ປະຊາຊົນນະຄອນ​ ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ​ກັບ​ຊາວ ​ຍີ່ປຸ່ນ ຜ່ານ​ການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ໜູນ​ຊ່ວຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸກ, ກິລາ, ການທ່ອງທ່ຽວ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ທ່ານປະທານ​ສະມາຄົມ​ມິດຕະພາບ​ ນະຄອນ ​ໂຮ່ຈິ​ມິນ ຫງວຽນເຟຶ໋ອກໂລ້ກ ​ໄດ້​ສະ​ແດງ​ຄວາມ​ຕັດສິນ​ໃຈ ​ແລະ ມອບ​ດອກ​ໄມ້​ອວຍພອນ​ໃຫ້​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ສາຂາ​ມະຫາວິທະຍາ​ໄລ​ສຶກສາ​ນະຄອນ ​ໂຮ່ຈີ​ມິນ.

ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສ້າງ​ຕັ້ງ​ເກືອບ 30 ສາຂາ​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດ​ສະ​ເພາະ, ປະກອບສ່ວນ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ລວມຂອງ​ສະມາຄົມ.

ການ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ມະຫາວິທະຍາ​ໄລ​ສ້າງຄູ ​ນະຄອນ ​ໂຮ່ຈິ​ມິນ ແມ່ນ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ບັນດາ​ນັກ​ສຶກສາ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ.

ທ່ານ ​ລົກ ​ເຊື່ອ​ໝັ້ນ​ວ່າ, ນັກການທູດໜຸ່ມຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມ​ຂອງ​ສອງ​ປະ​ເທດ, ​ໃນ​ນັ້ນ ​ມີ​ນະຄອນ ​ໂຮ່ຈິ​ມິນ. ໂດຍແມ່ນ​ນັກຮຽນ, ນັກສຶກສາ, ຊາວໜຸ່ມ ກໍ່​ຈະ​ເປັນນັກການທູດແຫ່ງ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື, ພັດທະນາ, ປົກ​ປັກ​ຮັກສາ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ລຸ້ນໜຸ່ມ ຫວຽດນາມ - ຍີ່ປຸ່ນ...

ທ່ານກົງສຸນໃຫຍ່ ຍີ່ປຸ່ນ ປະຈຳ ນະຄອນ ໂຮ່ຈີ​ມິນ Ono Masuo ​ໃຫ້​ຮູ້​ວ່າ ເລື່ອງ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຍີ່ປຸ່ນ ຢູ່​ມະຫາວິທະຍາ​ໄລ​ສ້າງຄູ ​ນະຄອນ ​ໂຮ່ຈີ​ມິນ ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສຶກສາຕໍ່ຈາກນີ້​ກາຍ​ເປັນ​ຄູ​ສອນ​ຢູ່ ຫວຽດນາມ ​ໂດຍໄດ້​ສຳ​ຜັດ​ກັບ​ວັດທະນະທຳ​ ຍີ່ປຸ່ນ ​ແລະ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ ​ຫວຽດນາມ - ຍີ່ປຸ່ນ ​ໃນ​ຫຼາຍ​ຂົງ​ເຂດ.

ທ່ານກົງ​ສູນ​ໃຫຍ່ ​ຍີ່​ປຸ່ນ ຈະ​ຮ່ວມ​ມື​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງຄູ ​ນະ​ຄອນ ໂຮ່​ຈີ​ມິນ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ຍີ່​ປຸ່ນ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລສ້າງຄູ ນະ​ຄອນ ໂຮ່​ຈີ​ມິນ ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ຍີ່​ປຸ່ນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.